ຂປລ
ທ່ານ ຟາຕິ ບໍໂຣລ ຜູ້ອຳນວຍການ ອົງການ ພະລັງງານ ລະຫວ່າງ ປະເທດ (ໄອອີເອ) ກ່າວວ່າ: ສົງຄາມ ໃນຕາເວັນອອກກາງ ອາດກາຍເປັນ ສະນວນ ຕໍ່ເຫດການ ຂອງ ວິກິດ ພະລັງງານ ຄັ້ງຮຸນແຮງ
ຂປລ.ສຳນັກຂ່າວຕ່າງປະເທດ ລາຍງານ ຈາກ ນະຄອນຫລວງ ປາຣີ ປະເທດຝຣັ່ງ ເມື່ອວັນທີ 23 ມີນາວ່າ: ທ່ານ ຟາຕິ ບໍໂຣລ ຜູ້ອຳນວຍການ ອົງການ ພະລັງງານ ລະຫວ່າງ ປະເທດ (ໄອອີເອ) ກ່າວວ່າ: ສົງຄາມ ໃນຕາເວັນອອກກາງ ອາດກາຍເປັນ ສະນວນ ຕໍ່ເຫດການ ຂອງ ວິກິດ ພະລັງງານ ຄັ້ງຮຸນແຮງ ຍິ່ງກວ່າ ວິກິດ ນໍ້າມັນ ໃນໄລຍະ ປີ 1970 ແລະ ອາດມີລະດັບ ຄວາມຮຸນແຮງ ທຽບເທົ່າກັບ ຜົນກະທົບ ໃນໄລຍະທຳອິດ ຂອງ ສົງຄາມ ຣັດເຊຍ ກັບ ອູແກຣນ ເມື່ອຕົ້ນ ປີ 2022.
ເຖິງຢ່າງໃດ ກໍຕາມ ປັດຈຸບັນ ທົ່ວໂລກ ພວມ ສູນເສຍ ນໍ້າມັນ ໄປເຖິງ 11 ລ້ານຖັງ ຕໍ່ວັນ ຊຶ່ງເປັນ ວິກິດການ ຄັ້ງໃຫຍ່. ໃນຂະນະທີ່ ຜູ້ອຳນວຍການ ໄອອີເອ ໄດ້ເນັ້ນໜັກວ່າ ບໍ່ມີປະເທດໃດ ທີ່ ຈະມີພູມຄຸ້ມກັນ ຕໍ່ຜົນກະທົບ ທາງດ້ານພະລັງງານ ຈາກ ວິກິດການ ໃນຄັ້ງນີ້. ໂດຍສາເຫດຫລັກ ແມ່ນມາຈາກ ຊ່ອງແຄບຮໍມຸດ ຍັງສືບຕໍ່ປິດກັ້ນ, ພ້ອມກັນນັ້ນ ຍັງຮຽກຮ້ອງ ໃຫ້ປະຊາຄົມໂລກ ເພີ່ມການ ປະສານງານ ເພື່ອຮັກສາ ສະຖຽນລະພາບ ທາງດ້ານພະລັງງານ./
KPL