ຂປລ
ຫວຽດນາມ ແມ່ນປະເທດໜຶ່ງຢູ່ອາຊີ ທີ່ໄດ້ຮັບຮູ້ແຫລ່ງເງິນລົງທຶນຈາກຕ່າງປະເທດ ທີ່ໄຫລເຂົ້າມາ ຕະຫລາດການເງິນ, ບັນລຸໄດ້ເງິນເປັນຈຳນວນ 46,4 ລ້ານໂດລາສະຫະລັດ ໃນອາທິດທີ່ສິ້ນສຸດ ໃນວັນທີ 13 ມີນາ, ຢຸດຕິການຂາຍສຸດທີໃນ 2 ອາທິດກ່ອນນັ້ນ.
ຂປລ. ວິທະຍຸກະຈາຍສຽງ ຫວຽດນາມ: ຫວຽດນາມ ແມ່ນປະເທດໜຶ່ງຢູ່ອາຊີ ທີ່ໄດ້ຮັບຮູ້ແຫລ່ງເງິນລົງທຶນຈາກຕ່າງປະເທດ ທີ່ໄຫລເຂົ້າມາ ຕະຫລາດການເງິນ, ບັນລຸໄດ້ເງິນເປັນຈຳນວນ 46,4 ລ້ານໂດລາສະຫະລັດ ໃນອາທິດທີ່ສິ້ນສຸດ ໃນວັນທີ 13 ມີນາ, ຢຸດຕິການຂາຍສຸດທີໃນ 2 ອາທິດກ່ອນນັ້ນ.
ການຕີລາຄາດັ່ງກ່າວ ໂດຍທະນາຄານລົງທຶນ MBSB ຂອງມາເລເຊຍ ຍົກອອກມາໃນບົດລາຍງານ ທີ່ມີຊື່ວ່າ: “ Fund Flow Report” ດ້ວຍບັນດາຂໍ້ມູນ ໄດ້ຮັບການ ສະຖິຕິ ແລະ ຄິດໄລ່ໃນ 1 ອາທິດທຸລະກຳ, ສິ້ນສຸດໃນວັນທີ 13 ມີນາ. ຕາມບົດລາຍງານ ທີ່ໄດ້ປະກາດໃນວັນທີ 16 ມີນາແລ້ວ, ການຜັນແປນີ້ ໄດ້ເກີດຂຶ້ນໃນສະພາບການ ບັນດາ ອົງການທີ່ມີໜ້າທີ່ ຮັບຜິດຊອບ ຫວຽດນາມ ຜັນຂະຫຍາຍບັນດາ ມາດຕະການປີການເງິນ ແລະ ສະສົມແຫລ່ງສະ ໜອງຢ່າງຄົບຊຸດເພື່ອ ແນໃສ່ຮັກສາລາຄາເຊື້ອເພີງ ພາຍໃນ ປະເທດ ໃຫ້ເປັນປົກກະຕິ ຕໍ່ໜ້າກັບຜັນຜວນ ຂອງລາຄາເຊື້ອເພີງໂລກ.
ລະອຽດແມ່ນ, ລັດຖະບານ ຫວຽດນາມ ໄດ້ນຳໃຊ້ກອງທຶນ ຮັກສາລາຄານ້ຳມັນເຊື້ອໄຟ ໃຫ້ເປັນປົກກະຕິ, ຫລຸດຜ່ອນພາສີນ້ຳເຂົ້າ ບຸລິມະສິດ (MFN) ສຳລັບສິນຄ້າ ນ້ຳມັນ ເຊື້ອໄຟ ບາງປະເພດ, ພ້ອມທັງລະດົມນ້ຳມັນ ປະມານ 4 ລ້ານຖັງ ຈາກບັນດາຄູ່ຮ່ວມມື ເພື່ອຮັບປະກັນແຫລ່ງສະໜອງ ໃນໄລຍະສັ້ນ./.
KPL