ຍາມໃດລັດຖະບານ ກໍຖືເອົາວຽກງານການສຶກສາ ໄປກ່ອນ ວຽກງານອື່ນບາດກ້າວໜຶ່ງ

16/03/2026 10:23
ຂປລ ຂປລ. ແຫລ່ງຂ່າວຈາກແຂວງ ຄຳມ່ວນ ໃຫ້ຮູ້ວ່າ: ລັດຖະບານ ຍາມໃດກໍຖືວຽກງານການສຶກສາ ເປັນວຽກງານໜຶ່ງທີ່ສໍາຄັນ, ເອົາ ການສຶກສາໄປກ່ອນວຽກງານ ອື່ນບາດກ້າວໜຶ່ງ, ເອົາຄົນເປັນ ເປົ້າໝາຍ ແລະ ເປັນໃຈກາງ ໃນ ການພັດທະນາເສດຖະກິດ-ສັງຄົມ ຂອງຊາດ, ການສຶກສາເປັນການ ພັດທະນາຊັບພະຍາກອນມະນຸດ ສ້າງຄົນໃຫ້ມີຄວາມຮູ້-ຄວາມ ສາມາດ, ມີຄຸນສົມບັດສິນທໍາປະຕິ ວັດ, ມີສຸຂະພາບແຂງແຮງທາງ ດ້ານຮ່າງກາຍ ແລະ ຈິດໃຈ, ຮັກ ຄວາມກ້າວໜ້າ ແລະ ມີວິທະຍາ ສາດ



ຂປລ. ແຫລ່ງຂ່າວຈາກແຂວງ ຄຳມ່ວນ ໃຫ້ຮູ້ວ່າ: ລັດຖະບານ ຍາມໃດກໍຖືວຽກງານການສຶກສາ ເປັນວຽກງານໜຶ່ງທີ່ສໍາຄັນ, ເອົາ ການສຶກສາໄປກ່ອນວຽກງານ ອື່ນບາດກ້າວໜຶ່ງ, ເອົາຄົນເປັນ ເປົ້າໝາຍ ແລະ ເປັນໃຈກາງ ໃນ ການພັດທະນາເສດຖະກິດ-ສັງຄົມ ຂອງຊາດ, ການສຶກສາເປັນການ ພັດທະນາຊັບພະຍາກອນມະນຸດ ສ້າງຄົນໃຫ້ມີຄວາມຮູ້-ຄວາມ ສາມາດ, ມີຄຸນສົມບັດສິນທໍາປະຕິ ວັດ, ມີສຸຂະພາບແຂງແຮງທາງ ດ້ານຮ່າງກາຍ ແລະ ຈິດໃຈ, ຮັກ ຄວາມກ້າວໜ້າ ແລະ ມີວິທະຍາ ສາດ ເພື່ອກາຍເປັນກໍາລັງແຮງງານ ທີ່ມີຄຸນນະພາບຕອບສະໜອງ ຄວາມຮຽກຮ້ອງຕ້ອງການຂອງ ການພັດທະນາປະເທດຊາດໃນໄລ ຍະໃໝ່. ທ່ານ ນາງ ສຸກຂະເສີດ ສິດທິເດດ ຫົວໜ້າພະແນກສຶກສາທິການ ແລະ ກິລາ ແຂວງຄໍາມ່ວນ ໄດ້ກ່າວ ເມື່ອບໍ່ດົນມານີ້ວ່າ: ໃນສົກຮຽນ ຜ່ານມາຢູ່ແຂວງຄຳມ່ວນ ເຖິງວ່າ ຈະມີຄວາມຫຍຸ້ງຍາກຫລາຍຢ່າງ ທີ່ສົ່ງຜົນກະທົບໂດຍກົງຕໍ່ການ ປະຕິບັດວຽກງານການສຶກສາ, ວິທະຍາສາດ ແລະ ກິລາ ກໍຕາມ, ແຕ່ ຂະແໜງການສຶກສາ, ວິທະຍາສາດ ແລະ ກິລາ ໄດ້ສຸມທຸກເຫື່ອແຮງ, ສະຕິປັນຍາປະຕິບັດໜ້າທີ່ຂອງຕົນ ດ້ວຍຄວາມຮັບຜິດຊອບສູງ ສາມາດ ຂັບເຄື່ອນປະຕິບັດແຜນພັດທະນາ ການສຶກສາ ແລະ ກິລາ ມີຜົນສໍາ ເລັດສໍາຄັນຫລາຍດ້ານ ແລະ ໄດ້ ຮັບຜົນສໍາເລັດທີ່ພົ້ນເດັ່ນເປັນຕົ້ນໄດ້ ຂະຫຍາຍການຈັດການຮຽນ-ການ ສອນສາຍສາມັນວິຊາຊີບ 9 ແຫ່ງຄື: ໂຮງຮຽນ ມປ ທ່າແຂກ, ໂຮງຮຽນ ສາມັນມິດຕະພາບ ຄໍາມ່ວນ-ກວາງ ບິ່ງ, ໂຮງຮຽນກິນນອນຊົນເຜົ່າ, ມສ ນາໂດນ, ມສ ມ່ວງສຸມ, ມສ ດົງໃຕ້, ມສ ຫົວນາ, ມສ ດົງກະແສນ ແລະ ມສ ຂົວໂດນ. ພ້ອມນີ້, ໄດ້ຈັດຕັ້ງ ການຮຽນ-ການສອນ ໃຫ້ນັກຮຽນ ຊັ້ນມັດທະຍົມສຶກສາ ມ3, ມ4, ມ5 ແລະ ມ6 ເຂົ້າຮຽນໃນຫລັກສູດ ສາມັນວິຊາຊີບ ໃນຮູບແບບພັກສິ້ນປີ ຮຽນໃນໄລຍະ 3 ເດືອນ ໃນຫລັກສູດ ຊັ້ນຕົ້ນ ລະດັບ C1 ທີ່ວິທະຍາໄລ ເຕັກນິກວິຊາຊີບ ແຂວງຄໍາມ່ວນ ຂ່າວ: ແດງສະຫວັດ ແສນພານິດ ຈໍານວນ 8 ສາຂາວິຊາຊີບຄື: ຊ່າງ ກໍ່-ໂບກ, ການປຸງແຕ່ງອາຫານ, ຕັດ ຫຍິບ, ສ້ອມແປງລົດຈັກ, ສ້ອມແປງ ໄຟຟ້າໃນອາຄານ, ສ້ອມແປງເຄື່ອງ ເຢັນ ແລະ ພື້ນຖານຄອມພິວເຕີ້. ນອກນັ້ນ, ຍັງໄດ້ເຂົ້າຮ່ວມມະຫະ ກໍາກິລາແຫ່ງຊາດ ຄັ້ງທີ XII ທີ່ ນະຄອນຫລວງວຽງຈັນເປັນເຈົ້າ ພາບໃນຄັ້ງນີ້ ຊຶ່ງແຂວງຄໍາມ່ວນ ໄດ້ສົ່ງປະເພດກິລາເຂົ້າຮ່ວມ 29 ປະເພດກິລາ ໃນຈໍານວນ 35 ປະ ເພດກິລາ ທີ່ຈັດການແຂ່ງຂັນທັງໝົດ ແລະ ວາງຄາດໝາຍ 50 ຫລຽນ ຄໍາ. ການແຂ່ງຂັນໃນຄັ້ງນີ້ ສາມາດ ຍາດໄດ້ 56 ຫລຽນຄໍາ, 41 ຫລຽນ ເງິນ, 77 ຫລຽນທອງ ລວມທັງໝົດ ໄດ້ 174 ຫລຽນ, ເກີນຄາດໝາຍ 6 ຫລຽນຄໍາຈັດຢູ່ໃນອັນດັບ 3 ຂອງ ປະເທດ ແລະ ໄດ້ເຂົ້າຮ່ວມມະຫະ ກໍາກິລາຄົນພິການແຫ່ງຊາດ ຄັ້ງ ທີ IV ທີ່ນະຄອນຫລວງວຽງຈັນ ຊຶ່ງໄດ້ສົ່ງປະເພດກິລາເຂົ້າຮ່ວມ 4 ປະເພດກິລາໃນຈໍານວນ 9 ປະເພດ ກິລາ ທີ່ຈັດການແຂ່ງຂັນທັງໝົດ ແລະ ວາງຄາດໝາຍ 10 ຫລຽນຄໍາ ຊຶ່ງສາມາດຍາດໄດ້ 16 ຫລຽນຄໍາ, 8 ຫລຽນເງິນ, 6 ຫລຽນທອງ ລວມ ທັງໝົດ 30 ຫລຽນ ຈັດຢູ່ອັນດັບທີ 4 ຂອງທົ່ວປະເທດ.



ທ່ານ ນາງ ສຸກຂະເສີມ ສິດທິເດດ ກ່າວຕື່ມວ່າ: ໃນສົກຮຽນ 2024- 2025 ຜ່ານການຈັດຕັ້ງປະຕິບັດ ຕົວຈິງເຫັນວ່າ ໃນ 15 ຄາດໝາຍ ທີ່ກໍານົດໄວ້ໃນມະຕິສະພາມີ 9 ຄາດໝາຍທີ່ສາມາດບັນລຸໄດ້ ແລະ ມີ 6 ຄາດໝາຍທີ່ບໍ່ບັນລຸໄດ້ ໃນ ນັ້ນ, ຈໍານວນ 9 ຄາດໝາຍທີ່ບັນລຸ ໄດ້ປະກອບມີ: ອັດຕາເຂົ້າຮຽນໃໝ່ ສຸດທິ ປ1 ທຽບໃສ່ເດັກ 6 ປີ ປະຕິບັດ ໄດ້ 96,1% (ແຜນແມ່ນ 95,5%) ລື່ນຄາດໝາຍ 0,6%; ອັດຕາປະລະ ການຮຽນຂອງນັກຮຽນຂັ້ນ ປ1 ປະຕິບັດໄດ້ 7,2% (ແຜນແມ່ນ 7,5%) ລື່ນຄາດໝາຍ 0,3%; ອັດຕາປະລະການຮຽນຊັ້ນປະຖົມ ສຶກສາ ປະຕິບັດໄດ້ 5% (ແຜນ ແມ່ນ 5%) ບັນລຸຄາດໝາຍ; ດັດ ສະນີຄວາມສະເໝີພາບຍິງ-ຊາຍ ອັດຕາເລື່ອນຊັ້ນ ປ5 ຫາ ມ1 (ທຽບ ໃສ່ນັກຮຽນຕົ້ນປີ ປ5) ປະຕິບັດ ໄດ້ 1,03% (ແຜນແມ່ນ 0,97- 1,03) ມີຄວາມສະເໝີພາບຍິງຊາຍ; ປະຊາກອນໜຸ່ມ ແລະ ຜູ້ປະລະ ການຮຽນໃຫ້ໄດ້ບໍາລຸງຜ່ານການ ສຶກສານອກໂຮງຮຽນ ແລະ ຝຶກ ອົບຮົມວິຊາຊີບປະຕິບັດໄດ້ 1.417 ຄົນ (ແຜນແມ່ນ 1.046 ຄົນ) ລື່ນ ຄາດໝາຍ 371 ຄົນ; ຄູຊັ້ນປະຖົມ ແລະ ມັດທະຍົມສຶກສາໄດ້ຮັບການ ຝຶກອົບຮົມ ປະຕິບັດໄດ້ 40,9% (ແຜນແມ່ນ 31%) ລື່ນຄາດໝາຍ 9,9%; ອັດຕາປະລະການຮຽນ ຊັ້ນປະຖົມສຶກສາປະຕິບັດໄດ້ 5% (ແຜນແມ່ນ 5%) ບັນລຸຄາດ ໝາຍ; ອັດຕາສ່ວນນັກຮຽນຈົບ ຊັ້ນມັດທະຍົມຕອນປາຍເຂົ້າຮຽນ ຕໍ່ລະດັບຕ່າງໆພາຍໃນ ແລະ ຕ່າງ ປະເທດປະຕິບັດໄດ້ 54,4% (ແຜນ ແມ່ນ 54%) ລື່ນຄາດໝາຍ 0,4%; ສູ້ຊົນໃຫ້ນັກຮຽນທີ່ຈົບຊັ້ນມັດທະຍົມ ຕອນຕົ້ນ ໄດ້ເຂົ້າຮຽນຕໍ່ໃນສາຍອາຊີ ວະສຶກສາ ແລະ ຝຶກອົບຮົມວິຊາຊີບ ປະຕິບັດໄດ້ 14,6% (ແຜນແມ່ນ 1,2%) ລື່ນຄາດໝາຍ 13,4%; ສົ່ງເສີມໃຫ້ມວນຊົນທຸກເພດ, ທຸກ ໄວໄດ້ເຂົ້າຮ່ວມການຫັດກາຍະ ບໍລິຫານ, ການອອກກໍາລັງກາຍ ແລະ ການຫລິ້ນກິລາເພື່ອສຸຂະພາບ, ເຂົ້າຮ່ວມການສ້າງຂະບວນການ ເຄື່ອນໄຫວຈັດກິດຈະກຳການ ແຂ່ງຂັນກິລາປະຈໍາປີ, ກິລາວັນ ບຸນປະເພນີ ແລະ ກິລາວັນບຸນສໍາ ຄັນຕ່າງໆຂອງຊາດ ແລະ ສາກົນ ປະຕິບັດໄດ້ 37,4% (ແຜນແມ່ນ 36%) ລື່ນຄາດໝາຍ 1,4%. ສ່ວນວ່າ 6 ຄາດໝາຍທີ່ບໍ່ສາ ມາດບັນລຸໄດ້ຕາມແຜນອັດຕາເຂົ້າ ຮຽນຂອງເດັກອາຍຸ 5 ປີ ໃນຊັ້ນ ການສຶກສາກ່ອນໄວຮຽນປະຕິບັດ ໄດ້ 79,3% (ແຜນແມ່ນ 89%) ຫລຸດຄາດໝາຍ 6,2%; ອັດຕາ ເຂົ້າຮຽນໃໝ່ລວມ ປ5 ປະຕິບັດໄດ້ 93,8% (ແຜນແມ່ນ 97,5%) ຫລຸດຄາດໝາຍ 3,7%; ອັດຕາ ຈົບຊັ້ນປະຖົມ (ອັດຕາເລື່ອນ ຂັ້ນ-ຈົບຊັ້ນປະຖົມ) ປະຕິບັດໄດ້ 93,1% (ແຜນແມ່ນ 94%) ຫລຸດ ຄາດໝາຍ 0,9%; ອັດຕາການ ເລື່ອນຊັ້ນ ປ5 ຂຶ້ນ ມ1 (ທຽບ ໃສ່ນັກຮຽນຕົ້ນປີ) ປະຕິບັດໄດ້ 80,1% (ແຜນແມ່ນ 82%) ຫລຸດຄາດໝາຍ 1,9%; ອັດຕາ ເຂົ້າຮຽນໃໝ່ລວມ ມ4 ປະຕິບັດ ໄດ້ 52,2% (ແຜນແມ່ນ 64%) ຫລຸດຄາດໝາຍ 11,8%; ອັດຕາ ປະລະການຮຽນຂອງນັກຮຽນ ຊັ້ນມັດທະຍົມຕອນຕົ້ນປະຕິບັດໄດ້ 15% (ແຜນແມ່ນ 12,9%) ຫລຸດ ຄາດໝາຍ 2,1%.

ຂ່າວ: ແດງສະຫວັດ ແສນພານິດ

KPL

ຂ່າວອື່ນໆ

ads
ads

Top