ເຂັ້ມງວດ ປ້ອງກັນສະກັດກັ້ນໄຟໄໝ້ລາມປ່າ ແລະ ຄວບຄຸມມົນລະພິດ ທາງອາກາດ (ຝຸ່ນ PM2.5) ໃນຂອບເຂດທົ່ວປະເທດ

16/03/2026 10:27
ຂປລ ຂປລ. ໃນກາງເດືອນມັງກອນ 2026 ກະຊວງກະສິກໍາ ແລະ ສິ່ງແວດລ້ອມ ໄດ້ອອກແຈ້ງການ ກ່ຽວກັບເພີ່ມທະວີຄວາມເຂັ້ມງວດ ໃນການປ້ອງກັນສະກັດກັ້ນໄຟໄໝ້ ລາມປ່າ ແລະ ຄວບຄຸມມົນລະພິດ ທາງອາກາດ (ຝຸ່ນ PM2,5) ໃນ ຂອບເຂດທົ່ວປະເທດ. ເພື່ອກະກຽມ ຄວາມພ້ອມ ໃນການຮັບມືກັບສະ ພາບໄຟໄໝ້ລາມປ່າ ທີ່ຄາດວ່າເກີດ ຂຶ້ນໃນໄລຍະເດືອນມັງກອນ ຫາ ເດືອນເມສາ ໂດຍມີສາເຫດຫລັກ ແມ່ນມາຈາກການຈູດໂດຍບໍ່ມີການ ຄວບຄຸມ


ຂປລ. ໃນກາງເດືອນມັງກອນ 2026 ກະຊວງກະສິກໍາ ແລະ ສິ່ງແວດລ້ອມ ໄດ້ອອກແຈ້ງການ ກ່ຽວກັບເພີ່ມທະວີຄວາມເຂັ້ມງວດ ໃນການປ້ອງກັນສະກັດກັ້ນໄຟໄໝ້ ລາມປ່າ ແລະ ຄວບຄຸມມົນລະພິດ ທາງອາກາດ (ຝຸ່ນ PM2,5) ໃນ ຂອບເຂດທົ່ວປະເທດ. ເພື່ອກະກຽມ ຄວາມພ້ອມ ໃນການຮັບມືກັບສະ ພາບໄຟໄໝ້ລາມປ່າ ທີ່ຄາດວ່າເກີດ ຂຶ້ນໃນໄລຍະເດືອນມັງກອນ ຫາ ເດືອນເມສາ ໂດຍມີສາເຫດຫລັກ ແມ່ນມາຈາກການຈູດໂດຍບໍ່ມີການ ຄວບຄຸມ (ການຈູດໄຮ່, ສວນ, ນາ ເຂົ້າ ເພື່ອກະກຽມພື້ນທີ່ທໍາການຜະ ລິດ ແລະ ການຈູດຫຍ້າເພື່ອລ້ຽງ ສັດ), ການຈູດພ້ອມກັນຫລາຍໆ ຕອນ, ການທີ່ບໍ່ສ້າງແລວກັນໄຟ, ລວມທັງການຈູດເພື່ອລ່າເນື້ອ. ການກະທໍາເຫລົ່ານີ້ ກໍໃຫ້ເກີດບັນ ຫາມົນລະພິດທາງອາກາດ (ໝອກ ຄວັນ) ເຊັ່ນ: ຝຸ່ນລະອອງຂະໜາດ ນ້ອຍກວ່າ 2,5 ໄມຄຣອນ (ຝຸ່ນ PM2,5) ເພີ່ມຂຶ້ນຢ່າງຫລວງ ຫລາຍ, ຊຶ່ງສົ່ງຜົນກະທົບອັນຮ້າຍ ແຮງຕໍ່ສຸຂະພາບ ແລະ ການດໍາລົງ ຊີວິດຂອງປະຊາຊົນ. ເນື້ອໃນແຈ້ງການໄດ້ລະບຸວ່າ: ໃຫ້ກົມປ່າໄມ້, ພະແນກກະສິກໍາ ແລະ ສິ່ງແວດລ້ອມແຂວງ ແລະ ນະຄອນຫລວງ ເປັນເຈົ້າການປະ ສານພາກສ່ວນກ່ຽວຂ້ອງ ຈັດຝຶກ ອົບຮົມສ້າງຄວາມເຂັ້ມແຂງການ ນໍາໃຊ້ລະບົບຕິດຕາມຈຸດຄວາມ ຮ້ອນໄຟ (Fire Hotspot) ເພື່ອ ສະກັດກັ້ນໄຟໄໝ້ລາມປ່າໃຫ້ທັນ ກັບສະພາບການ. ສ້າງແຜນທີ່ຜົນ ກະທົບຈາກໄຟໄໝ້ລາມປ່າເຂົ້າໃນ ການລາຍງານປະຈໍາອາທິດ, ປະ ຈໍາເດືອນ ແລະ ປະຈໍາປີ ໃນລະດັບ ທ້ອງຖິ່ນ ແລະ ສ້າງແຜນທີ່ຄວາມ ສ່ຽງໄຟໄໝ້ລາມປ່າ ເພື່ອເປັນ ບ່ອນອີງໃນການວາງແຜນງົບປະ ມານ ແລະ ກໍານົດມາດຕະການ ປ້ອງກັນ. ນອກຈາກນີ້, ຕ້ອງໄດ້ ແຈ້ງເຫດການໄຟໄໝ້ໃນເຂດທີ່ດິນ ປ່າໄມ້ ແລະ ທີ່ດິນກະສິກໍາ ໃຫ້ແກ່ ປະຊາຊົນ, ພະນັກງານ, ທະຫານ, ຕໍາຫລວດ ໄດ້ຮັບຊາບເປັນປົກກະຕິ ຜ່ານສື່ຕ່າງໆ (ອອນລາຍ, ວິດີໂອ, ໂປສະເຕີ, ປະຕິທິນ, ວິທະຍຸ, ໂທ ລະພາບ ແລະ ສື່ສິ່ງພິມອື່ນໆ ຕາມ ຄວາມເໝາະສົມ); ໃຫ້ຫ້ອງການ ກະຊວງເປັນໃຈກາງໃນການຈັດ ຕັ້ງຄະນະວິຊາການສະເພາະກິດໃນ ການຕິດຕາມ, ປ້ອງກັນ ແລະ ຄວບ ຄຸມທຸກແຫລ່ງກໍາເນີດມົນລະພິດ ທາງອາກາດ (ໝອກຄວັນ) ໃນ ໄລຍະຂອງການເຝົ້າລະວັງຂອງ ລະດູການ 2025-2026; ໃຫ້ຫ້ອງ ການກອງທຶນປົກປັກຮັກສາສິ່ງ ແວດລ້ອມ ແລະ ປ່າໄມ້ຄົ້ນຄວ້າ ແລະ ຈັດສັນງົບປະມານສະເພາະ ເພື່ອ ສະໜັບສະໜູນແຜນດໍາເນີນງານ ສໍາລັບການປ້ອງກັນ ແລະ ຄວບ ຄຸມມົນລະພິດທາງອາກາດໃນແຕ່ ລະປີ; ໃຫ້ກົມປ່າໄມ້ ດໍາເນີນການ ຢັ້ງຢືນຈຸດຮ້ອນໄຟ ແລະ ສ້າງແຜນ ທີ່ໄຟໄໝ້ປ່າໃນພື້ນທີ່ສ່ຽງ, ເພື່ອຈັດ ລຽງບຸລິມະສິດ ໃນການສ້າງມາດ ຕະການສະກັດກັ້ນ ແລະ ຮັບມື.



ມາດ ຕະການເຫລົ່ານັ້ນລວມມີ: ການ ສ້າງແລວກັນໄຟ (ຊົ່ວຄາວ ແລະ ຖາ ວອນ), ການຈຸດກັບ (Control Burning) ແລະ ການນໍາໃຊ້ຫລັກ ການເຕັກນິກອື່ນໆທີ່ເໝາະສົມ; ໃຫ້ ກົມກວດກາຊັບພະຍາກອນທໍາມະ ຊາດ ແລະ ສິ່ງແວດລ້ອມ ແລະ ກົມ ປ່າໄມ້ ເອົາໃຈໃສ່ສືບຕໍ່ປະສານສົມ ທົບກັບຄະນະຮັບຜິດຊອບ ເພື່ອ ຕິດຕາມ ແລະ ຈັດຕັ້ງປະຕິບັດຄໍາ ສັ່ງຂອງນາຍົກລັດຖະມົນຕີ ສະບັບ ເລກທີ 11/ນຍ ລົງວັນທີ 21 ກໍລະ ກົດ 2023 ຂອງບັນດາແຂວງ, ນະ ຄອນຫລວງວຽງຈັນ. ຈຸດປະສົງ ຫລັກ ແມ່ນເພື່ອລົງຊຸກຍູ້ພາກສ່ວນ ກ່ຽວຂ້ອງຂັ້ນທ້ອງຖິ່ນ ໃຫ້ເພີ່ມທະ ວີໃນການສະກັດກັ້ນ ແລະ ຕ້ານໄຟ ໄໝ້ລາມປ່າ ລວມທັງບັນຫາຝຸ່ນ PM2,5 ຢ່າງເຂັ້ມງວດ; ໃຫ້ກົມ ກວດກາຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ລົງກວດກາ ການຈັດຕັ້ງປະຕິບັດຄໍາສັ່ງຂອງ ນາຍົກລັດຖະມົນຕີ ສະບັບເລກທີ 11/ນຍ, ລົງວັນທີ 21 ກໍລະກົດ 2023; ໃຫ້ກົມປ່າໄມ້ດໍາເນີນການ ສ້າງແຜນດໍາເນີນງານວຽກງານສະ ກັດກັ້ນໄຟໄໝ້ລາມປ່າ ທັງໄລຍະສັ້ນ ແລະ ໄລຍະຍາວຂອງ ສປປ ລາວ ໃຫ້ເປັນລະບົບທີ່ເປັນຮູບປະທໍາ (Systematic Forest Fire Management), ມີຄວາມເປັນ ເອກະພາບ, ມີປະສິດທິຜົນສູງ ແລະ ທ່ວງທັນກັບສະພາບການ. ແຜນ ງານນີ້ ຈະເປັນບ່ອນອີງທີ່ສໍາຄັນໃນ ການຄົ້ນຄວ້າຊອກຫາແຫລ່ງທຶນ ສະໜັບສະໜູນ ຈາກພາຍໃນ ແລະ ຕ່າງປະເທດ; ໃຫ້ກົມສິ່ງແວດລ້ອມ ເປັນໃຈກາງປະສານສົມທົບກັບທຸກ ພາກສ່ວນກ່ຽວຂ້ອງ ທັງສູນກາງ ແລະ ທ້ອງຖິ່ນ ເພື່ອຈັດຕັ້ງຜັນຂະ ຫຍາຍບັນດານິຕິກໍາ ແລະ ແຜນດໍາ ເນີນງານ ເພື່ອຫລຸດຜ່ອນ, ປ້ອງກັນ ແລະ ຄວບຄຸມແຫລ່ງປ່ອຍ ແລະ ກໍາ ເນີດມົນລະພິດທາງອາກາດ ພ້ອມ ທັງຄົ້ນຄວ້າ ແລະ ສະເໜີສ້າງນິຕິກໍາ ໃໝ່ທີ່ຈໍາເປັນ ພາຍໃຕ້ກົດໝາຍວ່າ ດ້ວຍການປົກປັກຮັກສາສິ່ງແວດ ລ້ອມ ແລະ ປັບປຸງບັນດານິຕິກໍາທີ່ມີ ຢູ່ແລ້ວ ໃນການຈັດຕັ້ງປະຕິບັດແຜນ ດໍາເນີນງານແຫ່ງຊາດ ເພື່ອແກ້ໄຂ ບັນຫາມົນລະພິດທາງອາກາດ ທີ່ ເກີດຂຶ້ນຈາກຂະແໜງການກະສິກໍາ ແລະ ສິ່ງແວດລ້ອມ ແລະ ຂະແໜງ ການຕ່າງໆທີ່ກ່ຽວຂ້ອງ; ໃຫ້ພະ ແນກກະສິກໍາ ແລະ ສິ່ງແວດລ້ອມ ແຂວງ ແລະ ນະຄອນຫລວງວຽງ ຈັນ ເປັນເຈົ້າການປະສານສົມທົບ ກັບຂະແໜງການທີ່ກ່ຽວຂ້ອງ (ຂັ້ນ ແຂວງ, ເມືອງ, ບ້ານ) ເພື່ອດໍາເນີນ ການກວດກາ, ເກັບກໍາຂໍ້ມູນ ແລະ ແກ້ໄຂການບຸກລຸກປ່າໄມ້, ການຈັບ ຈອງ, ຊື້-ຂາຍທີ່ດິນປ່າໄມ້ ແລະ ການດໍາເນີນກິດຈະການ ຫລື ທຸລະ ກິດຂອງບຸກຄົນ ຫລື ການຈັດຕັ້ງຢູ່ ໃນເຂດປ່າໄມ້ ແລະ ທີ່ດິນປ່າໄມ້. ກໍ ລະນີພົບການກະທໍາທີ່ບໍ່ໄດ້ຮັບອະ ນຸຍາດ ຫລື ເຄື່ອນໄຫວບໍ່ຖືກຕ້ອງ, ຕ້ອງດໍາເນີນການຢຸດຕິ, ຍຸບເລີກ, ຮື້ຖອນ ປະຕິບັດມາດຕະການ ແລະ ດໍາເນີນຄະດີຕໍ່ຜູ້ລະເມີດຕາມກົດ ໝາຍຢ່າງເຂັ້ມງວດ; ໃຫ້ພະແນກ ກະສິກໍາ ແລະ ສິ່ງແວດລ້ອມ ແຂວງ ແລະ ນະຄອນຫລວງວຽງຈັນ ເປັນ ເຈົ້າການຄຸ້ມຄອງໃນການປ້ອງກັນ ແລະ ສະກັດກັ້ນການຈູດປ່າແບບຊະ ຊາຍຂອງປະຊາຊົນ. ພ້ອມກັນນັ້ນ, ຕ້ອງເປັນເຈົ້າການດັບມອດໄຟໄໝ້ ລາມປ່າ ທີ່ເກີດຂຶ້ນໃນທ້ອງຖິ່ນທີ່ຕົນ ເອງຮັບຜິດຊອບ ເພື່ອຮັບປະກັນບໍ່ໃຫ້ ໄຟແຜ່ລາມອອກເປັນບໍລິເວນກວ້າງ ແລະ ເກີດຄວາມເສຍຫາຍຮ້າຍ ແຮງ; ໃຫ້ພະແນກກະສິກໍາ ແລະ ສິ່ງແວດລ້ອມແຂວງ ແລະ ນະຄອນ ຫລວງວຽງຈັນ ປະສານສົມທົບ ກັບຄະນະກໍາມະການຄຸ້ມຄອງໄພ ພິບັດຂັ້ນແຂວງ ເພື່ອຖືເອົາວຽກ ງານສະກັດກັ້ນໄຟໄໝ້ລາມປ່າ ແລະ ມົນລະພິດທາງອາກາດ (ຝຸ່ນ PM 2,5) ເປັນວຽກງານບຸລິມະສິດໜຶ່ງ ຂອງໄພພິບັດແຫ່ງຊາດ ພ້ອມທັງ ສະເໜີຂໍງົບປະມານ ແລະ ກະກຽມ ວັດຖຸອຸປະກອນທີ່ຈໍາເປັນ ໃນການ ສະກັດກັ້ນ, ຕ້ານ ແລະ ດັບມອດ ໄຟໄໝ້ລາມປ່າ ໃຫ້ຢູ່ໃນທ່າກຽມ ພ້ອມຢ່າງຕໍ່ເນື່ອງ ແລະ ອື່ນໆ.

ໂດຍ: ເຂົ້າຈານນ້ຳ

KPL

ຂ່າວອື່ນໆ

    • ຍາມໃດລັດຖະບານ ກໍຖືເອົາວຽກງານການສຶກສາ ໄປກ່ອນ ວຽກງານອື່ນບາດກ້າວໜຶ່ງບົດ-ສາລະຄະດີ

      ຍາມໃດລັດຖະບານ ກໍຖືເອົາວຽກງານການສຶກສາ ໄປກ່ອນ ວຽກງານອື່ນບາດກ້າວໜຶ່ງ

      3/16/2026 10:23:42 AM

      ຂປລ. ແຫລ່ງຂ່າວຈາກແຂວງ ຄຳມ່ວນ ໃຫ້ຮູ້ວ່າ: ລັດຖະບານ ຍາມໃດກໍຖືວຽກງານການສຶກສາ ເປັນວຽກງານໜຶ່ງທີ່ສໍາຄັນ, ເອົາ ການສຶກສາໄປກ່ອນວຽກງານ ອື່ນບາດກ້າວໜຶ່ງ, ເອົາຄົນເປັນ ເປົ້າໝາຍ ແລະ ເປັນໃຈກາງ ໃນ ການພັດທະນາເສດຖະກິດ-ສັງຄົມ ຂອງຊາດ, ການສຶກສາເປັນການ ພັດທະນາຊັບພະຍາກອນມະນຸດ ສ້າງຄົນໃຫ້ມີຄວາມຮູ້-ຄວາມ ສາມາດ, ມີຄຸນສົມບັດສິນທໍາປະຕິ ວັດ, ມີສຸຂະພາບແຂງແຮງທາງ ດ້ານຮ່າງກາຍ ແລະ ຈິດໃຈ, ຮັກ ຄວາມກ້າວໜ້າ ແລະ ມີວິທະຍາ ສາດ

    • ບໍລິຄຳໄຊ ວາງຄາດໝາຍສູ້ຊົນໃຫ້ໄດ້ 3 ເມືອງເຂັ້ມແຂງຮອບດ້ານ 2 ເມືອງໃຫ້ພົ້ນທຸກບົດ-ສາລະຄະດີ

      ບໍລິຄຳໄຊ ວາງຄາດໝາຍສູ້ຊົນໃຫ້ໄດ້ 3 ເມືອງເຂັ້ມແຂງຮອບດ້ານ 2 ເມືອງໃຫ້ພົ້ນທຸກ

      3/16/2026 10:13:36 AM

      ຂປລ. ເມື່ອມໍ່ໆມານີ້ ທີ່ພະແນກ ກະສິກໍາ ແລະ ສິ່ງແວດລ້ອມແຂວງ ແຂວງບໍລິຄຳໄຊ ໄດ້ຈັດກອງປະຊຸມ ຮັບຮອງຜົນການປະເມີນໄລຍະ ທ້າຍສະໄໝຕາມດໍາລັດ 348 ວ່າ ດ້ວຍມາດຕະຖານພົ້ນທຸກ ແລະ ມາດຕະຖານພັດທະນາຂອງແຂວງ ບໍລິຄໍາໄຊ ປີ 2025 ພາຍໃຕ້ການ ເປັນປະທານຂອງທ່ານ ເລື່ອນວິໄລ ຈັນທະລາພັນ ຮອງເລຂາພັກແຂວງ, ຮອງປະທານສະພາປະຊາຊົນ ແຂວງ

    • ຈຸດໝາຍ, ທິດທາງ ໃນການບູລະນະລະບອບ ປະຊາທິປະໄຕ ປະຊາຊົນ ກ້າວຂຶ້ນສູ່ສັງຄົມນິຍົມບົດ-ສາລະຄະດີ

      ຈຸດໝາຍ, ທິດທາງ ໃນການບູລະນະລະບອບ ປະຊາທິປະໄຕ ປະຊາຊົນ ກ້າວຂຶ້ນສູ່ສັງຄົມນິຍົມ

      3/16/2026 10:05:22 AM

      ຂປລ.ໂຄງການການເມືອງຂອງ ພັກ ແມ່ນທິດສະດີປະຕິວັດ, ເປັນ ທວນໄຟອັນສະຫວ່າງສະໄຫວເຍືອງ ທາງໃຫ້ແກ່ພັກ ແລະ ທົ່ວປວງຊົນ ໃນພາລະກິດປົກປັກຮັກສາ ແລະ ພັດທະນາປະເທດຊາດ; ສ້າງໄດ້ ບາດກ້າວເດີນ ແລະ ບາດລ້ຽວ ທີ່ໜັກແໜ້ນໃຫ້ແກ່ພາລະກິດແຫ່ງ ການສືບຕໍ່ບູລະນະລະບອບປະຊາ ທິປະໄຕປະຊາຊົນໃຫ້ໜັກແໜ້ນ ກ້າວຂຶ້ນສູ່ສັງຄົມນິຍົມ

    • 75 ປີ  ລາວ-ໄທ  “ນ້ຳຂອງເຊື່ອມໃຈ, ສ້າງສາຍໃຍສາຍຜູກພັນ”ບົດ-ສາລະຄະດີ

      75 ປີ ລາວ-ໄທ “ນ້ຳຂອງເຊື່ອມໃຈ, ສ້າງສາຍໃຍສາຍຜູກພັນ”

      3/16/2026 10:03:19 AM

      ຂປລ. ເດືອນທັນວາຜ່ານມາເປັນ ເດືອນທີ່ສຳຄັນຂອງສອງຊາດ ລາວ-ໄທ ເພາະເປັນວັນສະເຫລີມ ສະຫລອງວັນຊາດຂອງທັງສອງ ປະເທດໃນວັນທີ 2 ທັນວາ (ລາວ) ແລະ ວັນທີ 5 ທັນວາ (ປະເທດໄທ) ແຕ່ເດືອນທັນວາ 2025 ມີຄວາມ ພິເສດກວ່າທຸກປີຍ້ອນເປັນວັນ ຄົບຮອບ 50 ປີ ແຫ່ງການສະຖາປະ ນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ (ສປປ ລາວ) ແລະ ວັນທີ 19 ທັນວາ ເປັນວັນ ຄົບຮອບ 75 ປີ

    • ຈີນສາມາດພັດທະນາຫຸ່ນຍົນແບບກ້າວກະໂດດໃນໄລຍະເວລາສັ້ນໄດ້ແນວໃດ?ບົດ-ສາລະຄະດີ

      ຈີນສາມາດພັດທະນາຫຸ່ນຍົນແບບກ້າວກະໂດດໃນໄລຍະເວລາສັ້ນໄດ້ແນວໃດ?

      3/10/2026 2:15:01 PM

      ຂປລ. ສືບເນື່ອງຈາກຕົວຢ່າງໜຶ່ງດີເລີດໃນການນໍາໃຊ້ຫຸ່ນຍົນ ແລະ ເຄື່ອງມືການແພດ ທັນສະໄໝຂອງຈີນຊ່ວຍພີ່ນ້ອງເພື່ອນມິດໃກ້ຄຽງກໍຄື: ບັນດາຜູ້ປ່ວຍ ຊາວລາວພົ້ນຄວາມທຸກທໍລະມານ ແລະ ລອດຊີວິດຈາກພະຍາດອັນຕະລາຍໄດ້ ເຊິ່ງເຫດການນີ້ບໍ່ພຽງ ແຕ່ສະທ້ອນໃຫ້ເຫັນການພັດທະນາຫຸ່ນຍົນທີ່ມີຄວາມກ້າວໜ້າທັນສະໄໝທີ່ສຸດ ຂອງຈີນເທົ່ານັ້ນແຕ່ຍັງເຮັດໃຫ້ຊາວໂລກໄດ້ເຫັນຢ່າງປະຈັກຕາວ່າຈີນກາຍເປັນຜູ້ນໍາໜ້າ

ads
ads

Top