ຂປລ
ແຈ້ງການຂອງຈີນ ໄດ້ເຫັນດີເປັນເອກະພາບ ຕໍ່ການໂຈະການຢ້ຽມຢາມ ປັກກິ່ງ ຂອງທ່ານ ໂດນັນ ທຣຳ ປະທານາທິບໍດີ ສ.ອາເມລິກາ, ເຊິ່ງຄາດວ່າຈະດຳເນີນ ໃນທ້າຍເດືອນນີ້.
ຂປລ. ວິທະຍຸ ກະຈາຍສຽງຫວຽດນາມ, ວັນທີ 18 ມີນາ, ແຈ້ງການຂອງຈີນ ໄດ້ເຫັນດີເປັນເອກະພາບ ຕໍ່ການໂຈະການຢ້ຽມຢາມ ປັກກິ່ງ ຂອງທ່ານ ໂດນັນ ທຣຳ ປະທານາທິບໍດີ ສ.ອາເມລິກາ, ເຊິ່ງຄາດວ່າຈະດຳເນີນ ໃນທ້າຍເດືອນນີ້.
ທ່ານນາງ Karoline Leavitt, ເລຂາສື່ມວນຊົນ ຂອງທຳນຽບຂາວ ໃຫ້ຮູ້ວ່າ: ປັດຈຸບັນ ຍັງບໍ່ທັນມີກຳນົດເວລາລະອຽດ ແລະ ບັນດາເຈົ້າໜ້າທີ່ ພວມມານພະຍາຍາມ ເພື່ອໃຫ້ການຢ້ຽມຢາມ ສາມາດດຳເນີນ ໄປຍິ່ງໄວກໍ່ຍິ່ງດີ. ໂດຍກ່ອນໜ້ານັ້ນ, ທ່ານ ໂດນັນ ທຣຳ ໄດ້ເຜີຍໃຫ້ຮູ້ວ່າ ຈະໂຈະການໄປຢ້ຽມຢາມຈີນ ຕື່ມອີກປະມານ 5-6 ອາທິດ, ດ້ວຍເຫດຜົນ ສະພາບຄວາມເຄັ່ງຕຶງຢູ່ ອີຣານ.
ຕາມແຜນການໃນເບື້ອງຕົ້ນ, ຄາດວ່າ, ທ່ານ ໂດນັນ ທຣຳ ຈະໄປຢ້ຽມຢາມຈີນ ແຕ່ວັນທີ 31 ມີນາ ຮອດວັນທີ 2 ເມສາ. ຄາດວ່າ, ການພົບປະລະຫວ່າງ ບັນດາການນຳ ສ.ອາເມລິກາ-ຈີນ ຈະສຸມໃສ່ບັນດາ ບັນຫາດ້ານການຄ້າ ແລະ ພວມດຳເນີນໄປ ໃນສະພາບຄວາມເຄັ່ງຕຶງ ລະຫວ່າງ 2 ປະເທດ ທີ່ກ່ຽວຂ້ອງເຖິງ ພາສີອາກອນ./.
KPL