ທ່ານ ອານຸທິນ ຊານວິຣະກຸນ ຂຶ້ນເປັນນາຍົກລັດຖະມົນຕີແຫ່ງປະເທດ ໄທ ສະໄໝທີ 2

21/03/2026 08:50
ຂປລ ກອງປະຊຸມສະພາຜູ້ແທນລາຊະດອນ ແຫ່ງຣາຊະອານາ ຈັກໄທ ໄດ້ມີມະຕິເລືອກເອົາ ທ່ານ ອະນຸທິນ ຊານວີຣະກູນ ໃຫ້ດໍາລົງຕຳແໜ່ງ ເປັນນາຍົກລັດຖະມົນຕີ ອີກໜຶ່ງສະໄໝ, ດ້ວຍຄະແນນສຽງ ເຫັນດີເກີນເຄິ່ງໜຶ່ງ ຂອງສະມາຊິກສະພາ ທັງໝົດ

ຂປລ.ອີງຕາມຂ່າວຕ່າງປະເທດ: 19​ ມີນາ​ 2026​, ກອງປະຊຸມສະພາຜູ້ແທນລາຊະດອນ​ ແຫ່ງຣາຊະອານາ ຈັກໄທ ໄດ້ມີມະຕິເລືອກເອົາ​ ທ່ານ ອະນຸທິນ ຊານວີຣະກູນ ໃຫ້ດໍາລົງຕຳແໜ່ງ ເປັນນາຍົກລັດຖະມົນຕີ ອີກໜຶ່ງສະໄໝ, ດ້ວຍຄະແນນສຽງ ເຫັນດີເກີນເຄິ່ງໜຶ່ງ ຂອງສະມາຊິກສະພາ ທັງໝົດ ສົ່ງຜົນໃຫ້ທ່ານຂຶ້ນເປັນ ນາຍົກລັດຖະມົນຕີ ຄົນທີ 32 ຂອງຣາຊະອານາຈັກໄທ ເປັນສະໄໝທີ 2 ຕິດຕໍ່ກັນ.

ໂດຍກ່ອນໜ້ານີ້, ທ່ານ ອະນຸທິນ ຊານວີຣະກູນ ຫົວໜ້າພັກພູມໃຈໄທ ເຄີຍໄດ້ຮັບການອອກສຽງ​ ເລືອກໃຫ້ເປັນ​ນາຍົກລັດຖະມົນຕີ ແຫ່ງ​ຣາຊະອານາຈັກໄທ ​ເມື່ອວັນທີ 5 ກັນຍາ 2025./.

KPL

ຂ່າວອື່ນໆ

ads
ads

Top