ບໍລິຄຳໄຊ ວາງຄາດໝາຍສູ້ຊົນໃຫ້ໄດ້ 3 ເມືອງເຂັ້ມແຂງຮອບດ້ານ 2 ເມືອງໃຫ້ພົ້ນທຸກ

16/03/2026 10:13
ຂປລ ຂປລ. ເມື່ອມໍ່ໆມານີ້ ທີ່ພະແນກ ກະສິກໍາ ແລະ ສິ່ງແວດລ້ອມແຂວງ ແຂວງບໍລິຄຳໄຊ ໄດ້ຈັດກອງປະຊຸມ ຮັບຮອງຜົນການປະເມີນໄລຍະ ທ້າຍສະໄໝຕາມດໍາລັດ 348 ວ່າ ດ້ວຍມາດຕະຖານພົ້ນທຸກ ແລະ ມາດຕະຖານພັດທະນາຂອງແຂວງ ບໍລິຄໍາໄຊ ປີ 2025 ພາຍໃຕ້ການ ເປັນປະທານຂອງທ່ານ ເລື່ອນວິໄລ ຈັນທະລາພັນ ຮອງເລຂາພັກແຂວງ, ຮອງປະທານສະພາປະຊາຊົນ ແຂວງ


ຂປລ. ເມື່ອມໍ່ໆມານີ້ ທີ່ພະແນກ ກະສິກໍາ ແລະ ສິ່ງແວດລ້ອມແຂວງ ແຂວງບໍລິຄຳໄຊ ໄດ້ຈັດກອງປະຊຸມ ຮັບຮອງຜົນການປະເມີນໄລຍະ ທ້າຍສະໄໝຕາມດໍາລັດ 348 ວ່າ ດ້ວຍມາດຕະຖານພົ້ນທຸກ ແລະ ມາດຕະຖານພັດທະນາຂອງແຂວງ ບໍລິຄໍາໄຊ ປີ 2025 ພາຍໃຕ້ການ ເປັນປະທານຂອງທ່ານ ເລື່ອນວິໄລ ຈັນທະລາພັນ ຮອງເລຂາພັກແຂວງ, ຮອງປະທານສະພາປະຊາຊົນ ແຂວງ, ມີຕາງໜ້າພະແນກການ ທີ່ກ່ຽວຂ້ອງຂອງແຂວງ, ກອງ ກໍ່ສ້າງຮາກຖານຂັ້ນແຂວງ-ເມືອງ ແລະ ແຂກຖືກເຊີນຈາກພາກສ່ວນ ທີ່ກ່ຽວຂ້ອງເຂົ້າຮ່ວມ. ທ່ານ ໂພຄໍາ ຈັນທະສຸກ ຫົວໜ້າ ພະແນກກະສິກໍາ ແລະ ສິ່ງແວດລ້ອມ ໄດ້ຂຶ້ນຜ່ານບົດລາຍງານການປະ ເມີນໄລຍະທ້າຍສະໄໝ ຕາມດໍາລັດ 348 ວ່າດ້ວຍມາດຕະຖານພົ້ນທຸກ ແລະ ມາດຕະຖານພັດທະນາຂອງ ແຂວງບໍລິຄໍາໄຊ ປີ 2025 ແລະ ທິດທາງແຜນການ 2026-2030 ຫລັງຈາກນັ້ນບັນດາຄະນະປະທານ ພ້ອມດ້ວຍແຂກທີ່ເຂົ້າຮ່ວມກອງ ປະຊຸມໄດ້ພ້ອມກັນສຸມສະຕິປັນຍາ ໃນການຄົ້ນຄວ້າປະກອບຄໍາຄິດຄໍາເຫັນແລກປ່ຽນບົດຮຽນຈາກ ປະສົບການ ແລະ ພຶດຕິກໍາຕົວຈິງຕໍ່ ກັບການຈັດຕັ້ງປະຕິບັດວຽກງານທີ່ ຄະນະຮັບຜິດຊອບໃນແຕ່ລະຂັ້ນໄດ້ອມກັນເອົາໃຈໃສ່ຈັດຕັ້ງປະຕິບັດ ວຽກງານດັ່ງກ່າວຢ່າງຕັ້ງໜ້າ ແລະ ມີຜົນສໍາເລັດຕະຫລອດໄລຍະຜ່ານ ມາ ເພື່ອຮັບຮອງເອົາບັນດາທິດທາງ ແຜນການຕົວເລກຄາດໝາຍສູ້ຊົນ ໃນການແກ້ໄຂຄວາມທຸກຍາກ ແລະ ການພັດທະນາຕິດພັນກັບການສ້າງ ບ້ານໃຫຍ່ ໃຫ້ກາຍເປັນຕົວເມືອງໃນ ຊົນນະບົດຮອດປີ 2030 ຄື ການ ສ້າງຕັ້ງໃຫ້ຕາແສງມີຄວາມເຂັ້ມ ແຂງໃນການນໍາພາຊຸມຊົນຢູ່ຂັ້ນ ບ້ານ. ອີງຕາມມະຕິກອງປະຊຸມເປີດ ກວ້າງຂອງຄະນະບໍລິຫານງານພັກ ແຂວງ ໄດ້ຮັບຮອງເອົາຄາດໝາຍສູ້ ຊົນຮອດປີ 2030 ຕ້ອງສູ້ຊົນແກ້ໄຂ ຄວາມທຸກຍາກຂອງຄອບຄົວໃຫ້ຍັງ ເຫລືອ 1,08% ຂອງບ້ານທຸກຍາກ. ສ້າງເງື່ອນໄຂໃຫ້ເມືອງວຽງທອງ ບັນລຸມາດຕະຖານເມືອງພົ້ນທຸກໃນ ປີ 2029 ແລະ ເມືອງໄຊຈໍາພອນ ພົ້ນທຸກ ໃນປີ 2030. ສ້າງຄອບຄົວ ພັດທະນາໃຫ້ບັນລຸກວມ 95,98%. ສ້າງບ້ານພັດທະນາໃຫ້ບັນລກວມ 93,31%. ສ້າງເມືອງທ່າ ພະບາດ-ປາກກະດິງ-ບໍລິຄັນ ເປັນ ເມືອງເຂັ້ມແຂງຮອບດ້ານ ແລະ ສູ້ ຊົນສ້າງບ້ານໃຫຍ່, ບ້ານບົວແວງ ຄໍາ ແລະ ບ້ານປາກທວາຍ ໃຫ້ເປັນ ຕົວເມືອງໃນຊົນນະບົດ. ໃນກອງປະຊຸມຄັ້ງນີ້ ຍັງໄດ້ ຮັບຟັງການຜ່ານມະຕິຕົກລົງຂອງ ຄະນະກໍາມະການປົກຄອງແຂວງ ສະບັບເລກທີ 46 ວ່າດ້ວຍການຍ້ອງ ຍໍສັນລະເສີນຕໍ່ກັບຜູ້ທີ່ມີຜົນງານດີ ເດັ່ນໃນການປະກອບສ່ວນເຂົ້າໃນ ການສ້າງສາພັດທະນາແຂວງບໍລິ ຄໍາໄຊ ໃຫ້ແກ່ກົມກອງທີ່ມີຜົນງານ ດີເດັ່ນປະກອບສ່ວນເຂົ້າໃນການ ປະເມີນໄລຍະທ້າຍສະໄໝຕາມດໍາ ລັດ 348 /ລບ ວ່າດ້ວຍມາດຕະຖານ ພົ້ນທຸກ ແລະ ພັດທະນາໃຫ້ກັບ 16 ພາກສ່ວນ. ໃນນີ້, ປະກອບມີພະແນກ ກະສິກໍາ ແລະ ປ່າໄມ້ແຂວງ, ຂະແໜງ ພັດທະນາຊົນນະບົດ ແລະ ຫລຸດຜ່ອນ ຄວາມທຸກຍາກ, ອົງການປົກຄອງ ເມືອງ 7 ເມືອງ ແລະ ຫົວໜ້າຫ້ອງ ການກະສິກໍາ ແລະ ສິ່ງແວດລ້ອມ 7 ເມືອງ, ຕາງໜ້າຄະນະກໍາມະການ ປົກຄອງແຂວງໃຫ້ກຽດຂຶ້ນມອບໃບ ຍ້ອງຍໍໃຫ້ແຕ່ລະພາກສ່ວນໃນຄັ້ງ ນີ້ ໂດຍແມ່ນທ່ານ ເລື່ອນວິໄລ ຈັນທະລາພັນ ຮອງເລຂາພັກແຂວງ, ຮອງປະທານສະພາປະຊາຊົນແຂວງ.

ໂດຍ: ເຂົ້າຈານນ້ຳ

KPL

ຂ່າວອື່ນໆ

    • ເຂັ້ມງວດ ປ້ອງກັນສະກັດກັ້ນໄຟໄໝ້ລາມປ່າ ແລະ ຄວບຄຸມມົນລະພິດ ທາງອາກາດ (ຝຸ່ນ PM2.5) ໃນຂອບເຂດທົ່ວປະເທດບົດ-ສາລະຄະດີ

      ເຂັ້ມງວດ ປ້ອງກັນສະກັດກັ້ນໄຟໄໝ້ລາມປ່າ ແລະ ຄວບຄຸມມົນລະພິດ ທາງອາກາດ (ຝຸ່ນ PM2.5) ໃນຂອບເຂດທົ່ວປະເທດ

      3/16/2026 10:27:39 AM

      ຂປລ. ໃນກາງເດືອນມັງກອນ 2026 ກະຊວງກະສິກໍາ ແລະ ສິ່ງແວດລ້ອມ ໄດ້ອອກແຈ້ງການ ກ່ຽວກັບເພີ່ມທະວີຄວາມເຂັ້ມງວດ ໃນການປ້ອງກັນສະກັດກັ້ນໄຟໄໝ້ ລາມປ່າ ແລະ ຄວບຄຸມມົນລະພິດ ທາງອາກາດ (ຝຸ່ນ PM2,5) ໃນ ຂອບເຂດທົ່ວປະເທດ. ເພື່ອກະກຽມ ຄວາມພ້ອມ ໃນການຮັບມືກັບສະ ພາບໄຟໄໝ້ລາມປ່າ ທີ່ຄາດວ່າເກີດ ຂຶ້ນໃນໄລຍະເດືອນມັງກອນ ຫາ ເດືອນເມສາ ໂດຍມີສາເຫດຫລັກ ແມ່ນມາຈາກການຈູດໂດຍບໍ່ມີການ ຄວບຄຸມ

    • ຍາມໃດລັດຖະບານ ກໍຖືເອົາວຽກງານການສຶກສາ ໄປກ່ອນ ວຽກງານອື່ນບາດກ້າວໜຶ່ງບົດ-ສາລະຄະດີ

      ຍາມໃດລັດຖະບານ ກໍຖືເອົາວຽກງານການສຶກສາ ໄປກ່ອນ ວຽກງານອື່ນບາດກ້າວໜຶ່ງ

      3/16/2026 10:23:42 AM

      ຂປລ. ແຫລ່ງຂ່າວຈາກແຂວງ ຄຳມ່ວນ ໃຫ້ຮູ້ວ່າ: ລັດຖະບານ ຍາມໃດກໍຖືວຽກງານການສຶກສາ ເປັນວຽກງານໜຶ່ງທີ່ສໍາຄັນ, ເອົາ ການສຶກສາໄປກ່ອນວຽກງານ ອື່ນບາດກ້າວໜຶ່ງ, ເອົາຄົນເປັນ ເປົ້າໝາຍ ແລະ ເປັນໃຈກາງ ໃນ ການພັດທະນາເສດຖະກິດ-ສັງຄົມ ຂອງຊາດ, ການສຶກສາເປັນການ ພັດທະນາຊັບພະຍາກອນມະນຸດ ສ້າງຄົນໃຫ້ມີຄວາມຮູ້-ຄວາມ ສາມາດ, ມີຄຸນສົມບັດສິນທໍາປະຕິ ວັດ, ມີສຸຂະພາບແຂງແຮງທາງ ດ້ານຮ່າງກາຍ ແລະ ຈິດໃຈ, ຮັກ ຄວາມກ້າວໜ້າ ແລະ ມີວິທະຍາ ສາດ

    • ຈຸດໝາຍ, ທິດທາງ ໃນການບູລະນະລະບອບ ປະຊາທິປະໄຕ ປະຊາຊົນ ກ້າວຂຶ້ນສູ່ສັງຄົມນິຍົມບົດ-ສາລະຄະດີ

      ຈຸດໝາຍ, ທິດທາງ ໃນການບູລະນະລະບອບ ປະຊາທິປະໄຕ ປະຊາຊົນ ກ້າວຂຶ້ນສູ່ສັງຄົມນິຍົມ

      3/16/2026 10:05:22 AM

      ຂປລ.ໂຄງການການເມືອງຂອງ ພັກ ແມ່ນທິດສະດີປະຕິວັດ, ເປັນ ທວນໄຟອັນສະຫວ່າງສະໄຫວເຍືອງ ທາງໃຫ້ແກ່ພັກ ແລະ ທົ່ວປວງຊົນ ໃນພາລະກິດປົກປັກຮັກສາ ແລະ ພັດທະນາປະເທດຊາດ; ສ້າງໄດ້ ບາດກ້າວເດີນ ແລະ ບາດລ້ຽວ ທີ່ໜັກແໜ້ນໃຫ້ແກ່ພາລະກິດແຫ່ງ ການສືບຕໍ່ບູລະນະລະບອບປະຊາ ທິປະໄຕປະຊາຊົນໃຫ້ໜັກແໜ້ນ ກ້າວຂຶ້ນສູ່ສັງຄົມນິຍົມ

    • 75 ປີ  ລາວ-ໄທ  “ນ້ຳຂອງເຊື່ອມໃຈ, ສ້າງສາຍໃຍສາຍຜູກພັນ”ບົດ-ສາລະຄະດີ

      75 ປີ ລາວ-ໄທ “ນ້ຳຂອງເຊື່ອມໃຈ, ສ້າງສາຍໃຍສາຍຜູກພັນ”

      3/16/2026 10:03:19 AM

      ຂປລ. ເດືອນທັນວາຜ່ານມາເປັນ ເດືອນທີ່ສຳຄັນຂອງສອງຊາດ ລາວ-ໄທ ເພາະເປັນວັນສະເຫລີມ ສະຫລອງວັນຊາດຂອງທັງສອງ ປະເທດໃນວັນທີ 2 ທັນວາ (ລາວ) ແລະ ວັນທີ 5 ທັນວາ (ປະເທດໄທ) ແຕ່ເດືອນທັນວາ 2025 ມີຄວາມ ພິເສດກວ່າທຸກປີຍ້ອນເປັນວັນ ຄົບຮອບ 50 ປີ ແຫ່ງການສະຖາປະ ນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ (ສປປ ລາວ) ແລະ ວັນທີ 19 ທັນວາ ເປັນວັນ ຄົບຮອບ 75 ປີ

    • ຈີນສາມາດພັດທະນາຫຸ່ນຍົນແບບກ້າວກະໂດດໃນໄລຍະເວລາສັ້ນໄດ້ແນວໃດ?ບົດ-ສາລະຄະດີ

      ຈີນສາມາດພັດທະນາຫຸ່ນຍົນແບບກ້າວກະໂດດໃນໄລຍະເວລາສັ້ນໄດ້ແນວໃດ?

      3/10/2026 2:15:01 PM

      ຂປລ. ສືບເນື່ອງຈາກຕົວຢ່າງໜຶ່ງດີເລີດໃນການນໍາໃຊ້ຫຸ່ນຍົນ ແລະ ເຄື່ອງມືການແພດ ທັນສະໄໝຂອງຈີນຊ່ວຍພີ່ນ້ອງເພື່ອນມິດໃກ້ຄຽງກໍຄື: ບັນດາຜູ້ປ່ວຍ ຊາວລາວພົ້ນຄວາມທຸກທໍລະມານ ແລະ ລອດຊີວິດຈາກພະຍາດອັນຕະລາຍໄດ້ ເຊິ່ງເຫດການນີ້ບໍ່ພຽງ ແຕ່ສະທ້ອນໃຫ້ເຫັນການພັດທະນາຫຸ່ນຍົນທີ່ມີຄວາມກ້າວໜ້າທັນສະໄໝທີ່ສຸດ ຂອງຈີນເທົ່ານັ້ນແຕ່ຍັງເຮັດໃຫ້ຊາວໂລກໄດ້ເຫັນຢ່າງປະຈັກຕາວ່າຈີນກາຍເປັນຜູ້ນໍາໜ້າ

ads
ads

Top