ຄວາມໝາຍສໍາຄັນຂອງໂຄງການການເມືອງ

04/03/2026 14:57
Email Print 1240
ຂປລ ຂປລ. ໂຄງການການເມືອງແມ່ນຖະແຫລງການສັງລວມຫຍໍ້, ມີຄວາມຈະແຈ້ງ ແລະ ມີຄວາມຊັດເຈນຊີ້ໃຫ້ເຫັນທຸກໆບັນຫາທີ່ພັກຢາກບັນລຸໄດ້ ແລະ ເພື່ອຈຸດປະສົງທີ່ຕັ້ງໄວ້.

ຂປລ. ໂຄງການການເມືອງແມ່ນຖະແຫລງການສັງລວມຫຍໍ້, ມີຄວາມຈະແຈ້ງ ແລະ ມີຄວາມຊັດເຈນຊີ້ໃຫ້ເຫັນທຸກໆບັນຫາທີ່ພັກຢາກບັນລຸໄດ້ ແລະ ເພື່ອຈຸດປະສົງທີ່ຕັ້ງໄວ້ສະຫາຍພົອ ວິໄລ ຫລ້າຄຳຟອງ ກຳມະການກົມການເມືອງສູນກາງພັກ, ຜູ້ປະຈຳການຄະນະເລຂາທິການສູນກາງພັກໄດ້ຍົກໃຫ້ເຫັນຄວາມໝາຍສໍາຄັນຂອງໂຄງການການເມືອງ ໃນກອງປະຊຸມເຜີຍແຜ່ ແລະເຊື່ອມຊຶມເອກະສານກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ ໃນວັນທີ 25 ກຸມພາ 2026 ວ່າ: ໂຄງການການເມືອງ ແມ່ນທິດສະດີປະຕິວັດຂອງພັກມັນປຽບເໝືອນທວນໄຟ ເຍືອງທາງໃຫ້ປະຊາຊົນ ເຮົາເຮັດການປະຕິວັດຢ່າງມີໄຊ.  ພັກເຮົາ ນັບແຕ່ມື້ສ້າງຕັ້ງຂຶ້ນໄດ້ວາງໂຄງການການເມືອງ ອອກ 2 ຄັ້ງ ຄື: ຄັ້ງທີ I ໃນປີ 1955 ເປັນໂຄງການການເມືອງສະບັບທຳອິດ ຂອງພັກ ທີ່ໄດ້ກໍານົດທິດນໍາ ແລະ ຖືເປັນແນວທາງ ໃຫ້ພັກເຮົາດໍາເນີນພາລະກິດຕໍ່ສູ້ຕ້ານການຮຸກຮານ ຈາກຈັກກະພັດລ່າເມືອງຂຶ້ນ ແລະ ລູກມືຂາຍຊາດ; ຄັ້ງທີ II ໃນປີ 1972 ເປັນໂຄງການການເມືອງທີ່ວາງອອກ ເພື່ອເຮັດສໍາເລັດການປະຕິວັດຊາດ-ປະຊາທິປະໄຕ, ນຳພາປະເທດຊາດ ກ້າວຂຶ້ນສູ່ສັງຄົມນິຍົມ. ການສ້າງໂຄງການການເມືອງສະບັບໃໝ່ ຂອງພັກໃນໄລຍະໃໝ່ ແມ່ນຕອບສະໜອງສະພາບການເລັ່ງທວງໃໝ່, ໜ້າທີ່ໃໝ່ຂອງການປະຕິວັດລາວ, ໜ້າທີ່ແຫ່ງການຍູ້ແຮງພາລະກິດປ່ຽນແປງໃໝ່ໃຫ້ເຂົ້າສູ່ລວງເລິກ ດ້ວຍການສ້າງການຫັນປ່ຽນຢ່າງແຂງແຮງ ເລິກເຊິ່ງ, ຮອບດ້ານ ແລະ ສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງ ແນໃສ່ນຳພາປະເທດຊາດກ້າວຂຶ້ນສູ່ສັງຄົມນິຍົມຢ່າງໜັກແໜ້ນ.  ໂຄງການການເມືອງ ສະບັບທີ 3 ແມ່ນໂຄງການການເມືອງ: “ບູລະນະລະບອບປະຊາທິປະໄຕ ປະຊາຊົນ ກ້າວຂຶ້ນສູ່ສັງຄົມນິຍົມ” ແມ່ນການສືບຕໍ່ປະຕິບັດແນວທາງປ່ຽນແປງໃໝ່ ທີ່ປະທານ ໄກສອນ ພົມວິຫານ ເປັນຜູ້ລິເລີ່ມ ແລະ ເປັນສະຖາປະນິກຕົ້ນຕໍ ທີ່ປະໄວ້ໃຫ້ພວກເຮົາສືບທອດຕໍ່ໄປ ຢ່າງບໍລິສຸດ ແລະ ຈົ່ງຮັກພັກດີ.

ຕະຫລອດໄລຍະ 70 ປີ ແຫ່ງການນໍາພາ ຂອງພັກ ໃນພາລະກິດຕໍ່ສູ້ກູ້ຊາດ ກໍຄື ພາລະກິດແຫ່ງການປົກປັກຮັກສາ ແລະ ພັດທະນາປະເທດຊາດ, ສາມາດສະຫລຸບສັງລວມໄດ້ 6 ບົດຮຽນ ທີ່ມີລັກສະນະກົດເກນຂອງການປະຕິວັດລາວ ຄື: ການນໍາພາຂອງພັກ ແມ່ນປັດໄຈຕັດສິນທຸກໄຊຊະນະ ຂອງການປະຕິວັດລາວ; ພັກຕ້ອງຍຶດໝັ້ນອຸດົມການສັງຄົມນິຍົມ, ຍຶດຖືເອົາລັດທິມາກ-ເລນິນ, ແນວຄິດ ໄກສອນ ພົມວິຫານ ແລະ ມູນ ເຊື້ອອັນດີງາມຂອງພັກ ເພື່ອຊີ້ທິດເຍືອງທາງໃຫ້ແກ່ການເຄື່ອນໄຫວ ຂອງພັກ ໃນແຕ່ລະໄລຍະ;  ການສ້າງຄວາມສາມັກຄີເປັນເອກະພາບສູງ ພາຍໃນພັກ ເປັນໃຈກາງແຫ່ງການເຕົ້າໂຮມຄວາມສາມັກຄີເປັນປຶກແຜ່ນ ຂອງທົ່ວປວງຊົນລາວທັງຊາດ; ຍຶດໝັ້ນແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ທົ່ວປວງຊົນຮອບດ້ານ ຕິດພັນກັບແນວທາງມະຫາຊົນ ຂອງພັກ, ການກໍ່ສ້າງຮາກຖານການເມືອງ ໃຫ້ໜັກແໜ້ນ, ເຂັ້ມແຂງ; ການພັດທະນາເສດຖະກິດ ຕ້ອງໝູນໃຊ້ບັນດາກົດເກນພາວະວິໄສ ຢ່າງຖືກຕ້ອງ ແລະ ນຳໃຊ້ໝາກຜົນ ຂອງການພັດທະນາວິທະຍາສາດ ທີ່ທັນສະໄໝ; ປັບປຸງການບໍລິຫານລັດ ທີ່ປົກຄອງດ້ວຍກົດໝາຍ ໃຫ້ເຂັ້ມງວດ, ຮັບປະກັນໃຫ້ລັດເປັນລັດ ຂອງປະຊາຊົນ ໂດຍປະຊາຊົນ ແລະ ເພື່ອປະຊາຊົນ ຢ່າງແທ້ຈິງ; ຍົກສູງນໍ້າໃຈຮັກຊາດ, ເປັນເຈົ້າຕົນເອງ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ຕິດພັນກັບການພົວພັນຮ່ວມມືກັບສາກົນ ຢ່າງຖືກຕ້ອງ.

ພ້ອມນີ້, ໂຄງການການເມືອງ ສະບັບທີ 3 ໄດ້ກຳນົດຈຸດໝາຍ ຮອດປີ 2055, ເມື່ອວັນສ້າງຕັ້ງພັກເຮົາ ຄົບຮອບ 100 ປີ ສູ້ຊົນສ້າງປະເທດເຮົາ ເປັນປະເທດກໍາລັງພັດທະນາທີ່ມີລາຍຮັບປານກາງ, ສູງ ຫຍັບເຂົ້າໃກ້ປະເທດທີ່ມີລາຍຮັບສູງ, ມີລະບົບການເມືອງທີ່ເຂັ້ມແຂງ, ມີພື້ນຖານເສດຖະກິດທີ່ທັນສະໄໝ, ກຳລັງການຜະລິດໄດ້ຮັບການພັດທະນາຮອບດ້ານ ໂດຍມີການພົວພັນການຜະລິດທີ່ສອດຄ່ອງ ແລະ ກ້າວໜ້າ, ຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າ ໄດ້ມີພື້ນຖານອັນໜັກແໜ້ນກ້າວສູ່ຄວາມອີ່ມໜໍາສຳລານ ຊຶ່ງໂຄງການການເມືອງສະບັບນີ້ ໄດ້ວາງ 11 ແຜນນະໂຍບາຍໃຫຍ່ ໃນການບູລະນະລະບອບ ປະຊາທິປະໄຕ ປະຊາຊົນ ກ້າວຂຶ້ນສູ່ສັງຄົມນິຍົມຄື: 1. ພັດທະນາເສດຖະກິດຕະຫລາດ ຕາມທິດສັງຄົມນິຍົມ ໃຫ້ເປັນລະບົບ, ທັນສະໄໝ; 2. ຫັນເປັນອຸດສາຫະກໍາ, ຫັນເປັນທັນສະໄໝ, ຫັນເປັນດີຈີຕອນ; 3. ການປົກປັກຮັກສາ ແລະ ຟື້ນຟູສິ່ງແວດລ້ອມ, ຮັບມືກັບການປ່ຽນແປງດິນຟ້າອາກາດ; 4. ພັດທະນາວັດທະນະທໍາ-ສັງຄົມ, ປະຕິບັດຢ່າງສະເໝີຕົ້ນສະ
ເໝີປາຍ ແນວທາງປົກປັກຮັກສາ ແລະ ເສີມຂະຫຍາຍມູນເຊື້ອວັດທະນະທຳ ແລະ ຮີດຄອງປະເພນີອັນດີງາມຂອງຊາດ
; 5. ພັດທະນາຄົນລາວຢ່າງຮອບດ້ານ, ຕອບສະໜອງໄດ້ຄວາມຮຽກຮ້ອງຕ້ອງການ ຂອງການພັດທະນາປະເທດຊາດ ໃນໄລຍະ
ໃໝ່; 6. ສ້າງເຫງົ້າພະລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ທົ່ວປວງຊົນຮອບດ້ານ ທີ່ມີຄວາມໜັກແໜ້ນ
, ເຂັ້ມແຂງ ແລະ ມີແບບແຜນທັນສະໄໝ; 7. ຍຶດໝັ້ນແນວທາງການຕ່າງປະເທດ ຂອງພັກ, ສ້າງເງື່ອນໄຂອໍານວຍ ໃຫ້ແກ່ພາລະກິດປົກປັກຮັກສາ ແລະ ສ້າງສາປະເທດຊາດ; 8. ້າງພັກໃຫ້ປອດໃສ, ເຂັ້ມແຂງ, ໜັກແໜ້ນ ຮັບປະກັນການກຳອຳນາດ ຂອງພັກ ໃຫ້ມີຄວາມໝັ້ນຄົງ; 9. ສ້າງລັດປະຊາທິປະໄຕ ປະຊາຊົນ ທີ່ປົກຄອງດ້ວຍກົດໝາຍ; 10. ເສີມຂະຫຍາຍມະຫາສາມັກຄີທົ່ວປວງຊົນ, ປະຕິບັດແນວທາງມະຫາສາມັກຄີທົ່ວປວງຊົນຢ່າງໜັກແໜ້ນ ແລະ 11. ເສີມຂະຫຍາຍ ສິດເປັນເຈົ້າ ຂອງປະຊາຊົນຢ່າງບໍ່ຢຸດຢັ້ງ.

ເພື່ອເຮັດໃຫ້ໂຄງການການເມືອງ ຂອງພັກ ໄດ້ຮັບການຈັດຕັ້ງຜັນຂະຫຍາຍສູ່ລວງເລິກ ພັກເຮົາ ສືບຕໍ່ຍຶດໝັ້ນຢ່າງສະເໝີຕົ້ນສະເໝີປາຍ ບັນດາຫລັກການ ແລະ ທັດສະນະພື້ນຖານໃນການຍູ້ແຮງ ການຈັດຕັ້ງປະຕິບັດແນວທາງປ່ຽນແປງ
ໃໝ່ຂອງພັກເຮົາ ດັ່ງນີ້:

          ໜຶ່ງ: ການປ່ຽນແປງໃໝ່, ການສະແຫວງຫາສັດຈະທໍາໃນການນໍາພາຂອງພັກ ແມ່ນພາລະກິດປະຕິວັດອັນເລິກ ເຊິ່ງເຖິງຖອງ ທີ່ຕ້ອງດໍາເນີນການ ຢ່າງຮອບດ້ານ, ຕໍ່ເນື່ອງ ແລະ ຍາວນານ.

          ສອງ: ເຊີດຊູນໍ້າໃຈຮັກຊາດອັນດູດດື່ມ, ສະຕິຊາດເອກະພາບອັນສູງສົ່ງ ແລະ ຮັກລະບອບໃໝ່ ຢ່າງສຸດຊຶ້ງ ໄປພ້ອມກັບການເສີມຂະຫຍາຍຈິດໃຈເອກະລາດ, ເປັນເຈົ້າຕົນເອງ ແລະ ສ້າງຄວາມເຂັ້ມ ແຂງດ້ວຍຕົນເອງ ຢ່າງຮອບດ້ານ ຕິດພັນກັບການຍົກສູງຄວາມເປັນເຈົ້າ ໃນການເຊື່ອມໂຍງກັບພາກພື້ນ ແລະ ສາກົນ, ທັງເພີ່ມທະວີຄວາມສາມັກຄີພາຍໃນ, ມີຄວາມເປັນເອກະພາບສູງທາງດ້ານການ ເມືອງ, ແນວຄິດ, ການຈັດຕັ້ງ ແລະ ການເຄື່ອນໄຫວ ໃນທົ່ວພັກ ແລະ ໃນສັງຄົມ.

          ສາມ: ຕ້ອງຖືສໍາຄັນ ພັດທະນາຊັບພະຍາກອນມະນຸດ, ພູມປັນຍາຂອງຄົນໃນຊາດ, ຮັບປະກັນຄວາມສົມສ່ວນ ລະຫວ່າງພັດທະນາເສດຖະກິດ ກັບການພັດທະນາວັດທະນະທຳ-ສັງຄົມ ແລະ ປົກປັກຮັກສາສິ່ງແວດລ້ອມ ຕາມທິດສີຂຽວ ແລະ ຍືນຍົງ, ລະຫວ່າງ ພັດທະນາເສດຖະກິດ ກັບວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ.

          ສີ່: ຍົກສູງປະສິດທິພາບການຄຸ້ມຄອງລັດ, ຄຸ້ມຄອງເສດຖະກິດ-ສັງຄົມ ຕາມທິດສ້າງລັດປະ ຊາທິປະໄຕ ປະຊາຊົນ ທີ່ປົກຄອງດ້ວຍກົດໝາຍ ທີ່ສັກສິດ ແລະ ສະເໝີພາບ ພາຍໃຕ້ການນໍາພາ ຂອງພັກ; ເສີມຂະຫຍາຍສິດເປັນເຈົ້າຂອງປະຊາຊົນ, ສ້າງເງື່ອນໄຂໃຫ້ປະຊາຊົນບັນດາເຜົ່າ ໄດ້ເຂົ້າຮ່ວມການຄຸ້ມຄອງລັດ, ຄຸ້ມຄອງເສດຖະກິດ-ສັງຄົມ ດ້ວຍຄວາມຮັບຜິດຊອບສູງ ຕໍ່ພັນທະ, ໜ້າທີ່ ຂອງພົນລະ ເມືອງລາວ ຕາມລັດຖະທໍາມະນູນ ແລະ ກົດໝາຍ.

ຫ້າ: ເພີ່ມຄວາມສາມາດນໍາພາ ແລະ ກໍາລັງແຮງສູ້ຮົບ ຂອງຄະນະພັກແຕ່ລະຂັ້ນ ໃນທຸກຂົງ ເຂດວຽກງານ, ສືບຕໍ່ສ້າງຮາກຖານພັກ ໃຫ້ປອດໃສ, ເຂັ້ມແຂງ, ໜັກແໜ້ນ ເປັນກໍາລັງແຮງໃຫ້ແກ່ການຂັບເຄື່ອນການນຳພາ-ຊີ້ນຳ ຂອງຄະນະພັກໃນລະບົບການເມືອງ ຢູ່ແຕ່ລະຂັ້ນ; ປັບປຸງລະບອບແບບ ແຜນ, ກົນໄກການນໍາພາ ຂອງພັກ ແລະ ການຄຸ້ມຄອງ-ບໍລິຫານ ຂອງລັດ ໃຫ້ຖືກຕ້ອງຕາມຫຼັກວິທະ ຍາສາດ ແລະ ສອດຄ່ອງກັບຈຸດພິເສດ ຂອງປະເທດເຮົາ.

          ຫົກ: ເພີ່ມທະວີການນໍາພາເດັດຂາດ, ໂດຍກົງ, ຮອບດ້ານຂອງພັກ ຕໍ່ກໍາລັງປະກອບອາວຸດປະ ຕິວັດ, ການປະຕິ ບັດແນວທາງ, ນະໂຍບາຍ ການຕ່າງປະເທດທີ່ຄ່ອງແຄ້ວ, ມີໄຫວພິກ ເພື່ອຮັບປະກັນຄວາມໝັ້ນຄົງຂອງຊາດ, ສ້າງເງື່ອນໄຂສະພາບແວດລ້ອມທີ່ສະດວກ ໃຫ້ແກ່ການປົກປັກຮັກສາ ແລະ ສ້າງສາປະເທດຊາດ.

KPL

ຂ່າວອື່ນໆ

    • ສສຊ ແຂວງຈຳປາສັກ ສະເໜີຫລາຍວຽກຕໍ່ແຜນເຄື່ອນໄຫວວຽກງານ 5 ປີ ຂອງສານປະຊາຊົນສູງສຸດບົດ-ສາລະຄະດີ

      ສສຊ ແຂວງຈຳປາສັກ ສະເໜີຫລາຍວຽກຕໍ່ແຜນເຄື່ອນໄຫວວຽກງານ 5 ປີ ຂອງສານປະຊາຊົນສູງສຸດ

      4/7/2026 11:56:25 AM

      ຂປລ. ໃນກອງປະຊຸມຄັ້ງປະຖົມມະລືກຂອງສະພາແຫ່ງຊາດ ຊຸດທີ X ອາທິດຜ່ານມາ, ທ່ານ ນາງ ພອນເພັດ ອຸ່ນແກ້ວ ສະມາຊິກສະພາແຫ່ງຊາດ (ສສຊ) ເຂດເລືອກຕັ້ງທີ 15 ແຂວງຈຳປາສັກ ໄດ້ປະກອບຄໍາເຫັນຕໍ່ບົດລາຍງານການເຄື່ອນໄຫວວຽກງານ 5 ປີ (2026-2030) ຂອງສານປະຊາຊົນສູງສຸດ (ສປສສ) ແລະ ອົງການໄອຍະການປະຊາຊົນສູງສຸດ (ອອປສ)

    • ສສຊ ສະເໜີປັບປຸງກົດໝາຍ 5 ປີຂອງສະພາແຫ່ງຊາດ ຢ່າງແທ້ຈິງບົດ-ສາລະຄະດີ

      ສສຊ ສະເໜີປັບປຸງກົດໝາຍ 5 ປີຂອງສະພາແຫ່ງຊາດ ຢ່າງແທ້ຈິງ

      4/7/2026 11:53:56 AM

      ຂປລ. ໃນກອງປະຊຸມຄັ້ງປະ ຖົມມະລືກຂອງສະພາແຫ່ງຊາດ ຊຸດທີ X ໃນອາທິດຜ່ານມາ, ທ່ານ ນາງ ພອນເພັດ ອຸ່ນແກ້ວ ສະມາຊິກ ສະພາແຫ່ງຊາດ (ສສຊ) ເຂດ ເລືອກຕັ້ງທີ 15 ແຂວງຈຳປາສັກ ໄດ້ປະກອບຄໍາເຫັນຕໍ່ບົດລາຍງານ ການເຄື່ອນໄຫວວຽກງານ 5 ປີ (2026-2030) ຂອງສານປະ ຊາຊົນສູງສຸດ (ສປສສ) ແລະ ອົງການໄອຍະການປະຊາຊົນສູງ ສຸດ (ອອປສ) ວ່າ: ຕົນເອງ ເຫັນດີເປັນເອກະພາບຕໍ່ແຜນ ບົດລາຍງານການເຄື່ອນໄຫວ ວຽກງານ 5 ປີ (2026- 2030) ຂອງສານປະຊາຊົນສູງສຸດ

    • ພະຍາດທີ່ມາພ້ອມອາກາດຮ້ອນ ແລະ ມາດຕະການປ້ອງກັນບົດ-ສາລະຄະດີ

      ພະຍາດທີ່ມາພ້ອມອາກາດຮ້ອນ ແລະ ມາດຕະການປ້ອງກັນ

      4/7/2026 11:46:49 AM

      ຂປລ. ໃນໄລຍະເດືອນມີນາ ຫາ ເດືອນພຶດສະພາ ຂອງທຸກໆປີ ປະເທດລາວຈະຜະເຊີນກັບສະ ພາບອາກາດຮ້ອນອົບເອົ້າ ຊຶ່ງບາງ ແຂວງອຸນຫະພູມອາດສູງທະລຸ 40 ອົງສາ ຊຶ່ງສະພາບອາກາດຮ້ອນດັ່ງ ກ່າວ ບໍ່ພຽງແຕ່ສ້າງຄວາມລຳບາກ ໃນການດຳລົງຊີວິດ, ແຕ່ຍັງຕ້ອງ ພົບກັບບາງພະຍາດທີ່ມັກຈະມາ ພ້ອມກັບອາກາດຮ້ອນອີກ, ຍ້ອນ ວ່າລະດູຮ້ອນແມ່ນລະດູທີ່ເໝາະໃນ ການຂະຫຍາຍຕົວຂອງເຊື້ອແບັກ ທີເຣຍບາງຊະນິດ

    •  ຫວນຄືນມູນເຊື້ອການກຳເນີດ  ແລະ ເຕີບໃຫຍ່ຂະຫຍາຍຕົວຂອງກຳລັງປ້ອງກັນຄວາມສະຫງົບບົດ-ສາລະຄະດີ

      ຫວນຄືນມູນເຊື້ອການກຳເນີດ ແລະ ເຕີບໃຫຍ່ຂະຫຍາຍຕົວຂອງກຳລັງປ້ອງກັນຄວາມສະຫງົບ

      4/7/2026 11:43:28 AM

      ຂປລ. ພັກປະຊາຊົນປະຕິວັດ ລາວ ໄດ້ນຳພາປວງຊົນລາວທັງ ຊາດດຳເນີນພາລະກິດປ່ຽນແປງ ໃໝ່ຢ່າງ ຮອບດ້ານ ແລະ ມີຫລັກ ການຂອງພັກໃນເງື່ອນໄຂສະພາບ ແວດລ້ອມສາກົນ ທີ່ມີການຜັນແປ ໄປຢ່າງໄວວາ ແລະ ສະຫລັບຊັບ ຊ້ອນ ເຊິ່ງມີທັງກາລະໂອກາດທີ່ ເອື້ອອຳນວຍ ແລະ ສິ່ງທ້າທາຍ ທົດສອບນາໆປະການຕໍ່ພາລະກິດ ປົກປັກຮັກສາ ແລະ ພັດທະນາ ປະເທດຊາດຂອງພວກເຮົາ, ພວກ ເຮົາໄດ້ຜະເຊີນໜ້າໂດຍກົງກັບກົນ ອຸບາຍຫັນປ່ຽນ ໂດຍສັນຕິຢ່າງ ຮອບດ້ານຂອງພວກຈັກກະພັດ ແລະ ອິດທິກຳລັງປໍລະປັກ.

    • ງານເທສະການແຟຊັນ ແລະ ວັດທະນະທຳ ຈັດຂຶ້ນທີ່ປະເທດຍີ່ປຸ່ນບົດ-ສາລະຄະດີ

      ງານເທສະການແຟຊັນ ແລະ ວັດທະນະທຳ ຈັດຂຶ້ນທີ່ປະເທດຍີ່ປຸ່ນ

      4/7/2026 11:38:24 AM

      ຂປລ. ທ້າຍເດືອນຜ່ານມາ, ທີ່ ນະຄອນຫລວງໂຕກຽວ ປະເທດ ຍີ່ປຸ່ນ ໄດ້ຈັດງານມະໂຫລານ ແຟຊັນ ແລະ ວັດທະນະທຳລາວ (Lao Fashion and Culture Festival) ເພື່ອປະກອບສ່ວນ ເຂົ້າໃນການສະເຫລີມສະຫລອງ ຄົບຮອບ 70 ປີ ແຫ່ງສາຍພົວພັນ ທາງການທູດລະຫວ່າງ ລາວ-ຍີ່ປຸ່ນ, ພ້ອມທັງເປັນການຊຸກຍູ້ສົ່ງເສີມໃຫຜະລິດຕະພັນແຜ່ນແພລາວ ໃຫ້ສາ ມາດກ້າວເຂົ້າສູ່ຕະຫລາດສາກົນ ນັບມື້ນັບຫລາຍຂຶ້ນ.

ads
ads

Top