ການາດາ ປະກາດບ້ວງເງິນອຸປະຖຳໜູນຊ່ວຍມະນຸດສະທຳ ສຳລັບ ກຸບາ

04/03/2026 22:41
ຂປລ ລັດຖະບານ ການາດາ ຖະແຫລງ ສະໜອງບ້ວງເງິນອຸປະຖຳໜູນຊ່ວຍ ມະນຸດສະທຳ ທີ່ມີມູນຄ່າ 6,7 ລ້ານໂດລາສະຫະລັດ ເພື່ອແນໃສ່ ໜູນຊ່ວຍປະຊາຊົນ ກຸບາ ຮັບມືກັບວິກິດການທີ່ແກ່ຍາວ ຍ້ອນຂາດແຫລ່ງທັນຍາຫານ ແລະ ພະລັງງານ.

       ຂປລ. ວິທະຍຸກະຈາຍສຽງ ຫວຽດນາມ: ເມື່ອບໍ່ດົນມານີ້, ລັດຖະບານ ການາດາ ຖະແຫລງ ສະໜອງບ້ວງເງິນອຸປະຖຳໜູນຊ່ວຍ ມະນຸດສະທຳ ທີ່ມີມູນຄ່າ 6,7 ລ້ານໂດລາສະຫະລັດ ເພື່ອແນໃສ່ ໜູນຊ່ວຍປະຊາຊົນ ກຸບາ ຮັບມືກັບວິກິດການທີ່ແກ່ຍາວ ຍ້ອນຂາດແຫລ່ງທັນຍາຫານ ແລະ ພະລັງງານ.

        ໃນຖະແຫລງການຮ່ວມ, ທ່ານ Anita Anand, ລັດຖະມົນຕີ ການຕ່າງປະເທດ  ການາດາ ແລະ ທ່ານ Randeep Sarai, ລັດຖະມົນຕີ ຝ່າຍຮັບຜິດຊອບ ການພັດທະນາ ສາກົນ ໃຫ້ຮູ້ວ່າ ບ້ວງເງິນໜູນຊ່ວຍນີ້ ຈະໄດ້ຜັນຂະຫຍາຍຜ່ານ ບັນດາ ອົງການ ຂອງ ສະຫະປະຊາຊາດ, ແທນທີ່ ຈະສົ່ງໂດຍກົງ ໃຫ້ອຳນາດ ການປົກຄອງ ກຸບາ. ບ້ວງເງິນອຸປະຖຳນີ້ ແມ່ນສຸມໃສ່ ສະໜອງທັນຍາຫານ ແລະ ບັນດາເຄື່ອງທີ່ຈຳເປັນ ພິເສດ.

        ປະຈຸບັນ, ກຸບາ ພຽງແຕ່ ສະໜອງ ເຊື້ອໄຟ ດ້ວຍຕົນເອງ ຢູ່ພາຍໃນປະເທດ ໄດ້ປະມານ 40% ຂອງຄວາມຕ້ອງການເທົ່ານັ້ນ  ໂດຍສ່ວນຫລາຍແມ່ນ ອີງໃສ່ການນຳເຂົ້າ./

KPL

ຂ່າວອື່ນໆ

ads
ads

Top