ກະຊວງ ອຄ ວາງມາດຕາດານຄຸ້ມຄອງບໍລິສັດນຳເຂົ້າ-ສົ່ງອອກນໍ້າມັນເຊື້ອໄຟ

04/03/2026 07:15
Email Print 1303
ຂປລ ກະຊວງອຸດສາຫະກຳ ແລະ ການຄ້າໄດ້ອອກແຈ້ງການເຖິງຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າແຂວງ/ນະຄອນຫລວງ, ປະທານສະມາຄົມນໍ້າມັນເຊ້ືອໄຟ ແລະ ອາຍແກັດລາວ, ຜູ້ອຳນວຍການບໍລິສັດນຳເຂ້ົາ ແລະ ສົ່ງອອກນໍ້າມັນເຊື້ອໄຟ, ຜູ້ອຳນວຍການບໍລິສັດຈໍາໜ່າຍນໍ້າມັນເຊື້ອໄຟພາຍໃນ, ປໍ້ານໍ້າມັນເຊື້ອໄຟກ່ຽວກັບການສະໜອງນໍ້າມັນເຊື້ອໄຟໃນໄລຍະທີ່ເກີດຄວາມບໍ່ສະຫງົບ ໃນພາກພື້ນຕາເວັນອອກກາງ.

    ຂປລ. ແຈ້ງການດັ່ງກ່າວໄດ້ລະບຸວ່າ: ບໍລິສັດນຳເຂົ້າ-ສົ່ງອອກນໍ້າມັນເຊື້ອ ໄຟ ແລະ ບໍລິສັດຈໍາໜ່າຍພາຍໃນ ຕ້ອງລາຍງານແຜນການນຳເຂົ້າ- ການສະໜອງນໍ້າມັນເຊື້ອໄຟປະ ຈໍາວັນສົ່ງໃຫ້ກົມການຄ້າພາຍໃນ ກ່ອນເວລາ 16:00 ໂມງຂອງທຸກໆວັນ;  ບໍລິສັດນຳເຂ້ົາ-ສ່ົງອອກ ແລະ ບໍລິສັດຈໍາໜ່າຍນ້ໍາມັນເຊ້ືອໄຟພາຍໃນປະເທດ ຕ້ອງຮັບປະກັນການສະໜອງນໍ້າມັນເຊື້ອໄຟ ໂດຍຕ້ອງໃຫ້ບຸລິມະສິດການສະໜອງໃຫ້ປ້ຳບໍລິສັດລົງທຶນ ແລະ ປໍ້າຕົວແທນກ່ອນ ເພື່ອຮັບໃຊ້ສັງຄົມຢ່າງປົກກະຕິ; ບໍລິສັດຕ້ອງເປັນເຈົ້າການ ຄຸ້ມຄອງປໍ້າບໍລິສັດລົງທຶນ ແລະ ປໍ້າ ຕົວແທນບໍ່ໃຫ້ຂາຍນໍ້າມັນເຊື້ອໄຟ ໃສ່ກະຕຸກ ຫລື ຖັງບັນຈຸທຸກປະເພດ ໃນຂະໜາດບໍລິມາດ 5 ລິດຂຶ້ນໄປ ເດັດຂາດ ແລະ ເປີດບໍລິການເປັນ ປົກກະຕິ ກໍລະນີປິດ ຫລື ຢຸດໃຫ້ ບໍລິການຊົ່ວຄາວ ຕ້ອງແຈ້ງເຫດຜົນໃຫ້ຫ້ອງການອຸດສາຫະກຳ ແລະ ການຄ້າເມືອງ, ນະຄອນບ່ອນທີ່ປໍ້າຕັ້ງຢູ່ຕ້ອງຕິດປ້າຍໃຫ້ຜູ້ຊົມໃຊ້ຊາບກ່ອນ 3 ວັນ; ການສະໜອງນໍ້າມັນເຊື້ອໄຟໃຫ້ບັນດາໂຄງການ, ບໍລິສັດຕ້ອງສະໜອງຂ້ໍມູນສັນຍາຊື້-ຂາຍໃຫ້ກົມການຄ້າພາຍໃນ, ກະຊວງ ອຸດສາຫະກຳ ແລະ ການຄ້າ ຊາບກ່ອນເພື່ອຕິດຕາມກວດກາ.

      ຫ້າມກັກຕຸນນໍ້າມັນເຊື້ອໄຟ ເພື່ອເກັງກຳໄລ ຫລື ປັ່ນປ່ວນຕະຫລາດ ຫລື ປະຕິເສດການສະໜອງນໍ້າມັນເຊື້ອໄຟ ໂດຍບໍ່ມີເຫດຜົນ, ຫາກກວດພົບຈະຖືກປັບໃໝມາດຕະການຢ່າງເຂັ້ມງວດກໍລະນີປະຕິເສດການສະໜອງ; ຫາກພົບເຫັນການ ສະໜອງນໍ້າມັນເຊື້ອໄຟໃຫ້ແກ່ປໍ້ານໍ້າມັນເຊື້ອໄຟທີ່ບໍ່ແມ່ນປ້ໍາຕົວແທນ ແລະ ບໍລິສັດ/ໂຄງການໂດຍບໍ່ໄດ້ຮັບອະນຸຍາດ, ການກັກຕຸນນ້ໍາມັນເຊ້ືອໄຟເພື່ອເກັງກຳໄລ ຫລື ປັ່ນປ່ວນຕະຫລາດ, ປິດປໍ້າຊົ່ວຄາວ ຫລື ປິດຖາວອນ ໂດຍບໍ່ມີເຫດຜົນ ແລະ ພຶດຕິກໍາອື່ນໆທີ່ລະເມີດຂໍ້ຫ້າມຕາມດຳລັດ 559/ລບ ແມ່ນໃຫ້ປະຕິບັດຕາມລະບຽບການຢ່າງເຂັ້ມງວດ; ມອບໃຫ້ພະແນກອຸດສາຫະກຳ ແລະ ການຄ້າແຂວງ, ນະຄອນຫລວງ, ຫ້ອງການອຸດສາຫະກຳ ແລະ ການຄ້າເມືອງ/ນະຄອນເປັນເຈົ້າການໃນການຕິດຕາມ ແລະ ກວດກາການຈັດຕັ້ງປະຕິບັດແຈ້ງການສະບັບນ້ີຢ່າງເຂັ້ມງວດ.

KPL

ຂ່າວອື່ນໆ

    • ສສຊ ແຂວງຈຳປາສັກ ສະເໜີຫລາຍວຽກຕໍ່ແຜນເຄື່ອນໄຫວວຽກງານ 5 ປີ ຂອງສານປະຊາຊົນສູງສຸດບົດ-ສາລະຄະດີ

      ສສຊ ແຂວງຈຳປາສັກ ສະເໜີຫລາຍວຽກຕໍ່ແຜນເຄື່ອນໄຫວວຽກງານ 5 ປີ ຂອງສານປະຊາຊົນສູງສຸດ

      4/7/2026 11:56:25 AM

      ຂປລ. ໃນກອງປະຊຸມຄັ້ງປະຖົມມະລືກຂອງສະພາແຫ່ງຊາດ ຊຸດທີ X ອາທິດຜ່ານມາ, ທ່ານ ນາງ ພອນເພັດ ອຸ່ນແກ້ວ ສະມາຊິກສະພາແຫ່ງຊາດ (ສສຊ) ເຂດເລືອກຕັ້ງທີ 15 ແຂວງຈຳປາສັກ ໄດ້ປະກອບຄໍາເຫັນຕໍ່ບົດລາຍງານການເຄື່ອນໄຫວວຽກງານ 5 ປີ (2026-2030) ຂອງສານປະຊາຊົນສູງສຸດ (ສປສສ) ແລະ ອົງການໄອຍະການປະຊາຊົນສູງສຸດ (ອອປສ)

    • ສສຊ ສະເໜີປັບປຸງກົດໝາຍ 5 ປີຂອງສະພາແຫ່ງຊາດ ຢ່າງແທ້ຈິງບົດ-ສາລະຄະດີ

      ສສຊ ສະເໜີປັບປຸງກົດໝາຍ 5 ປີຂອງສະພາແຫ່ງຊາດ ຢ່າງແທ້ຈິງ

      4/7/2026 11:53:56 AM

      ຂປລ. ໃນກອງປະຊຸມຄັ້ງປະ ຖົມມະລືກຂອງສະພາແຫ່ງຊາດ ຊຸດທີ X ໃນອາທິດຜ່ານມາ, ທ່ານ ນາງ ພອນເພັດ ອຸ່ນແກ້ວ ສະມາຊິກ ສະພາແຫ່ງຊາດ (ສສຊ) ເຂດ ເລືອກຕັ້ງທີ 15 ແຂວງຈຳປາສັກ ໄດ້ປະກອບຄໍາເຫັນຕໍ່ບົດລາຍງານ ການເຄື່ອນໄຫວວຽກງານ 5 ປີ (2026-2030) ຂອງສານປະ ຊາຊົນສູງສຸດ (ສປສສ) ແລະ ອົງການໄອຍະການປະຊາຊົນສູງ ສຸດ (ອອປສ) ວ່າ: ຕົນເອງ ເຫັນດີເປັນເອກະພາບຕໍ່ແຜນ ບົດລາຍງານການເຄື່ອນໄຫວ ວຽກງານ 5 ປີ (2026- 2030) ຂອງສານປະຊາຊົນສູງສຸດ

    • ພະຍາດທີ່ມາພ້ອມອາກາດຮ້ອນ ແລະ ມາດຕະການປ້ອງກັນບົດ-ສາລະຄະດີ

      ພະຍາດທີ່ມາພ້ອມອາກາດຮ້ອນ ແລະ ມາດຕະການປ້ອງກັນ

      4/7/2026 11:46:49 AM

      ຂປລ. ໃນໄລຍະເດືອນມີນາ ຫາ ເດືອນພຶດສະພາ ຂອງທຸກໆປີ ປະເທດລາວຈະຜະເຊີນກັບສະ ພາບອາກາດຮ້ອນອົບເອົ້າ ຊຶ່ງບາງ ແຂວງອຸນຫະພູມອາດສູງທະລຸ 40 ອົງສາ ຊຶ່ງສະພາບອາກາດຮ້ອນດັ່ງ ກ່າວ ບໍ່ພຽງແຕ່ສ້າງຄວາມລຳບາກ ໃນການດຳລົງຊີວິດ, ແຕ່ຍັງຕ້ອງ ພົບກັບບາງພະຍາດທີ່ມັກຈະມາ ພ້ອມກັບອາກາດຮ້ອນອີກ, ຍ້ອນ ວ່າລະດູຮ້ອນແມ່ນລະດູທີ່ເໝາະໃນ ການຂະຫຍາຍຕົວຂອງເຊື້ອແບັກ ທີເຣຍບາງຊະນິດ

    •  ຫວນຄືນມູນເຊື້ອການກຳເນີດ  ແລະ ເຕີບໃຫຍ່ຂະຫຍາຍຕົວຂອງກຳລັງປ້ອງກັນຄວາມສະຫງົບບົດ-ສາລະຄະດີ

      ຫວນຄືນມູນເຊື້ອການກຳເນີດ ແລະ ເຕີບໃຫຍ່ຂະຫຍາຍຕົວຂອງກຳລັງປ້ອງກັນຄວາມສະຫງົບ

      4/7/2026 11:43:28 AM

      ຂປລ. ພັກປະຊາຊົນປະຕິວັດ ລາວ ໄດ້ນຳພາປວງຊົນລາວທັງ ຊາດດຳເນີນພາລະກິດປ່ຽນແປງ ໃໝ່ຢ່າງ ຮອບດ້ານ ແລະ ມີຫລັກ ການຂອງພັກໃນເງື່ອນໄຂສະພາບ ແວດລ້ອມສາກົນ ທີ່ມີການຜັນແປ ໄປຢ່າງໄວວາ ແລະ ສະຫລັບຊັບ ຊ້ອນ ເຊິ່ງມີທັງກາລະໂອກາດທີ່ ເອື້ອອຳນວຍ ແລະ ສິ່ງທ້າທາຍ ທົດສອບນາໆປະການຕໍ່ພາລະກິດ ປົກປັກຮັກສາ ແລະ ພັດທະນາ ປະເທດຊາດຂອງພວກເຮົາ, ພວກ ເຮົາໄດ້ຜະເຊີນໜ້າໂດຍກົງກັບກົນ ອຸບາຍຫັນປ່ຽນ ໂດຍສັນຕິຢ່າງ ຮອບດ້ານຂອງພວກຈັກກະພັດ ແລະ ອິດທິກຳລັງປໍລະປັກ.

    • ງານເທສະການແຟຊັນ ແລະ ວັດທະນະທຳ ຈັດຂຶ້ນທີ່ປະເທດຍີ່ປຸ່ນບົດ-ສາລະຄະດີ

      ງານເທສະການແຟຊັນ ແລະ ວັດທະນະທຳ ຈັດຂຶ້ນທີ່ປະເທດຍີ່ປຸ່ນ

      4/7/2026 11:38:24 AM

      ຂປລ. ທ້າຍເດືອນຜ່ານມາ, ທີ່ ນະຄອນຫລວງໂຕກຽວ ປະເທດ ຍີ່ປຸ່ນ ໄດ້ຈັດງານມະໂຫລານ ແຟຊັນ ແລະ ວັດທະນະທຳລາວ (Lao Fashion and Culture Festival) ເພື່ອປະກອບສ່ວນ ເຂົ້າໃນການສະເຫລີມສະຫລອງ ຄົບຮອບ 70 ປີ ແຫ່ງສາຍພົວພັນ ທາງການທູດລະຫວ່າງ ລາວ-ຍີ່ປຸ່ນ, ພ້ອມທັງເປັນການຊຸກຍູ້ສົ່ງເສີມໃຫຜະລິດຕະພັນແຜ່ນແພລາວ ໃຫ້ສາ ມາດກ້າວເຂົ້າສູ່ຕະຫລາດສາກົນ ນັບມື້ນັບຫລາຍຂຶ້ນ.

ads
ads

Top