ສະເໜີແຜນປະຕິບັດງານແຫ່ງຊາດ ວ່າດ້ວຍການຫັນປ່ຽນ ລະບົບອາຫານແບບຍືນຍົງໃນລາວ

04/03/2026 07:04
Email Print 788
ຂປລ ພິທີນຳສະເໜີແຜນປະຕິບັດງານແຫ່ງຊາດ ວ່າດ້ວຍການຫັນປ່ຽນລະບົບອາຫານແບບຍືນຍົງໃນ ສປປ ລາວ ຈັດຂຶ້ນໃນ ວັນທີ 2 ມີນາ 2026.

       ຂປລ.  ໂດຍການເປັນປະທານຂອງທ່ານ ລິນຄຳ ດວງສະຫວັນ ລັດຖະມົນຕີກະຊວງກະສິກໍາ ແລະ ສິ່ງແວດລ້ອມ, ມີທ່ານ ບັກໂຄເດຍ ເບີຄານັອຟ ຜູ້ປະສານງານອົງການສະຫະປະຊາຊາດ ປະຈໍາ ສປປ ລາວ, ພ້ອມດ້ວຍຫົວໜ້າອົງການອາຫານ ແລະ ການກະເສດປະຈໍາລາວ, ບັນດາຫົວໜ້າກົມ, ຮອງກົມ, ສະຖາບັນຈາກກະຊວງກະສິກໍາ ແລະ ສິ່ງແວດລ້ອມ ແລະ ຜູ້ຕາງໜ້າອົງການຈັດຕັ້ງສາກົນ, ຄູ່ຮ່ວມພັດທະນາ ແລະ  ຜູ້ປະກອບການເຂົ້າຮ່ວມ.

       ການນຳສະເໜີແຜນດໍາເນີນງານດັ່ງກ່າວ, ສະແດງໃຫ້ເຫັນບາດກ້າວ ແລະ ການຫັນປ່ຽນທ່ີສໍາຄັນຈາກໃນເມື່ອກ່ອນທີ່ສຸມໃສ່ການຊຸກຍູ້ວຽກງານກະສິກໍາ ແລະ ສ່ິງແວດລ້ອມຂະແໜງການດຽວຫັນໄປສູ່ການຜະລິດ ເພື່ອຄໍ້າປະກັນສະບຽງອາຫານດ້ວຍການມີສ່ວນຮ່ວມຂອງຫລາຍຂະແໜງການທ່ີຕິດພັນກັບການພັດທະນາ-ເຊື່ອມໂຍງການຜະລິດເປັນສິນຄ້າ, ໂພຊະນາການ, ສຸຂະພາບ, ສິ່ງແວດລ້ອມ, ຄວາມທົນທານດ້ານສະພາບອາກາດ ແລະ ການເຕີບໂຕດ້ານເສດຖະກິດ. 

       ແຜນປະຕິບັດງານແຫ່ງຊາດ ວ່າດ້ວຍການຫັນປ່ຽນລະບົບອາຫານແບບຍືນຍົງໃນ ສປປ ລາວ ພັດທະນາຂຶ້ນໂດຍຜ່ານການປຶກຫາລືຮ່ວມກັບພາກສ່ວນກ່ຽວຂ້ອງຢ່າງຮອບດ້ານລະຫວ່າງພາກລັດ, ບັນດາອົງການຈັດຕັ້ງສາກົນ ແລະ ຄູ່ຮ່ວມພັດທະນາ, ກະສິກອນ, ໄວໜຸ່ມ ແລະ ແມ່ຍິງ ເພື່ອໃຫ້ສອດຄ່ອງກັບແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ຄັ້ງທີ 10 ກໍຄືແຜນພັດທະນາ 5 ປີ ຂອງຂະແໜງການກະສິກໍາ ແລະ ສິ່ງແວດລ້ອມ ຊ່ຶງປະກອບມີ 7 ແຜນງານຄື: ແຜນງານຄ້ຳປະກັນດ້ານສະບຽງອາຫານ ແລະ ໂພຊະນາການ; ແຜນງານຜະລິດ ແລະ ປຸງແຕ່ງກະສິກຳ ແລະ ປ່າໄມ້ເປັນສິນຄ້າ; ແຜນງານຄຸ້ມຄອງ, ປົກປັກຮັກສາ ແລະ ນຳໃຊ້ປ່າໄມ້; ແຜນງານຈັດສັນ ແລະ ຄຸ້ມຄອງທີ່ດິນ; ແຜນງານຄຸ້ມຄອງຊັບພະຍາກອນນ້ຳ; ແຜນງານການປົກປັກຮັກສາສິິ່ງແວດລ້ອມ ແລະ ແຜນງານພັດທະນາຊົນນະບົດ-ແກ້ໄຂຄວາມທຸກຍາກ. 

        ລັດຖະບານ ກໍຄືກະຊວງກະສິກຳ  ແລະ ສິ່ງແວດລ້ອມມີຄວາມມຸ່ງໝັ້ນ ແລະ ຕັ້ງໃຈສູງໃນການຈັດຕັ້ງປະຕິບັດແຜນດໍາເນີນງານແຫ່ງຊາດກ່ຽວກັບການຫັນປ່ຽນລະບົບອາຫານແບບຍືນຍົງ ແລະ ການປະສານສົມທົບກັນຢ່າງໃກ້ຊິດກັບບັນດາອົງການຈັດຕັ້ງສາກົນ ແລະ ຄູ່ຮ່ວມພັດທະນາເພື່ອຫັນວິໄສທັດໃຫ້ກາຍເປັນຜົນໄດ້ຮັບທີ່ເຫັນໄດ້ຕົວຈິງເປັນຕົ້ນການສ້າງລາຍຮັບທ່ີດີຂຶ້ນສໍາລັບກະສິກອນ, ສ້າງຄວາມທົນທານຕ່ໍຜົນກະທົບດ້ານສະພາບອາກາດທີ່ເຂັ້ມແຂງກວ່າ ແລະ ສ້າງສິ່ງແວດລ້ອມທີ່ອຸດົມສົມບູນ ແລະ ຍືນຍົງສໍາລັບຄົນຮຸ່ນຕໍ່ໄປ.                                 

KPL

ຂ່າວອື່ນໆ

    • ສສຊ ແຂວງຈຳປາສັກ ສະເໜີຫລາຍວຽກຕໍ່ແຜນເຄື່ອນໄຫວວຽກງານ 5 ປີ ຂອງສານປະຊາຊົນສູງສຸດບົດ-ສາລະຄະດີ

      ສສຊ ແຂວງຈຳປາສັກ ສະເໜີຫລາຍວຽກຕໍ່ແຜນເຄື່ອນໄຫວວຽກງານ 5 ປີ ຂອງສານປະຊາຊົນສູງສຸດ

      4/7/2026 11:56:25 AM

      ຂປລ. ໃນກອງປະຊຸມຄັ້ງປະຖົມມະລືກຂອງສະພາແຫ່ງຊາດ ຊຸດທີ X ອາທິດຜ່ານມາ, ທ່ານ ນາງ ພອນເພັດ ອຸ່ນແກ້ວ ສະມາຊິກສະພາແຫ່ງຊາດ (ສສຊ) ເຂດເລືອກຕັ້ງທີ 15 ແຂວງຈຳປາສັກ ໄດ້ປະກອບຄໍາເຫັນຕໍ່ບົດລາຍງານການເຄື່ອນໄຫວວຽກງານ 5 ປີ (2026-2030) ຂອງສານປະຊາຊົນສູງສຸດ (ສປສສ) ແລະ ອົງການໄອຍະການປະຊາຊົນສູງສຸດ (ອອປສ)

    • ສສຊ ສະເໜີປັບປຸງກົດໝາຍ 5 ປີຂອງສະພາແຫ່ງຊາດ ຢ່າງແທ້ຈິງບົດ-ສາລະຄະດີ

      ສສຊ ສະເໜີປັບປຸງກົດໝາຍ 5 ປີຂອງສະພາແຫ່ງຊາດ ຢ່າງແທ້ຈິງ

      4/7/2026 11:53:56 AM

      ຂປລ. ໃນກອງປະຊຸມຄັ້ງປະ ຖົມມະລືກຂອງສະພາແຫ່ງຊາດ ຊຸດທີ X ໃນອາທິດຜ່ານມາ, ທ່ານ ນາງ ພອນເພັດ ອຸ່ນແກ້ວ ສະມາຊິກ ສະພາແຫ່ງຊາດ (ສສຊ) ເຂດ ເລືອກຕັ້ງທີ 15 ແຂວງຈຳປາສັກ ໄດ້ປະກອບຄໍາເຫັນຕໍ່ບົດລາຍງານ ການເຄື່ອນໄຫວວຽກງານ 5 ປີ (2026-2030) ຂອງສານປະ ຊາຊົນສູງສຸດ (ສປສສ) ແລະ ອົງການໄອຍະການປະຊາຊົນສູງ ສຸດ (ອອປສ) ວ່າ: ຕົນເອງ ເຫັນດີເປັນເອກະພາບຕໍ່ແຜນ ບົດລາຍງານການເຄື່ອນໄຫວ ວຽກງານ 5 ປີ (2026- 2030) ຂອງສານປະຊາຊົນສູງສຸດ

    • ພະຍາດທີ່ມາພ້ອມອາກາດຮ້ອນ ແລະ ມາດຕະການປ້ອງກັນບົດ-ສາລະຄະດີ

      ພະຍາດທີ່ມາພ້ອມອາກາດຮ້ອນ ແລະ ມາດຕະການປ້ອງກັນ

      4/7/2026 11:46:49 AM

      ຂປລ. ໃນໄລຍະເດືອນມີນາ ຫາ ເດືອນພຶດສະພາ ຂອງທຸກໆປີ ປະເທດລາວຈະຜະເຊີນກັບສະ ພາບອາກາດຮ້ອນອົບເອົ້າ ຊຶ່ງບາງ ແຂວງອຸນຫະພູມອາດສູງທະລຸ 40 ອົງສາ ຊຶ່ງສະພາບອາກາດຮ້ອນດັ່ງ ກ່າວ ບໍ່ພຽງແຕ່ສ້າງຄວາມລຳບາກ ໃນການດຳລົງຊີວິດ, ແຕ່ຍັງຕ້ອງ ພົບກັບບາງພະຍາດທີ່ມັກຈະມາ ພ້ອມກັບອາກາດຮ້ອນອີກ, ຍ້ອນ ວ່າລະດູຮ້ອນແມ່ນລະດູທີ່ເໝາະໃນ ການຂະຫຍາຍຕົວຂອງເຊື້ອແບັກ ທີເຣຍບາງຊະນິດ

    •  ຫວນຄືນມູນເຊື້ອການກຳເນີດ  ແລະ ເຕີບໃຫຍ່ຂະຫຍາຍຕົວຂອງກຳລັງປ້ອງກັນຄວາມສະຫງົບບົດ-ສາລະຄະດີ

      ຫວນຄືນມູນເຊື້ອການກຳເນີດ ແລະ ເຕີບໃຫຍ່ຂະຫຍາຍຕົວຂອງກຳລັງປ້ອງກັນຄວາມສະຫງົບ

      4/7/2026 11:43:28 AM

      ຂປລ. ພັກປະຊາຊົນປະຕິວັດ ລາວ ໄດ້ນຳພາປວງຊົນລາວທັງ ຊາດດຳເນີນພາລະກິດປ່ຽນແປງ ໃໝ່ຢ່າງ ຮອບດ້ານ ແລະ ມີຫລັກ ການຂອງພັກໃນເງື່ອນໄຂສະພາບ ແວດລ້ອມສາກົນ ທີ່ມີການຜັນແປ ໄປຢ່າງໄວວາ ແລະ ສະຫລັບຊັບ ຊ້ອນ ເຊິ່ງມີທັງກາລະໂອກາດທີ່ ເອື້ອອຳນວຍ ແລະ ສິ່ງທ້າທາຍ ທົດສອບນາໆປະການຕໍ່ພາລະກິດ ປົກປັກຮັກສາ ແລະ ພັດທະນາ ປະເທດຊາດຂອງພວກເຮົາ, ພວກ ເຮົາໄດ້ຜະເຊີນໜ້າໂດຍກົງກັບກົນ ອຸບາຍຫັນປ່ຽນ ໂດຍສັນຕິຢ່າງ ຮອບດ້ານຂອງພວກຈັກກະພັດ ແລະ ອິດທິກຳລັງປໍລະປັກ.

    • ງານເທສະການແຟຊັນ ແລະ ວັດທະນະທຳ ຈັດຂຶ້ນທີ່ປະເທດຍີ່ປຸ່ນບົດ-ສາລະຄະດີ

      ງານເທສະການແຟຊັນ ແລະ ວັດທະນະທຳ ຈັດຂຶ້ນທີ່ປະເທດຍີ່ປຸ່ນ

      4/7/2026 11:38:24 AM

      ຂປລ. ທ້າຍເດືອນຜ່ານມາ, ທີ່ ນະຄອນຫລວງໂຕກຽວ ປະເທດ ຍີ່ປຸ່ນ ໄດ້ຈັດງານມະໂຫລານ ແຟຊັນ ແລະ ວັດທະນະທຳລາວ (Lao Fashion and Culture Festival) ເພື່ອປະກອບສ່ວນ ເຂົ້າໃນການສະເຫລີມສະຫລອງ ຄົບຮອບ 70 ປີ ແຫ່ງສາຍພົວພັນ ທາງການທູດລະຫວ່າງ ລາວ-ຍີ່ປຸ່ນ, ພ້ອມທັງເປັນການຊຸກຍູ້ສົ່ງເສີມໃຫຜະລິດຕະພັນແຜ່ນແພລາວ ໃຫ້ສາ ມາດກ້າວເຂົ້າສູ່ຕະຫລາດສາກົນ ນັບມື້ນັບຫລາຍຂຶ້ນ.

ads
ads

Top