ຂປລ
ເມື່ອບໍ່ດົນມານີ້, ໜັງສືພິມ Jakarta Post ຂອງ ອິນໂດເນເຊຍ ຕີລາຄາ ວ່າ ຫວຽດນາມ ພວມພົ້ນເດັ່ນຂຶ້ນ ແລະ ດຶງດູດ ການລົງທຶນ ສູນປັນຍາປະດິດ (AI), ການແກ້ງແຍ້ງຢ່າງແຮງ ກັບ ອິນໂດເນເຊຍ, ມາເລເຊຍ, ໄທ ແລະ ຟີລິບປິນ
ຂປລ. ວິທະຍຸກະຈາຍສຽງ ຫວຽດນາມ: ເມື່ອບໍ່ດົນມານີ້, ໜັງສືພິມ Jakarta Post ຂອງ ອິນໂດເນເຊຍ ຕີລາຄາ ວ່າ ຫວຽດນາມ ພວມພົ້ນເດັ່ນຂຶ້ນ ແລະ ດຶງດູດ ການລົງທຶນ ສູນປັນຍາປະດິດ (AI), ການແກ້ງແຍ້ງຢ່າງແຮງ ກັບ ອິນໂດເນເຊຍ, ມາເລເຊຍ, ໄທ ແລະ ຟີລິບປິນ ໃນການ ແຂ່ງຂັນ ດຶງດູດ ພື້ນຖານ ໂຄງລ່າງ ເອໄອ ຢູ່ພາກພື້ນ ອາຊີຕາເວັນອອກ ສ່ຽງໃຕ້ (ອາຊຽນ). ນອກຈາກນີ້ ອາຊຽນ ພວມເຫັນປະຈັກຕາ ການເພີ່ມຂຶ້ນ ຢ່າງແຮງ ຂອງ ບັນດາສູນຂໍ້ມູນ ຍ້ອນຄວາມຕ້ອງການ ດ້ານ ເອໄອ ເພີ່ມຂຶ້ນ ຢ່າງແຂງແຮງ ແລະ ບັນດາບໍລິສັດໃຫຍ່ ເຕັກໂນໂລຊີໃຫຍ່ ກໍພວມລົງທຶນຫລາຍຕື້ໂດລາສະຫະລັດ ເພື່ອກໍ່ສ້າງ ພື້ນໂຄງລ່າງໃໝ່ ຮັບໃຊ້ເອໄອ. ເຖິງແມ່ນວ່າ ບັນດາ ທະນາຄານ ຂອງ ຫວຽດນາມ ມີທຶນສະສົມບໍ່ຫລາຍ ແຕ່ຄາດວ່າ ຈະພັດທະນາຂື້ນ ໃນ 2-3 ປີ ຕໍ່ໜ້າ./
KPL