ສະຫະປະຊາຊາດ ກ່າວເຕືອນວິກິດການ ມະນຸດສະທຳນັບມື້ ນັບຮ້າຍແຮງ ຢູ່ ໂຊມາລີ

04/03/2026 22:41
ຂປລ ສະຫະປະຊາຊາດ ໄດ້ກ່າວເຕືອນວ່າ ວິກິດການມະນຸດສະທຳ ຢູ່ ໂຊມາລີ ນັບມື້ນັບຮ້າຍແຮງ, ດ້ວຍຈຳນວນເກືອບ 6,5 ລ້ານຄົນ ພວມປະເຊີນໜ້າກັບ ສະພາບຄວາມອຶດຫິວ ຢູ່ໃນລະດັບສູງ ແລະ ເດັກນ້ອຍກວ່າ 1,8 ລ້ານຄົນ

       ຂປລ. ວິທະຍຸກະຈາຍສຽງ ຫວຽດນາມ: ວັນທີ 25 ກຸມພາ, ສະຫະປະຊາຊາດ ໄດ້ກ່າວເຕືອນວ່າ ວິກິດການມະນຸດສະທຳ ຢູ່ ໂຊມາລີ ນັບມື້ນັບຮ້າຍແຮງ, ດ້ວຍຈຳນວນເກືອບ 6,5 ລ້ານຄົນ ພວມປະເຊີນໜ້າກັບ ສະພາບຄວາມອຶດຫິວ ຢູ່ໃນລະດັບສູງ ແລະ ເດັກນ້ອຍກວ່າ 1,8 ລ້ານຄົນ ມີຄວາມສ່ຽງ ຂາດສານອາຫານ ຢ່າງກະທັນຫັນ ຍ້ອນໄພແຫ້ງແລ້ງ ທີ່ເກີດຂຶ້ນ ຢ່າງໜັກ.

        ຄຳກ່າວເຕືອນ ໄດ້ຍົກອອກມາ ພາຍຫລັງ ບົດລາຍງານ ການຈຳແນກ ໄລຍະຄວາມໝັ້ນຄົງ ດ້ານສະບຽງອາຫານແບບ ບູລະນະການ (IPC) ໄດ້ປະກາດ ການຄາດຄະເນວ່າ ມີປະມານ 1/3 ຈຳນວນ ປະຊາກອນ ຂອງ ໂຊມາລີ, ເທົ່າກັບ 6,5 ລ້ານຄົນ, ຈະຖືກຕົກ ໃນສະພາບ ວິກິດການ ອຶດຫິວ ຫລື ຮ້າຍແຮງກວ່າ ໃນເດືອນມີນາ, ເພີ່ມຂຶ້ນ 1,7 ລ້າຄົນ ເມື່ອທຽບໃສ່ ເດືອນມັງກອນ.

       ນອກນີ້ ຍັງຄາດຄະເນວ່າ ມີປະມານ 2 ລ້ານຄົນ ພວມຢູ່ໃນສະພາບອຶດຫິວ ຢ່າງຮ້າຍແຮງ, ໃນນັ້ນ ມີເດັກນ້ອຍກວ່າ 1,8 ລ້ານຄົນ ອາຍຸຕ່ຳກວ່າ 5 ປີ ມີຄວາມສ່ຽງ ຂາດສານອາຫານ ໃນປີ 2026, ໂດຍມີເດັກນ້ອຍ ປະມານ 500.000 ຄົນ ອາດຈະຂາດສານອາຫານຢ່າງໜັກ./

KPL

ຂ່າວອື່ນໆ

ads
ads

Top