ບັນດາສາຍການບິນ ຊັ້ນນໍາ ຍົກເລິກຖ້ຽວບິນ ໄປຕາເວັນອອກກາງ

04/03/2026 21:08
ຂປລ ສາຍການບິນ ຊັ້ນນໍາ ໄດ້ຍົກເລິກ ຖ້ຽວບິນ ໄປຍັງ ຕາເວັນອອກກາງ ລວມກັນ ຫລາຍຮ້ອຍຖ້ຽວ ແລະ ບາງສາຍ ການບິນ ຕ້ອງປ່ຽນເສັ້ນທາງກາງອາກາດ ເນື່ອງຈາກ ມີການປິດນ່ານຟ້າ ເປັນວົງກວ້າງ ຄວບຄຸມພື້ນທີ່ ສ່ວນໃຫຍ່ ຂອງ ພາກພື້ນ ຕາເວັນອອກກາງ

ຂປລ. ສຳນັກຂ່າວ ອິນໂຟເຄວສ: ສາຍການບິນ ຊັ້ນນໍາ ໄດ້ຍົກເລິກ ຖ້ຽວບິນ ໄປຍັງ ຕາເວັນອອກກາງ ລວມກັນ ຫລາຍຮ້ອຍຖ້ຽວ ແລະ ບາງສາຍ ການບິນ ຕ້ອງປ່ຽນເສັ້ນທາງກາງອາກາດ ເນື່ອງຈາກ ມີການປິດນ່ານຟ້າ ເປັນວົງກວ້າງ ຄວບຄຸມພື້ນທີ່ ສ່ວນໃຫຍ່ ຂອງ ພາກພື້ນ ຕາເວັນອອກກາງ ຫລັງຈາກ ສ.ອາເມລິກາ ແລະ ອິດສະຣາແອນ ເປີດສາກໂຈມຕີ ອີຣານ. ຫລ້າສຸດມີລາຍງານວ່າ ບໍລິການ ຖ້ຽວບິນ ບາງສ່ວນໄດ້ໂຈະ ໄປຈົນເຖິງ ອາທິດໜ້າ.

ໂດຍນ່ານຟ້າ ຂອງ ອີຣັກ, ອີຣານ, ກູເວດ, ບາເຣນ ແລະ ກາຕາ ໄດ້ຖືກສັ່ງປິດ ໃນຂະນະທີ່ ຂໍ້ມູນ ດ້ານການບິນ ລະບຸວ່າ ມີຖ້ຽວບິນ ຫລາຍກວ່າ 1.800 ຖ້ຽວ ທັງຂາເຂົ້າ ແລະ ຂາອອກຈາກ ບັນດາ ປະເທດ ຕາເວັນອອກກາງ ໄດ້ຖືກຍົກເລິກ ເມື່ອວັນທີ 28 ກຸມພາ ແລະ ມີອີກ 1.400 ຖ້ຽວບິນ ທັງຂາເຂົ້າ ແລະ ຂາອອກ ຈາກ ພາກພື້ນນີ້ ໄດ້ຖືກຍົກເລິກ ເມື່ອວັນທີ 1 ມີນາ./

KPL

ຂ່າວອື່ນໆ

ads
ads

Top