ຫວຽດນາມ ສືບຕໍ່ແມ່ນຈຸດພົ້ນເດັ່ນດຶງດູດ ການລົງທຶນໂດຍກົງ ຈາກຕ່າງປະເທດ

04/03/2026 22:40
ຂປລ ສຳນັກຂ່າວສານ Sputnik ຂອງ ຣັດເຊຍ ໄດ້ລົງບົດຂຽນ ກ່ຽວກັບ ກຳລັງດຶງດູດ ເງິນລົງທຶນ ໂດຍກົງ ຈາກຕ່າງປະເທດ (FDI) ຂອງ ຫວຽດນາມ, ໃນນັ້ນໃຫ້ຮູ້ວ່າ ໃນປີ 2025, ຫວຽດນາມ ໄດ້ດຶງດູດ ຈຳນວນທຶນ FDI ສູງທີ່ສຸດ ໃນຮອບເວລາ 5 ປີມໍ່ໆມານີ້.

ຂປລ.ວິທະຍຸກະຈາຍສຽງ ຫວຽດນາມ: ເມື່ອບໍ່ດົນມານີ້, ສຳນັກຂ່າວສານ Sputnik ຂອງ ຣັດເຊຍ ໄດ້ລົງບົດຂຽນ ກ່ຽວກັບ ກຳລັງດຶງດູດ ເງິນລົງທຶນ ໂດຍກົງ ຈາກຕ່າງປະເທດ (FDI) ຂອງ ຫວຽດນາມ, ໃນນັ້ນໃຫ້ຮູ້ວ່າ ໃນປີ 2025, ຫວຽດນາມ ໄດ້ດຶງດູດ ຈຳນວນທຶນ FDI ສູງທີ່ສຸດ ໃນຮອບເວລາ 5 ປີມໍ່ໆມານີ້. ຄາດວ່າ ຈະສືບຕໍ່ຮັກສາ ກຳລັງແຮງດຶງດູດນີ້ ໃນປີ 2026.

ຕາມບົດຂຽນແລ້ວ, ບໍລິສັດ ກົດໝາຍສາກົນ D’Andrea Partners (DP Group) ທີ່ໄດ້ສ້າງຕັ້ງ ຢູ່ ອິຕາລີ ແລະ ສະໜອງ ບັນດາ ການບໍລິການ ໃຫ້ຄຳປຶກສາ, ພາສີຂ້າມຊາຍແດນ ໃຫ້ຂໍ້ສັງເກດວ່າ ຫວຽດນາມ ນອນໃນກຸ່ມ 7 ຕະຫລາດ ທີ່ມີແງ່ຫວັງ ທີ່ສຸດ ຂອງ ພາກພື້ນ ອາຊີ.

ສ່ວນ DP Group ກໍ່ໃຫ້ຂໍ້ສັງເກດວ່າ ບັນດາ ນະໂຍບາຍໃໝ່ ຂອງ ຫວຽດນາມ ນັບມື້ ຖືປັດໄຈ ເຕັກໂນໂລຊີ, ນະວັດຕະກຳ, ການພັດທະນາ ແບບຍືນຍົງ ແລະ ການຖ່າຍທອດ ພູມປັນຍາ, ສ້າງພື້ນຖານ ການເຕີບໂຕ ໃນໄລຍະຍາວເປັນສຳຄັນ. ນອກຈາກນັ້ນ, ຫວຽດນາມ ກໍ່ຖືເປັນສຳຄັນ ໃນການພັດທະນາ ຂະແໜງພະລັງງານ, ໂດຍສະເພາະແມ່ນ ພະລັງງານທົດແທນ ກ່ໍມີກຳລັງດຶງດູດ ການລົງທຶນຢ່າງໃຫຍ່ຫລວງ.  /

 

KPL

ຂ່າວອື່ນໆ

ads
ads

Top