ຂປລ
ອິຕາລີ ແມ່ນປະເທດທຳອິດ ທີ່ປະກາດ ການແຈ້ງເຕືອນ ໃຫ້ພົນລະເມືອງ ຂອງ ຕົນ ຍົກຍ້າຍ ອອກຈາກ ອີຣານ. ຍ້ອນມີ ຄວາມວິຕົກ ກັງວົນ ເກີດການປະທະກັນ ລະຫວ່າງ ສ.ອາເມລິກາ ແລະ ອີຣານ. ຫລັງຈາກນັ້ນ ກໍມີ ຫລາຍປະເທດ ເອີຣົບ
ຂປລ. ວິທະຍຸກະຈາຍສຽງ ຫວຽດນາມ ລາຍງານວ່າ: ວັນທີ 27 ກຸມພາ, ອິຕາລີ ແມ່ນປະເທດທຳອິດ ທີ່ປະກາດ ການແຈ້ງເຕືອນ ໃຫ້ພົນລະເມືອງ ຂອງ ຕົນ ຍົກຍ້າຍ ອອກຈາກ ອີຣານ. ຍ້ອນມີ ຄວາມວິຕົກ ກັງວົນ ເກີດການປະທະກັນ ລະຫວ່າງ ສ.ອາເມລິກາ ແລະ ອີຣານ. ຫລັງຈາກນັ້ນ ກໍມີ ຫລາຍປະເທດ ເອີຣົບ ແລະ ອາຊີ ໄດ້ພ້ອມກັນຮຽກຮ້ອງ ໃຫ້ພົນລະເມືອງ ອອກຈາກ ອີຣານ, ອິດສະຣາແອນ ແລະ ປະເທດ ຢູ່ເຂດຕາເວັນອອກກາງ ຈຳນວນໜຶ່ງໃນທັນທີ.
ກ່ອນໜ້ານັ້ນ, ກະຊວງ ການຕ່າງປະເທດ ໂປໂລຍ ກໍອອກແຈ້ງການ, ໂດຍຮຽກຮ້ອງໃຫ້ ປະຊາຊົນ ອອກຈາກ ອີຣານ, ອິດສະຣາແອນ ແລະ ລີບັງ ໃນທັນທີ. ໃນວັນດຽວກັນ, ອັງກິດ ໄດ້ແຈ້ງໃຫ້ ຮູ້ວ່າ ໄດ້ຖອນ ພາລະກອນສະຖານທູດ ອັງກິດ ປະຈຳ ອີຣານ ກັບຄືນ ປະເທດ ແລະ ຫັນການເຮັດວຽກ ແບບອອນໄລທາງໄກ. ຢູ່ອາຊີ, ຈີນ ແມ່ນໜຶ່ງໃນບັນດາ ປະເທດ ຫລ້າສຸດ ທີ່ ແຈ້ງເຕືອນ ໃຫ້ພົນລະເມືອງ ອອກຈາກ ອີຣານ ໂດຍດ່ວນ.
ໃນຂະນະທີ່ ຫລາຍປະເທດ ໄດ້ຍົກອອກ ບັນດາ ຄຳແຈ້ງເຕືອນໃໝ່ ພາຍຫລັງ 1 ວັນ ເມື່ອສິ້ນສຸດຮອບເຈລະຈາຫລ້າສຸດ ລະຫວ່າງ ສ.ອາເມລິກາ ແລະ ອີຣານ ກ່ຽວກັບ ອະນາຄົດ ໂຄງການ ນິວເຄລຍ ຂອງ ອີຣານ (ໃນວັນທີ 26 ກຸມພາ) ແຕ່ບໍ່ບັນລຸໄດ້ຂໍ້ຕົກລົງໃດໆ./
KPL