ຂປລ
ອົງການ ບັນດາ ປະເທດ ສົ່ງອອກ ນ້ຳມັນ ແລະ ບັນດາ ຄູ່ຮ່ວມມື ໂອເປັກບວກ (OPEC+) ໄດ້ບັນລຸ ຂໍ້ຕົກລົງ ເບື້ອງຕົ້ນ ກ່ຽວກັບ ການເພີ່ມ ປະລິມານ ນ້ຳມັນ ໃນກອງປະຊຸມ ໃນວັນທີ 1 ມີນາ ເພື່ອແນໃສ່ ຮັບມືກັບ ສະພາບ ຄວາມຫຍຸ້ງຍາກ
ຂປລ. ວິທະຍຸກະຈາຍສຽງ ຫວຽດນາມ: ອົງການ ບັນດາ ປະເທດ ສົ່ງອອກ ນ້ຳມັນ ແລະ ບັນດາ ຄູ່ຮ່ວມມື ໂອເປັກບວກ (OPEC+) ໄດ້ບັນລຸ ຂໍ້ຕົກລົງ ເບື້ອງຕົ້ນ ກ່ຽວກັບ ການເພີ່ມ ປະລິມານ ນ້ຳມັນ ໃນກອງປະຊຸມ ໃນວັນທີ 1 ມີນາ ເພື່ອແນໃສ່ ຮັບມືກັບ ສະພາບ ຄວາມຫຍຸ້ງຍາກ ໃນການຂົນສົ່ງ ທາງທະເລ ທີ່ຮ້າຍແຮງ ຢູ່ພາກພື້ນ ຕາເວັນອອກກາງ ພາຍຫລັງ ບັນດາ ການຜັນແປ ດ້ານການທະຫານ ຄັ້ງຫລ້າສຸດ ລະຫວ່າງ ສ.ອາເມລິກາ-ອິດສະຣາແອນ ແລະ ອີຣານ.
OPEC+ ເຫັນດີ ກ່ຽວກັບ ຫລັກການ ເພີ່ມປະລິມານ ການຂຸດຄົ້ນ ເພີ່ມຕື່ມອີກ 206.000ຖັງ/ວັນ. ຂໍ້ຕົກລົງນີ້ ໄດ້ຍົກອອກມາ ພາຍຫລັງ ບັນດາ ສະມາຊິກ ໄດ້ຊັ່ງຊາ ຫລາຍແຜນການ, ດ້ວຍບັນດາ ວິທິ ການສະເໜີ ແຕ່ 137.000ຖັງ/ວັນເພີ່ມຂຶ້ນເຖິງ 548.000ຖັງ/ວັນ. ການເພີ່ມປະລິມານນີ້ ໄດ້ຮັບຄວາມຄາດຫວັງ ຈະຫລຸດຜ່ອນ ກຳລັງ ການຂາດເຂີນ ແຫລ່ງສະໜອງ ທົ່ວໂລກ, ພິເສດ ພາຍຫລັງ ຊ່ອງແຄບ ໂຮມູລ ເຊິ່ງເປັນເສັ້ນທາງ ທະເລຫລັກໃນການຂົນສົ່ງຫລາຍກວ່າ 20% ຂອງປະລິມານ ນ້ຳມັນ ໃນທົ່ວໂລກ ໄດ້ຖືກປິດລ້ອມ ນັບແຕ່ ວັນທີ 28 ກຸມພາ ຕາມຄຳກ່າວເຕືອນ ຂອງ ຝ່າຍອີຣານ./
KPL