ຂປລ
ຕາມສະຖິຕິ ຂອງ ກົມພາສີໃນ 2 ອາທິດ ເມື່ອຕົ້ນເດືອນກຸມພາ 2026 ຜ່ານມາ, ມູນຄ່າ ການສົ່ງອອກ-ນຳເຂົ້າ ສິນຄ້າ ໃນທົ່ວປະເທດ ບັນລຸຫລາຍກວ່າ 130 ຕື້ໂດລາສະຫະລັດ, ເພີ່ມຂຶ້ນ 36,9% ເມື່ອທຽບໃສ່ ໄລຍະດຽວກັນ ຂອງ ປີກາຍ.
ຂປລ.ວິທະຍຸກະຈາຍສຽງ ຫວຽດນາມ: ຕາມສະຖິຕິ ຂອງ ກົມພາສີໃນ 2 ອາທິດ ເມື່ອຕົ້ນເດືອນກຸມພາ 2026 ຜ່ານມາ, ມູນຄ່າ ການສົ່ງອອກ-ນຳເຂົ້າ ສິນຄ້າ ໃນທົ່ວປະເທດ ບັນລຸຫລາຍກວ່າ 130 ຕື້ໂດລາສະຫະລັດ, ເພີ່ມຂຶ້ນ 36,9% ເມື່ອທຽບໃສ່ ໄລຍະດຽວກັນ ຂອງ ປີກາຍ. ຕົວເລກດັ່ງກ່າວ ໄດ້ຢັ້ງຢືນໃຫ້ເຫັນທ່າ ການຟື້ນຕົວ ແລະ ເປີດກວ້າງ ການຄ້າ ນັບແຕ່ຊຸມເດືອນຕົ້ນປີ ຜ່ານມາ.
ໃນນັ້ນ, ວົງເງິນສົ່ງອອກ ຂອງ ຫວຽດນາມ ເມື່ອເດືອນກຸມພາ 2026 ໄດ້ບັນລຸ 20,36 ຕື້ໂດລາສະຫະລັດ, ເພີ່ມຂຶ້ນເກືອບ 13% ເມື່ອທຽບໃສ່ ເດືອນມັງກອນ. ຍ້ອນວ່າ ກຸ່ມອຸດສາຫະກຳປຸງແຕ່ງ, ປະດິດແຕ່ງ, ພິເສດ ແມ່ນບັນດາ ປະເພດ ສິນຄ້າ ເຕັກໂນໂລຢີສູງ. ໂທລະສັບ ແລະ ສິ້ນສ່ວນ ເພີ່ມຂຶ້ນ ຢ່າງຫລວງຫລາຍ, ປະກອບຕື່ມ 668 ລ້ານໂດລາສະຫະລັດ, ເທົ່າກັບເກືອບ 33%.
ສ່ວນຂະແໜງຕຳແຜ່ນຕັດຫຍິບ ມີການຟື້ນຕົວ ຢ່າງຕັ້ງໜ້າ, ບັນລຸ 1,8 ຕື້ໂດລາສະຫະລັດ, ເພີ່ມຂຶ້ນຫລາຍກວ່າ 32%, ສິ່ງດັ່ງກ່າວ ໄດ້ສະແດງໃຫ້ເຫັນວ່າ ສັນຍາການສັ່ງຊື້ ສິນຄ້າຕ່າງໆ ຢູ່ບັນດາ ຕະຫລາດໃຫຍ່ ເພີ່ມຂຶ້ນ. ໂດຍສະເພາະ ຂົງເຂດວົງເງິນ ການລົງທຶນ ໂດຍກົງ ຈາກ ຕ່າງປະເທດ (FDI), ການສົ່ງອອກ ບັນລຸເກືອບ 16 ຕື້ໂດລາສະຫະລັດ, ກວມເອົາເກືອບ 78% ສ່ວນວົງເງິນ ການສົ່ງອອກ ສືບຕໍ່ເປັນຫລັກ. /
KPL