ຂປລ
ຂປລ. ສວນນໍ້າທິດາເພັດ ຈາກ ນະຄອນປາກເຊ ແຂວງຈໍາປາສັກ ອີກໜຶ່ງສະຖານທີ່ທ່ອງທ່ຽວ ທີ່ ພວມໄດ້ຮັບຄວາມນິຍົມຊົມຊອບ ຈາກນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ເນື່ອງຈາກວ່າ ສວນແຫ່ງນີ້ເປັນສູນລວມການ ຮຽນຮູ້ ດ້ານການປູກຝັງ-ລ້ຽງສັດ ໂດຍມີການຈັດໂຊນຕ່າງໆຢ່າງ ສວຍງາມ ເປັນຕົ້ນ ການປູກເຂົ້າ, ປູກຕົ້ນໄມ້ໃຫ້ໝາກ, ລ້ຽງສັດ ແລະ ການທ່ອງທ່ຽວທາງທໍາມະຊາດ

ຂປລ. ສວນນໍ້າທິດາເພັດ ຈາກ
ນະຄອນປາກເຊ ແຂວງຈໍາປາສັກ
ອີກໜຶ່ງສະຖານທີ່ທ່ອງທ່ຽວ ທີ່
ພວມໄດ້ຮັບຄວາມນິຍົມຊົມຊອບ
ຈາກນັກທ່ອງທ່ຽວທັງພາຍໃນ
ແລະ ຕ່າງປະເທດ ເນື່ອງຈາກວ່າ
ສວນແຫ່ງນີ້ເປັນສູນລວມການ
ຮຽນຮູ້ ດ້ານການປູກຝັງ-ລ້ຽງສັດ
ໂດຍມີການຈັດໂຊນຕ່າງໆຢ່າງ
ສວຍງາມ ເປັນຕົ້ນ ການປູກເຂົ້າ,
ປູກຕົ້ນໄມ້ໃຫ້ໝາກ, ລ້ຽງສັດ ແລະ
ການທ່ອງທ່ຽວທາງທໍາມະຊາດ
ໂດຍພັດທະນາປັບປຸງແຄມຫ້ວຍ
ໂຕະໂໝະ, ເຮັດກັນເຈື່ອນ, ປູກຕົ້ນ
ໄມ້ປະດັບເພື່ອຮັກສາພື້ນທີ່ສີຂຽວ
ໃຫ້ມີຄວາມສວຍສົດງົດງາມ.

ທ່ານ ທອງສະຫວັນ ແສນພິ
ລາວົງສາ ເຈົ້າຂອງສວນນໍ້າທິດາ
ເພັດ ໄດ້ໃຫ້ຮູ້ວ່າ: ຄອບຄົວຂອງ
ຂ້າພະເຈົ້າ ເປັນນັກວິສະວະກອນ
ກໍ່ສ້າງ, ດ້ວຍຄວາມຮັບຮູ້-ເຂົ້າໃຈຕໍ່
ແນວທາງນະໂຍບາຍຂອງພັກ-ລັດ,
ກ່ຽວກັບການພັດທະນາເສດຖະກິດ
ເວົ້າລວມ, ເວົ້າສະເພາະ ແມ່ນການ
ພັດທະນາ, ສົ່ງເສີມການທ່ອງທ່ຽວ
ໃນຮູບແບບກະສິກຳ ໂດຍຖືເອົາ
ວຽກງານກະສິກຳ ເປັນບຸລິມະສິດ
ໜຶ່ງ ໃນການພັດທະນາເສດຖະກິດສັງຄົມ ເພື່ອສົ່ງເສີມການຜະລິດ
ເປັນສິນຄ້າ, ການບໍລິການສ້າງ
ວຽກເຮັດງານທໍາ, ສ້າງລາຍຮັບ
ແລະ ປັບປຸງຊີວິດການເປັນຢູ່ຂອງ
ປະຊາຊົນບັນດາເຜົ່າໃຫ້ດີຂຶ້ນ.
ໃນປີ 2009 ຂ້າພະເຈົ້າ ໄດ້ຮັບ
ການມອບໂອນກໍາມະສິດນໍາໃຊ້
ທີ່ດິນຕອນດັ່ງກ່າວ ຈໍານວນ 4,5
ເຮັກຕາ, ຕັ້ງຢູ່ບ້ານຫລັກ 40 ຫ່າງ
ຈາກສໍານັກງານເມືອງ 900 ແມັດ
ຊຶ່ງເປັນຕອນດິນທີ່ມີຄວາມໝາຍ
ຄວາມສໍາຄັນ ແລະ ມີຄວາມສວຍ
ສົດງົດງາມ, ມີແຫລ່ງນໍ້າທໍາມະ
ຊາດໄຫລຜ່ານຕະຫລອດປີ

ຈຶ່ງເປັນ
ແຮງບັນດານໃຈເຮັດໃຫ້ຄອບຄົວ
ຂ້າພະເຈົ້າ ຕັດສິນໃຈລິເລີ່ມສ້າງ
ດິນຕອນນີ້ເປັນສວນສາທິດ ໃຫ້ກັບ
ລູກໆໃນໄວເດັກ ເພື່ອເປັນການປູກ
ຈິດສໍານຶກ ໃຫ້ຮັກ ແລະ ຫວງແຫນ
ໃນຄວາມງາມຂອງທໍາມະຊາດ ຈຶ່ງ
ໄດ້ນໍາໃຊ້ແຫລ່ງທຶນສ່ວນຕົວເຂົ້າ
ໃນການພັດທະນາການປູກ-ການ
ລ້ຽງແບບຄອບຄົວ. ມາຮອດປີ
2013-2014 ຍ້ອນເຫັນໄດ້ເຖິງ
ເງື່ອນໄຂ ແລະ ໂອກາດໃນການ
ພັດທະນາພື້ນທີ່ດັ່ງກ່າວໃຫ້ກາຍ
ເປັນສະຖານທີ່ທ່ອງທ່ຽວທາງທໍາ
ມະຊາດ ຕິດພັນກັບການຜະລິດກະ
ສິກໍາແບບຍືນຍົງ ຈຶ່ງໄດ້ຂະຫຍາຍ
ເນື້ອທີ່ຕື່ມອີກ ລວມເປັນ 85 ເຮັກ
ຕາ ໄດ້ແບ່ງອອກເປັນ 4 ໂຊນ ຄື:
ປູກເຂົ້າ, ປູກຕົ້ນໄມ້ໃຫ້ໝາກ, ລ້ຽງ
ສັດ ແລະ ການທ່ອງທ່ຽວທາງທໍາ
ມະຊາດ ໂດຍມີການພັດທະນາປັບ
ປຸງແຄມຫ້ວຍໂຕະໂໝະ, ເຮັດກັນ
ເຈື່ອນ, ປູກຕົ້ນໄມ້ປະດັບຮັກສາພື້ນ
ທີ່ໃຫ້ມີຄວາມສວຍສົດງົດງາມ
ແລະ ສີຂຽວ. ຕົກມາຮອດປີ 2015-
2018 ສະຖານທີ່ແຫ່ງນີ້ ໄດ້ຮັບ
ຄວາມນິຍົມຈາກສັງຄົມເປັນຢ່າງ
ດີ ໃນດ້ານການທ່ອງທ່ຽວສີຂຽວ
ຈຶ່ງໄດ້ຂະຫຍາຍສະຖານທີ່ບໍລິການ
ໃຫ້ພຽງພໍກັບແຂກທີ່ເຂົ້າມາຢ້ຽມຊົມ

ດ້ວຍການເປີດຮ້ານອາຫານ
ບໍລິການ ວັນເສົາ-ອາທິດ ແລະ ເທ
ສະການວັນສໍາຄັນຕ່າງໆ, ຄຽງຄູ່
ກັນນີ້ພວກເຮົາໄດ້ເລີ່ມປູກຕົ້ນໄມ້
ໃຫ້ໝາກ ແລະ ລ້ຽງສັດຈໍານວນ
ໜຶ່ງ ເຊັ່ນ: ລ້ຽງປາ, ງົວ, ໝູປ່າ.
ມາຮອດ 2019-2023 ພວກຂ້າ
ພະເຈົ້າ ໄດ້ຮັບຜົນກະທົບຢ່າງໜັກ
ໜ່ວງຈາກໄພພິບັດນໍ້າຖ້ວມ, ຈາກ
ພະຍາດໂຄວິດ-19 ແລະ ວິກິດ
ການໄພເງິນເຟີ້, ແຕ່ເຖິງຢ່າງໃດ
ກໍຕາມພວກຂ້າພະເຈົ້າ ກໍບໍ່ໄດ້ລົດ
ລະໃນຄວາມພະຍາຍາມ ໄດ້ຫັນວິ
ກິດໃຫ້ກາຍເປັນໂອກາດ ໂດຍໄດ້
ມີການປັບປຸງພື້ນທີ່ທໍາການຜະລິດ
ໃນຂອບເຂດເນື້ອທີ່ 60 ເຮັກຕາ,
ເປັນໂຊນທ່ອງທ່ຽວ 4 ເຮັກຕາ
ຂອງຈໍານວນເນື້ອທີ່ທັງໝົດ ເພື່ອ
ໃຫ້ສອດຄ່ອງຕາມແຜນພັດທະນາ
ເສດຖະກິດ ຈຶ່ງໄດ້ຂໍອະນຸຍາດຈົດ
ທະບຽນດຳເນີນທຸລະກິດ ເປັນ
ທິດາເພັດຟາມຂຶ້ນ ຊຶ່ງໄດ້ຮັບເງິນ
ສະໜັບສະໜູນ ຈາກທະນາຄານ
ຮ່ວມທຸລະກິດ ລາວ-ຫວຽດ ຈໍາ
ນວນໜຶ່ງ ເປົ້າໝາຍແມ່ນເພື່ອພັດ
ທະນາເປັນແຫລ່ງທ່ອງທ່ຽວ ໃນ
ຮູບແບບກະສິກຳ. ເລີ່ມແຕ່ກາງປີ
2024 ຈົນຮອດປັດຈຸບັນ ໄດ້ມີການ
ປັບປຸງຮ້ານອາຫານ ສະຖານບໍລິ
ການພັກຜ່ອນ, ມີການບໍລິການແບບ
ແຄັມປິງ, ມີສັດລ້ຽງໄວ້ໃຫ້ນັກ
ທ່ອງທ່ຽວຊົມ ເປັນຕົ້ນແມ່ນ ນົກກະ
ຈອກເທບ, ແກະ, ນົກຍຸງ ແລະ ອື່ນໆ.
ສັງລວມແລ້ວ ຕະຫລອດໄລຍະ 5
ປີຜ່ານມາ ມີນັກທ່ອງທ່ຽວເຂົ້າມາ
ທ່ຽວຊົມ ໃນໄລຍະເປີດບໍລິການ
ທຸກວັນເສົາ-ອາທິດ ແລະ ວັນເທສະ
ການຕ່າງໆ ມີປະມານ 3.500-
4.000 ເທື່ອຄົນຕໍ່ປີ, ສ້າງລາຍຮັບ
ໄດ້ປະມານ 400 ລ້ານກີບຕໍ່ປີ.
ທ່ານ ທອງສະຫວັນ ແສນພິລາ
ວົງສາ ກ່າວຕື່ມວ່າ: ເຖິງວ່າທຸລະກິດ
ແຫລ່ງທ່ອງທ່ຽວຂອງຂ້າພະເຈົ້າ
ໄດ້ຮັບການພັດທະນາຢ່າງຕໍ່ເນື່ອງ
ແຕ່ຖ້າທຽບໃສ່ຄວາມຮຽກຮ້ອງ
ຕ້ອງການທາງດ້ານການທ່ອງ
ທ່ຽວ ກໍຄື ການຊົມໃຊ້ບໍລິການຂອງ
ນັກທ່ອງທ່ຽວ ເຫັນວ່າ ຍັງມີບາງ
ດ້ານຕ້ອງໄດ້ປັບປຸງໃຫ້ດີຂຶ້ນກວ່າ
ເກົ່າ ເພື່ອດຶງດູດນັກທ່ອງທ່ຽວ ທັງ
ພາຍໃນ ແລະ ຕ່າງປະເທດເຂົ້າມາ
ໃຊ້ບໍລິການຫລາຍຂຶ້ນກວ່າເກົ່າ.
KPL