ຂປລ
ຂປລ. ໂຄງການການເມືອງແມ່ນຖະແຫລງການສັງລວມຫຍໍ້, ມີຄວາມຈະແຈ້ງ ແລະ ມີຄວາມຊັດເຈນຊີ້ໃຫ້ເຫັນທຸກໆບັນຫາທີ່ພັກຢາກບັນລຸໄດ້ ແລະ ເພື່ອຈຸດປະສົງທີ່ຕັ້ງໄວ້.
ຂປລ. ໂຄງການການເມືອງແມ່ນຖະແຫລງການສັງລວມຫຍໍ້, ມີຄວາມຈະແຈ້ງ ແລະ ມີຄວາມຊັດເຈນຊີ້ໃຫ້ເຫັນທຸກໆບັນຫາທີ່ພັກຢາກບັນລຸໄດ້ ແລະ ເພື່ອຈຸດປະສົງທີ່ຕັ້ງໄວ້.
ສະຫາຍພົອ ວິໄລ ຫລ້າຄຳຟອງ ກຳມະການກົມການເມືອງສູນກາງພັກ, ຜູ້ປະຈຳການຄະນະເລຂາທິການສູນກາງພັກໄດ້ຍົກໃຫ້ເຫັນຄວາມໝາຍສໍາຄັນຂອງໂຄງການການເມືອງ ໃນກອງປະຊຸມເຜີຍແຜ່ ແລະເຊື່ອມຊຶມເອກະສານກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ ໃນວັນທີ 25 ກຸມພາ 2026 ວ່າ: ໂຄງການການເມືອງ ແມ່ນທິດສະດີປະຕິວັດຂອງພັກມັນປຽບເໝືອນທວນໄຟ ເຍືອງທາງໃຫ້ປະຊາຊົນ ເຮົາເຮັດການປະຕິວັດຢ່າງມີໄຊ. ພັກເຮົາ ນັບແຕ່ມື້ສ້າງຕັ້ງຂຶ້ນໄດ້ວາງໂຄງການການເມືອງ ອອກ 2 ຄັ້ງ ຄື: ຄັ້ງທີ I ໃນປີ 1955 ເປັນໂຄງການການເມືອງສະບັບທຳອິດ ຂອງພັກ ທີ່ໄດ້ກໍານົດທິດນໍາ ແລະ ຖືເປັນແນວທາງ ໃຫ້ພັກເຮົາດໍາເນີນພາລະກິດຕໍ່ສູ້ຕ້ານການຮຸກຮານ ຈາກຈັກກະພັດລ່າເມືອງຂຶ້ນ ແລະ ລູກມືຂາຍຊາດ; ຄັ້ງທີ II ໃນປີ 1972 ເປັນໂຄງການການເມືອງທີ່ວາງອອກ ເພື່ອເຮັດສໍາເລັດການປະຕິວັດຊາດ-ປະຊາທິປະໄຕ, ນຳພາປະເທດຊາດ ກ້າວຂຶ້ນສູ່ສັງຄົມນິຍົມ. ການສ້າງໂຄງການການເມືອງສະບັບໃໝ່ ຂອງພັກໃນໄລຍະໃໝ່ ແມ່ນຕອບສະໜອງສະພາບການເລັ່ງທວງໃໝ່, ໜ້າທີ່ໃໝ່ຂອງການປະຕິວັດລາວ, ໜ້າທີ່ແຫ່ງການຍູ້ແຮງພາລະກິດປ່ຽນແປງໃໝ່ໃຫ້ເຂົ້າສູ່ລວງເລິກ ດ້ວຍການສ້າງການຫັນປ່ຽນຢ່າງແຂງແຮງ ເລິກເຊິ່ງ, ຮອບດ້ານ ແລະ ສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງ ແນໃສ່ນຳພາປະເທດຊາດກ້າວຂຶ້ນສູ່ສັງຄົມນິຍົມຢ່າງໜັກແໜ້ນ. ໂຄງການການເມືອງ ສະບັບທີ 3 ແມ່ນໂຄງການການເມືອງ: “ບູລະນະລະບອບປະຊາທິປະໄຕ ປະຊາຊົນ ກ້າວຂຶ້ນສູ່ສັງຄົມນິຍົມ” ແມ່ນການສືບຕໍ່ປະຕິບັດແນວທາງປ່ຽນແປງໃໝ່ ທີ່ປະທານ ໄກສອນ ພົມວິຫານ ເປັນຜູ້ລິເລີ່ມ ແລະ ເປັນສະຖາປະນິກຕົ້ນຕໍ ທີ່ປະໄວ້ໃຫ້ພວກເຮົາສືບທອດຕໍ່ໄປ ຢ່າງບໍລິສຸດ ແລະ ຈົ່ງຮັກພັກດີ.
ຕະຫລອດໄລຍະ 70 ປີ ແຫ່ງການນໍາພາ ຂອງພັກ ໃນພາລະກິດຕໍ່ສູ້ກູ້ຊາດ ກໍຄື ພາລະກິດແຫ່ງການປົກປັກຮັກສາ ແລະ ພັດທະນາປະເທດຊາດ, ສາມາດສະຫລຸບສັງລວມໄດ້ 6 ບົດຮຽນ ທີ່ມີລັກສະນະກົດເກນຂອງການປະຕິວັດລາວ ຄື: ການນໍາພາຂອງພັກ ແມ່ນປັດໄຈຕັດສິນທຸກໄຊຊະນະ ຂອງການປະຕິວັດລາວ; ພັກຕ້ອງຍຶດໝັ້ນອຸດົມການສັງຄົມນິຍົມ, ຍຶດຖືເອົາລັດທິມາກ-ເລນິນ, ແນວຄິດ ໄກສອນ ພົມວິຫານ ແລະ ມູນ ເຊື້ອອັນດີງາມຂອງພັກ ເພື່ອຊີ້ທິດເຍືອງທາງໃຫ້ແກ່ການເຄື່ອນໄຫວ ຂອງພັກ ໃນແຕ່ລະໄລຍະ; ການສ້າງຄວາມສາມັກຄີເປັນເອກະພາບສູງ ພາຍໃນພັກ ເປັນໃຈກາງແຫ່ງການເຕົ້າໂຮມຄວາມສາມັກຄີເປັນປຶກແຜ່ນ ຂອງທົ່ວປວງຊົນລາວທັງຊາດ; ຍຶດໝັ້ນແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ທົ່ວປວງຊົນຮອບດ້ານ ຕິດພັນກັບແນວທາງມະຫາຊົນ ຂອງພັກ, ການກໍ່ສ້າງຮາກຖານການເມືອງ ໃຫ້ໜັກແໜ້ນ, ເຂັ້ມແຂງ; ການພັດທະນາເສດຖະກິດ ຕ້ອງໝູນໃຊ້ບັນດາກົດເກນພາວະວິໄສ ຢ່າງຖືກຕ້ອງ ແລະ ນຳໃຊ້ໝາກຜົນ ຂອງການພັດທະນາວິທະຍາສາດ ທີ່ທັນສະໄໝ; ປັບປຸງການບໍລິຫານລັດ ທີ່ປົກຄອງດ້ວຍກົດໝາຍ ໃຫ້ເຂັ້ມງວດ, ຮັບປະກັນໃຫ້ລັດເປັນລັດ ຂອງປະຊາຊົນ ໂດຍປະຊາຊົນ ແລະ ເພື່ອປະຊາຊົນ ຢ່າງແທ້ຈິງ; ຍົກສູງນໍ້າໃຈຮັກຊາດ, ເປັນເຈົ້າຕົນເອງ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ຕິດພັນກັບການພົວພັນຮ່ວມມືກັບສາກົນ ຢ່າງຖືກຕ້ອງ.
ພ້ອມນີ້, ໂຄງການການເມືອງ ສະບັບທີ 3 ໄດ້ກຳນົດຈຸດໝາຍ ຮອດປີ 2055, ເມື່ອວັນສ້າງຕັ້ງພັກເຮົາ ຄົບຮອບ 100 ປີ ສູ້ຊົນສ້າງປະເທດເຮົາ ເປັນປະເທດກໍາລັງພັດທະນາທີ່ມີລາຍຮັບປານກາງ, ສູງ ຫຍັບເຂົ້າໃກ້ປະເທດທີ່ມີລາຍຮັບສູງ, ມີລະບົບການເມືອງທີ່ເຂັ້ມແຂງ, ມີພື້ນຖານເສດຖະກິດທີ່ທັນສະໄໝ, ກຳລັງການຜະລິດໄດ້ຮັບການພັດທະນາຮອບດ້ານ ໂດຍມີການພົວພັນການຜະລິດທີ່ສອດຄ່ອງ ແລະ ກ້າວໜ້າ, ຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າ ໄດ້ມີພື້ນຖານອັນໜັກແໜ້ນກ້າວສູ່ຄວາມອີ່ມໜໍາສຳລານ ຊຶ່ງໂຄງການການເມືອງສະບັບນີ້ ໄດ້ວາງ 11 ແຜນນະໂຍບາຍໃຫຍ່ ໃນການບູລະນະລະບອບ ປະຊາທິປະໄຕ ປະຊາຊົນ ກ້າວຂຶ້ນສູ່ສັງຄົມນິຍົມຄື: 1. ພັດທະນາເສດຖະກິດຕະຫລາດ ຕາມທິດສັງຄົມນິຍົມ ໃຫ້ເປັນລະບົບ, ທັນສະໄໝ; 2. ຫັນເປັນອຸດສາຫະກໍາ, ຫັນເປັນທັນສະໄໝ, ຫັນເປັນດີຈີຕອນ; 3. ການປົກປັກຮັກສາ ແລະ ຟື້ນຟູສິ່ງແວດລ້ອມ, ຮັບມືກັບການປ່ຽນແປງດິນຟ້າອາກາດ; 4. ພັດທະນາວັດທະນະທໍາ-ສັງຄົມ, ປະຕິບັດຢ່າງສະເໝີຕົ້ນສະ
ເໝີປາຍ ແນວທາງປົກປັກຮັກສາ ແລະ ເສີມຂະຫຍາຍມູນເຊື້ອວັດທະນະທຳ ແລະ ຮີດຄອງປະເພນີອັນດີງາມຂອງຊາດ; 5. ພັດທະນາຄົນລາວຢ່າງຮອບດ້ານ, ຕອບສະໜອງໄດ້ຄວາມຮຽກຮ້ອງຕ້ອງການ ຂອງການພັດທະນາປະເທດຊາດ ໃນໄລຍະ
ໃໝ່; 6. ສ້າງເຫງົ້າພະລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ທົ່ວປວງຊົນຮອບດ້ານ ທີ່ມີຄວາມໜັກແໜ້ນ, ເຂັ້ມແຂງ ແລະ ມີແບບແຜນທັນສະໄໝ; 7. ຍຶດໝັ້ນແນວທາງການຕ່າງປະເທດ ຂອງພັກ, ສ້າງເງື່ອນໄຂອໍານວຍ ໃຫ້ແກ່ພາລະກິດປົກປັກຮັກສາ ແລະ ສ້າງສາປະເທດຊາດ; 8. ສ້າງພັກໃຫ້ປອດໃສ, ເຂັ້ມແຂງ, ໜັກແໜ້ນ ຮັບປະກັນການກຳອຳນາດ ຂອງພັກ ໃຫ້ມີຄວາມໝັ້ນຄົງ; 9. ສ້າງລັດປະຊາທິປະໄຕ ປະຊາຊົນ ທີ່ປົກຄອງດ້ວຍກົດໝາຍ; 10. ເສີມຂະຫຍາຍມະຫາສາມັກຄີທົ່ວປວງຊົນ, ປະຕິບັດແນວທາງມະຫາສາມັກຄີທົ່ວປວງຊົນຢ່າງໜັກແໜ້ນ ແລະ 11. ເສີມຂະຫຍາຍ ສິດເປັນເຈົ້າ ຂອງປະຊາຊົນຢ່າງບໍ່ຢຸດຢັ້ງ.
ເພື່ອເຮັດໃຫ້ໂຄງການການເມືອງ ຂອງພັກ ໄດ້ຮັບການຈັດຕັ້ງຜັນຂະຫຍາຍສູ່ລວງເລິກ ພັກເຮົາ ສືບຕໍ່ຍຶດໝັ້ນຢ່າງສະເໝີຕົ້ນສະເໝີປາຍ ບັນດາຫລັກການ ແລະ ທັດສະນະພື້ນຖານໃນການຍູ້ແຮງ ການຈັດຕັ້ງປະຕິບັດແນວທາງປ່ຽນແປງ
ໃໝ່ຂອງພັກເຮົາ ດັ່ງນີ້:
ໜຶ່ງ: ການປ່ຽນແປງໃໝ່, ການສະແຫວງຫາສັດຈະທໍາໃນການນໍາພາຂອງພັກ ແມ່ນພາລະກິດປະຕິວັດອັນເລິກ ເຊິ່ງເຖິງຖອງ ທີ່ຕ້ອງດໍາເນີນການ ຢ່າງຮອບດ້ານ, ຕໍ່ເນື່ອງ ແລະ ຍາວນານ.
ສອງ: ເຊີດຊູນໍ້າໃຈຮັກຊາດອັນດູດດື່ມ, ສະຕິຊາດເອກະພາບອັນສູງສົ່ງ ແລະ ຮັກລະບອບໃໝ່ ຢ່າງສຸດຊຶ້ງ ໄປພ້ອມກັບການເສີມຂະຫຍາຍຈິດໃຈເອກະລາດ, ເປັນເຈົ້າຕົນເອງ ແລະ ສ້າງຄວາມເຂັ້ມ ແຂງດ້ວຍຕົນເອງ ຢ່າງຮອບດ້ານ ຕິດພັນກັບການຍົກສູງຄວາມເປັນເຈົ້າ ໃນການເຊື່ອມໂຍງກັບພາກພື້ນ ແລະ ສາກົນ, ທັງເພີ່ມທະວີຄວາມສາມັກຄີພາຍໃນ, ມີຄວາມເປັນເອກະພາບສູງທາງດ້ານການ ເມືອງ, ແນວຄິດ, ການຈັດຕັ້ງ ແລະ ການເຄື່ອນໄຫວ ໃນທົ່ວພັກ ແລະ ໃນສັງຄົມ.
ສາມ: ຕ້ອງຖືສໍາຄັນ ພັດທະນາຊັບພະຍາກອນມະນຸດ, ພູມປັນຍາຂອງຄົນໃນຊາດ, ຮັບປະກັນຄວາມສົມສ່ວນ ລະຫວ່າງພັດທະນາເສດຖະກິດ ກັບການພັດທະນາວັດທະນະທຳ-ສັງຄົມ ແລະ ປົກປັກຮັກສາສິ່ງແວດລ້ອມ ຕາມທິດສີຂຽວ ແລະ ຍືນຍົງ, ລະຫວ່າງ ພັດທະນາເສດຖະກິດ ກັບວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ.
ສີ່: ຍົກສູງປະສິດທິພາບການຄຸ້ມຄອງລັດ, ຄຸ້ມຄອງເສດຖະກິດ-ສັງຄົມ ຕາມທິດສ້າງລັດປະ ຊາທິປະໄຕ ປະຊາຊົນ ທີ່ປົກຄອງດ້ວຍກົດໝາຍ ທີ່ສັກສິດ ແລະ ສະເໝີພາບ ພາຍໃຕ້ການນໍາພາ ຂອງພັກ; ເສີມຂະຫຍາຍສິດເປັນເຈົ້າຂອງປະຊາຊົນ, ສ້າງເງື່ອນໄຂໃຫ້ປະຊາຊົນບັນດາເຜົ່າ ໄດ້ເຂົ້າຮ່ວມການຄຸ້ມຄອງລັດ, ຄຸ້ມຄອງເສດຖະກິດ-ສັງຄົມ ດ້ວຍຄວາມຮັບຜິດຊອບສູງ ຕໍ່ພັນທະ, ໜ້າທີ່ ຂອງພົນລະ ເມືອງລາວ ຕາມລັດຖະທໍາມະນູນ ແລະ ກົດໝາຍ.
ຫ້າ: ເພີ່ມຄວາມສາມາດນໍາພາ ແລະ ກໍາລັງແຮງສູ້ຮົບ ຂອງຄະນະພັກແຕ່ລະຂັ້ນ ໃນທຸກຂົງ ເຂດວຽກງານ, ສືບຕໍ່ສ້າງຮາກຖານພັກ ໃຫ້ປອດໃສ, ເຂັ້ມແຂງ, ໜັກແໜ້ນ ເປັນກໍາລັງແຮງໃຫ້ແກ່ການຂັບເຄື່ອນການນຳພາ-ຊີ້ນຳ ຂອງຄະນະພັກໃນລະບົບການເມືອງ ຢູ່ແຕ່ລະຂັ້ນ; ປັບປຸງລະບອບແບບ ແຜນ, ກົນໄກການນໍາພາ ຂອງພັກ ແລະ ການຄຸ້ມຄອງ-ບໍລິຫານ ຂອງລັດ ໃຫ້ຖືກຕ້ອງຕາມຫຼັກວິທະ ຍາສາດ ແລະ ສອດຄ່ອງກັບຈຸດພິເສດ ຂອງປະເທດເຮົາ.
ຫົກ: ເພີ່ມທະວີການນໍາພາເດັດຂາດ, ໂດຍກົງ, ຮອບດ້ານຂອງພັກ ຕໍ່ກໍາລັງປະກອບອາວຸດປະ ຕິວັດ, ການປະຕິ ບັດແນວທາງ, ນະໂຍບາຍ ການຕ່າງປະເທດທີ່ຄ່ອງແຄ້ວ, ມີໄຫວພິກ ເພື່ອຮັບປະກັນຄວາມໝັ້ນຄົງຂອງຊາດ, ສ້າງເງື່ອນໄຂສະພາບແວດລ້ອມທີ່ສະດວກ ໃຫ້ແກ່ການປົກປັກຮັກສາ ແລະ ສ້າງສາປະເທດຊາດ.
KPL