ຣັດເຊຍ ພົບແຫລ່ງນໍ້າມັນ ໃນແຫລມຍາມານ

15/02/2026 10:09
Email Print 108
ຂປລ ແກັສ ພຣອມ ເນຟ (Gazprom Neft), ເປັນ ບໍລິສັດ ພະລັງງານ ຂອງ ຣັດເຊຍ ປະກາດວ່າ ຄົ້ນພົບ ແຫລ່ງນໍ້າມັນ ແຫ່ງໃໝ່ ໃນແຫລມຍາມານ ໂດຍຄາດວ່າ ຈະມີປະລິມານ ນໍ້າມັນ ສຳຮອງທາງທໍລະນີວິທະຍາ ເຖິງ 55 ລ້ານໂຕນ.

ຂປລ. ສຳນັກຂ່າວ ອິນໂຟເຄວສ, ແກັສ ພຣອມ ເນຟ (Gazprom Neft), ເປັນ ບໍລິສັດ ພະລັງງານ ຂອງ ຣັດເຊຍ ປະກາດວ່າ ຄົ້ນພົບ ແຫລ່ງນໍ້າມັນ ແຫ່ງໃໝ່ ໃນແຫລມຍາມານ ໂດຍຄາດວ່າ ຈະມີປະລິມານ ນໍ້າມັນ ສຳຮອງທາງທໍລະນີວິທະຍາ ເຖິງ 55 ລ້ານໂຕນ.

ແຫລ່ງນໍ້າມັນ ທີ່ຄົ້ນພົບໃໝ່ນີ້ ຕັ້ງຢູ່ ໃນເຂດອາກຕິກ ຂອງ ເຂດປົກຄອງ ຕົນເອງ ຍາມາໂລ-ເນເນດ ໂດຍໄດ້ຮັບການ ຕັ້ງຊື່ ຕາມ ອາເລັກເຊ ຄອນໂຕໂຣວິ ເປັນນັກທໍລະນີ ວິທະຍາ ຜູ້ທີ່ມີຊື່ສຽງ ທ່ານ ອາເລັກເຊ ຄອນໂຕໂຣວິຊ.

ທ່ານ ອາເລັກຊານເດີ ຢູຄອຟ ຜູ້ບໍລິຫານ ບໍລິສັດ ແກັສພຣອມ ເນຟ ກ່າວວ່າ: ບໍ່ວ່າຈະເປັນໃນເຂດ ອາກຕິກ ຫລື ຊີບີລີ ຕາເວັນອອກ ລວມເຖິງ ໃນພື້ນທີ່ອື່ນໆ ອີກຫລາຍແຫ່ງ ຍັງຈະມີໂອກາດ ຄົ້ນພົບ ແຫລ່ງ ໄຮໂດຣກາກບອນຂະໜາດໃຫຍ່ ໄດ້ອີກ, ພ້ອມກັນນັ້ນ ຍັງກ່າວວ່າ ບໍລິສັດ ຈະດຳເນີນ ການສຳຫລວດ ທາງທໍລະນີ ວິທະຍາ ຢ່າງຈິງຈັງຕໍ່ໄປ ໃນທຸກພື້ນ ທີ່ ປະຕິບັດການ. ທັງນີ້ ໂດຍແກັສ ພຣອມ ເນຟ ເປັນໜຶ່ງ ໃນຜູ້ຜະລິດ ນໍ້າມັນຊັ້ນນໍາ ຂອງ ຣັດເຊຍ ແລະ ມີບົດບາດ ສຳຄັນ ໃນຍຸດທະສາດ ການພັດທະນາ ພະລັງງານ ໃນເຂດອາກຕິກ ຂອງ ປະເທດ./

KPL

ຂ່າວອື່ນໆ

ads
ads

Top