ຂປລ
ແຫລ່ງຂ່າວຈາກແຂວງ ສະຫວັນນະເຂດ ໃຫ້ຮູ້ວ່າ: ອະນຸກຳມະການໂຄງປະກອບ ແລະ ບຸກຄະລາກອນຂັ້ນແຂວງສະຫວັນນະເຂດ ເພ່ືອກະກຽມໃຫ້ແກ່ການເລືອກຕັ້ງສະມາຊິກສະພາແຫ່ງຊາດ (ສສຊ) ຊຸດທີ X ແລະ ສະພາປະຊາຊົນແຂວງ (ສສຂ) ຊຸດທີ V.
ຂປລ. ແຫລ່ງຂ່າວຈາກແຂວງ ສະຫວັນນະເຂດ ໃຫ້ຮູ້ວ່າ: ອະນຸກຳມະການໂຄງປະກອບ ແລະ ບຸກຄະລາກອນຂັ້ນແຂວງສະຫວັນນະເຂດ ເພ່ືອກະກຽມໃຫ້ແກ່ການເລືອກຕັ້ງສະມາຊິກສະພາແຫ່ງຊາດ (ສສຊ) ຊຸດທີ X ແລະ ສະພາປະຊາຊົນແຂວງ (ສສຂ) ຊຸດທີ V ເຄື່ອນໄຫວຊຸກຍູ້ວຽກງານກະກຽມໃຫ້ແກ່ບັ້ນເລືອກຕັ້ງຢູ່ເມືອງໄຊພູທອງ ໃນວັນທີ 29 ມັງກອນ 2026 ຊຶ່ງນຳພາໂດຍ ທ່ານ ຄໍາວິໃສ ຜຸຍຍະວົງ ຄະນະປະຈໍາພັກແຂວງຫົວໜ້າຄະນະຈັດຕ້ັງແຂວງພ້ອມດ້ວຍຄະນະ.
ໂອກາດນີ້, ທ່ານ ບົງສຸວັນ ມະນີວົງ ຮອງເລຂາພັກເມືອງ ຫົວໜ້າຄະນະຈັດຕັ້ງເມືອງໄຊພູທອງ ໄດ້ລາຍງານສະພາບການຈັດຕັ້ງປະຕິບັດວຽກງານຈາກອະນຸກຳມະການໂຄງປະກອບ ແລະ ບຸກຄະລາກອນຂັ້ນເມືອງ ໂດຍໄດ້ຍົກໃຫ້ເຫັນວ່າການເກັບກຳສະຖິຕິຜູ້ມີສິດປ່ອນບັດເລືອກຕັ້ງ ແມ່ນສຳເລັດຕາມຄາດໝາຍ ແລະ ໄດ້ສົ່ງໃຫ້ຄະນະຮັບຜິດຊອບຂັ້ນແຂວງສໍາເລັດແລ້ວ. ປັດຈຸບັນທົ່ວເມືອງ ໄຊພູທອງມີ 46 ໜ່ວຍ, ມີຄະນະຮັບຜິດຊອບ 550 ຄົນ ຍິງ 119 ຄົນ ໃນຈໍານວນ 41 ບ້ານ, ທົ່ວເມືອງໄຊພູທອງ ມີພົນລະເມືອງ 51.782 ຄົນ ຍິງ 25.018 ຄົນ, ຈໍານວນຜູ້ມີສິດປ່ອນບັດເລືອກຕ້ັງຕາມສໍາມະໂນຄົວ 35.873 ຄົນ ຍິງ 18.503 ຄົນ, ຜູ້ມີສິດເລືອກຕັ້ງມີໜ້າຕົວຈິງ 26.632 ຄົນ ຍິງ13.703 ຄົນ ເພື່ອລາຍງານໃຫ້ອະນຸກຳມະການຂັ້ນແຂວງໃຫ້ທັນຕາມກຳນົດເວລາທີ່ວາງໄວ້.
ພ້ອມກັນນີ້, ອະນຸກຳມະການຂັ້ນເມືອງ ກໍໄດ້ຮ່ວມກັນແລກປ່ຽນຄຳຄິດຄຳເຫັນ ໂດຍອີງໃສ່ໜ້າວຽກຕົວຈິງເພື່ອປຶກສາຫາລື ກ່ຽວກັບຂໍ້ສະດວກ, ຂໍ້ຫຍຸ້ງຍາກ ແລະ ແຜນການທີ່ຈະສືບຕໍ່ຈັດຕັ້ງປະຕິບັດໃນຕໍ່ໜ້າທັງນີ້ກໍເພື່ອເປັນການກະກຽມຄວາມພ້ອມໃນດ້ານຕ່າງໆ ໃຫ້ຮັບປະກັນເຮັດໃຫ້ບັ້ນເລືອກຕັ້ງໃນຄັ້ງນີ້ບັນລຸຜົນສຳເລັດຕາມ 4 ຄາດໝາຍທີ່ວາງໄວ້ເປັນຕົ້ນ ການນຳພາຜູ້ມີສິດເລືອກຕັ້ງໄປປ່ອນບັດໃຫ້ຄົບຖ້ວນ 100%, ນຳພາຜູ້ມີສິດເລືອກຕ້ັງໃຫ້ຮູ້ໃຊ້ສິດໃນການປ່ອນບັດຢ່າງຖືກຕ້ອງຕາມລະບຽບການ 100%, ສຸມໃສ່ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບໃຫ້ມີຄວາມປອດໄພ 100% ແລະ ຮັບປະກັນໃຫ້ການປ່ອນບັດເລືອກຕັ້ງມີຄວາມໂປ່ງໃສ ພ້ອມທັງສຳເລັດທັນຕາມກຳນົດເວລາ 100%.
ຂ່າວ-ພາບ: ພັນທະມິດ ວົງສຸທິ
KPL