ຂປລ
ອິນເດຍ ໄດ້ຕັ້ງເປົ້າໝາຍ ທີ່ຈະພັດທະນາ ຂິດຄວາມ ສາມາດ ໃນການອອກແບບ ແລະ ຜະລິດຊິບ ເພື່ອຕອບສະໜອງ ການໃຊ້ງານ ພາຍໃນ ປະເທດ ປະມານ 70-75% ໃນປີ 2029 .
ຂປລ. ສຳນັກຂ່າວ ອິນໂຟເຄວສ: ອິນເດຍ ໄດ້ຕັ້ງເປົ້າໝາຍ ທີ່ຈະພັດທະນາ ຂິດຄວາມ ສາມາດ ໃນການອອກແບບ ແລະ ຜະລິດຊິບ ເພື່ອຕອບສະໜອງ ການໃຊ້ງານ ພາຍໃນ ປະເທດ ປະມານ 70-75% ໃນປີ 2029 . ໂດຍ ຕະຫລາດ ເຊມິຄອນດັກເຕີຣ ຂອງ ອິນເດຍ ມີມູນຄ່າ ປະມານ 38 ຕື້ໂດລາ ສະຫະລັດ ໃນປີ 2023 , ຈາກນັ້ນເພີ່ມຂຶ້ນເປັນ 45 ຫາ 50 ຕື້ໂດລາ ສະຫະລັດ ໃນໄລຍະ ປີ 2024-2025. ຄາດວ່າ ຈະເພີ່ມຂຶ້ນ ໄປສູ່ລະດັບ 100 ເຖິງ 110 ຕື້ໂດລາ ສະຫະລັດ ໃນປີ 2030.
ໂດຍໂຄງການ ສົ່ງເສີມ ອຸດສາຫະກຳ ເຊມິຄອນດັກເຕີຣ (India Semiconductor Mission 2.0) ໃນໄລຍະຕໍ່ໄປ ຈະເນັ້ນໜັກເຖິງ ການຜະລິດຂັ້ນສູງ, ໂດຍມີ ແຜນງານ ທີ່ ຊັດເຈນ ເພື່ອໃຫ້ ບັນລຸ ເປົ້າໝາຍ ໃນການພັດທະນາ ເຕັກໂນໂລຊີ ການຜະລິດຊິບ 3 ນາໂນແມັດ ແລະ 2 ນາໂນແມັດ./
KPL