ຂປລ
ຂປລ. 5 ປີທີ່ຜ່ານມາ ສາມາດເຫັນໄດ້ວ່າເປັນເຫດການສໍາຄັນໃນປະຫວັດສາດຂອງພັກແຮງງານເກົາຫລີ ຊຶ່ງໄດ້ເຂົ້າສູ່ຍຸກສະໄໝໃໝ່ແຫ່ງການກໍ່ສ້າງ. ໃນໄລຍະນີ້, ພັກແຮງງານເກົາຫລີ ໄດ້ສົ່ງເສີມແນວຄິດ ແລະ ທິດສະດີການພັດທະນາທາງດ້ານວິທະຍາສາດ ແລະ ການປະຕິບັດເພື່ອຍຶດໝັ້ນກັບລັກສະນະຂອງພັກ.
(ເນື່ອງໃນໂອກາດກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ Ⅸ ຂອງພັກແຮງງານເກົາຫຼີ)
ຂປລ. 5 ປີທີ່ຜ່ານມາ ສາມາດເຫັນໄດ້ວ່າເປັນເຫດການສໍາຄັນໃນປະຫວັດສາດຂອງພັກແຮງງານເກົາຫລີ ຊຶ່ງໄດ້ເຂົ້າສູ່ຍຸກສະໄໝໃໝ່ແຫ່ງການກໍ່ສ້າງ. ໃນໄລຍະນີ້, ພັກແຮງງານເກົາຫລີ ໄດ້ສົ່ງເສີມແນວຄິດ ແລະ ທິດສະດີການພັດທະນາທາງດ້ານວິທະຍາສາດ ແລະ ການປະຕິບັດເພື່ອຍຶດໝັ້ນກັບລັກສະນະຂອງພັກ.
ໃນວັນທີ 17 ຕຸລາ 2022, ສະຫາຍ ກິມ ເຈິງ ອຸນ ໄດ້ກ່າວຄໍາບັນລະຍາຍທີ່ລະນຶກເຖິງອາຈານສອນ ແລະ ນັກສຶກສາຂອງໂຮງຮຽນຝຶກອົບຮົມເຈົ້າໜ້າທີ່ສູນກາງຂອງພັກແຮງງານເກົາຫລີ. ໃນຄໍາບັນລະຍາຍ, ເພິ່ນໄດ້ຊີ້ແຈງທິດທາງການກໍ່ສ້າງພັກໃນຍຸກສະໄໝໃໝ່ ລວມທັງວຽກງານການເມືອງ, ການຈັດຕັ້ງ ແລະ ອຸດົມການ, ລວມທັງການພັດທະນາລະບຽບວິໄນ ແລະ ຮູບແບບຂອງການເຮັດວຽກ. ກອງປະຊຸມຄົບຄະນະບໍລິຫານງານສູນກາງພັກແຮງງານເກົາຫລີ ຄັ້ງທີ 6 ສະໄໝທີ Ⅷ ຊຶ່ງໄດ້ຈັດຂຶ້ນໃນເດືອນທັນວາຂອງປີນັ້ນ, ໄດ້ຮັບເອົາຄໍາແນະນໍາ 5 ຈຸດ ສໍາລັບການກໍ່ສ້າງພັກແຮງງານເກົາຫລີ ອີງຕາມແນວຄິດ ແລະ ທິດສະດີພິເສດ ຂອງ ສະຫາຍ ກິມ ເຈິງ ອຸນ, ເປັນເສັ້ນທາງສໍາລັບການກໍ່ສ້າງພັກ ໃນຍຸກສະໄໝໃໝ່.
ພາຍຫລັງກອງປະຊຸມໃຫຍ່ຂອງພັກສະໄໝທີ Ⅷ ໄດ້ມີການຈັດກອງປະຊຸມໃຫຍ່ໆຂອງພັກເປັນປະຈໍາ ເຊັ່ນ: ກອງປະຊຸມຄົບ, ກອງປະຊຸມກົມການເມືອງ ແລະ ກອງປະຊຸມຄະນະເລຂາທິການ ຂອງ ສູນກາງພັກແຮງງານເກົາຫລີ. ດັ່ງນັ້ນ, ຈຶ່ງມີການຈັດກອງປະຊຸມໃຫຍ່ຂອງພັກເປັນປະຈໍາ ເພື່ອນໍາໃຊ້ຍຸດທະສາດທາງວິທະຍາສາດ, ການປະຕິວັດ ແລະ ການເອົາໃຈໃສ່ປະຊາຊົນ, ລວມທັງມາດຕະການປ້ອງກັນ ແລະ ຕ້ານພະຍາດລະບາດໃຫ້ມີປະສິດທິພາບສູງ, ສາມາດຟື້ນຟູຢ່າງຮີບດ່ວນເພື່ອສ້ອມແປງຄວາມເສຍຫາຍທາງທໍາມະຊາດ, ໂຄງການປະຕິວັດຊົນນະບົດສໍາລັບຍຸກສະໄໝໃໝ່, ນະໂຍບາຍການພັດທະນາພາກພື້ນ 20×10, ນະໂຍບາຍການເບິ່ງແຍງເດັກນ້ອຍ ແລະ ແຜນທີ່ທະເຍີທະຍານ ໃນການກໍ່ສ້າງອາຄານໃຫຍ່ທີ່ເປັນສັນຍະລັກຂອງຄວາມສີວິໄລສະໄໝໃໝ່.
ການຈັດຕັ້ງປະຕິບັດນະໂຍບາຍ, ແຜນການ ແລະ ຍຸດທະສາດທັງໝົດນີ້ ແມ່ນກ່ຽວຂ້ອງກັບກອງປະຊຸມສຳຄັນຂອງ ສູນກາງພັກແຮງງານເກົາຫລີ. ໃນໄລຍະນີ້, ການຮັບໃຊ້ປະຊາຊົນຢ່າງອຸທິດຕົນໄດ້ຖືກສ້າງຂຶ້ນຢ່າງໝັ້ນຄົງໃນທົ່ວພັກ, ໄດ້ກາຍເປັນພື້ນຖານໃນການເສີມສ້າງຄວາມສາມາດໃນການນໍາພາຂອງພັກແຮງງານເກົາຫລີ. ພາຍໃຕ້ການນຳພາ-ຊີ້ນຳທີ່ເກັ່ງກ້າສາມາດ ຂອງ ສະຫາຍ ກິມ ເຈິງ ອຸນ, ພັກແຮງງານເກົາຫລີ ໄດ້ກາຍເປັນອົງການທາງການເມືອງທີ່ມີປະສົບການ ຊຶ່ງສາມາດນໍາໄປສູ່ໄລຍະທີ່ກ້າວໜ້າໄດ້ຢ່າງຕໍ່ເນື່ອງ ດ້ວຍອໍານາດອັນໃຫຍ່ຫລວງຂອງມວນຊົນ ໃນການກໍ່ສ້າງສັງຄົມນິຍົມ ແລະ ເປັນພັກປະຕິວັດທີ່ເຂັ້ມແຂງ ທີ່ກໍາລັງກ້າວໜ້າ ໃນອະນາຄົດອັນແຈ່ມໃສ ຂອງສັງຄົມນິຍົມ ດ້ວຍຄວາມສາມາດທີ່ກ້າຫານ ເພື່ອກຽດຕິຍົດ ແລະ ຄວາມສຸກຂອງປະຊາຊົນ.
ໃນໄລຍະ 5 ປີຜ່ານມາ, ພັກແຮງງານເກົາຫລີ ໄດ້ບັນລຸໄຊຊະນະ ແລະ ການປ່ຽນແປງຫລາຍຢ່າງ ໃນຂະນະທີ່ ປະຕິບັດພາລະກິດເດີມຂອງຕົນຢ່າງຊື່ສັດ ເພື່ອປົກປ້ອງຜົນປະໂຫຍດຂອງປະຊາຊົນ ແລະ ນໍາເອົາຜົນປະໂຫຍດ ມາໃຫ້ເຂົາ ເຈົ້າ ໂດຍການເພີ່ມທະວີຄວາມສາມາດຂອງການເປັນຜູ້ນໍາ ໃນທຸກວິທີທາງ. ສະຫາຍ ກິມ ເຈິງ ອຸນ ໄດ້ສະຖາປະນາ ກຽດຕິຍົດ ແລະ ອໍານາດ ຂອງພັກແຮງງານເກົາຫລີ ຢ່າງໜັ້ນຄົງ ຊຶ່ງໄດ້ໃຫ້ກຽດແກ່ຊື່ທີ່ນັບຖືຂອງຕົນ ດ້ວຍຄວາມສາມັກຄີ ທີ່ບໍ່ສາມາດມ້າງເພໄດ້ ຊຶ່ງຖືຜູ້ນໍາ ເປັນຈຸດໃຈກາງຄົນດຽວ ນັບຕັ້ງແຕ່ການກໍ່ສ້າງຕັ້ງພັກ. ນີ້ແມ່ນຜົນສໍາເລັດ ທີ່ດີເດັ່ນທີ່ສຸດ ຂອງ ສະຫາຍ ກິມ ເຈິງ ອຸນ ໃນການກໍ່ສ້າງ ແລະ ການພັດທະນາ ຂອງພັກແຮງງານເກົາຫລີ.
ສະຫາຍ ກິມ ເຈິງ ອຸນ ໄດ້ເປີດຍຸກສະໄໝຮຸ່ງເຮືອງ ແຫ່ງການກໍ່ສ້າງພັກໃນຍຸກສະໄໝໃໝ່ ໃນໄລຍະເວລາສັ້ນໆ, ດ້ວຍເຫດນີ້ຈຶ່ງສ້າງພື້ນຖານທີ່ເຂັ້ມແຂງ ໃນການຮັບປະກັນກຽດສັກສີ ແລະ ອໍານາດການປົກຄອງຢ່າງຖາວອນຂອງພັກແຮງງານເກົາຫລີ ແລະ ເປັນພື້ນຖານອັນໜັກແໜ້ນ ໃນປະຫວັດສາດອັນສູງສົ່ງ ຂອງການເມືອງສັງຄົມນິຍົມຢ່າງຕໍ່ເນື່ອງ ໂດຍອີງໃສ່ຫລັກການໃຫ້ປະຊາຊົນເປັນອັນດັບທໍາອິດ ຊຶ່ງເປັນຄວາມຕັ້ງໃຈອັນໜັກແໜ້ນ ຂອງ ສະຫາຍ ກິມ ເຈິງ ອຸນ ທີ່ຈະເພີ່ມຄວາມເຂັ້ມແຂງ ໃຫ້ແກ່ຄວາມໄວ້ວາງໃຈຂອງປະຊາຊົນ ດ້ວຍຄວາມພະຍາຍາມທີ່ອຸທິດຕົນ ເພື່ອຜົນປະໂຫຍດຂອງປະຊາຊົນ ແລະ ຈະບັນລຸເປົ້າໝາຍທີ່ຍິ່ງໃຫຍ່ ດ້ວຍຄວາມແຮງແຫ່ງການເປັນອັນໜຶ່ງອັນດຽວຂອງ ພັກ ແລະ ປະຊາຊົນ.
ສະຫາຍ ໄດ້ມີສ່ວນຮ່ວມໃນພິທີວາງຮາກຖານ ສໍາລັບໂຄງການອື່ນໆໃນທົ່ວປະເທດ, ຈາກອາຄານທີ່ອາໄສຢູ່ໃນເມືອງຫລວງ ຈົນເຖິງບ້ານເຮືອນ ຢູ່ໃນເຂດຊົນນະບົດ, ໂຮງງານອຸດສາຫະກໍາພາກພື້ນ, ເຂດທ່ຽວຊົມຝັ່ງທະເລ ວົນຊັນການມາ (Wonsan Kalma) ແລະ ໂຮງໝໍໃຫຍ່ພຽງຢາງ, ບ່ອນທີ່ເພິ່ນໄດ້ຂຸດດິນເປັນເທື່ອທໍາອິດ ພ້ອມໄດ້ກ່າວຄໍາປາໄສທີ່ໃຫ້ກໍາລັງໃຈ ຜູ້ກໍ່ສ້າງ ແລະ ຊີ້ບອກເຖິງບັນຫາທີ່ເກີດຂຶ້ນໃນໂຄງການ. ໃນພິທີເປີດໂຮງງານອຸດສາຫະກໍາພາກພື້ນ ແລະ ສູນພັກຜ່ອນ ໃນເມືອງກາງດົງ (Kangdong) ທີ່ຈັດຂຶ້ນໃນເດືອນທັນວາ 2025, ເພິ່ນໄດ້ກ່າວວ່າ: ເປົ້າໝາຍ ແລະ ຂອບເຂດຂອງການກໍ່ສ້າງຄວນຖືກປັບປຸງ ແລະ ຍົກລະດັບຢ່າງສະໝໍ່າສະເໝີ. ໃນພິທີເປີດໂຮງງານອຸດສາຫະກໍາພາກພື້ນໃນນະຄອນຊີນໂພ (Sinpo), ທ່ານໄດ້ເນັ້ນເຖິງຄວາມຈໍາເປັນທີ່ຈະຕັ້ງເປົ້າໝາຍຂອງການພັດທະນາພາກພື້ນທີ່ພົ້ນເດັ່ນ ແລະ ຄວາມພະຍາຍາມໃຫ້ສູງຂຶ້ນເພື່ອບັນລຸເປົ້າໝາຍດັ່ງກ່າວ ຢ່າງບໍ່ຫວັ່ນໄຫວ.
ພາຍໃຕ້ການນຳພາ-ຊີ້ນຳ ອັນສະຫລາດສ່ອງໃສຂອງ ສະຫາຍ ກິມ ເຈິງອຸນ ເລຂາທິການໃຫຍ່ ພັກແຮງງານເກົາຫລີ, ຄວາມສາມາດການນຳພາ ແລະ ຄວາມສາມາດການສູ້ຊົນຂອງພັກແຮງງານເກົາຫລີ ໄດ້ຮັບການເພີ່ມທະວີຍິ່ງໆຂຶ້ນ ແລະ ເສັ້ນທາງອັນໃໝ່ແຫ່ງການກໍ່ສ້າງສັງຄົມນິຍົມໄດ້ເປີດກວ້າງ. ກຳລັງແຮງລວມແຫ່ງຊາດ ໄດ້ຮັບການເສີມຂະຫຍາຍ ແລະ ສປປ ເກົາຫລີ ໄດ້ຢືນຢູ່ແຖວໜ້າຂອງປະເທດທີ່ມີຄວາມເຂັ້ມແຂງທາງດ້ານທະຫານທີ່ບໍ່ມີໃຜສາມາດຮຸກຮານ ແລະ ພາລະບົດບາດຂອງ ສປປເກົາຫລີ ນັບມື້ນັບສູງເດັ່ນຂຶ້ນກວ່າເກົ່າ ໃນເວທີພາກພື້ນ ແລະ ສາກົນ ໂດຍສະເພາະສາຍພົວພັນມິດຕະພາບ ແລະ ຄວາມສາມັກຄີ ລະຫວ່າງ ສປປ ເກົາຫລີ ແລະ ບັນດາປະເທດສັງຄົມນິຍົມ ໄດ້ເພີ່ມທະວີຍິ່ງໆຂຶ້ນກວ່າເກົ່າ ແລະ ຮັບປະກັນ ໃຫ້ການປົກປັກຮັກສາ ສະພາບແວດລ້ອມແຫ່ງສັນຕິພາບ ແລະ ສະຖຽນລະພາບ ຢູ່ ເກົາຫລີ ຢ່າງໝັ້ນຄົງ. ຍ້ອນມີ ສະຫາຍ ກິມ ເຈິງອຸນ ເລຂາທິການໃຫຍ່ ພັກແຮງງານເກົາຫລີ, ປະທານກິດຈະການແຫ່ງລັດ ແຫ່ງສາທາລະນະລັດ ປະຊາຊົນ ປະຊາທິປະໄຕ ເກົາຫລີ, ອະນາຄົດຂອງປະເທດສັງຄົມນິຍົມເກົາຫລີ ຈະມີຄວາມສົດໃສ ແລະ ແສງສະຫວ່າງ ຕະຫລອດໄປ.
KPL