ຊີຣີ-ອາຣັບບີ ຊາອຸດິດ ລົງນາມຂໍ້ຕົກລົງຮ່ວມ ສາຍການບິນ-ໂທລະຄົມ ມູນຄ່າ 1 ຕື້ໂດລາ

10/02/2026 20:03
ຂປລ ຊີຣີ ແລະ ອາຣັບບີ ຊາອຸດິດ ລົງນາມໃນຂໍ້ຕົກລົງ ກ່ຽວກັບ ສາຍການບິນຮ່ວມ ແລະ ໂຄງການ ພັດທະນາ ໂທລະຄົມມະນາ ຄົມ ດ້ວຍມູນຄ່າ 1 ຕື້ໂດລາ ສະຫະລັດ

ຂປລ. ສຳນັກຂ່າວ ເອເອຟພີ ລາຍງານ ຈາກນະຄອນຫລວງ ດານັດ ປະເທດຊີຣີ ເມື່ອວັນທີ 8 ກຸມພາວ່າ: ຊີຣີ ແລະ ອາຣັບບີ ຊາອຸດິດ ລົງນາມໃນຂໍ້ຕົກລົງ ກ່ຽວກັບ ສາຍການ ບິນຮ່ວມ ແລະ ໂຄງການ ພັດທະນາ ໂທລະຄົມມະນາ ຄົມ ດ້ວຍມູນຄ່າ 1 ຕື້ໂດລາ ສະຫະລັດ, ໃນຂະນະທີ່ ຊີຣີ ພະຍາຍາມ ຟື້ນຟູ ປະເທດ ຫລັງຈາກ ສົງຄາມ ທີ່ຍາວນານ ມາຫລາຍປີ.

ໂດຍອາຣັບບີ ຊາອຸດິດ ເປັນຜູ້ສະໜັບ ສະໜູນຫລັກ ຂອງ ລັດຖະບານຊີຣີ ໃນຊຸດປັດຈຸບັນ, ຊຶ່ງຂຶ້ນສູ່ອຳນາດ ຫລັງຈາກ ການໂຄ່ນລົ້ມ ອະດິດ ປະທານາທິບໍດີ ບາຊາຣ ອັລ-ອັລ ຊາດ ເມື່ອເດືອນທັນວາປີ 2024. ລັດຖະບານ ຊີຣີ ຊຸດໃໝ່ ພະຍາຍາມດຶງດູດ ການລົງທຶນ ແລະ ລົງນາມໃນຂໍ້ຕົກລົງ ສຳຄັນ ກັບ ບໍລິສັດຫລາຍແຫ່ງ  ແລະ ລັດຖະບານ ຂອງ ປະເທດ ຕ່າງໆ ລວມເຖິງ ອາຣັບບີຊາອຸດິດ ແລະ ປະເທດອື່ນໆ./

KPL

ຂ່າວອື່ນໆ

ads
ads

Top