ອົດສະຕຣາລີ - ລາວ ຍ່າງຄຽງຄູ່ກັນຕາມເສັັ້ນທາງອັນຍາວໄກ

05/02/2026 14:16
ຂປລ ວັນຊາດອົດສະຕຣາລີ ແມ່ນໂອກາດທີ່ຈະໄດ້ທົບທວນຄືນເບິ່ງວ່າ ພວກເຮົາແມ່ນໃຜ, ມາຈາກໃສ ແລະ ທວນຄືນຈຸດມຸ່ງໝາຍທີ່ພວກເຮົາຢາກສ້າງຮ່ວມກັນໃນອະນາຄົດ. ອົດສະຕຣາລີແມ່ນປະເທດທີ່ມີຫຼາຍເຊື້ອຊາດ - ມີຄົນມາຈາກເຊື້ອຊາດທີ່ແຕກຕ່າງກັນຫຼາຍກວ່າ 300 ກຸ່ມ, ໃນຈຳນວນນີ້ມີຄົນອົດສະຕຣາລີຫຼາຍກວ່າໜື່ງລ້ານຄົນ ທີ່ມີເຊື້ອສາຍຄອບຄົວຈາກພາກພື້ນອາຊີຕາເວັນອອກສຽ່ງໃຕ້. ພວກເຮົາຮັບຮູ້ວ່າ ປະເທດຊາດທີ່ທັນສະໄໝຂອງພວກເຮົາ ມາຈາກວັດທະນະທຳຊົນເຜົ່າທີ່ຕໍ່ເນື່ອງຍາວນານມາຫຼາຍກວ່າ 65,000 ພັນປີ - ເຊິ່ງເປັນວັດທະນະທຳທີ່ເກົ່າແກ່ທີ່ສຸດໃນໂລກ.

ພວກເຮົາຖືເອົາໂອກາດນີ້ ເບິ່ງໄປທາງໜ້າສູ່ອະນາຄົດຮ່ວມກັນ ແລະ ເປັນໂອກາດທີ່ຈະໄດ້ພິຈາລະນາບົດບາດຂອງພວກເຮົາໃນພາກພື້ນນີ້ ແລະ ໃນໂລກ. ແນ່ນອນ, ລວມທັງ ສາຍພົວພັນຂອງພວກເຮົາໃນພາກພື້ນອາຊີຕາເວັນອອກສ່ຽງໃຕ້ ລວມເຖິງມິດຕະພາບທີ່ແໜ້ນແຟ້ນ, ຍາວນານຂອງອົດສະຕຣາລີ ແລະ ສປປ ລາວ.

ປີກາຍນີ້ ເປັນປີແຫ່ງຂອງການສະເຫຼີມສະຫຼອງ ວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ. ຂ້າພະເຈົ້າຂໍສະແດງຄວາມຊົມເຊີຍອັນອົບອຸ່ນ ມາຍັງລັດຖະບານ ແລະ ປະຊາຊົນລາວ ສຳລັບເຫດການສຳຄັນທາງປະຫວັດສາດນີ້, ພ້ອມທັງຂໍສະແດງຄວາມຊົມເຊີຍ ຕໍ່ຜົນສຳເລັດຂອງກອງປະຊຸມໃຫ່ຍຂອງພັກ ປະຊາຊົນ ປະຕິວັດລາວ ທີ່ໄດ້ຈັດຂຶ້ນໃນເດືອນຜ່ານມາ. ເຊິ່ງແມ່ນເຫດການປະຫວັດສາດສຳຄັນໃນການເດີນທາງ ຂອງ ສປປ ລາວ - ແລະສະແດງໃຫ້ເຫັນການເຕີບໃຫ່ຍຂະຫຍາຍໂຕ, ຄວາມເຂັ້ມແຂງ ແລະ ຄວາມມຸ່ງມາດປາຖະໜາຂອງ ສປປ ລາວ. 

ພວກເຮົາມີຄວາມພາກພູມໃຈທີ່ໄດ້ຍ່າງຄຽງບ່າຄຽງໄຫຼ່ ກັບ ສປປ ລາວ ໃນເສັ້ນທາງແຫ່ງຄວາມສຳເລັດນີ້. ປີນີ້ ລາວ ແລະ ອົດສະຕຣາລີ ຮ່ວມກັນສະເຫຼີມສະຫຼອງສາຍພົວພັນການທູດ ຄົບຮອບ 74 ປີ, ເຊິ່ງແມ່ນສາຍພົວພັນສອງຝ່າຍ ທີ່ ຕໍ່ເນື່ອງຍາວນານທີ່ສຸດ ທີ່ ສປປ ລາວ ມີຮ່ວມກັບຕ່າງປະເທດ. ການມີອາຍຸຍືນຍາວສະແດງເຖິງຄວາມຍືນນານແບບເລິກເຊິ່ງ. ສະແດງໃຫ້ເຫັນວ່າ ການຮ່ວມມືຂອງພວກເຮົາມີຄວາມຍືນຍົງຜ່ານການຜັນແປ ແລະສິ່ງທ້າທາຍຕ່າງໆຂອງໂລກ ລວມເຖິງການປ່ຽນແປງດ້ານບຸລິມະສິດຕ່າງໆ - ແຕ່ ສາຍພົວພັນຂອງພວກເຮົາສືບຕໍ່ແໜ້ນແຟ້ນເຂັ້ມແຂງ ຍ້ອນຖືກສ້າງຂຶ້ນບົນຈິດໃຈເຊື່ອໝັ້ນເຊິ່ງກັນແລະກັນ, ເຄົາລົບເຊິ່ງກັນແລະກັນ ແລະ ເປັນມິດຕະພາບທີ່ແທ້ຈິງ.

ນາຍົກລັດຖະມົນຕີຂອງສອງປະເທດພວກເຮົາ ເຫັນໄດ້ເຖິງຄວາມສຳຄັນຂອງການຮ່ວມມືທີ່ເຂ້ັມແຂງນີ້ ໂດຍໄດ້ລົງນາມເອກະສານທາງການ ເພື່ອຍົກລະດັບການຮ່ວມມືສອງຝ່າຍ ຂຶ້ນເປັນຄູ່ຮ່ວມມືຮອບດ້ານ ລາວ-ອົດສະຕຣາລີ, ໃນເດືອນມີນາ 2024. ຂໍ້ຕົກລົງດັ່ງກ່າວນີ້ ຖືກຮັບຮູ້ຢ່າງເປັນທາງການວ່າ ການ ຮ່ວມມືຂອງພວກເຮົາແມ່ນນັບມື້ນັບກວ້າງຂວາງຂຶ້ນ, ເລິກເຊິ່ງກວ່າເກົ່າ ແລະ ສຳຄັນກວ່າທີ່ເຄີຍຮ່ວມມືກັນມາກ່ອນ. ຂ້າພະເຈົ້າ ຂໍຖືໂອກາດນີ້ ທົບທວນຄືນວ່າ ເອກະສານນີ້ ມີຄວາມໝາຍ ຄວາມສຳຄັນໃນການ ຈັດຕັ້ງປະຕິບັດຕົວຈິງຄືແນວໃດ, ແລະ ຈະສືບຕໍ່ບຸລິມະສິດຂອງພວກເຮົາຮ່ວມກັນຄືແນວໃດ ພາຍໃຕ້ ເອກະສານ ເປັນຄູ່ຮ່ວມມືຮອບດ້ານ. 

ໝາກຫົວໃຈຂອງສາຍພົວພັນຂອງພວກເຮົາ ແນ່ນອນທີ່ສຸດແມ່ນ ປະຊາຊົນສອງຊາດ ຈະສືບຕໍ່ຮ່ວມມືກັນໃນອະນາຄົດ. ພວກເຮົາໄດ້ຮ່ວມກັນສ້າງສາຍພົວພັນລະດັບບຸກຄົນ ແລະ ສາຍອາຊີບທີ່ແໜ້ນແຟ້ນ  ລະຫ່ວາງສອງຊາດຂອງພວກເຮົາ ໂດຍຜ່ານທຶນການສຶກສາ, ອາສາສະໝັກ, ວຽກງານການຊ່ວຍເຫຼືອດ້ານມະນຸດສະທຳ, ການແລກປ່ຽນວັດທະນະທຳຕ່າງໆ ແລະ ການຮ່ວມມືໃນວຽກງານລະດັບທ້ອງຖິ່ນໃນໂຄງການຕ່າງໆ.​ ຕະຫຼອດໄລຍະເວລາຫຼາຍກວ່າ 70 ປີຜ່ານມາ, ນັກສຶກສາລາວ ທີ່ໄດ້ໄປຮຽນຕໍ່ຢູ່ອົດສະຕຣາລີ - ກັບຄືນມາບ້ານເກີດ ພ້ອມດ້ວຍທັກສະ ແລະຄວາມຮູ້ຄວາມສາມາດໃຫມ່ຫຼາຍດ້ານ ລວມເຖິງມິດຕະພາບທີ່ຕິດໂຕຕະຫຼອດຊີວິດ. ປະຈຸບັນ ມີອາດີດນັກສືກສາຈົບຈາກອົດສະຕຣາລີ ຫຼາຍກວ່າ 2,600 ຄົນຢູ່ໃນ ສປປ ລາວ ທີ່ພວມປະກອບສ່ວນເຂົ້າໃນພາລະກິດສ້າງສາປະເທດຊາດໃນພາກລັດ, ພາກເອກະຊົນ, ໜ່ວຍງານວິທະຍາສາດ, ຂະແໜງສາທາ, ຂະແໜງສີລະປະວັດທະນະທຳ ແລະ ອື່ນໆ.

ການຮ່ວມມື ໃນຂະແໜງສຶກສາ ສືບຕໍ່ສ້າງຄວາມເຂັ້ມແຂງດ້ານຜົນງານການຮຽນຂອງນ້ອງນັກຮຽນ, ສະໜັບສະໜູນບັນດາຄູອາຈານ ໄປພ້ອມກັບການສົ່ງເສີມຄວາມສະເໝີພາບບົດບາດຍິງຊາຍ. ພວກເຮົາພາກພູມໃຈຫຼາຍ ທີ່ໂຄງການຊ່ວຍເຫຼືອເດັກນ້ອຍ ດ້ວຍການສ້າງພື້ນຖານພາສາລາວໃຫ້ເຂັ້ມແຂງແກ່ເຂົາເຈົ້າຕັ້ງແຕ່ເວລາເລີ່ມເຂົ້າໂຮງຮຽນ. 

 

ຂະແໜງສາທາລະນະສຸກ, ໜຶ່ງໃນການຮ່ວມມືເດັ່ນທີ່ສຸດ ແມ່ນຄືການຕໍ່ສູ້ກັບພະຍາດໄຂ້ເລືອດອອກ. ໃນປີ 2025, ພວກເຮົາໄດ້ ປ່ອຍຍຸງທີ່ມີເຊື້ອ Wolbachia ໃນໂຕ ຈໍານວນ 48 ລ້ານໂຕ ທົ່ວນະຄອນຫຼວງວຽງຈັນ. ພວກເຮົາຍິນດີຫຼາຍທີ່ນະວັດຕະກຳທັນສະໄໝຂອງອົດສະຕຣາລີໄດ້ຖືກນຳໃຊ້ຢູ່ ປະເທດລາວ. ປີນີ້ພວກເຮົາຕັ້ງເປົ້າຂະຫຍາຍໂຄງການນີ້ ອອກໄປທົ່ວປະເທດລາວ.  

ພວກເຮົາຂໍສະແດງຄວາມຊົມເຊີຍມາຍັງລັດຖະບານລາວ ໃນການສຳຫຼວດພົນລະເມືອງລາວທົ່ວປະເທດຄັ້ງທີ 5 ທີ່ໄດ້ເລີ່ມແລ້ວຫວ່າງມໍ່ໆມານີ້. ອົດສະຕຣາລີມີຄວາມພາກພູມໃຈທີ່ໄດ້ເປັນຜູ້ປະກອບສ່ວນຫຼັກໃນວຽກງານທີ່ສຳຄັນນີ້ ຜົນຂອງການສຳຫຼວດຈະສາມາດສະໜອງຂໍ້ມູນເພື່ອສະໜັບສະໜູນ ລັດຖະບານດ້ານເສດຖະກິດ, ສັງຄົມ ແລະ ການພັດທະນາຂອງ ສປປ ລາວໃນອະນາຄົດ.

ອົດສະຕຣາລີ ໄດ້ເພີ່ມທະວີການຮ່ວມມືກັບຂະແໜງສື່ມວນຊົນ, ປີກາຍນີ້, ໄດ້ສະໜັບສະໜູນຫຼາຍກິດຈະກຳ ໃນການສະເຫຼີມສະຫຼອງວັນສື່ມວນຊົນຄົບຮອບ 75 ປີ ແລະ ໄດ້ຈັດເວທີສົນທະນາສື່ດິຈິຕອນໃຫ້ແກ່ນັກສື່ມວນຊົນລາວ ໂດຍມີ ສຳນັກຂ່າວ ABC ແລະ ສະມາຄົມນັກຂ່າວແຫ່ງປະເທດລາວ ເປັນຜູ້ຈັດຮ່ວມກັນ. ປີນີ້ ພວກເຮົາຍັງສືບຕໍ່ຮ່ວມມື ແລະເຮັດວຽກຮ່ວມກັນຫຼາຍກິດຈະກຳ.  

ອົດສະຕຣາລີ ໄດ້ສືບຕໍ່ເສີມຂະຫຍາຍຄຳໝັ້ນສັນຍາ ເພື່ອຮ່ວມມືເສດຖະກິດກັບພາກພື້ນຂອງພວກເຮົາດ້ວຍຄວາມຫ້າວຫັນ ໂດຍການເປີດໂຕແຜນງານໃຫມ່ ທີ່ເອີ້ນວ່າ: ຍຸດທະສາດເສດຖະກິດອາຊີຕາເວັນອອກສຽ່ງໃຕ້ ຂອງອົດສະຕຣາລີເຖິງປີ 2040. ສປປ ລາວ, ພວມມີບົດບາດເພີ່ມຂື້ນໃນຖານະທີ່ເປັນສູນກາງການເຊື່ອມຈອດໃນພາກພື້ນ, ສະແດງເຖິງໂອກາດສຳຄັນໃນການຮ່ວມມືທາງດ້ານເສດຖະກິດ. ປີນີ້, ພວກເຮົາຈະໄດ້ສຸມໃສ່ຂະຫຍາຍການຮ່ວມມືດ້ານພື້ນຖານໂຄງລ່າງແບບຍືນຍົງ, ວຽກງານພະລັງງານທົດແທນທີ່ບໍ່ແມ່ນພະລັງງານນ້ຳ, ທຸລະກິດກະສິກຳ, ບໍ່ແຮ່ ແລະ ການສຶກສາ - ຊຶ່ງເປັນຂົງເຂດທີ່ອົດສະຕຣາລີ ມີຄວາມເປັນຊ່ຽວຊານ ສາມາດສະໜັບສະໜູນເປົ້າໝາຍການພັດທະນາຂອງ ສປປ ລາວ ໄປພ້ອມກັບເພີ່ມພູນຄວາມຈະເລີນຮຸ່ງເຮືອງຮ່ວມກັນ.  

ການຮ່ວມມືດ້ານການດຳເນີນທຸລະກິດຂອງພວກເຮົາໃນ ສປປ ລາວ ກຳລັງເຕີບໃຫຍ່ຂະຫຍາຍຕົວ. ໃນເດືອນມີນາທີ່ຜ່ານມາ, ຂ້າພະເຈົ້າໄດ້ເດີນທາງໄປແຂວງຈຳປາສັກ ຮ່ວມພິທີເປີດສວນໝາກບູເບີຣີແຫ່ງໃໝ່, ດຳເນີນການໂດຍບໍລິສັດ Costa ຂອງອົດສະຕຣາລີ. ໃນເວລານັ້ນເຂົາເຈົ້າມີເນື້ອທີ່ປູກໝາກບູເບີຣີ 17 ເຮັກຕາ ແລະ ມີພະນັກງານປະມານ 80 ຄົນ. ໃນເດືອນທັນວາ, ຂ້າພະເຈົ້າໄດ້ມີໂອກາດເດີນທາງ ຮ່ວມກັບ ທ່ານລັດຖະມົນຕີກະຊວງການເງິນ, ພະນະທ່ານ ສັນຕິພາບ ພົມວິຫານ, ເພື່ອກັບໄປຢ້ຽມຢາມສວນແຫ່ງນີ້ຄືນ. ປະຈຸບັນສວນ Costa ໄດ້ຂະຫຍາຍໃຫຍ່ຂຶ້ນເປັນ 73 ເຮັກຕາ, ມີພະນັກງານຫຼາຍກວ່າ 200 ຄົນ, ເກືອບທັງໝົດແມ່ນຄົນລາວ. ສວນ Costa ມີແຜນການ ທີ່ຈະຂະຫຍາຍອອກໄປຕື່ມອີກ ແລະ ສະໜັບສະໜູນຄວາມມຸ່ງຫວັງຂອງ ປະເທດລາວໃນການເພີ່ມການສົ່ງອອກດ້ານສິນຄ້າກະສິກຳ.

ພວກເຮົາມີຄວາມພາກພູມໃຈທີ່ໄດ້ສະໜັບສະໜູນ ສປປ ລາວ ໃນຂະນະທີ່ທຸກຄົນພວມປະເຊີນໜ້າ ກັບສິ່ງທ້າທາຍຕ່າງໆ ຍ້ອນການປ່ຽນແປງຂອງສະພາບດິນຟ້າອາກາດ. ລວມທັງສະໜັບສະໜູນ ສປປ ລາວ ໃນການດຳເນີນທຸລະກິດໃນຕະຫຼາດກາກບອນທົ່ວໂລກ, ວຽກງານປັບປຸງລະບຽບການດ້ານພະລັງງານ, ແລະ ຊອກຄົ້ນຫາກາລະໂອກາດໃໝ່ໆ ດ້ານພະລັງງານທົດແທນ ພະລັງງານນ້ຳ. ຜ່ານຫຼາຍໂຄງການຮ່ວມມືຢູ່ພາກເໜືອ ແລະ ພາກໃຕ້ຂອງ ລາວ, ພວກເຮົາໄດ້ຊ່ວຍເຫຼືອຫຼາຍທ້ອງຖິ່ນໃນການວາງແຜນຮັບມືກັບໄພພິບັດຈາກທຳມະຊາດຕ່າງໆ ແລະ ໄດ້ຈັດຕັ້ງປະຕິບັດຫຼາຍໂຄງການກ່ຽວຂ້ອງກັບການສ້າງຄວາມເຂັ້ມແຂງໃຫ້ຊີວິດການເປັນຢູ່ ເພື່ອຮັບມືກັບການປ່ຽນແປງຂອງສະພາບດິນຟ້າອາກາດ. ພວກເຮົາພວມເຮັດວຽກຮ່ວມກັບຄະນະກຳມະການແມ່ນ້ຳຂອງ ໃນການປັບປຸງແຜນຕ້ານໄພນ້ຳຖ້ວມ. 

ພວກເຮົາພວມຂະຫຍາຍການຮ່ວມມືໃນຂະແໜງກະສິກຳ ທີ່ສາມາດຮັບມືກັບການປ່ຽນແປງຂອງສະພາບດິນຟ້າອາກາດ, ເຊັ່ນໂຄງການເສີມສ້າງຄວາມເຂັ້ມແຂງດ້ານກະສິກຳ ລາວ-ອົດສະຕຣາລີ ເຊິ່ງຈະເລີ່ມຈັດຕັ້ງປະຕິບັດໃນປີນີ້. ໂຄງການນີ້ສ້າງຂຶ້ນພາຍໃຕ້ການຮ່ວມມືຫຼາຍກວ່າ 35 ປີ ໃນວຽກງານຄົ້ນຄວ້າກະສິກຳ ແລະ ການຄຸ້ມຄອງນ້ຳ.

ອົດສະຕຣາລີສືບຕໍ່ຄວາມມຸ່ງໝັ້ນ ແລະ ເຈດຈຳນົງທີ່ຈະຮ່ວມມືກັບລາວ ແລະ ບັນດາປະເທດອາຊຽນ ເພື່ອສ້າງສັນຕິພາບ, ຄວາມໝັ້ນຄົງ ແລະ ຄວາມຈະເລີນຮຸ່ງເຮືອງຮ່ວມກັນໃນພາກພື້ນ, ໂດຍມີອາຊຽນ ແລະ ສະຖາບັນອາຊຽນຕ່າງໆເປັນໃຈກາງ. ພວກເຮົາພວມເຮັດວຽກກັບລາວ ແລະ ບັນດາປະເທດໃນອາຊຽນ ສະໜັບສະໜູນການສ້າງຄວາມເຂັ້ມແຂງ, ປະຕິບັດຕາມກົດລະບຽບ, ມາດຕະຖານ ແລະ ປະເພນີປະຕິບັດຕ່າງໆຂອງອາຊຽນ ຕາມວິຖີທີ່ແຕ່ລະປະເທດສາມາດຮ່ວມມື, ຄ້າຂາຍນໍາກັນ, ລວມເຖິງເຄົາລົບອະທິປະໄຕ ແລະ ກົດໝາຍສາກົນທີ່ໄດ້ຕົກລົງເຫັນດີນຳກັນແລ້ວ.

ດັ່ງທີ່ທ່ານ ລັດຖະມົນຕີການຕ່າງປະເທດຂອງອົດສະຕຣາລີໄດ້ກ່າວວ່າ, ອາຊຽນມີສຽງທີ່ເປັນເອກະລັກ. ມີຄຳເວົ້າສະເພາະ ແລະມີການກະທຳສະເພາະ, ສາມາດສ້າງມາດຕະຖານສະເພາະ, ແລະສາມາດກຳນົດຄວາມຄາດຫວັງສະເພາະໃຫ້ທັງປະເທດມະຫາອຳນາດໃຫຍ່ ແລະ ປະເທດນ້ອຍ ໃນອາຊຽນ.

ການຮ່ວມມືດ້ານວຽກງານປ້ອງກັນປະເທດ ຂອງພວກເຮົາກັບ ສປປ ລາວ ແມ່ນເພື່ອສະໜັບສະໜູນພາກພື້ນທີ່ມີຄວາມເຂັ້ມແຂງ ແລະ ສ້າງຄວາມໝັ້ນຄົງໃນພາກພື້ນ ໂດຍຜ່ານການປຶກສາຫາລື ແລະ ການປະສານງານຕົວຈິງຮ່ວມກັນ. ກອງປະຊຸມເຈົ້າໜ້າທີ່ອາວຸໂສ ສອງຝ່າຍ ທີ່ໄດ້ຈັດຂຶ້ນໃນເດືອນທັນວາ ປີກາຍນີ້. ພວກເຮົາພວມສືບຕໍ່ຂະຫຍາຍໂອກາດ ໃຫ້ເຈົ້າໜ້າທີ່ຈາກສອງກະຊວງປ້ອງກັນປະເທດ ໄດ້ແລກ ປ່ຽນຮຽນຮູ້ນຳກັນ, ລວມເຖິງຜ່ານການເຝິກອົບຮົມພາສາອັງກິດ ແລະ ຜ່ານການຮ່ວມມືໃນໂຄງການ Indo-Pacific Endeavour. ປີກາຍນີ້, ພວກເຮົາມີຄວາມຍິນດີ ທີ່ໄດ້ນຳພະນັກງານຈາກຂະແໜງດັ່ງກ່າວຈຳນວນ 20 ຄົນໄປຢ້ຽມຢາມອົດສະຕຣາລີພາຍໃຕ້ກິດຈະກຳດັ່ງກ່າວ.

ໜ່ວຍງານບັງຄັບໃຊ້ກົດໝາຍຂອງ ສປປ ລາວ ແລະ ອົດສະຕຣາລີ ພວມຮ່ວມມືກັນຕ້ານ ແລະ ສະກັດກັ້ນອາຊະຍາກຳຂ້າມຊາດ. ພວກເຮົາພວມເຮັດວຽກຮ່ວມກັນ ສ້າງຄວາມເຂັ້ມແຂງ ແລະຮ່ວມກັນແກ້ໄຂບັນຫາຕ່າງໆເຊັ່ນ: ການຄ້າຢາເສບຕິດ ແລະອາຊະຍາກຳດ້ານການເງິນ ແລະ ອາຊະຍາກຳທີ່ກ່ຽວຂ້ອງກັບເຕັກໂນໂລຊີ. 

ໜ່ວຍງານດ້ານຊາຍແດນຂອງອົດສະຕຣາລີ ພວມເຮັດວຽກຮ່ວມກັບຄູ່ຮ່ວມງານພາກລັດຂອງຝ່າຍລາວ ດ້ວຍຄວາມຫ້າວຫັນ ເພື່ອເສີມສ້າງວຽກງານຄຸ້ມຄອງຊາຍແດນຮ່ວມກັນ, ໄດ້ສະໜັບສະໜູນຝ່າຍລາວໃນວຽກງານການອຳນວຍຄວາມສະດວກດ້ານການຄ້າ ແລະ ການເດີນທາງ ໄປພ້ອມໆກັບ ວຽກງານຕ້ານອາຊະຍາກຳຂ້າມຊາດຕ່າງໆ.

ນອກຈາກນີ້, ພວກເຮົາເສີມຂະຫຍາຍການຮ່ວມມືດ້ານຄວາມປອດໄພທາງໄຊເບີກັບ ສປປ ລາວ ແລະຍັງຮ່ວມມືກັບອົງການຕ່າງໆໃນລາວ ເພື່ອສະໜັບສະໜູນການສ້າງຂີດຄວາມສາມາດກ່ຽວກັບຄວາມຮັບຮູ້ ແລະ ຄວາມເຂັ້ມແຂງດ້ານຄວາມປອດໄພທາງໄຊເບີ.   

ຄຽງຄູ່ກັບການເຊື່ອມຕໍ່ຈາກວຽກງານທັງໝົດເຫຼົ່ານີ້, ພວກເຮົາມີຄວາມຍິນດີ ທີ່ໄດ້ສືບຕໍ່ເສີມສ້າງສາຍພົວພັນ ແລະ ການຮ່ວມມືທີ່ເຂັ້ມແຂງ ກັບ ພັກປະຊາຊົນປະຕິວັດລາວ ໃນປີທີ່ຜ່ານມາ. ພວກເຮົາໄດ້ສະໜັບສະໜູນອົງການຈັດຕັ້ງຂອງສູນກາງພັກ ໃນການຫັນວຽກງານການຈັດຕັ້ງພະນັກງານ ໃຫ້ເປັນລະບົບທັນສະໄໝ, ເພີ່ມປະສິດຕິພາບ ແລະ ມີຄວາມຮັບຜິດຊອບໃນວຽກງານບໍລິຫານພະນັກງານລັດຖະກອນ, ໄປພ້ອມກັບ ການຫັນເປັນດີຈິຕອນທັນສະໄຫມ ໂດຍຜ່ານການທັດສະນະສຶກສາຢູ່ອົດສະຕຣາລີ. 

(ບົດຄວາມຂອງ ທ່ານນາງ ເມແກັນ ຈອນສ, ເອກອັກຄະລັດຖະທູດ ອົດສະຕຣາລີ ປະຈຳ ສປປ ລາວ ເນື່ອງໃນໂອກາດວັນຊາດອົດສະຕຣາລີ 2026)

KPL

ຂ່າວອື່ນໆ

ads
ads

Top