ຂປລ
ທ່ານ ໂດນັນ ທຣຳ, ປະທານາທິບໍດີ ສ.ອາເມລິກາ ຈະເປັນ ປະທານ ເປີດກອງປະຊຸມ ສະພາສັນຕິພາບ ໃນທ້າຍເດືອນນີ້ ເພື່ອແນໃສ່ ແກ້ໄຂບັນຫາ ຢູ່ເຂດກາຊາ. ກອງປະຊຸມ ຂອງ ສະພາສັນຕິພາບ ຈະຈັດຂຶ້ນ ກົງກັບ ໃນໄລຍະເວລາ ທີ່ ທ່ານ Benjamin Netanyahu, ນາຍົກ ລັດຖະມົນຕີ ອິດສະຣາແອນ
ຂປລ.ວິທະຍຸກະຈາຍສຽງ ຫວຽດນາມ: ເມື່ອບໍ່ດົນມານີ້, ທ່ານ ໂດນັນ ທຣຳ, ປະທານາທິບໍດີ ສ.ອາເມລິກາ ຈະເປັນ ປະທານ ເປີດກອງປະຊຸມ ສະພາສັນຕິພາບ ໃນທ້າຍເດືອນນີ້ ເພື່ອແນໃສ່ ແກ້ໄຂບັນຫາ ຢູ່ເຂດກາຊາ. ກອງປະຊຸມ ຂອງ ສະພາສັນຕິພາບ ຈະຈັດຂຶ້ນ ກົງກັບ ໃນໄລຍະເວລາ ທີ່ ທ່ານ Benjamin Netanyahu, ນາຍົກ ລັດຖະມົນຕີ ອິດສະຣາແອນ ເດີນທາງໄປຢ້ຽມຢາມ ທຳນຽບຂາວ, ເຊິ່ງໄດ້ຂຶ້ນແຜນ ກ່ອນໜ້ານີ້ແລ້ວ ໃນວັນທີ 18 ກຸມພາ. ກອງປະຊຸມ ຈະຈັດຂຶ້ນ ຢູ່ສະຖາບັນ ສັນຕິພາບ ທີ່ ນະຄອນຫລວງ ວໍຊິງຕັນ ຂອງ ສ.ອາເມລິກາ ແລະ ເພື່ອຮຽກຮ້ອງ ດ້ານການເງິນ ໃຫ້ແກ່ ພາລະກິດ ແຫ່ງການສ້າງສັນ ເຂດກາຊາ ຄືນໃໝ່.
ຕາມແຜນການ, ທ່ານ ໂດນັນ ທຣຳ ຈະດຳລົງຕຳແໜ່ງ ປະທານ ອົງການ ທີ່ ຫາກໍ່ສ້າງຕັ້ງຂຶ້ນນີ້, ທ່ານຈະເຮັດໜ້າທີ່ ຕິດຕາມ ກວດກາ ໄລຍະ ການສ້າງຕັ້ງ ຄືນໃໝ່ ພາຍຫລັງ ການປະທະກັນ ຢູ່ເຂດກາຊາ, ໃນຂອບເຂດໄລຍະທີ 2 ຂອງ ແຜນການ ສັນຕິພາບ 20 ຈຸດ. ໂດຍມີ ຫລາຍກວ່າ 20 ປະເທດ ລວມທັງ ອິດສະຣາແອນ, ກໍໄດ້ຮັບຄຳເຊີນເຂົ້າຮ່ວມ ສະພາສັນຕິພາບນີ້./
KPL