ໂຄງການກໍ່ສ້າງທາງລົດໄຟ ມາເລເຊຍ ສຳເລັດຫລາຍກວ່າ 90%

02/02/2026 21:07
ຂປລ ກະຊວງຄົມມະນາຄົມ ມາເລເຊຍ ອອກປະກາດແຈ້ງການວ່າ: ການກໍ່ສ້າງທາງລົດໄຟ ຝັ່ງທະເລຕາເວັນອອກ ມາເລເຊຍ ເຊິ່ງເປັນໂຄງການ ສັນຍະລັກພາຍໃຕ້ ຂໍ້ລິເລີ່ມຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ” ຂອງຈີນ ຢູ່ມາເລເຊຍ ໄດ້ມີຄວາມຄືບໜ້າສຳຄັນ.

ຂປລ.ວິທະຍຸໂທລະພາບ ສູນກາງ ຈີນ (CMG): ກະ​ຊວງ​ຄົມ​​ມະ​ນາ​ຄົມ ​ມາ​ເລ​ເຊຍ​ ອອກ​ປະ​ກາດ​ແຈ້ງ​ການ​ວ່າ: ​ການ​ກໍ່​ສ້າງ​ທາງ​ລົດ​ໄຟ ​ຝັ່ງ​ທະ​ເລ​ຕາ​ເວັນ​ອອກ ​ມາ​ເລ​ເຊຍ​​ ເຊິ່ງ​ເປັນ​ໂຄງ​ການ ​ສັນ​​ຍະ​ລັກ​ພາຍ​ໃຕ້ ​ຂໍ້​ລິ​ເລີ່ມ​ຮ່ວມ​ກັນ​ສ້າງ ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ”​ ຂອງ​ຈີນ ​ຢູ່​ມາ​ເລ​ເຊຍ​ ໄດ້​ມີ​ຄວາມ​ຄືບ​ໜ້າ​ສຳ​ຄັນ.

ມາ​ຮອດ​ເດືອນ​ທັນ​ວາ​ປີ 2025 ການ​ກໍ່​ສ້າງ​ ໂຄງ​ການ​ດັ່ງ​ກ່າວ​ ໄດ້​ສຳ​ເລັດ​ແລ້ວ 90,81%, ​ເຊິ່ງ​ລື່ນ​ຄາດ​ໝາຍ​ປະ​ຈຳ​ປີ. ຄາດ​ວ່າ ຈະ​ສ້າງ​ສຳ​ເລັດ​ ໃນ​ເດືອນ​ທັນ​ວາ​ປີ 2026 ແລະ​ ຈະ​ເປີດ​ນຳ​ໃຊ້ ທາງ​ການ​ຄ້າ​ ຢ່າງ​ເປັນ​ທາງ​ການ​ໃນ​ເດືອນ​ມັງ​ກອນ​ປີ 2027.

ນອກຈາກນັ້ນ, ທາງ​ລົດ​ໄຟ​ຝັ່ງ​ທະ​ເລ​ຕາ​ເວັນ​ອອກ ​ມາ​ເລ​ເຊຍ​ ມີ​ຄວາມ​ຍາວ​ ທັງ​ໝົດ 665 ກິ​ໂລ​ແມັດ, ດ້ວຍ ​ມູນ​ຄ່າ​ ການ​ລົງ​ທຶນ​ທັງ​ໝົດ​ ຫລາຍກວ່າ 10 ຕື້​ໂດ​ລາ ເຊິ່ງເປັນ​ເສັ້ນ​ທາງ​ ຄົມ​ມະ​ນາ​ຄົມ ​ສາຍ​ຫລັກ ທີ່​ເຊື່ອມ​ຕໍ່ ​ຝັ່ງ​ທະ​ເລ​ຕາ​ເວັນ​ອອກ​ ແລະ​ ຝັ່ງ​ທະ​ເລ​ຕາ​ເວັນ​ຕົກ ​ຂອງ ​ແຫລມ​ມາ​ລາ​ຢູ. ທາງ​ລົດ​ໄຟ​ດັ່ງ​ກ່າວ​ ຈະ​ກາຍ​ເປັນ​​ແຮງຂັບ​ເຄື່ອນ ​ສຳ​ຄັນ​ໃນ​ການ​ຊຸກ​ຍູ້ ໃຫ້​ເສດ​ຖະ​ກິດ ​​ເຂດ​ແຄວ້ນ​ຕ່າງໆ ​ຂອງ​ ມາ​ເລ​ເຊຍ ​ພັດ​ທະ​ນາ​ໄດ້ຢ່າງ​ດຸນ​ດ່ຽງ ແລະ ລົງ​ເລິກ ​ການ​ເຊື່ອມ​ໂຍງ ​ເຊື່ອມ​ຈອດ​ ລະ​ຫວ່າງ​ ຈີນ-ມາ​ເລ​ເຊຍ ຂຶ້ນຕື່ມ​ອີກ./

KPL

ຂ່າວອື່ນໆ

ads
ads

Top