ຂປລ
ມີຜູ້ຢ່າງໜ້ອຍ 200 ຄົນ ຫລັງຈາກ ອຸໂມງ ບໍໍ່ແຮ່ ຫລາຍແຫ່ງ ພັງຖະຫລົ່ມ ໃນພື້ນທີ່ ບໍ່ແຮ່ຕົມແທນ ຢູ່ເມືອງຣູບາຍາ ທາງຕາເວັນອອກຂອງ ກົງໂກ.ໂດຍ ຜູ້ເສຍຊີວິດສ່ວນໃຫຍ່ ເປັນຄົນງານບໍ່ແຮ່ ຂະໜາດນ້ອຍ ທີ່ຖືກຝັງຢູ່ ໃຕ້ຊາກຖະຫລົ່ມ.
ຂປລ. ສຳນັກຂ່າວ ອິນໂຟເຄວສ: ວັນທີ 31 ມັງກອນ 2026, ໂຄສົກ ລະບຸວ່າ: ມີຜູ້ຢ່າງໜ້ອຍ 200 ຄົນ ຫລັງຈາກ ອຸໂມງ ບໍໍ່ແຮ່ ຫລາຍແຫ່ງ ພັງຖະຫລົ່ມ ໃນພື້ນທີ່ ບໍ່ແຮ່ຕົມແທນ ຢູ່ເມືອງຣູບາຍາ ທາງຕາເວັນອອກຂອງ ກົງໂກ.ໂດຍ ຜູ້ເສຍຊີວິດສ່ວນໃຫຍ່ ເປັນຄົນງານບໍ່ແຮ່ ຂະໜາດນ້ອຍ ທີ່ຖືກຝັງຢູ່ ໃຕ້ຊາກຖະຫລົ່ມ. ໃນນັ້ນ ຍັງມີເດັກນ້ອຍ ແລະ ແມ່ຍິງລວມອີກດ້ວຍ. ອຸໂມງທີ່ພັງຖະຫລົ່ມ ທີ່ບໍ່ແຮ່ຕົມແທນ ຫລາຍແຫ່ງໃນພື້ນທີ່ ຣູບາຍາ ຊຶ່ງຢູ່ພາຍໃຕ້ ການຄວບຄຸມຂອງກຸ່ມກາບົດ ຕັ້ງແຕ່ເດືອນເມສາປີ 2024./
KPL