ມາເລເຊຍ-ສິງກະໂປ ເລັ່ງສ້າງເຂດເສດຖະກິດພິເສດ

02/02/2026 21:07
ຂປລ ມາເລເຊຍ ແລະ ສິງກະໂປ ຈະສ້າງ ເຂດເສດຖະກິດພິເສດ ຍະໂຮຣ-ສິງກະໂປ (JS-SEZ) ເປັນເສົາຫລັກ ຂອງ ຄວາມສຳພັນ ທາງເສດຖະກິດ ລະດັບທະວີພາຄີ ໂດຍປັດຈຸບັນ ພວມກ້າວໜ້າ ຈາກ ການວງແຜນ ໄປສູ່ ການດຳເນີນງານ ຕາມແຜນການ.

ຂປລ. ສຳນັກຂ່າວ ອິນໂຟເຄວສ: ກະຊວງ ເສດຖະກິດຂອງ ມາເລເຊຍ ລາຍງານວ່າ:​ ມາເລເຊຍ ແລະ ສິງກະໂປ ຈະສ້າງ ເຂດເສດຖະກິດພິເສດ ຍະໂຮຣ-ສິງກະໂປ (JS-SEZ) ເປັນເສົາຫລັກ ຂອງ ຄວາມສຳພັນ ທາງເສດຖະກິດ ລະດັບທະວີພາຄີ ໂດຍປັດຈຸບັນ ພວມກ້າວໜ້າ ຈາກ ການວງແຜນ ໄປສູ່ ການດຳເນີນງານ ຕາມແຜນການ.

ເຂດເສດຖະກິດ ພິເສດ ຍະໂຮຣ-ສິງກະໂປ ຈະປະສານຮ່ວມ ຂະໜາດ ຂອງ ຍະໂຮຣກັບ ເງິນທຶນ ເຕັກໂນໂລຊີ ແລະ ການເຊື່ອມຕໍ່ ລະດັບໂລກ ຂອງ ສິງກະໂປ, ເພື່ອດຶງດູດ ການລົງທຶນ ດ້ວຍມູນຄ່າສູງ ເພື່ອເສີມສ້າງຄວາມເຂັ້ມແຂງ ຂອງ ຫວ່ງໂຊຄວາມຕ້ອງການ ແລະ ສ້າງງານ ມີຄຸນນະພາບ ເພື່ອຊຸມຊົນສອງຝັ່ງ. ມາເລເຊຍ ແລະ ສິງກະໂປ ຈະປະສານງານກັນ ຢ່າງຕໍ່ເນື່ອງ ໃນດ້ານສຳຄັນຕ່າງໆ ເຊັ່ນ: ການລົງທຶນ ທີ່ມີມູນຄ່າສູງ, ການສ້າງຄວາມ ເປັນດິຈິຕອນ, ການພັດທະນາ ແບບຢືນຍົງ ແລະ ການພັດທະນາ ບຸກຄະລາກອນ ຜູ້ມີຄວາມຮູ້ ຄວາມສາມາດ, ຊຶ່ງ ສະໜັບສະໜູນ ການດຳເນີນງານ ຂອງ ເຂດພິເສດ ຍະໂຮຣ-ສິງກະໂປ./

KPL

ຂ່າວອື່ນໆ

ads
ads

Top