ຂປລ
ບັນດາ ຜູ້ແທນເຂົ້າຮ່ວມ ກອງປະຊຸມໃຫຍ່ ຄັ້ງທີ 14 ຂອງ ພັກກອມມູນິດ ຫວຽດນາມ ໄດ້ລົງປະຊາມະຕິ ດັດປັບການດຳເນີນ ໂຄງການ ກອງປະຊຸມໃຫຍ່ ຄັ້ງທີ 14 ຂອງ ພັກ ຫລຸດລົງ 1 ວັນເຄິ່ງ
ຂປລ. ວິທະຍຸກະຈາຍສຽງ ຫວຽດນາມ: ວັນທີ 21 ມັງກອນ, ບັນດາ ຜູ້ແທນເຂົ້າຮ່ວມ ກອງປະຊຸມໃຫຍ່ ຄັ້ງທີ 14 ຂອງ ພັກກອມມູນິດ ຫວຽດນາມ ໄດ້ລົງປະຊາມະຕິ ດັດປັບການດຳເນີນ ໂຄງການ ກອງປະຊຸມໃຫຍ່ ຄັ້ງທີ 14 ຂອງ ພັກ ຫລຸດລົງ 1 ວັນເຄິ່ງ, ເມື່ອທຽບກັບ ແຜນການເບື້ອງຕົ້ນ. ນີ້ແມ່ນໝາກຜົນ ຂອງ ການເຮັດວຽກ ທີ່ມີວິທະຍາສາດ, ມີຄວາມຮັບຜິດຊອບ ຂອງ ບັນດາ ຜູ້ແທນ ທີ່ເຂົ້າຮ່ວມ ກອງປະຊຸມໃຫຍ່. ປະຈຸບັນ ມີຫລາຍເນື້ອໃນ ຢູ່ໃນກອງປະຊຸມ ໄດ້ປະຕິບັດ ສຳເລັດ ໄວກວ່າ ຄາດໝາຍ. ຄາດວ່າ ກອງປະຊຸມໃຫຍ່ ຈະປິດລົງໃນຕອນບ່າຍ ວັນທີ 23 ມັງກອນ.
ກອງປະຊຸມໃຫຍ່ ຄັ້ງທີ 14 ຂອງພັກ ດ້ວຍທິດນຳ “ຄວາມສາມັກຄີ-ປະຊາທິປະໄຕ-ມີວິໄນ-ບຸກທະລຸ-ພັດທະ ນາ” ໄດ້ຈັດວາລະປະຊຸມ ກະກຽມຂຶ້ນ ໃນວັນທີ 19 ມັງກອນ ແລະ ພິທີໄຂ ກອງປະຊຸມໃຫຍ່ ຢ່າງເປັນທາງການ ຢູ່ ຫໍປະຊຸມແຫ່ງຊາດ (ຮ່າໂນ້ຍ) ໃນວັນທີ 20 ມັງກອນ. ກອງປະຊຸມໃຫຍ່ ໄດ້ມີ ຜູ້ແທນ ເຂົ້າຮ່ວມ ທັງໝົດ 1.586 ສະຫາຍ, ຕາງໜ້າໃຫ້ແກ່ ສະມາຊິກພັກ ຫລາຍກວ່າ 5,6 ລ້ານສະຫາຍ. /
KPL