ກອງປະຊຸມສົນທະນາທົ່ວໂລກ “ການບໍລິຫານປະເທດຂອງ ສປ ຈີນ-ການພັດທະນາໂລກ”

05/11/2026 17:07
Email Print 129
ຂປລ ກອງປະຊຸມ ສົນທະນາ ທົ່ວໂລກ ພາຍໃຕ້ ຫົວຂໍ້ “ການບໍລິຫານປະເທດຂອງ ສປ ຈີນ ແລະ ການພັດທະນາໂລກ” ຮອບ ປະເທດກູເວດ ທີ່ຮ່ວມກັນ ຈັດໂດຍ ວິທະຍຸໂທລະພາບສູນກາງຈີນ ຫລື CMG, ສະຖານທູດຈີນ ປະຈຳກູເວດ ແລະ ສະໂມສອນໄມຕີຈິດ ລະຫວ່າງ ກູເວດ ແລະ ສປ ຈີນ ໄດ້ຈັດຂຶ້ນຢູ່ນະຄອນຫລວງກູເວດ ຂອງກູເວດ.

ຂປລ.ວິທະຍຸ ໂທລະພາບ ສູນກາງຈີນ, ກອງປະຊຸມ ສົນທະນາ ທົ່ວໂລກ ພາຍໃຕ້ ຫົວຂໍ້ “ການບໍລິຫານປະເທດຂອງ ສປ ຈີນ ແລະ ການພັດທະນາໂລກ” ຮອບປະເທດກູເວດ ທີ່ຮ່ວມກັນ ຈັດໂດຍ ວິທະຍຸໂທລະພາບສູນກາງຈີນ ຫລື CMG, ສະຖານທູດຈີນ ປະຈຳກູເວດ ແລະ ສະໂມສອນໄມຕີຈິດ ລະຫວ່າງ ກູເວດ ແລະ ສປ ຈີນ ໄດ້ຈັດຂຶ້ນຢູ່ນະຄອນຫລວງກູເວດ ຂອງກູເວດ. ທ່ານ ເຊີ້ນໄຫຊົງ ຮອງຫົວໜ້າ ຄະນະໂຄສະນາ ອົບຮົມສູນກາງພັກ ກອມມູນິດຈີນ ຜູ້ອຳນວຍການໃຫຍ່ CMG ໄດ້ກ່າວຄຳປາໄສ ຜ່ານທາງວິດີໂອ. ແຂກຜູ້ມີກຽດ ຮ້ອຍກວ່າທ່ານ ທີ່ມາຈາກ ວົງການວິຊາການ, ວົງການອຸດສາຫະກຳການຄ້າ, ສື່ມວນຊົນ ແລະ ຜູ້ຕາງໜ້ານັກສຶກສາ ມະຫາວິທະຍາໄລຂອງ ສປ ຈີນ ແລະ ກູເວດ ໄດ້ດຳເນີນການແລກປ່ຽນ ຢ່າງເລິກເຊິ່ງ ໂດຍປິ່ນອ້ອມຫົວຂໍ້ຕ່າງໆ ເຊັ່ນ: ບົດຮຽນ ການບໍລິຫານປະເທດຂອງ ສປ ຈີນ, ການເຊື່ອມຕໍ່ ດ້ານຍຸດທະສາດ ການພັດທະນາ ແລະ ອະນາຄົດ ການຮ່ວມມື ຕົວຈິງ ລະຫວ່າງ ສປ ຈີນ ແລະ ກູເວດແລະ ຫົວຂໍ້ອື່ນໆ./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top