ຂປລ
ລາຄາແກັສທຳມະຊາດ ໃນເອີຣົບ ຫລຸດລົງກວ່າ 10%ໃນວັນທີ 2 ພະຈິກຜ່ານມາ, ຊຶ່ງເປັນການຫລຸດລົງ ຫລາຍທີ່ສຸດນັບຕັ້ງແຕ່ ວັນທີ 8 ເມສາເປັນຕົ້ນມາ. ໂດຍສັນຍາຊື້ຂາຍແກັສທຳມະຊາດລ່ວງໜ້າ ໄຕເຕິລ ທຣານສ໌ເຟີ ຟາຊິລິຕີ (TTF) ຂອງໂຮນລັງ
ຂປລ.ສຳນັກຂ່າວຊິນຮວາຂອງ ສປຈີນ, ເມື່ອບໍ່ດົນມານີ້, ລາຄາແກັສທຳມະຊາດ ໃນເອີຣົບ ຫລຸດລົງກວ່າ 10%ໃນວັນທີ 2 ພະຈິກຜ່ານມາ, ຊຶ່ງເປັນການຫລຸດລົງ ຫລາຍທີ່ ສຸດນັບຕັ້ງແຕ່ ວັນທີ 8 ເມສາເປັນຕົ້ນມາ. ໂດຍສັນຍາຊື້ຂາຍແກັສ ທຳມະຊາດລ່ວງໜ້າ ໄຕເຕິລ ທຣານສ໌ເຟີ ຟາຊິລິຕີ (TTF) ຂອງໂຮນລັງ ສຳລັບການສົ່ງມອບເດືອນທັນວາ ຫລຸດລົງ ມາຢູ່ທີ່ 93,18 ເອີໂຣຕໍ່ເມກາວັດ-ຊົ່ວໂມງ ທີ່ຕະຫລາດ ອິນເຕີຄອນທິນັນເຕີລ ເອີກສ໌ເຊນຈ໌ (ICE) ຊຶ່ງປັບຕົວຫລຸດລົງຈາກ ລາຄາໃນອາທິດກ່ອນ ທີ່ສູງກວ່າ 100 ເອີໂຣຕໍ່ເມກາ ວັດ-ຊົ່ວໂມງ.
ໂດຍລາຄາ ແກັສທຳມະຊາດ ໃນເອີຣົບ ຫລຸດລົງຫລັງຈາກ ມີລາຍງານວ່າ ຜູ້ນຳສູງສຸດຂອງ ອີຣານ ໄດ້ອະນຸມັດໃຫ້ລັດຖະບານອີຣານ ສືບຕໍ່ເຈລະຈາກັບ ສ.ອາເມລິກາ. ຂະນະດຽວກັນ ທ່ານ ໂດນັນ ທຣຳ ປະທານາທິບໍດີ ສ.ອາເມລິກາ ໄດ້ສະແດງທ່າທີຍິນດີ ທີ່ຈະໃຫ້ເວລາເພີ່ມເຕີມ ສຳລັບຂະບວນການ ທາງການທູດ ໂດຍທ່າອຽງ ການກັບມາເຈລະຈາ ດັ່ງກ່າວ ເພື່ອຊ່ວຍຫລຸດຜ່ອນ ຄວາມກັງວົນກ່ຽວກັບ ຄວາມສ່ຽງໃນການຂົນສົ່ງ ນ້ຳມັນ ແລະ ແກັສທຳມະຊາດແຫລວ (LNG) ຈາກພາກພື້ນອ່າວເປີເຊຍ ທີ່ອາດຈະຢຸດສະສົມ ຫລື ຢຸດຈຶ້ງລົງຢ່າງຕໍ່ເນື່ອງ./
KPL