ຂປລ
ຜົນການສຶກສາຈາກ ຄະນະນັກວິໄຈອົດສະຕຣາລີ ແລະ ນາໆຊາດ ຊຶ່ງໄດ້ວິເຄາະອັດຕາ ການເຈັບປ່ວຍ, ການເສຍຊີວິດ ແລະ ພາລະດ້ານສຸຂະພາບ ຈາກພະຍາດມະເຮັງປາກມົດລູກໃນ 204 ປະເທດ ແລະ ດິນແດນ ລະຫວ່າງປີ 1990-2023

ຂປລ.ສຳນັກຂ່າວຊິນຮວາຂອງ ສປຈີນ, ເມື່ອບໍ່ດົນມານີ້, ຜົນການສຶກສາຈາກ ຄະນະນັກວິໄຈອົດສະຕຣາລີ ແລະ ນາໆຊາດ ຊຶ່ງໄດ້ວິເຄາະອັດຕາ ການເຈັບປ່ວຍ, ການເສຍຊີວິດ ແລະ ພາລະດ້ານສຸຂະພາບ ຈາກພະຍາດມະເຮັງປາກມົດລູກໃນ 204 ປະເທດ ແລະ ດິນແດນ ລະຫວ່າງປີ 1990-2023 ພ້ອມກັນນັ້ນ ຍັງປະເມີນແບບຈຳລອງທ່າອຽງ ຈົນເຖິງປີ 2050 ລະບຸວ່າ:ຈຳນວນຄົນເຈັບ ແລະ ຜູ້ເສຍຊີວິດຈາກພະຍາດ ມະເຮັງປາກມົດລູກ ທົ່ວໂລກມີທ່າອຽງເພີ່ມຂຶ້ນ20,2% ແລະ 39,3%ຕາມລຳດັບ ໃນປີ 2050.ເຖິງແມ່ນວ່າສ່ວນໃຫຍ່ ພະຍາດມະເຮັງ ປາກມົດລູກຈະເປັນພະຍາດ ທີ່ສາມາດປ້ອງກັນໄດ້ກໍຕາມ.
ເມື່ອປີ 2023 ມີລາຍງານກວດພົບ ຄົນເຈັບ ພະຍາດມະເຮັງ ປາກມົດລູກ ເພີ່ມຂຶ້ນປະມານ 8,87 ແສນຄົນ ແລະ ມີຜູ້ເສຍຊີວິດ ປະມານ 3,69 ແສນຄົນ ທົ່ວໂລກ.ຄາດວ່າໃນປີ 2050 ຈຳນວນຄົນເຈັບ ຈະລວມມີ1,08 ລ້ານຄົນຕໍ່ປີ (ເພີ່ມຂຶ້ນ 20,2 % ລະດັບໃນປີ 2024) ໃນຂະນະທີ່ ຈຳນວນຜູ້ເສຍຊີວິດຄາດວ່າຈະຢູ່ທີ່ 5,22 ແສນຄົນ (ເພີ່ມຂຶ້ນ 39,3%).
ນອກຈາກນີ້, ຈຳນວນຄົນເຈັບ ແລະ ຜູ້ເສຍຊີວິດ ຈາກພະຍາດມະເຮັງ ປາກມົດລູກມີທ່າອຽງ ເພີ່ມຂຶ້ນຫລາຍທີ່ສຸດໃນເຂດ ອາຟຣິກາໃຕ້ ທະເລຊາຍຊາຮາຣາ (Sub-Saharan Africa) ໂດຍຄາດວ່າ ຈຳນວນຄົນເຈັບຈະເພີ່ມຂຶ້ນ88,7%ແລະ ຈຳນວນຜູ້ເສຍຊີວິດ ຈະເພີ່ມຂຶ້ນ 95,4% ກ້າວໄປສູ່ລະດັບ ປະມານ 2,06 ແສນຄົນໃນປີ 2050. ຖ້າຫາກທ່າອຽງຍັງສືບຕໍ່ໄປ ຈະບໍ່ມີເຂດໃດໃນ 7 ພາກພື້ນທົ່ວໂລກ ທີ່ສາມາດບັນລຸເກນ ການກຳຈັດພະຍາດ ມະເຮັງປາກມົດລູກ ຂອງອົງການອະນາໄມໂລກ (WHO) ໃນປີ 2050 ໄດ້, ໂດຍກຳນົດໃຫ້ມີຄົນເຈັບ ໜ້ອຍກວ່າ 4 ຄົນ ຕໍ່ແມ່ຍິງ 1 ແສນຄົນ./
KPL