ຍອດການຂາຍລົດໃຫຍ່ນຳເຂົ້າໃນ ສ.ເກົາຫລີ ເພີ່ມຂຶ້ນ 29,3%

05/11/2026 17:36
Email Print 134
ຂປລ ສະມາຄົມຜູ້ນຳເຂົ້າ ແລະ ຈຳໜ່າຍຍານພາຫະນະ ສ.ເກົາຫລີ (KAIDA) ເປີດເຜີຍໃນວັນທີ 4 ພະຈິກວ່າ: ຍອດການຂາຍລົດໃຫຍ່ ນຳເຂົ້າຂອງສ.ເກົາຫລີ ເພີ່ມຂຶ້ນໃນລະດັບຕົວເລກສອງຫລັກ ໃນເດືອນຕຸລາ ໂດຍໄດ້ຮັບແຮງສະໜັບສະໜູນ ຈາກຄວາມຕ້ອງການລົດໄຟຟ້າ

ຂປລ.ສຳນັກຂ່າວຊິນຮວາຂອງ ສປຈີນ, ສະມາຄົມຜູ້ນຳເຂົ້າ ແລະ ຈຳໜ່າຍຍານພາຫະນະ ສ.ເກົາຫລີ (KAIDA) ເປີດເຜີຍໃນວັນທີ 4 ພະຈິກວ່າ: ຍອດການຂາຍລົດໃຫຍ່ ນຳເຂົ້າຂອງສ.ເກົາຫລີ ເພີ່ມຂຶ້ນໃນລະດັບຕົວເລກສອງຫລັກ ໃນເດືອນຕຸລາ ໂດຍໄດ້ຮັບແຮງສະໜັບສະໜູນ ຈາກຄວາມຕ້ອງການລົດໄຟຟ້າ (EV) ແລະ ລົດລາຄາແພງ ຈາກເຢຍລະມັນ ທີ່ເຕີບໂຕຢ່າງກ້າວກະໂດດ.

ໂດຍຍອດການ ຈົດທະບຽນລົດໃຫຍ່ ສ່ວນບຸກຄົນ ນຳເຂົ້າໃໝ່ໃນ ສ.ເກົາຫລີຈໍານວນ 31.117 ຄັນ, ເພີ່ມຂຶ້ນ 29,3% ເມື່ອທຽບເປັນລາຍປີໃນເດືອນຕຸລາ. ໃນໄລຍະ10 ເດືອນທຳອິດ ຂອງປີ 2026 ຍອດການຂາຍລົດໃຫຍ່ ນຳເຂົ້າສະສົມລວມມີ 310.846 ຄັນ ເພີ່ມຂຶ້ນ 24,6% ເມື່ອທຽບກັບ ໄລຍະດຽວກັນ ຂອງປີທີ່ຜ່ານມາ.

ເທສລາ (Tesla) ຜູ້ຜະລິດລົດຍົນຈາກ ສ.ອາເມລິກາ ຈັດໃນອັນດັບ 1 ດ້ານຍອດຂາຍ ການຍານພາຫະນະ ໃນສ.ເກົາຫລີ ເມື່ອທຽບກັບບັນດາ ບໍລິສັດຕ່າງປະເທດ ທັງໝົດລວມມີ9.165 ຄັນ, ຖັດມາແມ່ນ ເມີເຊເດດ-ເບັນສ໌ (Mercedes-Benz) ຈາກເຢຍລະມັນ ອັນດັບສອງ ມີຍອດການຂາຍ 6.744 ຄັນ,ບີເອັມດັບເບິນຢູ (BMW) ຈາກເຢຍລະມັນ ລວມມີ5.633 ຄັນ, ວໍລໂວ (Volvo) ຈໍານວນ1.682 ຄັນ ແລະ ບີວາຍດີ (BYD) ຂອງຈີນ ຈໍານວນ1.594 ຄັນ ແລະອື່ນໆ./

KPL

ຂ່າວອື່ນໆ

ads
ads

Top