ຂປລ
ຂປລ.ໂຄງການການເມືອງຂອງ ພັກ ແມ່ນທິດສະດີປະຕິວັດ, ເປັນ ທວນໄຟອັນສະຫວ່າງສະໄຫວເຍືອງ ທາງໃຫ້ແກ່ພັກ ແລະ ທົ່ວປວງຊົນ ໃນພາລະກິດປົກປັກຮັກສາ ແລະ ພັດທະນາປະເທດຊາດ; ສ້າງໄດ້ ບາດກ້າວເດີນ ແລະ ບາດລ້ຽວ ທີ່ໜັກແໜ້ນໃຫ້ແກ່ພາລະກິດແຫ່ງ ການສືບຕໍ່ບູລະນະລະບອບປະຊາ ທິປະໄຕປະຊາຊົນໃຫ້ໜັກແໜ້ນ ກ້າວຂຶ້ນສູ່ສັງຄົມນິຍົມ
ຂປລ.ໂຄງການການເມືອງຂອງ
ພັກ ແມ່ນທິດສະດີປະຕິວັດ, ເປັນ
ທວນໄຟອັນສະຫວ່າງສະໄຫວເຍືອງ
ທາງໃຫ້ແກ່ພັກ ແລະ ທົ່ວປວງຊົນ
ໃນພາລະກິດປົກປັກຮັກສາ ແລະ
ພັດທະນາປະເທດຊາດ; ສ້າງໄດ້
ບາດກ້າວເດີນ ແລະ ບາດລ້ຽວ
ທີ່ໜັກແໜ້ນໃຫ້ແກ່ພາລະກິດແຫ່ງ
ການສືບຕໍ່ບູລະນະລະບອບປະຊາ
ທິປະໄຕປະຊາຊົນໃຫ້ໜັກແໜ້ນ
ກ້າວຂຶ້ນສູ່ສັງຄົມນິຍົມ ຊຶ່ງເນື້ອ
ໃນພື້ນຖານຂອງການບູລະນະລະ
ບອບປະຊາທິປະໄຕປະຊາຊົນກ້າວ
ຂຶ້ນສູ່ສັງຄົມນິຍົມຢູ່ປະເທດເຮົາ
ທີ່ໄດ້ບັນຈຸເຂົ້າໃນໂຄງການການ
ເມືອງ ສະບັບທີ III ຂອງພັກ ໄດ້
ແກ່: ຈຸດໝາຍ, ທິດທາງ ໃນການ
ບູລະນະລະບອບປະຊາທິປະໄຕ
ປະຊາຊົນກ້າວຂຶ້ນສູ່ສັງຄົມນິຍົມ:
ພວກເຮົາຕ້ອງມີຄວາມເປັນເອກະ
ພາບຮັບຮູ້, ເຂົ້າໃຈຢ່າງຖືກຕ້ອງ
ແລະ ເລິກເຊິ່ງກ່ຽວກັບລະບອບປະ
ຊາທິປະໄຕປະຊາຊົນແມ່ນລະບອບ
ຂອງປະຊາຊົນ, ໂດຍປະຊາຊົນ,
ເພື່ອປະຊາຊົນ, ອຳນາດທັງໝົດ
ເປັນຂອງປະຊາຊົນພາຍໃຕ້ການ
ນຳພາຂອງພັກ. ໃນດ້ານຈຸດໝາຍ:
ລະບອບປະຊາທິປະໄຕປະຊາຊົນທີ່
ປະຊາຊົນລາວບັນດາເຜົ່າສູ້ຊົນສ້າງ
ໃນປັດຈຸບັນແມ່ນລະບອບສັງຄົມທີ່
ປະຊາຊົນຮັ່ງມີຜາສຸກ, ປະເທດຊາດ
ມັ່ງຄັ່ງເຂັ້ມແຂງ, ສັງຄົມມີຄວາມສາ
ມັກເປັນປຶກແຜ່ນ, ປະຊາທິປະໄຕ,
ຍຸຕິທຳ ແລະ ສີວິໄລ; ເມື່ອຮອດ
ປີ 2055 ທີ່ເປັນມື້ສ້າງຕັ້ງພັກ
ປະຊາຊົນປະຕິວັດລາວ ຄົບຮອບ
100 ປີ ຈະສູ້ຊົນສ້າງປະເທດເຮົາ
ໃຫ້ເປັນປະເທດກຳລັງພັດທະນາທີ່
ມີລາຍຮັບປານກາງສູງ ແລະ ໃຫ້
ຫຍັບເຂົ້າໃກ້ປະເທດທີ່ມີລາຍຮັບ
ສູງ, ມີລະບົບການເມືອງທີ່ເຂັ້ມ
ແຂງ, ມີພື້ນຖານເສດຖະກິດທີ່ທັນ
ສະໄໝ, ກຳລັງການຜະລິດໄດ້ຮັບ
ການພັດທະນາຢ່າງຮອບດ້ານ
ໂດຍມີການພົວພັນການຜະລິດທີ່
ສອດຄ່ອງ ແລະ ກ້າວໜ້າ, ຊີວິດ
ການເປັນຢູ່ຂອງປະຊາຊົນບັນດາ
ເຜົ່າໄດ້ມີພື້ນຖານອັນໜັກແໜ້ນ
ກ້າວສູ່ຄວາມອີ່ມໜໍາສຳລານ. ທິດ
ທາງຂອງການບູລະນະລະບອບ
ປະຊາທິປະໄຕປະຊາຊົນກ້າວຂຶ້ນ
ສູ່ສັງຄົມນິຍົມແມ່ນຍົກສູງບົດບາດ
ແລະ ຄວາມສາມາດນໍາພາທີ່ເຂັ້ມ
ແຂງຂອງພັກ ແລະ ຄະນະພັກທຸກ
ຂັ້ນ, ບູລະນະລະບອບປະຊາທິປະໄຕ
ປະຊາຊົນໃຫ້ສົມບູນຍິ່ງຂຶ້ນ, ລະດົມ
ກຳລັງແຮງຂອງທົ່ວປວງຊົນ ເຂົ້າ
ໃນການພັດທະນາເສດຖະກິດເອກະ
ລາດເປັນເຈົ້າຕົນເອງ, ສ້າງສັງຄົມ
ທີ່ມີຄວາມສະເໝີພາບ, ສ້າງພື້ນ
ຖານປ້ອງກັນຊາດ-ປ້ອງກັນຄວາມ
ສະຫງົບທີ່ເຂັ້ມແຂງ ແລະ ເປີດ
ກວ້າງການພົວພັນຮ່ວມມືບົນພື້ນ
ຖານທີ່ຮັບປະກັນດ້ານຫລັກການ
ແລະ ຄວາມເປັນເຈົ້າຕົນເອງ.
ສືບຕໍ່ຍູ້ແຮງການບູລະນະລະ
ບອບປະຊາທິປະໄຕປະຊາຊົນກ້າວ
ຂຶ້ນສູ່ສັງຄົມນິຍົມ: ເພື່ອເຮັດໃຫ້
ຈຸດໝາຍ, ທິດທາງ ໃນການບູລະນະ
ລະບອບປະຊາທິປະໄຕປະຊາຊົນ
ກ້າວຂຶ້ນສູ່ສັງຄົມນິຍົມໄດ້ຮັບການ
ຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດ
ໃຫ້ເປັນຮູບປະທໍາຕົວຈິງນັ້ນ ໂຄງ
ການການເມືອງ ສະບັບທີ III ໄດ້ວາງ
11 ແຜນນະໂຍບາຍໃຫຍ່ດັ່ງນີ້:
1. ພັດທະນາເສດຖະກິດຕະ
ຫລາດຕາມທິດສັງຄົມນິຍົມໃຫ້
ເປັນລະບົບ, ທັນສະໄໝ, ປະກອບ
ດ້ວຍຫລາຍພາກສ່ວນເສດຖະກິດ,
ຫລາຍຮູບແບບກຳມະສິດ, ຫລາຍ
ຮູບການຈັດຕັ້ງຜະລິດທຸລະກິດ
ແລະ ຫລາຍຮູບການແຈກຢາຍ,
ໃນນັ້ນ ພາກສ່ວນເສດຖະກິດລັດ
ດຳລົງບົດບາດເປັນເຈົ້າພາທາງ,
ພາກສ່ວນເສດຖະກິດອື່ນໆ ປະກອບ
ເປັນກຳລັງແຮງຂອງພື້ນຖານເສດ
ຖະກິດແຫ່ງຊາດ.
2. ຫັນເປັນອຸດສາຫະກໍາ, ຫັນ
ເປັນທັນສະໄໝ, ຫັນເປັນດິຈິຕອນ
ບົນພື້ນຖານການຄົ້ນຄວ້າ, ນຳໃຊ້
ວິທະຍາສາດ-ເຕັກໂນໂລຊີ, ເສີມ
ຂະຫຍາຍທ່າແຮງໄດ້ປຽບ, ຄວາມ
ສາມາດບົ່ມຊ້ອນຂອງປະເທດ;
ນຳໃຊ້ເຕັກໂນໂລຊີດີຈິຕອນໃຫ້
ກາຍເປັນໂອກາດ, ເປັນກຳລັງແຮງ
ແລະ ເປັນພື້ນຖານໃຫ້ແກ່ການຊຸກຍູ້
ຂະແໜງການຜະລິດ ແລະ ບໍລິການ
ທີ່ເປັນປາຍແຫລມ.
3. ການປົກປັກຮັກສາ ແລະ
ຟື້ນຟູສິ່ງແວດລ້ອມ, ຮັບມືກັບການ
ປ່ຽນແປງດິນຟ້າອາກາດ; ຍຶດໝັ້ນທິດ
ນຳຖືເອົາຄວາມກົມກຽວລະຫວ່າງ
ການພັດທະນາເສດຖະກິດ-ສັງຄົມ
ກັບການປົກປັກຮັກສາສິ່ງແວດລ້ອມ
ຕາມທິດເສດຖະກິດສີຂຽວ, ເສດ
ຖະກິດໝູນວຽນ ແລະ ຍືນຍົງ.
4. ພັດທະນາວັດທະນະທຳ-ສັງ
ຄົມ, ປະຕິບັດຢ່າງສະເໝີຕົ້ນສະເໝີ
ປາຍແນວທາງປົກປັກຮັກສາ ແລະ
ເສີມຂະຫຍາຍມູນເຊື້ອວັດທະນະທຳ
ແລະ ຮີດຄອງປະເພນີອັນດີງາມ;
ພັດທະນາສັງຄົມຕາມທິດສັງຄົມ
ມີປະຊາທິປະໄຕ, ຍຸຕິທຳ, ສີວິໄລ;
ສ້າງສັງຄົມສາມັກຄີເປັນປຶກແຜ່ນ
ຂອງບັນດາເຜົ່າ; ການເຄົາລົບສິດເສລີພາບຂອງປະຊາຊົນ; ການສ້າງ
ຄວາມເປັນເອກະພາບລະຫວ່າງຊັ້ນ
ຄົນ; ສືບຕໍ່ປະຕິບັດທິດນຳເອົາການ
ສຶກສາໄປກ່ອນກ້າວໜຶ່ງ, ເອົາການ
ພັດທະນາວິທະຍາສາດ-ເຕັກໂນໂລ
ຊີເປັນຂໍກຸນແຈ ເຮັດໃຫ້ການສຶກສາ
ມີຄຸນນະພາບສູງຂຶ້ນ; ປະຕິບັດ
ນະໂຍບາຍສາທາລະນະສຸກທົ່ວ
ປວງຊົນໃຫ້ນັບມື້ທົ່ວເຖິງ ແລະ ມີ
ຄຸນນະພາບສູງ.
5. ພັດທະນາຄົນລາວຢ່າງຮອບ
ດ້ານ, ຕອບສະໜອງໄດ້ຄວາມຮຽກ
ຮ້ອງຕ້ອງການຂອງການພັດທະ
ນາປະເທດຊາດໃນໄລຍະໃໝ່; ພັດ
ທະນາຄົນລາວໃຫ້ມີນໍ້າໃຈຮັກຊາດ
ອັນດູດດື່ມຕິດພັນກັບການຮັກລະ
ບອບໃໝ່, ມີຄວາມກະຕັນຍູຮູ້ບຸນ
ຄຸນຕໍ່ບັນພະບຸລຸດຂອງຊາດ, ສ້າງ
ຄົນລາວໃຫ້ເປັນຄົນສັງຄົມນິຍົມ.
6. ສ້າງເຫງົ້າພະລັງປ້ອງກັນ
ຊາດ-ປ້ອງກັນຄວາມສະຫງົບທົ່ວ
ປວງຊົນຮອບດ້ານທີ່ມີຄວາມໜັກ
ແໜ້ນ, ເຂັ້ມແຂງ ແລະ ມີແບບແຜນ
ທັນສະໄໝດ້ວຍການຍຶດໝັ້ນແນວ
ທາງປ້ອງກັນຊາດ-ປ້ອງກັນຄວາມ
ສະຫງົບ, ສ້າງຄວາມອາດສາມາດ
ບົ່ມຊ້ອນໃນແຕ່ລະດ້ານ, ສ້າງທ່າ
ສະໜາມປ້ອງກັນຊາດ-ປ້ອງກັນ
ຄວາມສະຫງົບ ໃຫ້ມີຄວາມໜັກ
ແໜ້ນ, ເຂັ້ມແຂງ ພາຍໃຕ້ການ
ນຳພາເດັດຂາດ, ໂດຍກົງ, ຮອບ
ດ້ານຂອງພັກ.
7. ຍຶດໝັ້ນແນວທາງການຕ່າງ
ປະເທດຂອງພັກ, ສ້າງເງື່ອນໄຂ
ອຳນວຍໃຫ້ແກ່ພາລະກິດປົກປັກ
ຮັກສາ ແລະ ສ້າງສາປະເທດຊາດ;
ເປີດກວ້າງການພົວພັນກັບບັນດາ
ປະເທດໃນພາກພື້ນ ແລະ ສາກົນ,
ຖືສຳຄັນການຮ່ວມມືຮອບດ້ານ
ກັບປະເທດໃກ້ຄຽງ, ເພື່ອນມິດ
ຍຸດທະສາດ, ດຳເນີນການເຊື່ອມ
ໂຍງ-ເຊື່ອມຈອດເຂົ້າກັບພາກພື້ນ
ແລະ ສາກົນ ຢ່າງເປັນເຈົ້າການ
ແລະ ເປັນເຈົ້າຕົນເອງຂະຫຍາຍ
ການຮ່ວມມືແບບຫລາຍທິດ, ຫລາຍ
ຝ່າຍ, ຫລາຍຮູບແບບ, ຫລາຍລະ
ດັບທັງດ້ານພັກ, ດ້ານລັດ ແລະ
ການທູດປະຊາຊົນ.
8. ສ້າງພັກໃຫ້ປອດໃສ, ເຂັ້ມ
ແຂງ, ໜັກແໜ້ນຮັບປະກັນການ
ກຳອຳນາດຂອງພັກ ໃຫ້ມີຄວາມ
ໝັ້ນຄົງ; ສ້າງຄວາມໜັກແໜ້ນດ້ານ
ລະບົບແນວຄິດ-ທິດສະດີຂອງພັກ;
ສ້າງອົງການຈັດຕັ້ງພັກແຕ່ລະຂັ້ນ
ໃຫ້ເຂັ້ມແຂງ, ປັບປຸງແບບແຜນວິທີ
ນຳພາ ແລະ ການເຄື່ອນໄຫວຂອງ
ການຈັດຕັ້ງພັກ ຕາມກົດລະບຽບ
ຂອງພັກ, ຮັບປະກັນລັກສະນະວິ
ທະຍາສາດ ແລະ ປະຕິວັດຢ່າງໜັກ
ແໜ້ນ; ຕໍ່ສູ້ຕ້ານການເສື່ອມຖອຍ
ທາງດ້ານແນວຄິດ-ການເມືອງ, ຄຸນ
ສົມບັດສິນທໍາປະຕິວັດ, ແບບແຜນ
ດຳລົງຊີວິດ, ບັນດາປາກົດການ
“ຫັນປ່ຽນດ້ວຍຕົນເອງ”, “ເສື່ອມ
ຄຸນປ່ຽນທາດເອງ” ພາຍໃນພັກ;
ສ້າງຖັນແຖວພະນັກງານ, ສະມາ
ຊິກພັກ ໃຫ້ສົມຄູ່ກັບໜ້າທີ່ການ
ເມືອງ; ຍົກສູງປະສິດທິພາບການ
ຕິດຕາມກວດກາການປະຕິບັດວິໄນ
ຂອງພັກ, ກົດໝາຍຂອງລັດ ຢ່າງ
ເຂັ້ມງວດ.
9. ສ້າງລັດປະຊາທິປະໄຕປະຊາ
ຊົນທີ່ປົກຄອງດ້ວຍກົດໝາຍ, ສ້າງ
ລັດທີ່ຖືລັດຖະທຳມະນູນ ແລະ ກົດ
ໝາຍມີບົດບາດສູງສຸດ, ສ້າງລັດ
ທີ່ຈັດຕັ້ງ ແລະ ເຄື່ອນໄຫວຕາມ
ຫລັກການອຳນາດລັດເອກະພາບ,
ມີການແບ່ງງານຢ່າງຈະແຈ້ງ, ສ້າງ
ລັດໃຫ້ມີຄວາມໂປ່ງໃສ, ມີຄວາມ
ຮັບຜິດຊອບ ແລະ ເຮັດຫລ້ອນ
ພັນທະຕໍ່ພົນລະເມືອງທຸກຄົນ ແລະ
ຮັບປະກັນໃຫ້ພົນລະເມືອງທຸກຄົນ
ປະຕິບັດພັນທະຕໍ່ລັດຢ່າງຄົບຖ້ວນ.
10. ເສີມຂະຫຍາຍມະຫາສາມັກ
ຄີທົ່ວປວງຊົນ, ປະຕິບັດແນວທາງ
ມະຫາສາມັກຄີທົ່ວປວງຊົນຢ່າງ
ໜັກແໜ້ນ; ປ່ຽນແປງໃໝ່ແບບແຜນ
ວິທີເຮັດວຽກກັບມະຫາຊົນ, ວິທີປຸກ
ລະດົມຂົນຂວາຍມະຫາຊົນ; ສ້າງ
ແລະ ແນະນຳອົງການຈັດຕັ້ງມະຫາ
ຊົນໃຫ້ເຄື່ອນໄຫວຖືກຕ້ອງຕາມ
ພາລະບົດບາດ, ໜ້າທີ່ຂອງຕົນ.
11. ເສີມຂະຫຍາຍສິດເປັນ
ເຈົ້າຂອງປະຊາຊົນຢ່າງບໍ່ຢຸດຢັ້ງ;
ເສີມຂະຫຍາຍສິດເປັນເຈົ້າຂອງ
ປະຊາຊົນ ໂດຍເປີດໂອກາດໃຫ້ປະ
ຊາຊົນໄດ້ເຂົ້າຮ່ວມໃນການສ້າງ
ແລະ ບູລະນະແນວທາງຂອງພັກ
ແລະ ກົດໝາຍຂອງລັດ ຕາມທິດ
ທີ່ວ່າ: ໃຫ້ປະຊາຊົນຮູ້, ປະຊາຊົນ
ປຶກສາຫາລື, ປະຊາຊົນເຂົ້າຮ່ວມ
ຈັດຕັ້ງປະຕິບັດ, ປະຊາຊົນຕິດຕາມ
ກວດກາ ແລະ ປະຊາຊົນໄດ້ຮັບຜົນ
ປະໂຫຍດຢ່າງຊອບທຳ.
KPL