ຂປລ
ຂປລ. ເດືອນທັນວາຜ່ານມາເປັນ ເດືອນທີ່ສຳຄັນຂອງສອງຊາດ ລາວ-ໄທ ເພາະເປັນວັນສະເຫລີມ ສະຫລອງວັນຊາດຂອງທັງສອງ ປະເທດໃນວັນທີ 2 ທັນວາ (ລາວ) ແລະ ວັນທີ 5 ທັນວາ (ປະເທດໄທ) ແຕ່ເດືອນທັນວາ 2025 ມີຄວາມ ພິເສດກວ່າທຸກປີຍ້ອນເປັນວັນ ຄົບຮອບ 50 ປີ ແຫ່ງການສະຖາປະ ນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ (ສປປ ລາວ) ແລະ ວັນທີ 19 ທັນວາ ເປັນວັນ ຄົບຮອບ 75 ປີ

ຂປລ. ເດືອນທັນວາຜ່ານມາເປັນ ເດືອນທີ່ສຳຄັນຂອງສອງຊາດ ລາວ-ໄທ ເພາະເປັນວັນສະເຫລີມ ສະຫລອງວັນຊາດຂອງທັງສອງ ປະເທດໃນວັນທີ 2 ທັນວາ (ລາວ) ແລະ ວັນທີ 5 ທັນວາ (ປະເທດໄທ) ແຕ່ເດືອນທັນວາ 2025 ມີຄວາມ ພິເສດກວ່າທຸກປີຍ້ອນເປັນວັນ ຄົບຮອບ 50 ປີ ແຫ່ງການສະຖາປະ ນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ (ສປປ ລາວ) ແລະ ວັນທີ 19 ທັນວາ ເປັນວັນ ຄົບຮອບ 75 ປີ ແຫ່ງການສ້າງຕັ້ງ ສາຍພົວພັນທາງການທູດລະຫວ່າງ ລາວ-ໄທ. ໃນໂອກາດພິເສດນີ້, ກົມວິຈິດ ສິນຂອງໄທ ໄດ້ຮ່ວມກັບພາກສ່ວນ ຂອງ ສປປ ລາວ ອອກແບບກາສັນ ຍະລັກທີ່ສະທ້ອນເຖິງເອກະລັກຂອງ ທັງສອງປະເທດຄື: ດອກຄູນ ຫລື ດອກລາຊະພຶກ ຊຶ່ງແມ່ນດອກໄມ້ ປະຈຳຊາດຂອງໄທ ແລະ ດອກຈຳ ປາ ຫລື ດອກລີລາວະດີ ດອກໄມ້ ປະຈຳຊາດຂອງລາວ. ນອກຈາກນີ້, ຍັງມີພະທາດສີສອງຮັກຄຽງຄູ່ກັບ ພະທາດຫລວງວຽງຈັນ ໃນກາສັນ ຍະລັກ. ພະທາດຫລວງວຽງຈັນ ເປັນ ສະຖານທີ່ສຳຄັນທາງສາສະໜາທີ່ ແຂກຕ່າງປະເທດຕ້ອງມາສັກກາ ລະບູຊາ ແລະ ໃນວັນທີ 16 ຕຸລາ 2025, ທ່ານ ອະນຸທິນ ຊານວີຣະກູນ ນາຍົກລັດຖະມົນຕີ ແຫ່ງ ລາຊະອາ ນາຈັກໄທ ໄດ້ມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການກໍໄດ້ມາ ສັກກາລະບູຊາພະທາດຫລວງ. ສຳລັບພະທາດສີສອງຮັກຕັ້ງຢູ່ ແຂວງເລີຍ ສ້າງຂຶ້ນໃນປີ 1560(ພສ 2103) ເພື່ອເປັນການຢັ້ງ ຢືນເຖິງສາຍພົວພັນມິດຕະພາບ ລະຫວ່າງອານາຈັກອະຍຸທະຍາ ແລະ ອານາຈັກລ້ານຊ້າງ ເປັນຫລັກ ຖານສະແດງໃຫ້ເຫັນວ່າສາຍພົວ ພັນມິດຕະພາບ ແລະ ການຮ່ວມມື ລາວ-ໄທ ມີມາແຕ່ບູຮານນະການ ຍາວນານຫລາຍສະຕະວັດ.

ສາຍພົວພັນອັນຍາວນານລະ ຫວ່າງ ລາວ-ໄທ, ໄທ-ລາວ ໄດ້ ເປັນມູນເຊື້ອໃນການສ້າງຕັ້ງສາຍ ພົວພັນທາງການທູດລະຫວ່າງສອງ ປະເທດໃນວັນທີ 19 ທັນວາ 1950 ຍິ່ງນັບມື້ນັບໄດ້ຮັບການພັດທະນາ ແລະ ເພີ່ມພູນຄູນສ້າງຢ່າງຕໍ່ເນື່ອງ ແລະ ໄດ້ຮັບການຍົກລະດັບຂຶ້ນເປັນ “ຄູ່ຮ່ວມຍຸດທະສາດ ເພື່ອການຈະ ເລີນເຕີບໂຕ ແລະ ການພັດທະນາ ແບບຍືນຍົງ” ໃນປີ 2022. ລາວ-ໄທ ໄດ້ມີການພົວພັນ ຮ່ວມມື ແລະ ແລກປ່ຽນການຢ້ຽມ ຢາມໃນທຸກລະດັບ, ໂດຍສະເພາະ ແມ່ນການປະກອບສ່ວນອັນລ້ຳ ຄ່າຂອງລາຊະວົງໄທ ໃນການພົວ ພັນ ໄທ-ລາວ. ເຫດການສໍາຄັນ ອັນໜຶ່ງແມ່ນການຢ້ຽມຢາມຂອງ ພະບາດສົມເດັດ ພຣະບໍຣົມຊະນະ ກາທິເບດ ມະຫາພູມິພົນອະດຸນຍະ ເດດມະຫາຣາດ ບໍຣົມມະນາດບໍພິດ ໄດ້ສະເດັດເປັນປະທານຮ່ວມໃນພິທີ ເປີດນໍາໃຊ້ຂົວມິດຕະພາບ ລາວໄທ, ແຫ່ງທຳອິດ (ວຽງຈັນ-ໜອງ ຄາຍ) ຮ່ວມກັບປະທານ ໜູຮັກ ພູມສະຫວັນ, ພ້ອມທັງໄດ້ສະເດັດ ຢ້ຽມຢາມທາງລັດຖະກິດຢູ່ ສປປ ລາວ ໃນວັນທີ 8-9 ເມສາ 1994 ແລະ ໄດ້ເປັນປະທານຮ່ວມໃນພິທີ ເປີດໂຄງການສູນພັດທະນາ ແລະ ບໍລິການດ້ານການກະເສດຫ້ວຍ ຊອນ-ຫ້ວຍຊົ້ວ (ຫລັກ 22) ຊຶ່ງ ເປັນໂຄງການໃນພະລາຊະດຳລິ ໃນ ສປປ ລາວ ແຫ່ງທໍາອິດ ໂດຍ ການນໍາເອົາແບບຢ່າງຂອງສູນ ສຶກສາການພັດທະນາຫ້ວຍຮ່ອງ ໄຄ້ ອັນເນື່ອງມາຈາກພະລາຊະດຳ ລິ, ເມືອງດອຍສະເກັດ ແຂວງຊຽງ ໃໝ່, ປະເທດໄທ ມາຈັດຕັ້ງປະຕິບັດ ຢູ່ ສປປ ລາວ.

ໃນປີ 2025 ຊຶ່ງເປັນ ປີຄົບຮອບ 75 ປີ ແຫ່ງການສ້າງຕັ້ງ ສາຍພົວພັນທາງການທູດ ລະຫວ່າງ ລາວ-ໄທ, ໄທ-ລາວ ໄດ້ມີເຫດການ ປະຫວັດສາດທີ່ສຳຄັນທີ່ສຸດແມ່ນ ຝັ່ງແມ່ນ້ຳຂອງ, ອຳນວຍຄວາມ ສະດວກໃນການໄປມາຫາສູ່ກັນ, ສ້າງໂອກາດທາງການຄ້າ ແລະ ການລົງທຶນ ພ້ອມທັງໄດ້ເຮັດໃຫ້ ຊາຍແດນ ລາວ-ໄທ, ໄທ-ລາວ ກາຍເປັນຊາຍແດນທີ່ມີທ່າແຮງສູງ, ຍົກລະດັບຄຸນນະພາບຊີວິດການ ເປັນຢູ່ຂອງປະຊາຊົນ, ເປີດປະຕູ ເສດຖະກິດສູ່ອະນຸພາກພື້ນແມ່ນ້ຳ ຂອງ ແລະ ຂັບເຄື່ອນສາຍພົວພັນ ທີ່ແໜ້ນແຟ້ນລະຫວ່າງ ລາວ-ໄທ, ໄທ-ລາວ ໃຫ້ກ້າວໄປຂ້າງໜ້າ ຢ່າງບໍ່ຢຸດຢັ້ງພາຍໃຕ້ວິໄສທັດ ຮ່ວມກັນໃນການເຊື່ອມໂຍງ ແລະ ເຊື່ອມຈອດ. ລາວ-ໄທ ມີຊາຍແດນຮ່ວມກັນ ປະມານ 1.800 ກິໂລແມັດ, ໂດຍ ມີແມ່ນ້ຳຂອງເປັນຊາຍແດນຫລາຍ ກວ່າເຄິ່ງໜຶ່ງ. ຂົວມິດຕະພາບ ລາວ-ໄທ ທຸກແຫ່ງໄດ້ນຳຜົນປະ ໂຫຍດໂດຍກົງມາສູ່ປະຊາຊົນທີ່ ອາໄສຢູ່ຕາມຊາຍແດນລຽບແມ່ ນ້ຳຂອງ. ໃນປີ 2024, ມູນຄ່າ ການຄ້າລະຫວ່າງປະເທດບັນລຸ ໄດ້ 290.000 ລ້ານບາດ (8,28 ຕື້ໂດລາສະຫະລັດ). ໃນນັ້ນ, 98% ແມ່ນການຄ້າຊາຍແດນ, ເຮັດໃຫ້ ໄທກາຍເປັນຄູ່ຄ້າອັນດັບໜຶ່ງຂອງ ລາວ. ປັດຈຸບັນທັງສອງຝ່າຍມີ ເປົ້າໝາຍທີ່ຈະເພີ່ມມູນຄ່າການ ຄ້າໃຫ້ໄດ້ 350.000 ລ້ານບາດ (11 ຕື້ໂດລາສະຫະລັດ) ພາຍໃນ ປີ 2027. ຂົວມິດຕະພາບລະຫວ່າງ ສອງປະເທດໄດ້ພິສູດໃຫ້ເຫັນແລ້ວ ວ່າ, ປະຊາຊົນສອງຊາດສາມາດ ໄປມາຫາສູ່ກັນໄດ້ສະດວກສະບາຍ ຂຶ້ນ ຊຶ່ງໃນປີ 2025 ຜ່ານມາ, ມີ ນັກທ່ອງທ່ຽວໄທເຂົ້າມາລາວ ແລະ ນັກທ່ອງທ່ຽວລາວໄປໄທ ລວມກັນ ຫລາຍກວ່າ 2 ລ້ານເທື່ອຄົນ ແລະ ສອງປະເທດມີເປົ້າໝາຍທີ່ຈະເພີ່ມ ຈຳນວນນັກທ່ອງທ່ຽວເປັນ 3 ລ້ານ ເທື່ອຄົນ/ປີໃນຊຸມປີຕໍ່ໜ້າ.

ກ່ອນການກໍ່ສ້າງຂົວມິດຕະພາບ ການໄປມາຫາສູ່ລະຫວ່າງປະຊາ ຊົນຂອງສອງປະເທດບໍ່ໄດ້ມີຄວາມ ສະດວກຄືກັບໃນປັດຈຸບັນ, ແມ່ ນ້ຳເບິ່ງຄືວ່າກວ້າງໃຫຍ່ໄພສານ ແຕ່ສິ່ງນີ້ບໍ່ໄດ້ເປັນອຸປະສັກຕໍ່ການ ເຊື່ອມສຳພັນຂອງປະຊາຊົນສອງ ຊາດປຽບດັ່ງບົດເພງ “ລຳຂອງ ລຳຮັກ,” ທີ່ແຕ່ງໂດຍ ອາຈານເອື້ອ ສູນທອນສະໜານ ແລະ ອາຈານ ທາຕີ, ນັກແຕ່ງເພງທີ່ສຳຄັນຂອງ ວົງດົນຕີສູນທະຣາພອນ ວ່າ : “ຝັ່ງ ແມ່ຂອງນີ້ເບິ່ງກວ້າງໄກແຕ່ໃນ ຫົວໃຈເໝືອນໃກ້ພຽງວາ ຢູ່ຝັ່ງໃດ ເຫັນໄກພຽງຕາຫົວໃຈລອຍມາ ຄອຍຖ້າຫາກັນ” ເຈັດທົດສະວັດ ຜ່ານມາ, ຂົວມິດຕະພາບ ລາວ-ໄທ, ໄທ-ລາວ ທຸກແຫ່ງໄດ້ເຊື່ອມຕໍ່ສອງ ຝັ່ງແມ່ນ້ຳຂອງທີ່ເຄີຍໄກໃຫ້ຫຍັບ ໃກ້ເຂົ້າ. ສິ່ງດັ່ງກ່າວບໍ່ພຽງແຕ່ນຳ ເອົາຜົນປະໂຫຍດທາງເສດຖະກິດ ມາໃຫ້ແກ່ປະຊາຊົນສອງຊາດເທົ່າ ນັ້ນ ແຕ່ຍັງໄດ້ເຊື່ອມສາຍພົວພັນ ແລະ ອຳນວຍຄວາມສະດວກໃຫ້ແກ່ ປະຊາຊົນໄດ້ໄປມາຫາສູ່ ແລະ ສ້າງ ຄວາມສະໜິດສະໜົມນຳກັນ ຊຶ່ງ ແມ່ນຫົວໃຈຂອງ “ການທູດພາກ ປະຊາຊົນ.” ການເຂົ້າຮ່ວມເປັນປະທານຮ່ວມ ໃນພິທີເປີດນໍາໃຊ້ຂົວມິດຕະພາບ ໄທ-ລາວ ແຫ່ງທີ 5 (ບຶງການບໍລິຄຳໄຊ) ຂອງພະບາດສົມເດັດ ພຣະວະຊິຣະເກົ້າເຈົ້າຢູ່ຫົວ ແຫ່ງ ລາຊະອານາຈັກໄທ ຮ່ວມກັບທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ໃນວັນທີ 25 ທັນວາ 2025 ຖືເປັນວັນແຫ່ງປະ ຫວັດສາດຂອງສາຍພົວພັນ ໄທລາວ ທີ່ຈະຖືກຈາລຶກຕະຫລອດໄປ. ມິດຕະພາບທີ່ໃກ້ຊິດລະຫວ່າງ ລາວ-ໄທ, ໄທ-ລາວ ບໍ່ພຽງແຕ່ ເກີດຈາກຄວາມໃກ້ຊິດທາງດ້ານ ພາສາ ແລະ ວັດທະນະທຳເທົ່ານັ້ນ, ແຕ່ຍັງເກີດຈາກການພັດທະນາຢ່າງ ຕໍ່ເນື່ອງຂອງເຄືອຂ່າຍການຂົນສົ່ງ ລະຫວ່າງປະເທດທີ່ອຳນວຍຄວາມ ສະດວກໃຫ້ແກ່ການໄປມາຫາສູ່ສຳ ລັບປະຊາຊົນທັງສອງຝັ່ງແມ່ນ້ຳ ຂອງ, ຂົວມິດຕະພາບແຫ່ງທຳອິດ ໄດ້ເປີດນຳໃຊ້ໃນປີ 1994 ແລະ ໄດ້ກໍ່ສ້າງຂົວມິດຕະພາບຂ້າມແມ່ ນ້ຳຂອງອີກ 4 ແຫ່ງ ໄດ້ແກ່: ຂົວ ມິດຕະພາບແຫ່ງທີສອງເຊື່ອມຕໍ່ ແຂວງມຸກດາຫານ ແລະ ແຂວງ ສະຫວັນນະເຂດ; ຂົວມິດຕະພາບ ແຫ່ງທີສາມ ເຊື່ອມຕໍ່ແຂວງນະຄອນ ພະນົມ ແລະ ແຂວງຄຳມ່ວນ; ຂົວ ມິດຕະພາບແຫ່ງທີສີ່ ເຊື່ອມຕໍ່ແຂວງ ຊຽງລາຍ ແລະ ແຂວງບໍ່ແກ້ວ ແລະ ຂົວມິດຕະພາບແຫ່ງທີ 5 ເຊື່ອມຕໍ່ ແຂວງບຶງການ ແລະ ແຂວງບໍລິ ຄຳໄຊ. ຍິ່ງໄປກວ່ານັ້ນ, ອາດມີ ໜ້ອຍຄົນຮູ້ວ່າຍັງມີຂົວມິດຕະພາບ ຂ້າມແມ່ນ້ຳເຫືອງຢູ່ ເມືອງທ່າລີ້ ແຂວງເລີຍ ກົງກັນຂ້າມກັບ ແຂວງ ໄຊຍະບູລີ. ເຖິງວ່າຂົວເຫລົ່ານີ້ຈະ ສ້າງຂຶ້ນດ້ວຍເຫລັກ ແລະ ຄອນກີດ ແຕ່ມີບົດບາດສຳຄັນໃນການເຊື່ອມ ຕໍ່ຫົວໃຈຂອງປະຊາຊົນທັງສອງ

ໂດຍ : ທ່ານ ນາງ ຄຣອງຂະນິດ ຣັກຈະເລີນ
ເອກອັກຄະລາຊະທູດ ແຫ່ງ ລາຊະອານາຈັກໄທ ປະຈຳ ສປປ ລາວ
KPL