ຈີນສາມາດພັດທະນາຫຸ່ນຍົນແບບກ້າວກະໂດດໃນໄລຍະເວລາສັ້ນໄດ້ແນວໃດ?

10/03/2026 14:15
Email Print 1157
ຂປລ ຂປລ. ສືບເນື່ອງຈາກຕົວຢ່າງໜຶ່ງດີເລີດໃນການນໍາໃຊ້ຫຸ່ນຍົນ ແລະ ເຄື່ອງມືການແພດ ທັນສະໄໝຂອງຈີນຊ່ວຍພີ່ນ້ອງເພື່ອນມິດໃກ້ຄຽງກໍຄື: ບັນດາຜູ້ປ່ວຍ ຊາວລາວພົ້ນຄວາມທຸກທໍລະມານ ແລະ ລອດຊີວິດຈາກພະຍາດອັນຕະລາຍໄດ້ ເຊິ່ງເຫດການນີ້ບໍ່ພຽງ ແຕ່ສະທ້ອນໃຫ້ເຫັນການພັດທະນາຫຸ່ນຍົນທີ່ມີຄວາມກ້າວໜ້າທັນສະໄໝທີ່ສຸດ ຂອງຈີນເທົ່ານັ້ນແຕ່ຍັງເຮັດໃຫ້ຊາວໂລກໄດ້ເຫັນຢ່າງປະຈັກຕາວ່າຈີນກາຍເປັນຜູ້ນໍາໜ້າ

ຂປລ. ສືບເນື່ອງຈາກຕົວຢ່າງໜຶ່ງດີເລີດໃນການນໍາໃຊ້ຫຸ່ນຍົນ ແລະ ເຄື່ອງມືການແພດ ທັນສະໄໝຂອງຈີນຊ່ວຍພີ່ນ້ອງເພື່ອນມິດໃກ້ຄຽງກໍຄື: ບັນດາຜູ້ປ່ວຍ ຊາວລາວພົ້ນຄວາມທຸກທໍລະມານ ແລະ ລອດຊີວິດຈາກພະຍາດອັນຕະລາຍໄດ້ ເຊິ່ງເຫດການນີ້ບໍ່ພຽງ ແຕ່ສະທ້ອນໃຫ້ເຫັນການພັດທະນາຫຸ່ນຍົນທີ່ມີຄວາມກ້າວໜ້າທັນສະໄໝທີ່ສຸດ ຂອງຈີນເທົ່ານັ້ນແຕ່ຍັງເຮັດໃຫ້ຊາວໂລກໄດ້ເຫັນຢ່າງປະຈັກຕາວ່າຈີນກາຍເປັນຜູ້ນໍາໜ້າດ້ານອຸດສາຫະກໍາຫຸ່ນຍົນ ແລະ ເອໄອສາມາດນໍາໃຊ້ເຂົ້າໃນວຽກງານສາທາລະນະສຸກ ໄດ້ຢ່າງມີປະສິດທິຜົນສູງ. ຈາກພາບເຫລົ່ານັ້ນໄດ້ເກີດມີຄໍາຖາມວ່າ“ຫຸ່ນຍົນ” ຈະກາຍເປັນຕົວແທນແຮງງານຍຸກໃໝ່ ແລະ ເປັນກະດູກສັນຫລັງເສດຖະກິດໂລກຈິງ ຫລື ບໍ່?. ບັນດາຜູ້ຊ່ຽວ ຊານພັດທະນາຫຸ່ນຍົນທົ່ວໂລກຄາດວ່າຫຸ່ນຍົນອາດບໍ່ພຽງນໍາໃຊ້ທົດແທນແຮງງານຂອງມະນຸດເທົ່ານັ້ນຫາກຍັງຈະກາຍເປັນເກືອບທຸກສິ່ງຢ່າງໃນສັງຄົມຈົນກະທັງໄປເຖິງການໃຫ້ບໍລິການປິ່ນປົວ ແລະ ກູ້ຊີວິດ ມະນຸດຈາກພະຍາດ,ອຸບັດເຫດ ແລະ ໄພພິບັດຕ່າງໆ ຢ່າງໜ້າມະຫັດສະຈັນໃນຍຸກໂລກາພິວັດແຫ່ງສະຕະວັດທີ 21.

          ຮິວແມນນອຍ ຫລື ເອີ້ນວ່າ: ຫຸ່ນຍົນມະນຸດ (Humanoid)” ແມ່ນຄຳເວົ້າອາດເຮັດໃຫ້ຫລາຍຄົນນຶກເຖິງຮູບເງົາເລື່ອງສົງຄາມອະວະກາດ Star Wars ໃນອະດີດຊຸມປີ 1977-1998 ໃນຄາບຊອບຟາວເວີຕາເວັນຕົກ (softpower) ເປັນສ່ວນໜຶ່ງຂອງການເຜີຍແຜ່ອໍານາດນຸ້ມນວນທາງວັດທະນະທໍາຂອງຊາດຕາເວັນຕົກໄດ້ເຊື່ອມ ຊືມເປັນຄ່ານິຍົມເຮັດໃຫ້ເກີດຄວາມສຸກ ແລະ ບັນເທີງຕື່ນຕາຕື່ນໃຈຕໍ່ຜູ້ຄົນໄປທົ່ວໂລກ. ແຕ່ເຊື່ອ ຫລື ບໍ່ວ່າຮູບເງົາເລື່ອງສົງຄາມອະວະກາດທີ່ມີມະນຸດ ແລະ ຫຸ່ນຍົນເປັນຕົວລະຄອນເອກໃນອະດີດ 40 ກວ່າປີຜ່ານມາ ເຖິງປັດຈຸບັນມັນໄດ້ກ້າວຂາອອກຈາກໜ້າຈໍຮູບເງົາມາສູ່ໂລກຄວາມເປັນຈິງແລ້ວ ເຊິ່ງຫຸ່ນຍົນເຫລົ້ານັ້ນໄດ້ເຂົ້າມາຢູ່ໃນບ້ານ,ເຮືອນ, ໂຮງງານ, ບໍລິສັດ, ຮ້ານອາຫານ, ໂຮງແຮມ, ໂຮງໝໍຂອງພວກເຮົາແລ້ວ. ໃນຂະນະທີ່ເຕັກໂນໂລຊີ ເອໄອ (AI) ກຳລັງເຮັດໃຫ້ຫຸ່ນຍົນ “ມີຊີວິດຊີວາສົມຈິງຈົນແຍກບໍ່ອອກ” ວ່າອັນໃດເປັນຫຸ່ນຍົນ, ອັນໃດເປັນມະນຸດ, ສັດ ແລະ ວັດຖຸສິ່ງອື່ນໆທີ່ເຄື່ອນໄຫວໄດ້ຄ້າຍຄືກັບພວກເຮົາເຈົ້າຂ້ອຍ.

ຕາມການລາຍງານຈາກໂຄງການຄົ້ນຄວ້າໂກແມນແຊັກ (Goldman Sachs Research projects ) ຄາດຄະເນວ່າ ມູນຄ່າຕະຫລາດຫຸ່ນຍົນມະນຸດທົ່ວໂລກຈະບັນລຸ 38 ຕື້ໂດລາໃນປີ 2035 ເຊິ່ງໄດ້ຮັບແຮງຂັບເຄື່ອນຈາກຫ່ວງໂສ້ຄວາມຕ້ອງການເພີ່ມຂຶ້ນ, ຄວາມກ້າວໜ້າຢ່າງວ່ອງໄວໃນດ້ານປັນຍາປະດິດ, ການຫລຸດຜ່ອນຕົ້ນທຶນການຜະລິດຢ່າງຫລວງຫລາຍ ແລະ ອື່ນໆ. ພາກອຸດສາຫະກຳຕ່າງໆພວມຫັນປ່ຽນຈາກການນໍາໃຊ້ມະນຸດສູ່ການນຳໃຊ້ຫຸ່ນຍົນແທນ ໂດຍສະເພາະຈີນກໍາລັງກ້າວຂຶ້ນ ເປັນຜູ້ນໍາດ້ານອຸດສາຫະກໍາຫຸ່ນຍົນອັນດັບຕົ້ນໆຂອງໂລກ, ໃນນັ້ນມີ ບໍລິສັດທີ່ມີຊື່ສຽງໂດ່ງດັງຂອງຈີນ ເຊັ່ນ: Unitree, Galbot, Noetix,MagicLab ແລະ ອື່ນໆກາຍເປັນຜູ້ສະໜອງທັງພາຍໃນ ແລະ ຕ່າງປະເທດຢ່າງໂດດເດັ່ນ.

        ນັກວິເຄາະໄດ້ອ້າງອີງຕາມຫລັກວິຊາການເຫັນວ່າຄວາມສຳເລັດຂອງຈີນນີ້ເກີດຈາກປັດໄຈສໍາຄັນຄື:  ປັດໄຈດ້ານອຸປະທານ (Supply Side) ແລະ ປັດໄຈດ້ານອຸປະສົງ (Demand Side) ໃນນັ້ນ; ປັດໄຈດ້ານອຸປະທານ(Supply Side)ແມ່ນ ຄວາມພ້ອມດ້ານເຕັກໂນໂລຊີ ຄືນະໂຍບາຍລັດຖະບານຈີນທີ່ເຂັ້ມແຂງໄດ້ບັນຈຸການພັດທະນາ AI ແລະ ຫຸ່ນຍົນເຂົ້າໃນແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດຂອງຈີນ 5 ປີຄັ້ງທີ 14 ແລະ ຄັ້ງທີ 15 ຫລໍ່ຫລອມເຂົ້າກັນຈົນກາຍເປັນແຜ່ນຄໍາທີ່ມີຄ່າໝັ້ນຄົງໂດຍກຳນົດເປົ້າໝາຍໃຫ້ເປັນອຸດສາຫະກຳແຖວໜ້າຂອງໂລກ ໃນນັ້ນ ໄດ້ກວມເອົາຄວາມເປັນຜູ້ນຳດ້ານສິດທິບັດ. ປັດຈຸບັນ ຈີນຄອງອັນດັບຕົ້ນໆຂອງໂລກໃນການຈົດສິດທິບັດດ້ານຫຸ່ນຍົນ ແລະ AI ໂດຍມີບໍລິສັດຮົວເຫວີຍ ( Huawei), ປາຍຕູ(Baidu) ແລະ ເທັນເຊັນ(Tencent) ເປັນຜູ້ນຳ; ແຫລ່ງລວມສູນໂຮມເອົາຄົນເກັ່ງ (Pool of Talent) ເຊິ່ງລະບົບການສຶກສາຂອງຈີນໃຫ້ຄວາມສຳຄັນກັບສາຂາ AI ແລະ ຫຸ່ນຍົນມາກວ່າ 10 ປີ ໂດຍໄດ້ສ້າງບັນດານັກວິສະວະກໍາຫລາຍກວ່າ 1 ລ້ານຄົນຕໍ່ປີ ແລະ ຫລາຍກວ່າອາເມລິກາປະມານ 10 ເທົ່າ;  ການເຊື່ອມໂຍງເຕັກໂນໂລຊີ (Technology Convergence): ຈີນໃຊ້ຄວາມໄດ້ປຽບເປັນຜູ້ນຳໃນອຸດສາຫະກຳລົດໄຟຟ້າ EV ແລະ ລົດບໍ່ມີຄົນຂັບມາຕໍ່ຍອດ ເນື່ອງຈາກຫຸ່ນຍົນ ແລະ ລົດອັດສະລິຍະ ຕ່າງກໍໃຊ້ເຕັກໂນໂລຊີຮ່ວມກັນ ເຊັ່ນ: ໝໍ້ໄຟ (ແບັດເຕີຣີ), ລະບົບ AI ແລະ ຊິ້ນສ່ວນແຮ່ຫາຍາກ( Rare Earth) ອື່ນໆ. ປັດໃຈດ້ານອຸປະສົງ (Demand Side) ແມ່ນແຮງຊຸກຍູ້ຈາກກຸ່ມສັງຄົມຜູ້ສູງອາຍຸ (Super Aging Society) ໃນນີ້ຈີນມີທ່າອ່ຽງຈໍານວນປະຊາກອນຜູ້ສູງອາຍຸປະມານ 60 ປີຂຶ້ນໄປກວ່າ 23% ຫລື ປະມານ 300-400 ລ້ານຄົນ ເຊິ່ງກາຍເປັນຄວາມຈຳເປັນໃນການນຳຫຸ່ນຍົນມາທົດແທນແຮງງານຄົນຫລາຍຂຶ້ນ; ການປ່ຽນຜ່ານສູ່ເສດຖະກິດພາກບໍລິການ (Service-based Economy): ເມື່ອຈີນຄ່ອຍໆປ່ຽນຈາກພາກການຜະລິດມາສູ່ພາກບໍລິການ ເຮັດໃຫ້ຄວາມຕ້ອງການຫຸ່ນຍົນຮູບແບບມະນຸດ (Humanoid) ເພື່ອໃຊ້ໃນວຽກບໍລິການ, ຄວາມບັນເທີງ ແລະ ການດູແລຜູ້ສູງອາຍຸ ຈຶ່ງເພີ່ມຂຶ້ນຢ່າງຕໍ່ເນື່ອງ.  ຄວາມໄດ້ປຽບດ້ານຕົ້ນທຶນ ແລະ ການຜະລິດ: ກາຍເປັນປັດໄຈສຳຄັນອີກປະການໜຶ່ງຄື ຕົ້ນທຶນການຜະລິດທີ່ຕ່ຳກວ່າ ເນື່ອງຈາກຈີນມີລະບົບນິເວດການຜະລິດທີ່ຄົບວົງຈອນເຮັດໃຫ້ສາມາດຜະລິດຫຸ່ນຍົນທີ່ມີຄວາມຫລາກ ຫລາຍໃນລາຄາທີ່ເຂົ້າເຖິງໄດ້ ເຊັ່ນ: ຫຸ່ນຍົນກັງຟູ ທີ່ມີລາຄາເລີ່ມຕົ້ນປະມານ 13.000 ໂດລາ ເຊິ່ງເຮັດໃຫ້ຄົນໄດ້ຮັບຄວາມສົນໃຈຢ່າງກວ້າງຂວາງ.

ຈາກຜົນງານເປັນແບບຢ່າງດີເລີດສ່ອງແສງໃຫ້ເຫັນໝາກຜົນຄວາມສໍາເລັດຈັບຕ້ອງໄດ້ອັນຍິ່ງໃຫຍ່ບໍ່ມີຊາດໃດເຮັດໄດ້ໃນປະຫວັດສາດຄື: ຟື້ນຊີບເສັ້ນທາງສາຍໄໝບູຮານ 3.000 ກວ່າປີ ເປັນເສັ້ນທາງສາຍໄໝແຫ່ງສະຕະວັດທີ 21  ເຊິ່ງໄດ້ປ່ຽນແປງໂສມໜ້າເສັ້ນທາງເສດຖະກິດ, ການຄ້າ ແລະ ການໄປມາຫາ ສູ່ກັນກວມເອົາ 150 ກວ່າປະເທດທົ່ວໂລກ; ໃນໄລຍະບໍ່ພໍເທົ່າໃດປີ ຈີນສາມາດລຶບລ້າງຄວາມທຸກຍາກ ຂອງປະຊາຊົນໄດ້ 800 ລ້ານກວ່າຄົນ ແລະ ການເຕີບໂຕເສດຖະກິດຂອງຈີນ ສະເລ່ຍບໍ່ຫລຸດ 5%ຕໍ່ປີ. ສະນັ້ນ,  ໂດຍຕີລາຄາພາບລວມການທີ່ຈີນກ້າວຂຶ້ນເປັນຜູ້ນຳດ້ານຫຸ່ນຍົນຂອງໂລກ ບໍ່ແມ່ນເລື່ອງບັງເອີນ ແຕ່ເກີດຈາກຄວາມພ້ອມຮອບດ້ານ ທັງນະໂຍບາຍລັດ, ເທັກໂນໂລຊີທີ່ມີຮາກຖານຈາກອຸດສາຫະກຳ EV, ບຸກຄະລາກອນຈຳນວນມະຫາສານ, ຄວາມຈຳເປັນຈາກໂຄງສ້າງປະຊາກອນ ແລະ ແຮງກົດດັນຈາກຊາດຕາເວັນຕົກທີ່ຊຸກຍູ້ໃຫ້ຈີນຕ້ອງເລັ່ງພັດທະນາຈົນປະສົບຜົນສໍາ ເລັດຢ່າງໃຫຍ່ຫລວງ. ນັບຈາກນີ້ໄປພວກເຮົາເຈົ້າຂ້ອຍ ແລະ ຊາວໂລກຄວນຮຽນຮູ້ຫຍັງຈາກຈີນຕໍ່ໃນອະນາຄົດ.

ໂດຍ: ເກີດຂວັນໃຈ ມາລີຈັນສີ

KPL

ຂ່າວອື່ນໆ

    • ສສຊ ແຂວງຈຳປາສັກ ສະເໜີຫລາຍວຽກຕໍ່ແຜນເຄື່ອນໄຫວວຽກງານ 5 ປີ ຂອງສານປະຊາຊົນສູງສຸດບົດ-ສາລະຄະດີ

      ສສຊ ແຂວງຈຳປາສັກ ສະເໜີຫລາຍວຽກຕໍ່ແຜນເຄື່ອນໄຫວວຽກງານ 5 ປີ ຂອງສານປະຊາຊົນສູງສຸດ

      4/7/2026 11:56:25 AM

      ຂປລ. ໃນກອງປະຊຸມຄັ້ງປະຖົມມະລືກຂອງສະພາແຫ່ງຊາດ ຊຸດທີ X ອາທິດຜ່ານມາ, ທ່ານ ນາງ ພອນເພັດ ອຸ່ນແກ້ວ ສະມາຊິກສະພາແຫ່ງຊາດ (ສສຊ) ເຂດເລືອກຕັ້ງທີ 15 ແຂວງຈຳປາສັກ ໄດ້ປະກອບຄໍາເຫັນຕໍ່ບົດລາຍງານການເຄື່ອນໄຫວວຽກງານ 5 ປີ (2026-2030) ຂອງສານປະຊາຊົນສູງສຸດ (ສປສສ) ແລະ ອົງການໄອຍະການປະຊາຊົນສູງສຸດ (ອອປສ)

    • ສສຊ ສະເໜີປັບປຸງກົດໝາຍ 5 ປີຂອງສະພາແຫ່ງຊາດ ຢ່າງແທ້ຈິງບົດ-ສາລະຄະດີ

      ສສຊ ສະເໜີປັບປຸງກົດໝາຍ 5 ປີຂອງສະພາແຫ່ງຊາດ ຢ່າງແທ້ຈິງ

      4/7/2026 11:53:56 AM

      ຂປລ. ໃນກອງປະຊຸມຄັ້ງປະ ຖົມມະລືກຂອງສະພາແຫ່ງຊາດ ຊຸດທີ X ໃນອາທິດຜ່ານມາ, ທ່ານ ນາງ ພອນເພັດ ອຸ່ນແກ້ວ ສະມາຊິກ ສະພາແຫ່ງຊາດ (ສສຊ) ເຂດ ເລືອກຕັ້ງທີ 15 ແຂວງຈຳປາສັກ ໄດ້ປະກອບຄໍາເຫັນຕໍ່ບົດລາຍງານ ການເຄື່ອນໄຫວວຽກງານ 5 ປີ (2026-2030) ຂອງສານປະ ຊາຊົນສູງສຸດ (ສປສສ) ແລະ ອົງການໄອຍະການປະຊາຊົນສູງ ສຸດ (ອອປສ) ວ່າ: ຕົນເອງ ເຫັນດີເປັນເອກະພາບຕໍ່ແຜນ ບົດລາຍງານການເຄື່ອນໄຫວ ວຽກງານ 5 ປີ (2026- 2030) ຂອງສານປະຊາຊົນສູງສຸດ

    • ພະຍາດທີ່ມາພ້ອມອາກາດຮ້ອນ ແລະ ມາດຕະການປ້ອງກັນບົດ-ສາລະຄະດີ

      ພະຍາດທີ່ມາພ້ອມອາກາດຮ້ອນ ແລະ ມາດຕະການປ້ອງກັນ

      4/7/2026 11:46:49 AM

      ຂປລ. ໃນໄລຍະເດືອນມີນາ ຫາ ເດືອນພຶດສະພາ ຂອງທຸກໆປີ ປະເທດລາວຈະຜະເຊີນກັບສະ ພາບອາກາດຮ້ອນອົບເອົ້າ ຊຶ່ງບາງ ແຂວງອຸນຫະພູມອາດສູງທະລຸ 40 ອົງສາ ຊຶ່ງສະພາບອາກາດຮ້ອນດັ່ງ ກ່າວ ບໍ່ພຽງແຕ່ສ້າງຄວາມລຳບາກ ໃນການດຳລົງຊີວິດ, ແຕ່ຍັງຕ້ອງ ພົບກັບບາງພະຍາດທີ່ມັກຈະມາ ພ້ອມກັບອາກາດຮ້ອນອີກ, ຍ້ອນ ວ່າລະດູຮ້ອນແມ່ນລະດູທີ່ເໝາະໃນ ການຂະຫຍາຍຕົວຂອງເຊື້ອແບັກ ທີເຣຍບາງຊະນິດ

    •  ຫວນຄືນມູນເຊື້ອການກຳເນີດ  ແລະ ເຕີບໃຫຍ່ຂະຫຍາຍຕົວຂອງກຳລັງປ້ອງກັນຄວາມສະຫງົບບົດ-ສາລະຄະດີ

      ຫວນຄືນມູນເຊື້ອການກຳເນີດ ແລະ ເຕີບໃຫຍ່ຂະຫຍາຍຕົວຂອງກຳລັງປ້ອງກັນຄວາມສະຫງົບ

      4/7/2026 11:43:28 AM

      ຂປລ. ພັກປະຊາຊົນປະຕິວັດ ລາວ ໄດ້ນຳພາປວງຊົນລາວທັງ ຊາດດຳເນີນພາລະກິດປ່ຽນແປງ ໃໝ່ຢ່າງ ຮອບດ້ານ ແລະ ມີຫລັກ ການຂອງພັກໃນເງື່ອນໄຂສະພາບ ແວດລ້ອມສາກົນ ທີ່ມີການຜັນແປ ໄປຢ່າງໄວວາ ແລະ ສະຫລັບຊັບ ຊ້ອນ ເຊິ່ງມີທັງກາລະໂອກາດທີ່ ເອື້ອອຳນວຍ ແລະ ສິ່ງທ້າທາຍ ທົດສອບນາໆປະການຕໍ່ພາລະກິດ ປົກປັກຮັກສາ ແລະ ພັດທະນາ ປະເທດຊາດຂອງພວກເຮົາ, ພວກ ເຮົາໄດ້ຜະເຊີນໜ້າໂດຍກົງກັບກົນ ອຸບາຍຫັນປ່ຽນ ໂດຍສັນຕິຢ່າງ ຮອບດ້ານຂອງພວກຈັກກະພັດ ແລະ ອິດທິກຳລັງປໍລະປັກ.

    • ງານເທສະການແຟຊັນ ແລະ ວັດທະນະທຳ ຈັດຂຶ້ນທີ່ປະເທດຍີ່ປຸ່ນບົດ-ສາລະຄະດີ

      ງານເທສະການແຟຊັນ ແລະ ວັດທະນະທຳ ຈັດຂຶ້ນທີ່ປະເທດຍີ່ປຸ່ນ

      4/7/2026 11:38:24 AM

      ຂປລ. ທ້າຍເດືອນຜ່ານມາ, ທີ່ ນະຄອນຫລວງໂຕກຽວ ປະເທດ ຍີ່ປຸ່ນ ໄດ້ຈັດງານມະໂຫລານ ແຟຊັນ ແລະ ວັດທະນະທຳລາວ (Lao Fashion and Culture Festival) ເພື່ອປະກອບສ່ວນ ເຂົ້າໃນການສະເຫລີມສະຫລອງ ຄົບຮອບ 70 ປີ ແຫ່ງສາຍພົວພັນ ທາງການທູດລະຫວ່າງ ລາວ-ຍີ່ປຸ່ນ, ພ້ອມທັງເປັນການຊຸກຍູ້ສົ່ງເສີມໃຫຜະລິດຕະພັນແຜ່ນແພລາວ ໃຫ້ສາ ມາດກ້າວເຂົ້າສູ່ຕະຫລາດສາກົນ ນັບມື້ນັບຫລາຍຂຶ້ນ.

ads
ads

Top