ຂປລ
ລັດຖະບານ ອິດສະຣາແອນ ອະນຸມັດການຈັດຕັ້ງ ນິຄົມໃໝ່ 19 ແຫ່ງ ໃນເຂດເວສແບງ ທີ່ຖືກຢຶດຄອງ. ຊຶ່ງ ທ່ານ ເບຊາເລລ ສໂມທຣິຊ ລັດຖະມົນຕີການເງິນ ອິດສະຣາແອນ ກ່າວວ່າ: ການດຳເນີນການຄັ້ງນີ້ ມີເປົ້າໝາຍ ເພື່ອປ້ອງກັນ ການສະຖາປະນາ ລັດປາແລັດສະຕິນ.
ຂປລ.ສຳນັກຂ່າວ ເອເອຟພີ ລາຍງານຈາກນະຄອນຫລວງ ແຕນອາວິບ ປະເທດອິດສະຣາແອນ ເມື່ອວັນທີ 22 ທັນວາວ່າ: ລັດຖະບານ ອິດສະຣາແອນ ອະນຸມັດການຈັດຕັ້ງ ນິຄົມໃໝ່ 19 ແຫ່ງ ໃນເຂດເວສແບງ ທີ່ຖືກຢຶດຄອງ. ຊຶ່ງ ທ່ານ ເບຊາເລລ ສໂມທຣິຊ ລັດຖະມົນຕີການເງິນ ອິດສະຣາແອນ ກ່າວວ່າ: ການດຳເນີນການຄັ້ງນີ້ ມີເປົ້າໝາຍ ເພື່ອປ້ອງກັນ ການ ສະຖາປະນາ ລັດປາແລັດສະຕິນ.
ສຳນັກງານຂອງລັດຖະມົນຕີ ການເງິນ ອິດສະຣາແອນ ລະບຸໃນຖະແຫລງການວ່າ ການຕັດສິນໃຈ ຂອງຄະນະລັດຖະມົນຕີ ດ້ານຄວາມໝັ້ນຄົງຂອງ ອິດສະຣາແອນ ເຮັດໃຫ້ຈຳ ນວນນິຄົມ ທີ່ໄດ້ຮັບການອະນຸມັດ ໄລຍະ 3 ປີຜ່ານມາ ເພີ່ມເປັນ 69 ແຫ່ງ.
ການອະນຸມັດ ຄັ້ງຫລ້າສຸດນີ້ ເກີດຂຶ້ນພຽງ ບໍ່ເທົ່າໃດວັນ ຫລັງຈາກສະຫະປະຊາຊາດ (ຢູເອັນ) ລະບຸວ່າ: ການຂະຫຍາຍ ການຕັ້ງຖິ່ນຖານ ຂອງອິດສະຣາແອນ ໃນເຂດເວສແບງ ຢູ່ໃນລະດັບສູງສຸດ ນັບແຕ່ປີ 2017 ເປັນຢ່າງໜ້ອຍ.
KPL