ລັດຖະບານ ຍີ່ປຸ່ນ-ເອກະຊົນ ຈະຮ່ວມກັນລົງທຶນພັດທະນາເອໄອພາຍໃນປະເທດ 1 ພັນຕື້ເຢນ

23/12/2025 13:06
ຂປລ ລັດຖະບານຍີ່ປຸ່ນ ຈະຈັດສັນງົບປະມານ1 ພັນຕື້ເຢນ (6,34 ຕື້ໂດລາສະຫະລັດ) ໃນການຈັດຕັ້ງບໍລິສັດໃໝ່ ເພື່ອພັດທະນາເຕັກໂນໂລຊີ ປັນຍາປະດິດ (AI) ພາຍໃນປະເທດ ຕະຫລອດໄລຍະ 5 ປີຕໍ່ໜ້າ ໂດຍເລີ່ມຕົ້ນ ປີງົບປະມານ 2026 (ເລີ່ມແຕ່ເດືອນເມສາປີໜ້າ).

ຂປລ.ສຳນັກຂ່າວ ກຽວໂດລາຍງານອ້າງແຫລ່ງຂ່່າວວົງໃນລະບຸວ່າ: ລັດຖະບານຍີ່ປຸ່ນ ຈະຈັດສັນງົບປະມານ1 ພັນຕື້ເຢນ (6,34 ຕື້ໂດລາສະຫະລັດ) ໃນການຈັດຕັ້ງບໍລິສັດໃໝ່ ເພື່ອພັດທະນາ ເຕັກໂນໂລຊີ ປັນຍາປະດິດ (AI) ພາຍໃນປະເທດ ຕະຫລອດໄລຍະ 5 ປີຕໍ່ໜ້າ ໂດຍເລີ່ມຕົ້ນປີງົບປະມານ 2026 (ເລີ່ມແຕ່ເດືອນເມສາປີໜ້າ).

ບໍລິສັດດັ່ງກ່າວ ຈະຮ່ວມກັນຈັດຕັ້ງ ຂຶ້ນໂດຍບໍລິສັດ ເອກະຊົນປະມານ 10 ແຫ່ງ, ຊຶ່ງລວມເຖິງ ຊອຟແບງ ກຣຸບ(SoftBank Group Corp)ໂດຍມີເປົ້າໝາຍ ເພື່ອພັດ ທະນາ ໂມເດລ ເອໄອ ທີ່ໃຫຍ່ທີ່ສຸດ ໃນປະເທດ ຜ່ານຄວາມຮ່ວມມືລະຫວ່າງ ພາກລັດ ກັບພາກເອກະຊົນ.

ໃນຂະນະທີ່ທົ່ວໂລກ ພວມແຂ່ງຂັນກັນ ຈັດຫາເຊມິຄອນດັກເຕີຣ ຍີ່ປຸ່ນ ມີຄວາມຫວັງວ່າ ບໍລິສັດໃໝ່ນີ້ ຈະສາມາດຈັດຫາ ເຊມິຄອນດັກເຕີ ທີ່ຈຳເປັນໄດ້, ໂດຍໄດ້ຮັບການ ສະໜັບສະໜູນ ຈາກພາກລັດ.

KPL

ຂ່າວອື່ນໆ

ads
ads

Top