ຂປລ. ເມື່ອບໍ່ດົນມານີ້, ຄະນະ ຜູ້ແທນກະຊວງເຕັກໂນໂລຊີ ແລະ ການສື່ສານ ພ້ອມດ້ວຍນັກທຸລະກິດ ຈີນ ແລະ ລາວ ແລະ ນັກຂ່າວຈາກ ແຂວງກວາງຊີ ໄດ້ມາຢ້ຽມຢາມ ສູນຮ່ວມມືການນຳໃຊ້ປັນຍາປະດິດ (AI) ຈີນ-ລາວ (ຊຶ່ງມີຊື່ຫຍໍ້ວ່າ “ສູນລາວ”) ທີ່ນະຄອນຫລວງ ວຽງຈັນ ເພື່ອຮຽນຮູ້ເກັບກໍາສະ ພາບການຂອງສູນໃນປັດຈຸບັນ. ບັນດານັກຂ່າວໄດ້ພົບກັບ ນາງ ເຊຍ ຊື ຊຶ່ງເປັນແມ່ຍິງລາວ ທີ່ຈົບ ການສຶກສາຈາກມະຫາວິທະຍາໄລ ວິທະຍາສາດ ແລະ ເຕັກໂນໂລຊີ ຖະໜົນ 450 ປີ ບ້ານດົງໂພນແຮ່ ເມືອງຫາດຊາຍຟອງ ນະຄອນຫລວງວຽງຈັນ ົີ້ົ່ືັwww.kpl.gov.la , Facebook: ປະເທດລາວ Pathedlao, Email: kpl@laotel.com , Tel/Fax:(021) 215402 ວັນອັງຄານ 23.12.2025 ປີທີ 24 ສະບັບທີ 6.340ັັີີັີ ra dxt-k-q o xt8y ;a f]k; mu j ,u dPflts'k \A opn oK j ອ່ານຕໍ່ໜ້າ 4່ າໍ່ ໜ້າ ອ່ານຕໍ່ໜ້າ 4່ າໍ່ ໜ້າ ອ່ານຕໍ່ໜ້າ 2່ າໍ່ ໜ້າ ອ່ານຕໍ່ໜ້າ 4່ າໍ່ ໜ້າ ອ່ານຕໍ່ໜ້າ 2່ າໍ່ ໜ້າ ອ່ານຕໍ່ໜ້າ 2່ າໍ່ ໜ້າ xu 2025 lxx ]k; lts]v' 3 ;a o xts;a flkf1j k'pyj '.spj c]t ,u 7;k,\kple7a o ,v[{Ia [3I'IPoxt4q ,lq ,[6 ook\= rkps]a 'd+ lh k'leg]a f h ອ່ານຕໍ່ໜ້າ 2່ າໍ່ ໜ້າ I+ kIPo c]t xt8y [a f8k,c[[1j k'75 olq ,[a fly omext8y ;a f0v'xtmko wdlvo rq ,;y sko |j ;pra d0j k;3m]trk[csj '-kf]k; fegou odv'xt-5 ,.spj 7A 'mu II le,tok;a o75h ,7v'wrry [a fcsj '-kfvk-Po c]t ;a os]5 fzj vo7;k,lj P'wrry [a flkdq o ສະຫາຍ ໄຊຊະນະ ໂຄດພູທອນ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ ( ຂວາ ) ຂປລ. ໃນປີ 2025 ນີ້, ທົ່ວພັກ, ທົ່ວລັດ, ທົ່ວກໍາລັງປະກອບອາວຸດ ແລະ ທົ່ວປວງຊົນລາວທັງຊາດ ໄດ້ພ້ອມກັນສະເຫລີມສະຫລອງ 3 ວັນປະຫວັດສາດຂອງພັກ, ຂອງ ຊາດ ຄື: ວັນສ້າງຕັ້ງພັກ ປປ ລາວ ຄົບຮອບ 70 ປີ(22 ມີນາ 195522 ມີນາ 2025), ວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ(02 ທັນວາ 1975-02 ທັນວາ 2025) ແລະ ວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ (13/ 12/1920-13/12/2025) ຢ່າງ ເປັນຂະບວນການຟົດຟື້ນຮັກສາໄດ້ ຄວາມສະຫງົບປອດໄພ ຊຶ່ງມີລາຍ ອ່ານຕໍ່ໜ້າ 4່ າໍ່ ໜ້າ lol lts]5 [;Pd'ko xt9exu 2025 ຂປລ. ກອງປະຊຸມປະຈໍາປີ 2025 ຂອງສະຖາບັນຄົ້ນຄວ້າ ນິຕິກໍາສະພາແຫ່ງຊາດ (ສນສ) ໄດ້ຈັດຂຶ້ນໃນອາທິດຜ່ານມາ ທີ່ ເມືອງແກ້ວອຸດົມ ແຂວງວຽງຈັນ ໂດຍການເປັນປະທານຂອງທ່ານ ວິລະພັນ ສິລິທໍາ ຮອງຫົວໜ້າສະຖາ ບັນຄົ້ນຄວ້ານິຕິກຳສະພາແຫ່ງຊາດ ພ້ອມດ້ວຍບັນດາຮອງປະທານກຳ ມາທິການ, ຮອງເລຂາທິການ, ຫົວ ຂປລ. ໂດຍຕອບສະໜອງ ຕາມການເຊື້ອເຊີນຂອງສະຫາຍ ໄຊຊະນະ ໂຄດພູທອນ ຫົວໜ້າອົງ ການໄອຍະການປະຊາຊົນສູງສຸດ ແຫ່ງ ສປປ ລາວ, ຄະນະຜູ້ແທນຂັ້ນ ສູງອົງການໄອຍະການປະຊາຊົນ ຂປລ. ຄະນະກຳມະການຄຸ້ມ ຄອງໄພພິບັດຂັ້ນສູນກາງ ກະຊວງ ແຮງງານ ແລະ ສະຫວັດດີການ ສັງຄົມ ຈັດສໍາມະນາໃນໂອກາດ 13 ຕຸລາ ວັນຄຸ້ມຄອງໄພພິບັດແຫ່ງ lh k'7;k,Ia [I6h {g0Q k.9cdj rkdgvdt-q odj P;da [czop5 fmtlkf dko0h k,zj kogrn j vvvd9kdlt4kotrk[fh vpra fmtok l6 o]k; r;,,u dkosa oxj Po1j k'lY og-u ' “ ” ຊາດ, ວັນຄຸ້ມຄອງໄພພິບັດອາຊຽນ ແລະ ວັນຫລຸດຜ່ອນໄພພິບັດສາກົນ ປະຈໍາປີ 2025 ໃນວັນທີ 22 ທັນວາ 2025ໂດຍມີທ່ານໂພໄຊໄຊຍະສອນ ລັດຖະມົນຕີ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ທັງ ເປັນຮອງປະທານຜູ້ປະຈໍາການຄະ ນະກຳມະການຄຸ້ມຄອງໄພພິບັດ ຂັ້ນສູນກາງ, ພ້ອມດ້ວຍພາກສ່ວນ ກ່ຽວຂ້ອງເຂົ້າຮ່ວມ. ທ່ານ ໂພໄຊ ໄຊຍະສອນ ໄດ້ ກ່າວວ່າ: ໃນໄລຍະຜ່ານມາ, ລັດ ຖະບານ ກໍຄື ຄະນະກຳມະການ ຄຸ້ມຄອງໄພພິບັດຂັ້ນສູນກາງ ໄດ້ ພະຍາຍາມໃນການຈັດຕັ້ງປະຕິບັດ ທ່ານ ໂພໄຊ ໄຊຍະສອນ ໜຶ່ງໃນເຫດການສຳຄັນຂະບວນກ້ອນສວນສະໜາມສະຫລອງວັນຊາດທີ 2 ທັນວາທີ່ເດີ່ນສະໜາມຫລວງ ]k;{s;Pfok, ln [8Ij ;,,n ;Pd'kowvptdkoxt-k-q o + ສູງສຸດ ແຫ່ງ ສສ ຫວຽດນາມ ນໍາ ໂດຍສະຫາຍ ຫງວຽນຮຸຍຕຽນ ຫົວໜ້າອົງການໄອຍະການປະຊາ ຊົນສູງສຸດ ແຫ່ງ ສສ ຫວຽດນາມ ໄດ້ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນອາທິດ ຜ່ານມາ ຢ່າງເປັນທາງການ. ໃນໄລຍະຢ້ຽມຢາມ ແລະ ເຮັດ ວຽກຢູ່ ສປປ ລາວ, ຄະນະຜູ້ແທນ ຂັ້ນສູງອົງການໄອຍະການປະຊາ ຊົນສູງສຸດ ແຫ່ງ ສສ ຫວຽດນາມ ໄດ້ພົບປະກັບຄະນະຜູ້ແທນຂັ້ນ ສູງອົງການໄອຍະການປະຊາຊົນ ສູງສຸດ ແຫ່ງ ສປປ ລາວ ນຳໂດຍ ສະຫາຍ ໄຊຊະນະ ໂຄດພູທອນ ຂປລ. ກອງປະຊຸມໃຫຍ່ ຄັ້ງທີ II ຂອງໜ່ວຍພັກຂ່າວ ໂທລະພາບ ແຫ່ງຊາດລາວ (ທຊລ) ໄດ້ໄຂຂຶ້ນ ໃນວັນທີ 19 ທັນວາ 2025 ໂດຍ ການເປັນປະທານຂອງສະຫາຍນາງ ມາໄລວຽງ ວົງຈັນດີ ກໍາມະການ ຮາກຖານ ທຊລ, ເລຂາໜ່ວຍພັກ ຂປລ. ກະຊວງການຕ່າງປະ ເທດໃນຖານະຈຸດປະສານງານ ກໍຄື ກອງເລຂາຄະນະຊີ້ນໍາລະດັບ ຊາດ ເພື່ອການຈັດຕັ້ງປະຕິບັດ ແຜນດໍາເນີນງານ ສປຊ ສໍາລັບ ປະເທດດ້ອຍພັດທະນາໄດ້ຈັດກອງ ປະຊຸມເຜີຍແຜ່ການຈັດຕັ້ງປະຕິບັດ ແຜນຍຸດທະສາດການຂ້າມຜ່ານ ຂອງ ສປປ ລາວ ເພື່ອອອກຈາກ ສະຖານະພາບດ້ອຍພັດທະນາສຳ ທ່ານ ນາງ ມຸກດາວັນ ສີສຸລິດ ອ່ານຕໍ່ໜ້າ 4່ າໍ່ ໜ້າ rq [lq [z6h l6 oskp 1 7q o 9kdgsfdkogIn v8e3'osu o[= ]y g;o4E8yj ' j
gru j ,mt;u 7;k,lk,a d7u gxa oxb dczj o0v'x;'-q o]k;ma '-kfK @ 0j k; c]t gsfdko j 23/12/2025 xtgmf]k; ປີ 2025 ສປປ ລາວ...ີ “ສູນລາວ”...ູ ລາວ-ຫວຽດນາມ... ກວາງຊີ ໂດຍໄດ້ຕ້ອນຮັບນັກຂ່າວ ຢ່າງອົບອຸ່ນ. ນາງ ເຊຍ ຊື ຫາກໍ ມາເຮັດວຽກຢູ່ສູນລາວໄດ້ສອງ ເດືອນ, ລາວໄດ້ລາຍງານເຕັກໂນໂລ ຊີທີ່ທັນສະໄໝຂອງສູນໃນຂົງເຂດ ປັນຍາປະດິດໃຫ້ນັກຂ່າວເປັນ ພາສາລາວ ແລະ ພາສາຈີນຢ່າງ ຄ່ອງແຄ້ວ. ສູນລາວ, ແມ່ນທາງຝ່າຍລາວ ກັບຝ່າຍກວາງຊີ ຮ່ວມມືສົ່ງເສີມ ລະອຽດດັ່ງນີ້: ພັກ ແລະ ລັດຖະບານໄດ້ຈັດພິທີ ໂຮມຊຸມນຸມໃຫຍ່ລະດັບຊາດ ເພື່ອ ສະເຫລີມສະຫລອງວັນສ້າງຕັ້ງພັກ ປະຊາຊົນປະຕິວັດລາວ ຄົບຮອບ 70 ປີ (ພັກ ປປ ລາວ) ໃນວັນທີ 22 ມີນາ 2025 ຢູ່ນະຄອນຫລວງ ວຽງຈັນ ໂດຍມີສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະ ບໍລິຫານງານສູນກາງພັກ, ປະທານ ປະເທດ ແຫ່ງ ສປປ ລາວ, ສະຫາຍ ສອນໄຊ ສີພັນດອນ ກຳມະການ ກົມການເມືອງສູນກາງພັກ, ນາຍົກ ລັດຖະມົນຕີ, ມີບັນດາສະຫາຍກຳ ມະການກົມການເມືອງສູນກາງ ພັກ, ເລຂາທິການສູນກາງພັກ, ອະດີດການນຳຂັ້ນສູງພັກ, ລັດ, ພະນັກງານປະຕິວັດອາວຸໂສ, ການ ນຳບັນດາກະຊວງ, ພະນັກງານ ອະວຸໂສ-ບຳນານ, ພະນັກງານທະ ຫານ-ຕຳຫລວດ, ພະນັກງານ-ລັດ ຖະກອນ ພ້ອມດ້ວຍຊາວໜຸ່ມ, ເຍົາ ວະຊົນ, ນັກຮຽນ-ນັກສຶກສາເຂົ້າ ຮ່ວມຢ່າງພ້ອມພຽງ. ໂອກາດດັ່ງກ່າວ, ສະຫາຍ ທອງລຸນ ສີສຸລິດ ໄດ້ຂຶ້ນກ່າວສູນ ທອນພົດເປີດພິທີ ໂດຍສະຫາຍໄດ້ ຍົກໃຫ້ເຫັນມູນເຊື້ອແຫ່ງການເຕີບ ໃຫຍ່ຂະຫຍາຍຕົວ, ມູນເຊື້ອແຫ່ງ ການຕໍ່ສູ່ປົດປ່ອຍປະເທດຊາດ ຂອງ ນັກຮົບປະຕິວັດ, ມູນເຊື້ອແຫ່ງການ ນຳພາ-ຊີ້ນຳອັນສະຫລາດສ່ອງໃສ ຂອງພັກ ປປ ລາວ ໃນໄລຍະຜ່ານ ມາເຖິງປັດຈຸບັນ ຊຶ່ງກ່ອນໜ້ານີ້ 70 ປີ ຄື ວັນທີ 22 ມີນາ 1955 “ພັກ ປະຊາຊົນລາວ” ປັດຈຸບັນແມ່ນ “ພັກປະຊາຊົນປະຕິວັດລາວ” ໄດ້ ຮັບການສ້າງຕັ້ງຂຶ້ນຢູ່ເຂດຖານທີ່ ໝັ້ນ ປະຕິວັດໃນແຂວງຫົວພັນ ໂດຍ ແມ່ນປະທານ ໄກສອນ ພົມວິຫານ ເປັນຜູ້ປະກາດສ້າງຕັ້ງ, ທັງເປັນ ຜູ້ນໍາພາສູງສຸດຂອງພັກ, ການກໍາ ເນີດຂອງພັກປະຊາຊົນລາວ ຊຶ່ງ ເປັນພັກການເມືອງຂອງຊົນຊັ້ນ ກຳມະກອນ ແລະ ຊາວຜູ້ອອກ ແຮງງານລາວແມ່ນເພື່ອຕອບສະ ໜອງຄວາມຮຽກຮ້ອງຕ້ອງການ ຂອງຂະບວນການຕໍ່ສູ້ຕ້ານກັບຈັກ ກະພັດຜູ້ຮຸກຮານ ແລະ ເພື່ອເປັນປັດ ໄຈຄໍ້າປະກັນໃຫ້ແກ່ການເຕີບໃຫຍ່ ຂະຫຍາຍຕົວຂອງກຳລັງປະຕິວັດ ຢູ່ປະເທດລາວ, ທັງເປັນສ່ວນໜຶ່ງ ຂອງການປະຕິວັດໃນອິນດູຈີນ ກໍຄື ຂະບວນການກ້າວໜ້າຢູ່ໃນໂລກ. ວັນທີ 22 ມີນາ ໄດ້ກາຍເປັນວັນທີ່ ມີຄວາມໝາຍສໍາຄັນຍິ່ງທີ່ຈາລຶກໄວ້ ໃນໜ້າປະຫວັດສາດຂອງຊາດລາວ ເຮົາຕະຫລອດໄປ. ພິທີໂຮມຊຸມນຸມໃຫຍ່ລະດັບຊາດ ສະເຫລີມສະຫລອງວັນສ້າງຕັ້ງ ພັກ ປະຊາຊົນປະຕິວັດລາວ ຄົບຮອບ 70 ປີ ໃນຄັ້ງນີ້, ໄດ້ຈັດແບບເຊິ່ງໜ້າ ແລະ ແບບອອນລາຍ ຊຶ່ງໄດ້ຈັດຂຶ້ນ ພ້ອມໆກັນ ໃນຂອບເຂດທົ່ວປະເທດ. ສ່ວນພິທີໂຮມຊຸມນຸມໃຫຍ່ ແລະ ສວນສະໜາມສະເຫລີມສະຫລອງ ວັນສະຖາປະນາສປປລາວຄົບຮອບ 50 ປີ ໄດ້ຈັດຂຶ້ນໃນຕອນເຊົ້າ ວັນທີ 2 ທັນວາ 2025 ທີ່ສະໜາມ ຫລວງ ນະຄອນຫລວງວຽງຈັນ ໃ ຫ້ກຽດ ເ ຂົ້າ ຮ່ວມມີສ ະຫາ ຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ, ປະທານປະເທດ ແຫ່ງ ສປປ ລາວ, ຫົວໜ້າອົງການໄອຍະການປະຊາ ສະຫາຍ ໂຕ ເລິມ ເລຂາທິການ ໃຫຍ່ຄະນະບໍລິຫານງານສູນກາງ ພັກກອມມູນິດຫວຽດນາມ, ພ້ອມ ດ້ວຍບັນດາການນຳຂັ້ນສູງພັກລັດ, ແຂກຈາກບັນດາປະເທດເພື່ອນ ມິດເປັນຕົ້ນກໍາປູເຈຍ, ສປ ຈີນ, ກູບາ, ຣັດເຊຍ, ບັນດາທູຕານຸທູດ, ຕາງໜ້າອົງການຈັດຕັ້ງສາກົນ, ຕະ ຫລອດຮອດພະນັກງານປະຕິວັດ ອາວຸໂສບຳນານແລະ ມວນຊົນຊາວ ນະຄອນຫລວງວຽງຈັນ ເຂົ້າຮ່ວມ ຢ່າງຄຶກຄື້ນ. ໂອກາດນີ້, ສະຫາຍ ທອງລຸນ ສີສຸລິດ ໄດ້ຂຶ້ນກ່າວສູນທອນພົດ ໂດຍສະຫາຍໄດ້ຍົກໃຫ້ເຫັນມູນເຊື້ອ ແຫ່ງການຕໍ່ສູ້ຢ່າງພິລະອາດຫານ, ລະອິດລະອ້ຽວຂອງນັກຮົບປະຕິວັດ ພາຍໃຕ້ການນຳພາຂອງພັກ ປປ ລາວ ຕ້ານຈັກກະພັດຜູ້ຮຸກຮານ ຈົນສາມາດຍາດໄດ້ໄຊຊະນະຢ່າງ ສົມບູນ ແລະ ສະຖາປະນາ ສປປ ລາວ ຂຶ້ນຢ່າງສະຫງ່າຜ່າເຜີຍໃນ ວັນທີ 2 ທັນວາ 1975 ຈົນມາຮອດ ປັດຈຸບັນ ຊຶ່ງຕະຫລອດໄລຍະ 50 ປີ ແຫ່ງພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາ ສປປ ລາວ ໄດ້ ຢືນຢັນຢ່າງໜັກແໜ້ນເຖິງທາດແທ້, ມູນເຊື້ອປະຕິວັດທີ່ເປັນບົດຮຽນ ໃຫ້ແກ່ການສືບຕໍ່ພາປະເທດກ້າວ ຂຶ້ນ, ນັ້ນແມ່ນ “ຍຶດໝັ້ນອຸດົມການ ສັງຄົມນິຍົມ, ເສີມຂະຫຍາຍມະຫາ ສາມັກຄີທົ່ວປວງຊົນລາວທັງຊາດ ເພື່ອບູລະນະລະບອບປະຊາທິປະໄຕ ປະຊາຊົນໃຫ້ເຂັ້ມແຂງ, ສ້າງລັດທີ່ ມາຈາກປະຊາຊົນ ໂດຍປະຊາຊົນ ເພື່ອປະຊາຊົນ, ອໍານາດລັດທັງໝົດ ເປັນຂອງທົ່ວປວງຊົນລາວຢ່າງ ແທ້ຈິງ ແລະ ເຮັດທຸກສິ່ງທຸກຢ່າງ ເພື່ອຄວາມສົມບູນພູນສຸກຂອງ ປະຊາຊົນ” ຊຶ່ງເປັນອຸດົມການອັນ ເດັດດ່ຽວ, ສະເໝີຕົ້ນສະເໝີປາຍ ຂອງພັກເຮົາ ແລະ ເປັນຄວາມມຸ່ງ ຫວັງອັນແຮງກ້າຂອງປະຊາຊົນ ລາວບັນດາເຜົ່າທີ່ພວກເຮົາ ແລະ ຄົນຮຸ່ນໜຸ່ມຜູ້ສືບທອດຕ້ອງສືບຕໍ່ ຍຶດໝັ້ນ ເພື່ອນໍາພາພາລະກິດປະຕິ ວັດ, ນໍາພາປະເທດເຮົາກ້າວຂຶ້ນສູ່ ສັງຄົມນິຍົມຢ່າງໜັກແໜ້ນ. ພາຍຫລັງສະຫາຍເລຂາທິການ ໃຫຍ່ກ່າວສູນທອນພົດສິ້ນສຸດລົງ, ພິທີເດີນສວນສະໜາມສະເຫລີມ ສະຫລອງວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ ຂອງບັນດາ ກ້ອນກໍາລັງຕ່າງໆ ກໍໄດ້ເລີ່ມຕົ້ນ ຂຶ້ນຢ່າງສົມກຽດ ແລະ ຄຶກຄື້ນ, ສວຍງາມ. ໃນນັ້ນ, ຂະບວນທີ 1 ແມ່ນຈຸທຸງຊາດ-ທຸງພັກ, ກ້ອນ ຂະບວນເຄື່ອງໝາຍຊາດ, ກ້ອນ ກຳລັງຫ້ອງວ່າການສຳນັກງານ ປະທານປະເທດ, ຫ້ອງວ່າການສຳ ນັກງານນາຍົກລັດຖະມົນຕີ ແລະ ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ, ກ້ອນກໍາ ລັງອົງການຈັດຕັ້ງຄະນະຊ່ວຍ ວຽກຂອງສູນກາງພັກ, ຂະບວນ ລົດພະນັກງານປະຕິວັດອາວຸດໂສ (ປກສ ບັນຍາຍ; ຂະບວນທີ 2 ກ້ອນສວນສະໜາມຂອງກຳລັງ ປ້ອງກັນຊາດປ້ອງກັນຄວາມສະ ຫງົບ; ຂະບວນທີ 3 ກ້ອນມະຫາຊົນ ປະກອບມີທັງໝົດ 20 ກ້ອນຄື: ກ້ອນເຍົາວະຊົນ 2 ທັນວາ, ກ້ອນ ຊາວໜຸ່ມ ປະຊາຊົນ ປະຕິວັດລາວ, ກ້ອນສະຫະພັນແມ່ຍິງລາວ, ກ້ອນ ສະຫະພັນກຳມະບານລາວ, ກ້ອນ ກຳລັງສູນກາງແນວລາວສ້າງຊາດ, ກ້ອນຂະແໜງການກວດກາ-ກວດ ສອບ, ກ້ອນຂະແໜງຕຸລາການ ສານປະຊາຊົນ, ກ້ອນຂະແໜງ ຍຸດຕິທຳ, ກ້ອນກຳລັງຂະແໜງ ການຕ່າງປະເທດ, ກະຊວງສຶກສາວິທະຍາສາດ ແລະ ກິລາ, ກະຊວງ ການເງິນແລະທະນາຄານ, ກະຊວງ ໂຍທາທິການ ແລະ ຂົນສົ່ງ, ກະຊວງ ເຕັກໂນໂລຊີ ແລະ ການສື່ສານ, ກະຊວງກະສິກຳ ແລະ ສິ່ງແວດ ລ້ອມ, ກະຊວງອຸດສາຫະກຳ ແລະ ການຄ້າ, ກະຊວງສາທາລະນະ ສຸກ, ກະຊວງແຮງງານ ແລະ ສະ ຫວັດດີການສັງຄົມ, ກ້ອນກຳລັງ ນະຄອນຫລວງວຽງຈັນ, ກອງ ແກວົງກອງທັບປະຊາຊົນລາວ, ກະຊວງວັດທະນະທຳ ແລະ ການ ທ່ອງທ່ຽວ. ສໍາລັບພິທີໂຮມຊຸມນຸມລະນຶກ ວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ ກໍໄດ້ຈັດຂຶ້ນຢ່າງ ສົມກຽດໃນວັນທີ 12 ທັນວາ 2025 ນີ້, ຢູ່ນະຄອນຫລວງວຽງຈັນ ໃຫ້ ກຽດເຂົ້າຮ່ວມຂອງທ່ານ ທອງລຸນ ສີສຸລິດ ປະທານປະເທດ, ມີບັນດາ ການນຳ, ອະດີດການນຳຂັ້ນສູງ ພັກ, ລັດ, ພະເຖຣານຸເຖຣະ, ທູ ຕານຸທູດ, ພະນັກງານອາວຸໂສ ບຳນານ, ພະນັກງານ-ລັດຖະກອນ, ທະຫານ-ຕຳຫລວດ ແລະ ພາກ ສ່ວນກ່ຽວຂ້ອງເຂົ້າຮ່ວມ. ທັງ ນີ້ ກໍເ ພື່ອລະນຶກເຖິງຜົນງານ ແລະ ຄຸນງາມຄວາມດີອັນໃຫຍ່ ຫລວງຂອງປະທານ ໄກສອນ ພົມວິຫານ ຜູ້ນໍາພາກໍ່ຕັ້ງ, ທະນຸ ບໍາລຸງພັກປະຊາຊົນປະຕິວັດລາວ, ເປັນຜູ້ນໍາພາສ້າງຕັ້ງກຳລັງປະກອບ ອາວຸດປະຕິວັດຂອງປະຊາຊົນ, ນໍາ ພາຂະບວນການຕໍ່ສູ້ກູ້ຊາດ, ນໍາ ເອົາເອກະລາດ, ອິດສະລະພາບ ມາສູ່ປະເທດຊາດກ້າວເຖິງການ ສະຖາປະນາ ສາທາລະນະລັດ ປະ ຊາທິປະໄຕ ປະຊາຊົນລາວ ແລະ ບູລະນະລະບອບປະຊາທິປະໄຕ ປະຊາຊົນ ເພື່ອສືບຕໍ່ກ້າວຂຶ້ນຕາມ ເສັ້ນທາງສັນຕິພາບ ເອກະລາດ ປະ ຊາທິປະໄຕ ເອກະພາບ ແລະ ວັດທະ ນະຖາວອນ. ພ້ອມກັນນີ້, ໃນວັນທີ 13 ທັນວາ 2025, ບັນດາການນໍາ, ອະດີດ ການນຳຂັ້ນສູງພັກ, ລັດ ນຳໂດຍ ທ່ານ ທອງລຸນ ສີສຸລິດ ປະທານ ປະເທດ, ພ້ອມດ້ວຍພັນລະຍາ ແລະ ມວນຊົນຊາວນະຄອນຫລວງວຽງ ຈັນ ໄດ້ຮ່ວມໃສ່ບາດຖວາຍສັງຄະ ທານແດ່ພະສົງສາມະເນນ 105 ອົງຢູ່ພິພິທະພັນປະທານ ໄກສອນ ພົມວິຫານ ນະຄອນຫລວງວຽງຈັນ ເພື່ອອຸທິດເຖິງປະທານ ໄກສອນ ພົມວິຫານ ຜູ້ນຳທີ່ແສນເຄົາລົບ ຮັກຂອງປວງຊົນລາວທັງຊາດ ເນື່ອງໃນໂອກາດວັນເກີດປະທານ ໄກສອນພົມວິຫານຄົບຮອບ105ປີ ຕື່ມອີກ. ຮ່ວມກັນ ແລະ ລົງທຶນກໍ່ສ້າງ ໂດຍ ກຸ່ມລົງທຶນກວາງຊີ ໃນເນື້ອທີ່ 500 ຕາແມັດ. ພາຍຫລັງສ້າງສໍາເລັດກໍ ໄດ້ເປີດນໍາໃຊ້ຢ່າງເປັນທາງການ ໃນກາງເດືອນກັນຍາ 2025 ຜ່ານ ມານີ້, ສູນດັ່ງກ່າວໄດ້ກາຍເປັນຂົວ ຕໍ່ທີ່ສຳຄັນ ແລະ ເປັນຈຸດໃຈກາງ ຍຸດທະສາດສຳລັບວິສາຫະກິດຈີນ ໃນການເຂົ້າຮ່ວມໃນການພັດທະນາ ປັນຍາປະດິດໃນລາວ ໃນຖານະເປັນ ໂຄງການມາດຕະຖານສຳລັບການ ຮ່ວມມືດ້ານດີຈິຕອນ ທີ່ສ້າງຂຶ້ນ ຮ່ວມກັນ ໂດຍກວາງຊີ ແລະ ລາວ, ສູນນີ້ຍັງເປັນເວທີຮ່ວມມືການນຳ ໃຊ້ປັນຍາປະດິດລະດັບຊາດ ແຫ່ງ ທຳອິດລະຫວ່າງຈີນ ແລະ ພາກພື້ນ ອາຊຽນ. ນາງ ເຊຍ ຊື ໄດ້ກ່າວວ່າ: ເມື່ອ ລະນຶກເຖິງພິທີເປີດສູນລາວ ໃນ ສອງເດືອນຜ່ານມາແມ່ນມີບັນຍາ ກາດດີຫລາຍ, ບັນດາແຂກຄົນທີ່ ມາຮ່ວມລ້ວນແຕ່ມີຄວາມກະຕືລືລົ້ນ ຫລາຍ, ຂ້າພະເຈົ້າຮູ້ສຶກເຖິງຄວາມ ຄາດຫວັງອັນແຮງກ້າຂອງທຸກ ຄົນສຳລັບການຮ່ວມມືລະຫວ່າງ ລາວ ແລະ ຈີນ ໃນຂົງເຂດປັນຍາ ປະດິດ,ສະຖານທີ່ຕັ້ງຂອງສູນລາວ ໄດ້ກາຍເປັນສະຖານທີ່ ທີ່ນິຍົມ ສຳລັບຊາວໜຸ່ມລາວໃນການຖ່າຍ ຮູບ, ພວກເຂົາໄດ້ປະສົບກັບການ ປ່ຽນແປງທີ່ດຶງດູດຈິດໃຈທີ່ເກີດ ຈາກປັນຍາປະດິດຂອງຈີນຢ່າງແທ້ ຈິງ. ຂ້າພະເຈົ້າຄິດວ່າ: ບຸກຄົນຜູ້ໜຶ່ງ ອາດຈະບໍ່ເປັນຕົວແທນຂອງການ ປ່ຽນແປງ ແລະ ໜຶ່ງເດືອນອາດຈະ ບໍ່ມີການປ່ຽນແປງຫລາຍ, ແຕ່ ການເລີ່ມຕົ້ນທີ່ດີເຮັດໃຫ້ເສັ້ນທາງ ຂ້າງໜ້າຈະແຈ້ງ ແລະ ອະນາຄົດມີ ຄວາມຫວັງ. ໃນມື້ດຽວກັນຂອງພິທີເປີດງານ ສູນຮ່ວມມືການນຳໃຊ້ປັນຍາປະດິດ ຈີນ-ລາວ (ສູນລາວ) ໃນກາງ ເດືອນກັນຍາ 2025, ກອງປະຊຸມ ໂຕະມົນລັດຖະມົນຕີ ປັນຍາປະດິດ ຈີນ-ອາຊຽນ ປີ 2025 ໄດ້ຈັດຂຶ້ນ ທີ່ເມືອງໜານໜິງ ຊຶ່ງເປັນບ່ອນທີ່ ສູນຮ່ວມມືການນຳໃຊ້ປັນຍາປະດິດ ຈີນ-ລາວ ໄດ້ຖືກເປີດໂຕຢ່າງເປັນ ທາງການ. ໃນພິທີລົງນາມໃນງານ ວາງສະແດງຈີນ-ອາຊຽນ ຄັ້ງ ທີ 22, ກຸ່ມລົງທຶນກວາງຊີ ແລະ ກະຊວງເຕັກໂນໂລຊີ ແລະ ການສື່ ສານຂອງລາວ ໄດ້ຮ່ວມກັນລົງນາມ ໃນ “ບົດບັນທຶກຄວາມເຂົ້າໃຈ ກ່ຽວ ກັບການຮ່ວມມືໃນການນຳໃຊ້ປັນ ຍາປະດິດໃນລາວ”. ພະນັກງານຈາກກະຊວງເຕັກໂນ ໂລຊີ ແລະ ການສື່ສານຂອງລາວ ໄດ້ກ່າວຫລັງຈາກການຢ້ຽມຢາມ ວ່າ: “ເຕັກໂນໂລຊີ AI ຂອງຈີນ ບໍ່ ພຽງແຕ່ກ້າວໜ້າເທົ່ານັ້ນ, ແຕ່ຍັງ ສຸມໃສ່ການຈັດຕັ້ງປະຕິບັດ ແລະ ການຮ່ວມມືອີກດ້ວຍ ຊຶ່ງເຮັດໃຫ້ຂ້າ ພະເຈົ້າມີຄວາມໝັ້ນໃຈຢ່າງເຕັມທີ່ ໃນການຮ່ວມມືໃນອະນາຄົດ”. ອີງຕາມລາຍງານ, ໃນເດືອນ ຕຸລາ 2025 ຜ່ານມາ, ລັດຖະບານ ລາວ ໄດ້ເປີດໂຕໂຄງການປັນຍາ ປະດິດແຫ່ງຊາດ ທີ່ກ້າວໜ້າຈຸດ ປະສົງເພື່ອພັດທະນາລະບົບປັນຍາ ປະດິດຂະໜາດໃຫຍ່ແຫ່ງທຳອິດ ເພື່ອເລັ່ງນະວັດຕະກຳດີຈິຕອນ ແລະ ການພັດທະນາເສດຖະກິດ-ສັງຄົມ. ຕົວແທນຈາກຫ້ອງການຜູ້ຕາງໜ້າ ລາວຂອງບໍລິສັດ Guangx i Investment Group Co.,Ltd ໄດ້ຊີ້ໃຫ້ເຫັນວ່າ: ສູນລາວ ຈະນຳ ໃຊ້ປະໂຫຍດດ້ານຊັບພະຍາກອນ ຂອງລາວ ແລະ ນຳໃຊ້ສູນຮ່ວມມື ດ້ານປັນຍາປະດິດເປັນຈຸດໃຈກາງ ຍຸດທະສາດ ເພື່ອເລັ່ງການນຳໃຊ້ ເຕັກໂນໂລຊີ AI ໃນເມືອງອັດສະ ລິຍະ, ການທ່ອງທ່ຽວອັດສະລິຍະ ແລະ ສະຖານະການອື່ນໆ. ສູນດັ່ງ ກ່າວ, ຈະສຸມໃສ່ການສົ່ງເສີມນະ ວັດຕະກຳຮ່ວມມືລະຫວ່າງປັນຍາ ປະດິດ ແລະ ພະລັງງານສີຂຽວ ແລະ ອຸດສາຫະກຳອາລູມີນຽມລະ ດັບສູງ, ຍົກລະດັບການສ້າງລະບົບ ການພັດທະນາອຸດສາຫະກຳສາມ ໃນໜຶ່ງ ຄື: “AI+ພະລັງງານສະ ອາດ+ອາລູມີນຽມທີ່ເປັນມິດກັບ ສິ່ງແວດລ້ອມ”, ຮ່ວມກັນສ້າງຮູບ ແບບໃໝ່ຂອງການຮ່ວມມື ຈີນລາວ ແລະ ເພີ່ມແຮງກະຕຸ້ນໃໝ່ເຂົ້າ ໃນການສ້າງຊຸມຊົນຈີນ-ອາຊຽນ ທີ່ ມີອະນາຄົດຮ່ວມກັນ. ຊົນສູງສຸດ ຊຶ່ງໃນໂອກາດນີ້, ສອງຝ່າຍໄດ້ລາຍງານກ່ຽວກັບ ສະພາບການພົ້ນເດັ່ນໃນການພັດ ທະນາເສດຖະກິດ-ສັງຄົມ, ການ ສະເຫລີມສະຫລອງວັນສຳຄັນ ຂອງແຕ່ລະປະເທດ ພ້ອມທັງຕີ ລາຄາສູງການພົວພັນຮ່ວມມືວຽກ ງານໄອຍະການຂອງສອງປະ ເທດໃນໄລຍະຜ່ານມາ ໂດຍເຫັນ ໄດ້ຄວາມສຳຄັນຂອງການຕ້ານ ອາຊະຍາກຳຂ້າມຊາດ ທີ່ມີການ ຈັດຕັ້ງເປັນຕົ້ນອາຊະຍາກຳໄຊເບີ ລວມທັງ ສະແກມເມີ ໂດຍຜ່ານ ການຮ່ວມມືທາງອາຍາ ເພື່ອກະ ກຽມໃຫ້ແກ່ການຈັດຕັ້ງປະຕິບັດ ສົນທິສັນຍາສະຫະປະຊາຊາດ ວ່າ ດ້ວຍການຕ້ານອາຊະຍາກຳໄຊເບີ ທີ່ໄດ້ລົງນາມທີ່ນະຄອນຫລວງ ຮ່າໂນ້ຍ ສສ ຫວຽດນາມ ໃນປີ 2025 ຜ່ານມາ, ການກໍ່ສ້າງບໍາລຸງ ພະນັກງານໄອຍະການ, ການຫັນ ເປັນທັນສະໄໝແລະ ວຽກງານອື່ນໆ ຈໍານວນໜຶ່ງດ້ວຍບັນຍາກາດອັນ ເປັນໄມຕີຈິດ, ມິດຕະພາບທີ່ດູດດື່ມ, ສະໜິດສະໜົມຖານສະຫາຍອ້າຍ ນ້ອງ ໂດຍໄດ້ເອກະພາບກັນສືບຕໍ່ ຈັດຕັ້ງປະຕິບັດບົດບັນທຶກຊ່ວຍຈຳ ທີ່ໄດ້ເຊັນກັນໃນໄລຍະຜ່ານມາເຂົ້າ ສູ່ວຽກງານຕົວຈິງຢ່າງມີປະສິດ ທິຜົນ. ນອກຈາກນີ້, ຍັງໄດ້ຈັດກອງ ປະຊຸມອົງການໄອຍະການບັນດາ ແຂວງທີ່ມີຊາຍແດນຮ່ວມກັນ ລາວຫວຽດນາມ ຄັ້ງທີ 8 ໃນປີ 2026 ຢູ່ ສປປ ລາວ; ສືບຕໍ່ຊ່ວຍເຫລືອກໍ່ສ້າງ ພະນັກງານໄອຍະການປະຊາຊົນ ສປປ ລາວ ຢູ່ສສ ຫວຽດນາມ; ສ້າງ ຄວາມເຂັ້ມແຂງໃຫ້ແກ່ພະນັກງານ ໄອຍະການກ່ຽວກັບການຕ້ານອາ ຊະຍາກຳຂ້າມຊາດ ລວມທັງສະ ແກມເມີ ແລະ ອາຊະຍາກຳອື່ນ ໂດຍ ຜ່ານການຝຶກອົບຮົມ, ການສຳມະ ນາ, ການແລກປ່ຽນບົດຮຽນຢ່າງມີ ປະສິດທິຜົນ ແລະ ພັດທະນາລະບົບ ໄອຍະການດີຈິຕອນ ແລະ ການຫັນ ເປັນທັນສະໄໝຢ່າງບໍ່ຢຸດຢັ້ງ. ພາບ: ເກດສະໜາ ມອບ-ຮັບໂຮງຮຽນປະຖົມ...ັົ ຂປລ. ພິທີມອບ-ຮັບໂຮງຮຽນ ປະຖົມສົມບູນນາໝໍ້ ຢູ່ເມືອງນາໝໍ້ ແຂວງອຸດົມໄຊ ໄດ້ຈັດຂຶ້ນໃນອາທິດ ຜ່ານມາ, ຕາງໜ້າກ່າວມອບໂດຍ ທ່ານ ລີ ຈິງລູ ຜູ້ອຳນວຍການໃຫຍ່ ບໍລິສັດສາຍສົ່ງໄຟຟ້າແຫ່ງຊາດ ລາວ (EDL-T) ແລະ ຕາງ ໜ້າກ່າວຮັບໂດຍທ່ານ ບຸນຄົງ ຫລ້າຈຽມພອນ ເລຂາພັກແຂວງ ອຸດົມໄຊ, ມີບັນດາຄູ-ອາຈານ, ນ້ອງ ນັກຮຽນ ແລະ ພາກສ່ວນກ່ຽວຂ້ອງ ຂອງທັງສອງຝ່າຍເຂົ້າຮ່ວມ. ໂຮງຮຽນດັ່ງກ່າວ, ໄດ້ຮັບ ການຊ່ວຍເຫລືອຈາກບໍລິສັດສາຍ ສົ່ງໄຟຟ້າແຫ່ງຊາດລາວ, ມີເນື້ອ ທີ່ທັງໝົດ 296,64 ຕາແມັດ (ອາຄານຮຽນຍາວ 41,2 ແມັດ, ກວ້າງ 7,2 ແມັດ), ມີຫ້ອງຮຽນ ປະຖົມ 6 ຫ້ອງ, ຫ້ອງຮຽນອະນຸ ບານ 1 ຫ້ອງ, ເຮືອນຄົວ 1 ຫ້ອງ, ຫ້ອງອະເນກປະສົງ 1 ຫ້ອງ, ຫ້ອງ ນ້ຳ 2 ຫ້ອງ ແລະ ຫ້ອງການ 1 ຫ້ອງ, ສາມາດບັນຈຸນັກຮຽນໄດ້ ປະມານ 180 ຄົນ ລວມມູນຄ່າການ ກໍ່ສ້າງ ປະມານ 200.000 ໂດລາ ສະຫະລັດ. ໂອກາດນີ້, ທ່ານ ບຸນຄົງ ຫລ້າຈຽມພອນ ໄດ້ກ່າວສະແດງ ຄວາມຂອບໃຈ ແລະ ຕີລາຄາສູງຕໍ່ ການປະກອບສ່ວນອັນລໍ້າຄ່າຂອງ ບໍລິສັດສາຍສົ່ງໄຟຟ້າແຫ່ງຊາດ ລາວ ໃນການກໍ່ສ້າງໂຮງຮຽນປະ ຖົມສົມບູນນາໝໍ້ ເພື່ອມອບໃຫ້ແກ່ ປະຊາຊົນບ້ານນາໝໍ້ໃຕ້ ແລະ ນາໝໍ້ ເໜືອ ຊຶ່ງແມ່ນການປະກອບສ່ວນທີ່ ສໍາຄັນ ແລະ ເປັນຂອງຂວັນອັນລໍ້າ ຄ່າເຂົ້າໃນການຊຸກຍູ້ ແລະ ພັດທະ ນາການສຶກສາຢູ່ເມືອງນາໝໍ້ແຂວງ ອຸດົມໄຊ ກໍຄື ການພັດທະນາການ ສຶກສາຢູ່ ສປປ ລາວ ໃຫ້ໄດ້ຮັບການ ພັດທະນາຂຶ້ນຢ່າງບໍ່ຢຸດຢັ້ງ. ທ່ານບຸນຄົງຫລ້າຈຽມພອນຍັງ ໄດ້ຕາງໜ້າໃຫ້ຄະນະພັກ, ອົງການ ປົກຄອງແຂວງໃຫ້ຄໍາໝັ້ນສັນຍາ ວ່າ: ຈະສືບຕໍ່ໃຫ້ການສະໜັບສະໜູນ, ຮ່ວມມືທີ່ມີຄຸນນະພາບໃຫ້ກັບວິ ສາຫະກິດທັງພາຍໃນ ແລະ ຕ່າງ ປະເທດລວມທັງວິສາຫະກິດຈາກ ສປ ຈີນ ທີ່ເຂົ້າມາລົງທຶນ ແລະ ພັດທະນາ ໃ ນແຂວງອຸດົມ ໄ ຊ ແລະ ຫວັງເປັນຢ່າງຍິ່ງວ່າບັນດາ ວິສາຫະກິດທີ່ມາລົງທຶນຢູ່ພາຍໃນ ແຂວງອຸດົມໄຊ ຈະນໍາໃຊ້ຊັບພະ ຍາກອນ, ເຕັກໂນໂລຊີ ແລະ ຄວາມ ໄດ້ປຽບດ້ານການຄຸ້ມຄອງຂອງ ຕົນຢ່າງເຕັມທີ່ ເພື່ອຮ່ວມມືກັບ ແຂວງຂອງພວກເຮົາໃຫ້ມີປະສິດທິ ຜົນສູງຂຶ້ນກວ່າເກົ່າເວົ້າສະເພາະ ໃນຂົງເຂດພະລັງງານ ກໍຄື ການ ຊ່ວຍເຫລືອພື້ນຖານໂຄງລ່າງ ແລະ ວຽກງານສັງຄົມສົງເຄາະ ເພື່ອບັນ ລຸຜົນປະໂຫຍດຮ່ວມກັນແນໃສ່ສືບຕໍ່ ສ້າງພື້ນຖານດ້ານພະລັງງານໄຟຟ້າ ໃຫ້ເຂັ້ມແຂງດ້ວຍການເພີ່ມທະວີ ການສະໜອງໄຟຟ້າໃຫ້ມີຄວາມ ໝັ້ນຄົງເປັນພື້ນຖານໃຫ້ແກ່ການ ພັດທະນາເສດຖະກິດ-ສັງຄົມຂອງ ແຂວງອຸດົມໄຊ. ທ່ານ ລີ ຈິງລູ ໄດ້ກ່າວວ່າ: ບໍລິສັດປະຕິບັດໜ້າທີ່ຮັບຜິດຊອບ ຕໍ່ ສັງຄົມຢ່າງຕໍ່ເນື່ອງ ໂດຍມຸ່ງໝັ້ນທີ່ ຈະເຊື່ອມໂຍງການພັດທະນາຢ່າງ ໃກ້ຊິດກັບການປັບປຸງຊີວິດການ ເປັນຢູ່ຂອງປະຊາຊົນທ້ອງຖິ່ນ. ໃນ ອະນາຄົດ EDL-T ຈະສືບຕໍ່ຮັກ ສາແນວຄວາມຄິດ “ບ້ານເມືອງ ສະຫວ່າງສະໄຫວ, ມິດຕະພາບ ລາວ-ຈີນ ໝັ້ນຍືນ”, ພ້ອມທັງສະ ໜັບສະໜູນການພັດທະນາທ້ອງຖິ່ນ ດ້ວຍການບໍລິການພະລັງງານໄຟ ຟ້າທີ່ໝັ້ນຄົງ ແລະ ໜ້າເຊື່ອຖື ແລະ ສ້າງຮູບແບບການຮ່ວມມືລະຫວ່າງ ລັດຖະບານ ແລະ ວິສາຫະກິດໃໝ່. ທ່ານ ແກ້ວ ຫລຸ້ງແພງຄຳ ຜູ້ ອຳນວຍການໂຮງຮຽນປະຖົມສົມ ບູນນາໝໍ້ ໄດ້ຕາງໜ້າໃຫ້ອົງການ ປົກຄອງບ້ານ, ຄູ-ອາຈານ, ນ້ອງ ນັກຮຽນ ແລະ ພໍ່ແມ່ປະຊາຊົນ ບ້ານນາໝໍ້ໃຕ້ ແລະ ບ້ານນາໝໍ້ເໜືອ ສະແດງຄວາມຂອບໃຈຕໍ່ບໍລິສັດ ສາຍສົ່ງໄຟຟ້າແຫ່ງຊາດລາວ ທີ່ໄດ້ ສ້າງໂຮງຮຽນຫລັງໃໝ່ໃຫ້ໃນຄັ້ງນີ້ ຊຶ່ງມີຄຸນຄ່າ, ມີຄວາມໝາຍຄວາມ ສໍາຄັນທີ່ສຸດປະກອບສ່ວນເຮັດໃຫ້ ການຮຽນ-ການສອນ ກໍຄື ລະບົບ ການສຶກສາຢູ່ເມືອງນາໝໍ້ ແຂວງ ອຸດົມໄຊ ໄດ້ຮັບການພັດທະນາຂຶ້ນ ໄປເລື້ອຍໆພ້ອມທັງຢືນຢັນວ່າ: ຈະ ພ້ອມກັນປົກປັກຮັກສາ, ຄຸ້ມຄອງ, ນໍາໃຊ້ໂຮງຮຽນດັ່ງກ່າວ ໃຫ້ໄດ້ຢ່າງ ຍາວນານ ເພື່ອເປັນບ່ອນສຶກສາຫາ ຄວາມຮູ້ໃຫ້ແກ່ລູກຫລານທຸກຄົນ ຕະຫລອດໄປ. ໂຮງຮຽນປະຖົມສົມບູນນາໝໍ້ ມີຄູ-ອາຈານ ທັງໜົດ 6 ຄົນ, ມີ ນັກຮຽນທັງໜົດ 80 ຄົນ ໃນນັ້ນ, ຊັ້ນປະຖົມ ມີ 55 ຄົນ, ປ ກຽມ 13 ຄົນ ແລະ ອະນຸບານ 12 ຄົນ. ຂ່າວ-ພາບ: ທະນູທອງ
23/12/2025 xtgmf]k; 3 0j k; c]t gsfdko j gru j ,mt;u 7;k,lk,a d7u gxa oxb dczj o0v'xt-k-q o.o-kf [q orN o4ko]a f4tme,to6 o csj ' lxx ]k; K *** ອ່ານຕໍ່ສະບັບໜ້າ *** ່ າໍ່ ສັ ບ້ າ ບົດສະເໜີົີ ໂດຍ: ນ. ຊຸ່ນ ເຈ່ຍລີ້ ຜູ້ຊ່ວຍນັກຄົ້ນຄວ້າຸ່່ີູ້້່ັົ້້ ສູນຄົ້ນຄວ້າລາວ ສະຖາບັນູ ນົ້ ນ້ າັ ນ ວິທະຍາສາດສັງຄົມ ແຂວງຢຸນນານິັົຸ zt]y fdtly dec[[xtlq ,xtlkolh k']kpIa [ 150 ]h kodu [8+ xu ໂດຍ: ລູກສາວຫລ້າູ ກ້ າ dko]q 'g]y dIj ;,,n ]ts;j k'g,n v',y f8trk[ 15 ooko{]k; 0Po|h kxts;a flkf.\j rkp.8h 76j Ij ;,-k8kde ຂປລ. ປະເທດຈີນ ແລະ ປະເທດ ລາວ ມີສາຍພູ ແລະ ສາຍນ້ຳຕິດ ຈອດກັນ, ເປັນປະເທດເພື່ອນບ້ານທີ່ ເປັນມິດສັງຄົມນິຍົມ ທີ່ມີອະນາຄົດ ຜູກພັນກັນ ແລະ ເປັນຄູ່ຮ່ວມຊາ ຕາກຳ. ນັບຕັ້ງແຕ່ປີ 1961 ສປ ຈີນ ແລະ ສປປ ລາວ ໄດ້ສ້າງຕັ້ງ ສາຍພົວພັນທາງການທູດນຳກັນ, ພາຍໃຕ້ການນຳພາທາງຍຸດທະ ສາດ ຂອງຜູ້ນຳສູງສຸດຂອງສອງ ພັກ-ສອງລັດ, ສອງຝ່າຍໄດ້ສ້າງ ສາຍພົວພັນ 4 ດີ ຄື: “ເປັນເພື່ອນ ບ້ານໃກ້ຄຽງທີ່ດີ, ເພື່ອນມິດທີ່ດີ, ສະຫາຍທີ່ດີ ແລະ ຄູ່ຮ່ວມມືທີ່ດີ”. ຢຸນນານ ໃນນາມເປັນເມືອງແຖວ ໜ້າ ໃນການເປີດປະຕູສູ່ພາຍນອກ ຂອງຈີນ ຕໍ່ອາຊີໃຕ້ ແລະ ອາຊີຕາ ເວັນອອກສຽງໃຕ້, ມີພູມສັນຖານ ໃກ້ຄຽງກັນ ແລະ ປະຊາຊົນມີ ຄວາມໃກ້ຊິດສະໜິດສະໜົມ , ຫລາຍປີມານີ້ ສອງຝ່າຍ ຢຸນນານລາວ ໄດ້ສ້າງສາຍພົວພັນເມືອງມິດ ຕະພາບຫລາຍຄູ່, ກາຍເປັນເສົາຄ້ຳ ທີ່ສຳຄັນໃນການສ້າງຄູ່ຮ່ວມຊາ ຕາກຳ ຈີນ-ລາວ ລາວ-ຈີນ. ປັດຈຸ ບັນ, ພາຍໃຕ້ການຊີ້ນຳຂອງ “ແຜນ ປະຕິບັດງານ ວ່າດ້ວຍການສ້າງຄູ່ ຮ່ວມຊາຕາກຳ ຈີນ-ລາວ ຂອງ ພັກກອມມູນິດຈີນ ແລະ ພັກປະຊາ ຊົນປະຕິວັດລາວ (ປີ 20242028)”, ເຮັດໃຫ້ການຮ່ວມມື ເມືອງມິດຕະພາບ ຢຸນນານ ສປ ຈີນ- ສປປ ລາວ ເລິກເຊິ່ງ ແລະ ໜັກແໜ້ນຂຶ້ນ, ບໍ່ພຽງແຕ່ແມ່ນ ຄວາມຮຽກຮ້ອງຕ້ອງການທີ່ຈຳ ເປັນ ໃນການສ້າງພື້ນຖານຄວາມ ມຸ່ງມາດປາດຖະໜາຂອງປະຊາ ຊົນ ໃນການພົວພັນມິດຕະພາບຈີນ- ລາວ ໃຫ້ແໜ້ນແກ່ນເທົ່ານັ້ນ, ແຕ່ຍັງ ແມ່ນເສັ້ນທາງແຫ່ງການປະຕິບັດ ຕົວຈິງ ທີ່ສຳຄັນໃນການສ້າງຄູ່ ຮ່ວມຊາຕາກຳ ຈີນ-ລາວ ອີກດ້ວຍ. ຢຸນນານ ຕັ້ງຢູ່ຊາຍແດນພາກ ຕາເວັນຕົກສຽງໃຕ້ຂອງຈີນ, ມີ ປະຫວັດການພົວພັນໄປມາຫາສູ່ ກັບປະຊາຊົນບັນດາປະເທດອາຊີ ຕາເວັນອອກສຽງໃຕ້ມາຍາວນານ. ເສັ້ນທາງສາຍໄໝພາກໃຕ້ທີ່ເລີ່ມ ບຸກເບີກໃນສະໄໝລາຊະວົງສິນ ແລະ ຮັ້ນ, ໄດ້ກາຍເປັນຊ່ອງທາງ ທີ່ສຳຄັນ ໃນການເຊື່ອມໂຍງເຊື່ອມຈອດລະຫວ່າງບັນພະບຸລຸດ ຂອງພາກຕາເວັນຕົກສຽງໃຕ້ຂອງ ປະເທດຈີນ ກັບບັນດາປະເທດ ອ້ອມຂ້າງ. ຢຸນນານ ຈຶ່ງເປັນໜຶ່ງ ໃນສູນກາງການຂົນສົ່ງ ແລະ ສູນ ລວບລວມ ແລະ ກະຈາຍສິນຄ້າ ທີ່ ສຳຄັນທີ່ສຸດບົນເສັ້ນທາງດັ່ງກ່າວ. ນັບແຕ່ບູຮານນະການເປັນຕົ້ນມາ ຢຸນນານ ແລະ ລາວ ກໍມີການໄປ ມາຫາສູ່ກັນທາງດ້ານການຄ້າຢ່າງ ບໍ່ຂາດສາຍ, ການຄ້າຊາຍແດນ ຂອງປະຊາຊົນກໍມີຄວາມຄຶກຄື້ນ ຕະຫລອດມາ. ໃນນາມເປັນແຂວງ ດຽວຂອງຈີນ ທີ່ມີຊາຍແດນຕິດ ຈອດກັນກັບ ສປປ ລາວ, ມິດຕະ ພາບ ຈີນ-ລາວ ຍິ່ງມີຄວາມຊັດເຈນ ແລະ ເລິກເຊິ່ງເປັນພິເສດລະຫວ່າງ ຢຸນນານ-ລາວ. ວັນທີ 18 ຕຸລາ 2002, ກິ່ງ ແຂວງສິບສອງພັນນາແຂວງຢຸນ ນານ ສປ ຈີນ ແລະ ແຂວງຫລວງ ພະບາງ ສປປ ລາວ ໄດ້ສ້າງຕັ້ງ ສາຍພົວພັນເມືອງມິດຕະພາບ ຢ່າງເປັນທາງການ. ໃນນາມເປັນ ເມືອງມິດຕະພາບສາກົນຄູ່ທຳອິດ ລະຫວ່າງ ຢຸນນານ-ຫລວງພະ ບາງ, ການສ້າງຕັ້ງສາພົວພັນໃນ ຄັ້ງນີ້ ໄດ້ເປີດໜ້າປະຫວັດສາດ ໃໝ່ໃຫ້ແກ່ການຮ່ວມມືລະຫວ່າງ ທ້ອງຖິ່ນຂອງສອງຝ່າຍໃນຕໍ່ໜ້າ. ມາຮອດປັດຈຸບັນ, ຢຸນນານ-ລາວ ໄດ້ສ້າງຕັ້ງເມືອງມິດຕະພາບໃນ ແຕ່ລະຂັ້ນ ແລະ ເມືອງ ທີ່ມີເຈດ ຈຳນົງຈະສ້າງສາຍພົວພັນກັນມີ ປະມານ 20 ຕົວເມືອງ ເຊິ່ງກວມ ເອົາ 3 ຂັ້ນ ຄື: ຂັ້ນແຂວງ, ຂັ້ນ ນະຄອນ ແລະ ຂັ້ນເມືອງ ເຊິ່ງຈຳ ນວນລວມແມ່ນຈັດຢູ່ໃນອັນດັບ ແຖວໜ້າຂອງທົ່ວປະເທດ. ໃນລະ ດັບຂັ້ນແຂວງ ປະກອບມີ: ແຂວງ ຫລວງພະບາງ-ກິ່ງແຂວງສິບສອງ ພັນນາ, ແຂວງຜົ້ງສາລີ-ນະຄອນຜູ ເອີ, ແຂວງຈຳປາສັກ-ນະຄອນຢູ້ຊີ, ແຂວງຊຽງຂວາງ-ນະຄອນຈ້າວ ທົງ, ແຂວງອຸດົມໄຊ-ກິ່ງແຂວງ ສິບສອງພັນນາ, ແຂວງຫລວງນ້ຳ ທາ-ນະຄອນຄຸນໝິງ. ໃນລະດັບ ຂັ້ນນະຄອນ ປະກອບມີ: ນະຄອນ ຫລວງວຽງຈັນ-ນະຄອນຄຸນໝິງ , ນະຄອນຫລວງພະບາງ-ນະຄອນ ຊຽງຮຸ່ງ. ໃນລະດັບຂັ້ນເມືອງປະ ກອບມີ: ເມືອງຜົ້ງສາລີ-ເມືອງຊື ເໝົາ, ເມືອງໄຊທານີ-ເມືອງຫົງເຫີ, ເມືອງໄຊ-ນະຄອນອ່ານໜິງ, ເມືອງ ວັງວຽງ-ເມືອງຢວນຈ່ຽງ , ເມືອງ ຫລວງນ້ຳທາ-ເມືອງໜິງເອີ້, ເມືອງ ສິງ-ເມືອງຫລາ, ເມືອງຍອດອູ- ເມືອງຈ່ຽງເສີງ. ນອກຈາກນີ້, ຢູ່ ຕາມຊາຍແດນ ສອງຝ່າຍຍັງໄດ້ ສ້າງຕັ້ງບ້ານມິດຕະພາບຈຳນວນ 5 ບ້ານ. ໃນນັ້ນ, ແຂວງສິບສອງພັນ ນາ ມີ 3 ບ້ານ ຄື: ບ້ານປ່າປູເມືອງ ສິງ-ບ້ານກົວຟາງ ເມືອງເຜິ່ງ, ບ້ານ ນາຄຳ ເມືອງສິງ-ບ້ານເລ້ຍ ເມືອງ ມານ, ບ້ານປ່າຄາເມືອງບຸນເໜືອບ້ານປ່າຄາ ຕາແສງເມືອງບ້ານ. ນອກຈາກນີ້, ຍັງມີນະຄອນຜູເອີ ອີກ 2 ບ້ານ ຄື: ບ້ານຍອດອູ ເມືອງ ຍອດອູ-ບ້ານເມືອງຄັງ ຕາແສງຄັງ ຜິງ, ບ້ານມາລີເທີ ເມືອງຍອດອູ- ບ້ານໜິວລົວເຫີ ຕາແສງເມືອງເລ້ຍ. ຕະຫລອດໄລຍະເວລາທີ່ຜ່ານ ມາ, ສອງຝ່າຍ ຢຸນນານ-ລາວ ໄດ້ ຖືເອົາເມືອງມິດຕະພາບ ເປັນເວທີ, ເຮັດໃຫ້ການແລກປ່ຽນ ແລະ ການ ຮ່ວມມືທີ່ເປັນຮູບປະທຳໃນການໄປ ມາຫາສູ່ກັນຂອງບຸກຄະລາກອນ, ຂົງເຂດກະສິກຳ, ວັດທະນະທຳ ແລະການສຶກສາ, ສາທາລະນະສຸກ, ການທ່ອງທ່ຽວ ແລະ ອື່ນໆ ໄດ້ຮັບ ການລົງເລິກຢ່າງບໍ່ຢຸດຢັ້ງ, ເຮັດໃຫ້ ມິດຕະພາບທີ່ເປັນມູນເຊື້ອມີມາເປັນ ພັນປີ ກັບມາມີຊີວິດຊີວາໃໝ່. ຂປລ. ປະຊາຊົນລາວມີມູນເຊື້ອ ດຸໝັ່ນຂະຫຍັນພຽນ ໃນການປູກ ຝັງ-ລ້ຽງສັດ ເພື່ອສ້າງເສດຖະກິດ ຄອບຄົວໃຫ້ກຸ້ມຢູ່ກຸ້ມກິນ ຕາມແນວ ທາງນະໂຍບາຍພັກ-ລັດ ທີ່ຍາມໃດ ກໍໄດ້ເອົາໃຈໃສ່ ຊຸກຍູ້ສົ່ງເສີມ ເພື່ອ ຍົກລະດັບຊີວິດການເປັນຢູ່ຂອງ ປະຊາຊົນໃຫ້ຫລຸດພົ້ນຈາກຄວາມ ທຸກຍາກເທື່ອລະກ້າວ. ເມື່ອເວົ້າ ເຖິງການຜະລິດເຖິງຈະຕິດພັນກັບ ປະຊາຊົນມາຍາວນານ ແຕ່ເມື່ອ ກ່ອນຍັງຜະລິດແບບປະຖົມປະ ຖານຍັງບໍ່ມີລັກສະນະວິທະຍາສາດ ແຕ່ມາດຽວນີ້ການຜະລິດກະສິກໍາ ປູກຝັງ-ລ້ຽງສັດ ມີການນໍາໃຊ້ ເຕັກນິກວິຊາການຫລາຍຂຶ້ນ ຈຶ່ງ ເຮັດໃຫ້ຜົນຜະລິດຂອງປະຊາຊົນ ໄດ້ຮັບໝາກຜົນດີ ສ້າງລາຍຮັບເຂົ້າ ຄອບຄົວຫລາຍລ້ານກີບຕໍ່ປີ ເໝືອນ ດັ່ງຄອບຄົວຂອງ ທ່ານ ຂັນຄຳ ໂພທິສານ ນາຍບ້ານພີນໃຕ້ ເມືອງ ອຸທຸມພອນ ແຂວງສະຫວັນນະເຂດ ເຊິ່ງເປັນອີກໜຶ່ງຄອບຄົວຕົວແບບ ໃນການຜະລິດກະສິກຳແບບປະສົມ ປະສານ ທີ່ສາມາດສ້າງລາຍຮັບ ເຖິງ 150 ລ້ານກີບຕໍ່ປີ. ທ່ານ ຂັນຄຳ ໂພທິສານ ນາຍ ບ້ານພີນໃຕ້ ເມືອງອຸທຸມພອນ ໄດ້ ໃຫ້ຮູ້ວ່າ: ຕົນເອງ ແລະ ຄອບຄົວ ແມ່ນມີອາຊີບເຮັດການຜະລິດກະ ສິກຳເຮັດນາປູກເຂົ້າ, ປູກພືດຜັກ ແລະ ລ້ຽງສັດເປັນຕົ້ນຕໍ ພາຍໃນ ຄອບຄົວມີແຮງງານທັງໝົດ 6 ຄົນ ໃນແຕ່ລະປີຈະຜະລິດເຂົ້າໄດ້ ທັງໝົດ 400 ກະສອບ ຫລື ປະ ມານ 14 ໂຕນ, ລ້ຽງຄວາຍ 3 ໂຕ, ງົວ 17 ໂຕ, ແບ້ 4 ໂຕ ແລະ ສັດປີກ ອີກຈຳນວນໜຶ່ງ ເຊິ່ງໃນປີໜຶ່ງ ຄອບຄົວ ຈະມີລາຍຮັບຈາກການ ຂາຍເຂົ້າ ແລະ ສັດລ້ຽງປະມານ 70.000.000 ກີບ, ພາຍຫລັງທີ່ ມີໂຄງການຊ່ວຍເຫລືອການລ້ຽງ ປາໃນນາເຂົ້າໃນປີ 2017 ຕົນເອງ ແລະ ຄອບຄົວຈຶ່ງໄດ້ຫັນມາລ້ຽງ ປາໃນນາເຂົ້າ ແລະ ຈົກໜອງສະ ລ້ຽງປາ ຈຳນວນ 4 ໜອງ ຂາຍປາ ໄດ້ 500 ກິໂລກຣາມ ຂາຍໃນລາ ຄາ 60.000 ກີບຕໍ່ກິໂລກຣາມ ສະເລ່ຍລາຍຮັບ 30.000.000 ກີບຕໍ່ປີ ແລະ ພາຍຫລັງທີ່ເກັບກ່ຽວ ເຂົ້ານາປີແລ້ວ ທາງຄອບຄົວຈະ ຫັນມາປູກໝາກໂມ ແລະ ໝາກ ສາລີ ລວມທັງພືດຜັກຊະນິດຕ່າງໆ ສະເລ່ຍລາຍຮັບຈາກການຂາຍພືດ ຜັກປະມານ 50.000.000 ກີບ ຕໍ່ລະດູການ ສັງລວມແລ້ວໃນປີ ໜຶ່ງໆ ຈະມີລາຍຮັບຈາກການຂາຍ ສັດລ້ຽງຜົນຜະລິດກະສິກຳປະມານ 150 ລ້ານກີບ. ທ່ານ ຂັນຄຳ ໂພທິສານ ຍັງ ໄດ້ໃຫ້ຮູ້ຕື່ມວ່າ: ມາຮອດຕອນນີ້ ຄອບຄົວຂອງຕົນເອງ ຖືວ່າມີຢູ່ມີ ກິນສາມາດຄໍ້າປະກັນຊີວິດການ ເປັນຢູ່ໄດ້ໃນລະດັບດີສົມຄວນ ເຊິ່ງ ທັງໝົດເກີດຈາກການນໍາພາຂອງ ອົງການຈັດຕັ້ງ ທີ່ກ່ຽວຂ້ອງບວກ ກັບຄວາມອົດທົນ, ປະຢັດ, ດຸໝັ້ນ ຂອງຄົນພາຍໃນຄອບຄົວ ຈຶ່ງສາ ມາດເຮັດໃຫ້ການປູກຝັງ-ລ້ຽງສັດ ແບບປະສົມປະສານ ກາຍເປັນການ ພັດທະນາເສດຖະກິດ-ສັງຄົມ ທີ່ ສ້າງລາຍຮັບ ໃຫ້ແກ່ຄອບຄົວທັງ ເປັນການປະກອບສ່ວນຈັດຕັ້ງປະຕິ ບັດແຜນຍຸດທະສາດລຶບລ້າງຄວາມ ທຸກຍາກ, ເສີມຂະຫຍາຍມູນເຊື້ອ ຄວາມດຸໝັ້ນຂະຫຍັນພຽນຂອງ ປະຊາຊົນລາວບັນດາເຜົ່າໃຫ້ຄົງຢູ່ ກັບຄົນລາວຕະຫລອດໄປ.
RkJQdWJsaXNoZXIy MTc3MTYxMQ==