ຂປລ
ໃນຂອບງານບຸນຕີຄ້ອງ ອາຊີ ຕາເວັນອອກ ສຽງໄຕ້ 2025, ທີ່ ແຂວງເລີມດົ້ງ ງານບຸນມໍລະດົກກາເຟທົ່ວໂລກ 2025 ຄັ້ງທີ I ໄດ້ໄຂຂື້ນ ຢ່າງເປັນທາງ ການ ຈົນຮອດ ວັນທີ 2 ມັງກອນ 2026
ຂປລ.ວິທະຍຸ ກະຈາຍສຽງ ຫວຽດນາມ, ໃນຂອບງານບຸນຕີຄ້ອງ ອາຊີ ຕາເວັນອອກ ສຽງໄຕ້ 2025, ທີ່ ແຂວງເລີມດົ້ງ ງານບຸນມໍລະດົກກາເຟທົ່ວໂລກ 2025 ຄັ້ງທີ I ໄດ້ໄຂຂື້ນ ຢ່າງເປັນທາງ ການ ຈົນຮອດ ວັນທີ 2 ມັງກອນ 2026, ດ້ວຍຈຸດພົ້ນເດັ່ນ ແມ່ນເຂດມໍລະດົກກາເຟທົ່ວໂລກ, ເຂດວາງສະແດງ, ຊີມລົດຊາດກາເຟ, ອາຫານ ແລະ ບັນດາລາຍການສີລະປະຄື: ຄ່ຳຄືນດົນຕີ ກາເຟ- ເມືອງແຫ່ງພູເຂົາ, ສີສັນອາເມຣິກາໄຕ້, ວັນງານຄິດສະມາດ ແລະ Countdown ຕ້ອນຮັບປີໃໝ່ 2026.ຈາກນັ້ນ ທ່ານ ຫງວຽນວັນລົກ, ຫົງໜ້າພະແນກ ວັດທະນະທຳ, ກິລາ ແລະ ການທ່ອງທ່ຽວ ແຂວງເລີມດົ້ງໃຫ້ຮູ້ວ່າ: ໂດຍຜ່ານບັນດາ ເຂດສະແດງ, ແລກປ່ຽນວັດທະນະທຳ ແລະ ກອງປະຊຸມສາກົນ, ງານບຸນນີ້້ ຈະສ້າງເວທີເປີດກວ້າງ, ບ່ອນທີ່ກາເຟຫວຽດນາມ ຖືກຈັດວາງລວມເຂົ້າ ໃນມໍລະດົກ ກາເຟໂລກ. ໃນເວລາຈະມາເຖິງ, ແຂວງເລີມດົ້ງ ຄາດວ່າງານບຸນນີ້້ ຈະກາຍເປັນກິດຈະກຳ ປະຈຳປີ ມີຊື່ສຽງ, ເປັນເອກກະລັກ ຂອງແຂວງເລີມດົ້ງ, ແມ່ນສະຖານທີ່ ນັດພົບຂອງບັດດາຜູ້ມັກກາເຟໃນ ທົ່ວໂລກ./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL