ຂປລ
ບັນດາລັດຖະມົນຕີ ກະຊວງການຕ່າງປະເທດ ສະມາຄົມ ປະຊາຊາດອາຊີ ຕາເວັນອອກ ສ່ຽງໃຕ້ (ອາຊຽນ) ຄາດວ່າ ຈະຈັດກອງປະຊຸມ ກ່ຽວກັບ ສະພາບການໄທ ແລະ ກຳປູຈຍ ຢູ່ນະຄອນຫລວງ ກົວລາລຳເປີ ໃນວັນທີ 22 ທັນວານີ້

ຂປລ.ວິທະຍຸ ກະຈາຍສຽງ ຫວຽດນາມ, ບັນດາລັດຖະມົນຕີ ກະຊວງການຕ່າງປະເທດ ສະມາຄົມ ປະຊາຊາດອາຊີ ຕາເວັນອອກ ສ່ຽງໃຕ້ (ອາຊຽນ) ຄາດວ່າ ຈະຈັດກອງປະຊຸມ ກ່ຽວກັບ ສະພາບການໄທ ແລະ ກຳປູຈຍ ຢູ່ນະຄອນຫລວງ ກົວລາລຳເປີ ໃນວັນທີ 22 ທັນວານີ້ ເພື່ອຊອກຫາວິທີ ຫລຸດຜ່ອນ ຄວາມເຄັ່ງຕຶງຢູ່ ລຽບຕາມເສັ້ນຊາຍແດນ ໄທ-ກຳປູເຈຍ. ທ່ານ ອັນວາ ອິບຣາຮິມ, ນາຍົກລັດຖະມົນຕີ ມາເລເຊຍ ໃຫ້ຮູ້ວ່າ ການນຳຂອງ ໄທ ແລະ ກຳປູເຈຍ ລ້ວນແລ້ວ ເປັນເອກະພາບ ຈະເຂົ້າຮ່ວມກອງປະຊຸມດັ່ງກ່າວ, ພ້ອມນັ້ນ ກໍ່ໃຫ້ຮູ້ຕື່ມ ທັດສະນະລວມຂອງ ລັດຖະມົນຕີ ກະຊວງ ການຕ່າງປະເທດ ບັນດາປະເທດອາຊຽນ ຈະສວມບົດບາດສຳຄັນ ໃນການເກ້ຍກ່ອມ ໃຫ້ທັງສອງຝ່າຍຫລຸດ ຜ່ອນຄວາມເຄັ່ງຕຶງ. ທ່ານ ອັນວາ ໄດ້ເວົ້າວ່າ ໄທ ແລະ ກຳປູເຈຍ ລ້ວນແຕ່ ເຫັນດີ ເປັນເອກະພາບ ກັບກຸ່ມປະເທດ ສັງເກດການ ຂອງອາຊຽນ, ໃນນັ້ນ, ທ່ານ ນາຍົກລັດຖະມົນຕີ ໄທ ແລະ ກຳປູເຈຍ ລ້ວນແຕ່ຫວັງວ່າຈະ ສາມາດ ບັນລຸວິທີການແກ້ໄຂ ໂດຍສັນຕິວິທີ ໄດ້ຍິ່ງໄວ ກໍຍິ່ງດີ. ພ້ອມທັງ ໄດ້ສະແດງຄວາມຫວັງວ່າ ບັນດາຝ່າຍ ຈະສາມາດ ບັນລຸໄດ້ຂໍ້ຕົກລົງ ໃນການປະຊຸມຄັ້ງນີ້./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL