ສ.ອາເມລິກາ ຂະຫຍາຍຄຳສັ່ງຫ້າມເຂົ້າປະເທດເພີ່ມຕື່ມອີກ

19/12/2025 09:30
Email Print 129
ຂປລ ໄດ້ປະກາດ ເພີ່ມລາຍຊື່ປະເທດ ພາຍໃຕ້ຂໍ້ຈຳກັດ ການເຂົ້າປະເທດ ຢ່າງເຕັມຮູບແບບ ຫລື ບາງສ່ວນ. ໂດຍຄຳປະກາດ ເພື່ອຂະຫຍາຍ ແລະ ເພີ່ມຄວາມເຂັ້ມງວດ ຂອງ ມາດຕະການຈຳກັດ ການເດີນທາງ ຕໍ່ພົນລະເມືອງຈາກປະເທດ ທີ່ມີຂໍ້ບົກພອງ ຢ່າງຮຸນແຮງ ຕໍ່ເນື່ອງ

ຂປລ.ສຳນັກຂ່າວ ອິນໂຟເຄວສ: ທ່ານ ໂດນັນ ທຣຳ ປະທານາທິບໍດີ ສ.ອາເມລິກາ ລົງນາມ ເມື່ອວັນທີ 16 ທັນວາວ່າ: ໄດ້ປະກາດ ເພີ່ມລາຍຊື່ປະເທດ ພາຍໃຕ້ຂໍ້ຈຳກັດ ການເຂົ້າປະເທດ ຢ່າງເຕັມຮູບແບບ ຫລື ບາງສ່ວນ. ໂດຍຄຳປະກາດ ເພື່ອຂະຫຍາຍ ແລະ ເພີ່ມຄວາມເຂັ້ມງວດ ຂອງ ມາດຕະການຈຳກັດ ການເດີນທາງ ຕໍ່ພົນລະເມືອງຈາກປະເທດ ທີ່ມີຂໍ້ບົກພອງ ຢ່າງຮຸນແຮງ  ຕໍ່ເນື່ອງ ແລະ ຊັດເຈນ ໃນດ້ານການຄັດກອງ, ການກວດກາປະຫວັດ ແລະ ການແບ່ງປັນຂໍ້ມູນ ເພື່ອປົກປ້ອງສ.ອາເມລິກາ ຈາກໄພຄຸກຄາມ ຕໍ່ຄວາມ ໝັ້ນຄົງແຫ່ງຊາດ ແລະ ຄວາມປອດໄພ ສາທາ ລະນະ.

ຄຳປະກາດດັ່ງກ່າວ ໄດ້ເພີ່ມຂໍ້ຈຳກັດ ຢ່າງເຕັມຮູບແບບ ແລະ ຂໍ້ຈຳກັດ ການເຂົ້າປະເທດ ກັບ ພົນລະເມືອງຈາກ 5 ປະເທດ. ໂດຍອ້າງອິງຈາກຜົນວິເຄາະ ເມື່ອບໍ່ດົນມານີ້ໄດ້ແກ່: ບູກິນາຟາໂຊ, ມາລີ, ໄນເຈີ, ຊູດັງໃຕ້ ແລະ ຊີຣີ. ພ້ອມທັງ ເພີ່ມຂໍ້ຈຳກັດເຕັມຮູບແບບ ແລະ ຂໍ້ຈຳກັດ ການເຂົ້າປະເທດ ສຳລັບຜູ້ທີ່ຖືໜັງສືເດີນທາງທີ່ອອກ ໂດຍອົງການບໍລິຫານ ປາແລັດ ສະຕິນ (PA) ອີກດ້ວຍ.

 

KPL

ຂ່າວອື່ນໆ

ads
ads

Top