ອິນເດຍ ຂາດດຸນການຄ້າຫລຸດລົງ 2,453 ໝື່ນລ້ານໂດລາສະຫະລັດ

19/12/2025 09:27
Email Print 105
ຂປລ ຍອດຂາດດຸນການຄ້າ ສິນຄ້າຂອງ ປະເທດນີ້ ໃນເດືອນພະຈິກ ຫລຸດລົງມາຢູ່ທີ 2,453 ໝື່ນລ້ານໂດລາສະຫະລັດ, ເນື່ອງຈາກ ມູນຄ່າການນໍາເຂົ້າໂລຫະຄຳ ແລະ ຖ່ານຫີນຫລຸດປະລິມານລົງ.

ຂປລ. ສຳນັກຂ່າວ ອິນໂຟເຄວສ:​ ຂໍ້ມູນການນໍາເຂົ້າ ແລະ ສົ່ງອອກ ຈາກລັດຖະບານ ອິນເດຍ ເປີດເຜີຍວ່າ: ຍອດຂາດດຸນການຄ້າ ສິນຄ້າຂອງ ປະເທດນີ້ ໃນເດືອນພະຈິກ ຫລຸດລົງມາຢູ່ທີ 2,453 ໝື່ນລ້ານໂດລາສະຫະລັດ, ເນື່ອງຈາກ ມູນຄ່າການນໍາເຂົ້າໂລຫະຄຳ ແລະ ຖ່ານຫີນຫລຸດປະລິມານລົງ.

ຕົວເລກດັ່ງກ່າວ ແມ່ນຕໍ່າກວ່າ ທີ່ກຳນົດໄວ້ 3,2 ໝື່ນລ້ານໂດລາ ສະຫະລັດ ແລະ ຖືເປັນການປັບຕົວຫລຸດລົງ ຈາກຍອດຂາດດຸນ ສູງສຸດ ເປັນປະຫວັດສາດທີ 4,168 ໝື່ນລ້ານໂດລາສະຫະລັດ ໃນເດືອນກ່ອນໜ້ານີ້.

ສ່ວນດ້ານການບໍລິຫານ ຈັດການຜົນກະທົບ ທາງດ້ານເສດຖະກິດ ໄດ້ເກີດຈາກ ການຕັ້ງກຳແພງພາສີ ໃນອັດຕາສູງຂອງສ.ອາເມລິກາ. ນອກນັ້ນ ທ່ານນະເຣນທຣາ ໂມດີ ນາຍົກລັດ ຖະມົນຕີ ຂອງອິນເດຍ ຍັງປະກາດໃຊ້ມາດຕະການ ຮອງຮັບຕ່າງໆ ຊຶ່ງປະກອບດ້ວຍ ການຫລຸດພາສີ ຜູ້ບໍລິໂພກ ການຈັດການ ມາດຕະການສົ່ງເສີມ ການສົ່ງອອກ ແລະ ການປະຕິຮູບ ແຮງງານ./

KPL

ຂ່າວອື່ນໆ

ads
ads

Top