ສປ ຈີນ ສືບຕໍ່ແກ້ໄຂ ບັນຫາຄວາມທຸກຍາກ ໃຫ້ປະຊາຊົນທົ່ວປະທດ

17/12/2025 15:49
ຂປລ ກະຊວງກະສິກຳ ແລະ ຊົນນະບົດຂອງ ສປ ຈີນ ລາຍງານວ່າ ການຈັດ ຕັ້ງປະຕິບັດນະໂຍບາຍ ຫລຸດຜ່ອນ ຄວາມ ທຸກຍາກ ທົ່ວປະເທດ ທີ່ໝັ້ນຄົງ ພາຍໃນປີ 2025 ໄດ້ວາງພື້ນຖານ ທີ່ໜັກແໜ້ນ ເພື່ອປ້ອງກັນ ການກັບຄືນສູ່ ຄວາມທຸກຍາກ ຢ່າງກວ້າງຂວາງ.

ຂປລ.ສຳນັກຂ່າວ ຊິນຮວາ ຂອງ ສປ ຈີນ, ກະຊວງກະສິກຳ ແລະ ຊົນນະບົດຂອງ ສປ ຈີນ ລາຍງານວ່າ ການຈັດ ຕັ້ງປະຕິບັດນະໂຍບາຍ ຫລຸດຜ່ອນ ຄວາມທຸກຍາກ ທົ່ວປະເທດ ທີ່ໝັ້ນຄົງ ພາຍໃນປີ 2025 ໄດ້ວາງພື້ນຖານ ທີ່ໜັກແໜ້ນ ເພື່ອປ້ອງກັນ ການກັບຄືນສູ່ ຄວາມທຸກຍາກ ຢ່າງກວ້າງຂວາງ. ໃນປີ 2025, ສປ ຈີນ ຈະໄດ້ກຳນົດ ແລະ ຊ່ວຍ ເຫລືອ ປະຊາຊົນ ຫລາຍກວ່າ 7 ລ້ານ ຄົນ ຜ່ານລະບົບ ຕິດຕາມກວດກາຂອງປະທດ, ເຊິ່ງຊ່ວຍຫລຸດຜ່ອນ ຄວາມສ່ຽງໃນການກັບຄືນສູ່ ຄວາມທຸກຍາກ ໄດ້ຢ່າງມີປະສິດທິພາບ.ນອກຈາກນັ້ນ, ການສຶກສາ, ການດູແລ ສຸຂະພາບ, ທີ່ຢູ່ອາໄສ ແລະ ການເຂົ້າເຖິງນ້ຳດື່ມ ທີ່ປອດໄພ ໄດ້ຮັບການປັບປຸງ ຢ່າງຕໍ່ເນື່ອງ ສຳລັບ ຜູ້ທີ່ຫລຸດພົ້ນ ອອກຈາກຄວາມທຸກຍາກ.ມາຮອດ ປະຈຸບັນ, ມີ 832 ເມືອງ ໃນປະເທດຈີນ ໄດ້ຫລຸດພົ້ນ ອອກຈາກ ຄວາມທຸກຍາກ.ແຕ່ລະເມືອງ ໄດ້ພັດທະນາ ອຸດສາຫະກຳຊັ້ນນຳ 2-3 ແຫ່ງ ທີ່ມີຈຸດແຂງ ແລະ ແຮງກະຕຸ້ນ ທີ່ເຂັ້ມແຂງ.ໃນຂະນະດຽວກັນ, ການຈ້າງງານ ຂອງຜູ້ທີ່ໄດ້ຮັບການຫລຸດພົ້ນ ອອກຈາກ ຄວາມ ທຸກຍາກ ຍັງຄົງຄົງທີ່ຫລາຍກວ່າ 30 ລ້ານຄົນ, ເຊິ່ງກວມເອົາຫລາຍກວ່າ 2 ໃນ 3 ຂອງລາຍໄດ້ ຂອງຄົວເຮືອນ ທີ່ຫລຸດພົ້ນ ຈາກຄວມ ທຸກຍາກ. ໃນສາມໄຕມາດທຳອິດຂອງ ປີນີ້ ຫລືລະ ຫວ່າງ ເດືອນມັງກອນ ຫາເດືອນກັນຍາ 2025, ລາຍໄດ້ສຸດທິ ຕໍ່ຫົວຄົນ ຂງຜູ້ຢູ່າໄສໃນຊົນນະບົດ ໃນເມືອງ ທີ່ຫລຸດພົ້ນ ອອກຈາກ ຄວາມທຸກຍາກ ບັນລຸ 13.158 ເຊິ່ງສູງ ກວ່າ ອັດຕາການ ເຕີບໂຕ ຂອງພື້ນທີ່ ຊົນນະບົດຂອງ ສປ ຈີນ ໂດຍທົ່ວໄປ 0.5 ຈຸດ./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top