7226

ຂປລ. ສູນສະຖິຕິແຫ່ງຊາດ ຈັດກອງປະຊຸມສະຫລຸບວຽກງານ ສະຖິຕິແຫ່ງຊາດປະຈຳປີ 2025 ແລະ ທິດທາງແຜນການປີ 2026 ໃນວັນທີ 26-27 ກຸມພາ 2026 ພາຍໃຕ້ຫົວຂໍ້: “ຍົກຄຸນນະພາບ ການຜະລິດ-ເຜີຍແຜ່ຂໍ້ມູນສະຖິຕິ ເພື່ອການພັດທະນາເສດຖະກິດສັງຄົມທີ່ເຂັ້ມແຂງ, ທັນສະໄໝ, ສີຂຽວ ແລະ ຍືນຍົງ” ໂດຍການ ເປັນປະທານຂອງທ່ານ ນາງ ເພັດສະໝອນ ສອນ ຫົວໜ້າສູນສະ ຖິຕິແຫ່ງຊາດ, ມີຜູ້ຕາງໜ້າຈາກ ບັນດາກະຊວງ ແລະ ຂະແໜງການ ຕ່າງໆ, ບັນດາກົມພາຍໃນກະຊວງ ການເງິນ ແລະ ຜູ້ແທນຈາກ 18 ແຂວງທົ່ວປະເທດ ເຂົ້າຮ່ວມ. ໃນກອງປະຊຸມຜູ້ເຂົ້າຮ່ວມໄດ້ ຮັບຟັງການລາຍງານຜົນການຈັດ ຕັ້ງປະຕິບັດວຽກງານສະຖິຕິໃນປີ 2025, ເປັນຕົ້ນການສ້າງຍຸດທະ ສາດການພັດທະນາລະບົບສະຖິຕິ ແຫ່ງຊາດ 2026-2035 ແລະ ວິໄສທັດຮອດປີ 2040, ການປັບປຸງ ກົດໝາຍວ່າດ້ວຍສະຖິຕິ ເພື່ອໃຫ້ ສອດຄ່ອງກັບສະພາບການໃໝ່, ການຜັນຂະຫຍາຍແຜນພັດທະນາ ເສດຖະກິດ-ສັງຄົມແຫ່ງຊາດ ຄັ້ງ ທີ X ແລະ ແຜນພັດທະນາຂະ ແໜງການເງິນ 2026-2030 ແລະ ອື່ນໆ. ຈາກນັ້ນ ຜູ້ເຂົ້າຮ່ວມຈະພ້ອມກັນ ສຸມໃສ່ບາງບັນຫາທີ່ສຳຄັນເປັນຕົ້ນ ຍົກສູງຄຸນນະພາບ ແລະ ຄວາມທັນ ເວລາໃຫ້ຍົກສູງຄຸນນະພາບການ g]u j ,9a f8A 'xt8y [a fc]h ;dkoxa [xj Pomy fmk' dkola o9vo 9 glA omk'.9dk'g,n v' okpq d]a f4t,q o8u goA o.sh dt-;'dtly de c]t lyj 'c;f]h v, gvq k.9.lj s]kp[a osk ra dxt-k-q o xt8y ;a f]k; mu j ,u dPflts'k \A opn oK j  ອ່ານຕໍ່ໜ້າ 2  ອ່ານຕໍ່ໜ້າ 4  ອ່ານຕໍ່ໜ້າ 2  ອ່ານຕໍ່ໜ້າ 4  ອ່ານຕໍ່ໜ້າ 2  ອ່ານຕໍ່ໜ້າ 2  ອ່ານຕໍ່ໜ້າ 4  ອ່ານຕໍ່ໜ້າ 4  ອ່ານຕໍ່ໜ້າ 4 gru j ,mt;u 7;k,lk,a d7u gxa oxb dczj orkp.o-kf grn j vxq dxa dIa dlk c]t lh k'lkxtgmf-kf .sh 9tg]u oI5 j 'gIn v'K ຖະໜົນ 450 ປີ ບ້ານດົງໂພນແຮ່ ເມືອງຫາດຊາຍຟອງ ນະຄອນຫລວງວຽງຈັນ www.kpl.gov.la , Facebook: ປະເທດລາວ Pathedlao, Email: kpl@laotel.com , Tel/Fax:(021) 215402 ວັນຈັນ 02.03.2026 ປີທີ 25 ສະບັບທີ 6.387 ]k;9tgxa oxtmkodv'xt-5 ,mq [m;olq omy la opk ;j kfh ;pdkogdn vfsh k,]tg[u f]6 ds;j koIv[;Pomu 3 m6 fpuj x5j o xt9e]k; 9a f'ko]h P'lts]v' ;a oxtl6 flq ,gfa frtg9Q k9a ddtra fcsj 'pu j x5 j o dv'xt-5 ,7totxt9eltrkcsj '-kf ltw\;y lk,a ogfn vod5 ,rk lts]5 [;Pd'kolt4y 8y csj '-kf xt9exu 2025 c]t my fmk'czodkoxu 2026 ທ່ານ ໄຊສົມພອນ ພົມວິຫານ ປະທານຄະນະປະຈໍາສະພາແຫ່ງຊາດ ( ປະທານ ) ສະຫາຍ ເພັດ ພົມພີພັກ ຫົວໜ້າຫ້ອງວ່າການສູນກາງພັກ ( ຂວາ ) ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ( ຜູ້ທີ 5 ນັບຈາກຊ້າຍຫາຂວາ ) ທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການຕ່າງປະເທດ ( ກາງ ) lld 8u ]k7k7n o;Pd'kodkolb dlk ;y mtpklkf c]t dy ]k xt9erkdIPo I  ອ່ານຕໍ່ໜ້າ 3 9a fdy f9tde4k,{8v[ 3 ;a o xts;a flkf16j ,l w-lq ,[6 o ຂປລ. ໃນໂອກາດເຂົ້າຮ່ວມປິດ ກອງປະຊຸມສະຫລຸບວຽກງານກະ ສິກໍາ ແລະ ສິ່ງແວດລ້ອມ ປະຈໍາ ປີ 2025 ທີ່ກະຊວງກະສິກໍາ ແລະ ສິ່ງແວດລ້ອມຈັດຂຶ້ນຢູ່ແຂວງຈໍາ ປາສັກ ວັນທີ 28 ກຸມພາ 2026 ທ່ານ ສອນໄຊ ສີພັນດອນ ນາຍົກ ລັດຖະມົນຕີ ໄດ້ເນັ້ນໃຫ້ກະຊວງກະ ສິກໍາ ແລະ ສິ່ງແວດລ້ອມ ເອົາໃຈໃສ່ ຫລາຍບັນຫາເປັນຕົ້ນແມ່ນໃຫ້ສືບ ຕໍ່ຊຸກຍູ້ສົ່ງເສີມການຜະລິດກະສິກໍາ ຂປລ. ກອງປະຊຸມຄະນະປະ ຈໍາສະພາແຫ່ງຊາດ ສະໄໝວິ ສາມັນເດືອນກຸມພາ 2026 ຈັດ ຂຶ້ນໃນວັນທີ 27 ກຸມພາ 2026 ໂດຍການເປັນປະທານຂອງທ່ານ ໄຊສົມພອນ ພົມວິຫານ ກໍາມະການ ກົມການເມືອງສູນກາງພັກ, ປະທານ ຄະນະປະຈໍາສະພາແຫ່ງຊາດ, ມີ ຂປລ. ສະຖານເອກອັກຄະ ລາຊະທູດຍີ່ປຸ່ນ ປະຈຳ ສປປ ລາວ ຈັດງານລ້ຽງເພື່ອສະເຫລີມ ສະຫລອງວັນປະສູດຂອງສົມເດັດ ພະເຈົ້າຈັກກະພັດ ນາຣຸຣິໂຕະ ແຫ່ງ ປະເທດຍີ່ປຸ່ນ ຄົບຮອບ 66 ພັນສາ ໃນວັນທີ 26 ກຸມພາ 2026 ຢູ່ ນະຄອນຫລວງວຽງຈັນ ໂດຍມີ ທ່ານ ສັນຕິພາບ ພົມວິຫານ ລັດຖະ ມົນຕີກະຊວງການເງິນ, ທ່ານ ເຫລັກໄຫລ ສີວິໄລ ລັດຖະມົນຕີ ກະຊວງໂຍທາທິການ ແລະ ຂົນສົ່ງ, ຂປລ. ສະຖານທູດຍີ່ປຸ່ນ ປະຈຳ ສປປ ລາວ ຮ່ວມກັບອົງການ ເຈໂຕຣ (JETRO) ວຽງຈັນ ຈັດງານລົດຊາດອາຫານຍີ່ປຸ່ນ (Taste of Japan) ໃນວັນທີ 27 ກຸມພາ 2026 ຢູ່ນະຄອນຫລວງ ວຽງຈັນ, ເພື່ອໃຫ້ຄົນລາວ ກໍຄື ບັນດາແຂກທີ່ເຂົ້າຮ່ວມງານໄດ້ ຮັບຮູ້ເຖິງວັດທະນະທຳອາຫານ ຍີ່ປຸ່ນແບບດັ້ງເດີມທີ່ມີເອກະລັກ ສະເພາະ ແລະ ເພື່ອເປັນການ slr xtdkfc8j '8A ' Iv'sq ;|h ksh v';j kdkol6 odk'ra d oeltg|u g7nj v'fnj , c]t zt]y f8tra ovkskopuj x5j o ຂປລ. ກອງປະຊຸມຜູ້ບໍລິຫານ ການສຶກສາ ປະຈໍາພາກຮຽນທີ I ສົກຮຽນ 2025-2026 ຈັດ ຂຶ້ນໃນວັນທີ 27 ກຸມພາ 2026 ໂດຍການເປັນປະທານຂອງທ່ານ ທອງສະລິດ ມັງໜໍ່ເມກ ລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ, ມີຮອງລັດຖະມົນຕີ, ຜູ້ບໍລິຫານ ການສຶກສາ, ວິທະຍາສາດ ແລະ ກິລາ ຂັ້ນສູນກາງ ແລະ ທ້ອງຖິ່ນ ໃນຂອບເຂດທົ່ວປະເທດເຂົ້າຮ່ວມ ແບບເຊິ່ງໜ້າ ແລະ ອອນລາຍ. ກອງປະຊຸມ, ໄດ້ຮັບຟັງການລາຍ ງານສະພາບການຈັດຕັ້ງປະຕິບັດ ວຽກງານບຸລິມະສິດ ປະຈໍາພາກ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ

gru j ,mt;u 7;k,lk,a d7u gxa oxb dczj o0v'x;'-q o]k;ma '-kfK @ 0j k; c]t gsfdko 02/03/2026 xtgmf]k; ນາຍົກລັດຖະມົນຕີ... ກອງປະຊຸມຄະນະປະຈໍາ... ສະຫລຸບວຽກງານສະຖິຕິ... ທູດຍີ່ປຸ່ນປະຈໍາລາວ... ບັນດາທ່ານຮອງປະທານຄະນະ ປະຈໍາ ແລະ ກຳມະການໃນຄະນະ ປະຈໍາສະພາແຫ່ງຊາດ, ກະຊວງອົງການທີ່ກ່ຽວຂ້ອງ ແລະ ໜ່ວຍ ງານຮັບຜິດຊອບເຂົ້າຮ່ວມ. ກອງປະຊຸມໄດ້ພິຈາລະນາບັນ ຫາສໍາຄັນພື້ນຖານຂອງປະເທດ ຊາດ ຕາມຂອບເຂດສິດ ແລະ ໜ້າທີ່ ຂອງຄະນະປະຈໍາສະພາແຫ່ງຊາດ ທີ່ໄດ້ກໍານົດໄວ້ໃນລັດຖະທໍາມະນູນ ແລະ ກົດໝາຍຄື: ບົດລາຍງານ ຜົນສຳເລັດວຽກງານພົ້ນເດັ່ນການ ກະກຽມ ແລະ ດຳເນີນການເລືອກ ຕັ້ງສະມາຊິກສະພາແຫ່ງຊາດ ຊຸດ ທີ X ແລະ ສະພາປະຊາຊົນຂັ້ນ ແຂວງ ຊຸດທີ V; ບົດລາຍງານການ ກະກຽມດຳເນີນກອງປະຊຸມຄັ້ງປະ ຖົມມະລືກຂອງສະພາແຫ່ງຊາດ ຊຸດ ທີ X ຕໍ່ກອງປະຊຸມກົມການເມືອງ ສູນກາງພັກ; ລາຍງານກ່ຽວກັບ ການພິຈາລະນາອອກມະຕິວ່າດ້ວຍ ການມອບສິດໃຫ້ກຸ່ມບໍລິສັດພົງ ສະຫວັນ ຈຳກັດ ເປັນຜູ້ໄດ້ຮັບລາຍ ຮັບທີ່ລັດຖະບານຈະເກັບລະດົມ ທຶນເພື່ອແກ້ໄຂບັນຫາໜີ້ສິນຕາມ ການສະເໜີຂອງບໍລິສັດພົງສະຫວັນ ຈຳກັດ; ພິຈາລະນາຄຳຮ້ອງຂໍ ຄວາມເປັນທຳ ສະບັບເລກທີ 307/ ສພຊ, ລົງວັນທີ 10 ກັນຍາ 2024 ກ່ຽວກັບຄະດີແພ່ງທວງເອົາທີ່ດິນ ແລະ ເຮືອນ; ພິຈາລະນາສະເໜີການ ຍ້ອງຍໍໃຫ້ແກ່ຄະນະຮັບຜິດຊອບ ຂອງສະພາແຫ່ງຊາດລາວ ແລະ ສະພາແຫ່ງຊາດຫວຽດນາມ ໃນ ການຂຽນປຶ້ມ 50 ປີ ແຫ່ງການ ພົວພັນລະຫວ່າງສະພາແຫ່ງຊາດ ລາວ ແລະ ສະພາແຫ່ງຊາດຫວຽດ ນາມ: ການຮ່ວມມືຮອບດ້ານ ແລະ ການພັດທະນາ. ໂອກາດນີ້, ບັນດາຜູ້ເຂົ້າຮ່ວມ ໄດ້ເອົາໃຈໃສ່ຄົ້ນຄວ້າ, ປະກອບຄໍາ ເຫັນຢ່າງມີຈຸດສຸມ, ກົງໄປກົງມາ ຕໍ່ ບັນດາເນື້ອໃນທີ່ນໍາມາພິຈາລະນາ ໃນກອງປະຊຸມຄັ້ງນີ້ ເພື່ອຮັບປະກັນ ການຕົກລົງບັນຫາຢ່າງມີຄວາມ ເປັນເອກະພາບ, ສາມາດເປັນບ່ອນ ອີງໃນການຈັດຕັ້ງປະຕິບັດ ແລະ ນໍາຜົນປະໂຫຍດລວມມາສູ່ປະເທດ ຊາດ ແລະ ປະຊາຊົນບັນດາເຜົ່າ ຢ່າງແທ້ຈິງ. ຂ່າວ-ພາບ: ສພຊ ເກັບກຳ, ການຜະລິດ ແລະ ເຜີຍແຜ່ ຂໍ້ມູນສະຖິຕິທາງການໃຫ້ຄົບຖ້ວນ, ຖືກຕ້ອງ ແລະ ທັນເວລາ ເພື່ອເປັນ ບ່ອນອີງທີ່ໜັກແໜ້ນໃຫ້ແກ່ການ ເພື່ອຄໍ້າປະກັນຄວາມໝັ້ນຄົງດ້ານ ສະບຽງອາຫານ ຊຶ່ງເປັນບັນຫາສໍາ ຄັນ ແລະ ມີຄວາມໝາຍຍຸດທະສາດ, ຕາມທິດເສດຖະ ກິດເອກະລາດ ເປັນ ເຈົ້າຕົນເອງ (ສອຈ) ໂດຍສະເພາະ ການເປັນເຈົ້າຕົນເອງ, ເພິ່ງຕົນເອງ, ກຸ້ມຕົນເອງດ້ານແນວພັນພືດ-ແນວ ພັນສັດ, ເຕັກນິກວິທະຍາສາດ, ປັດ ໄຈອື່ນໆຂອງການຜະລິດກະສິກໍາ; ລົງເລິກການປັບປຸງດິນ ແລະ ການ ຮັກສາທີ່ດິນກະສິກຳທີ່ມີພື້ນຖານ ໂຄງລ່າງກະສິກຳທີ່ອໍານວຍຄວາມ ສະດວກດີ ພ້ອມທັງຈັດສັນເຂດ ຜະລິດຢ່າງມີຈຸດສຸມ; ເອົາໃຈໃສ່ ການຜະລິດອາຫານສັດ, ຝຸ່ນ, ຢາ ປາບສັດຕູພືດ, ຢາປົວສັດ ແລະ ອື່ນໆ ເພື່ອຫລຸດຜ່ອນການນໍາເຂົ້າ; ເອົາໃຈໃສ່ການບໍລິຫານຈັດການນໍ້າ ໃຫ້ເກີດປະໂຫຍດສູງສຸດ, ລະດູຝົນ ຕ້ອງສົ່ງເສີມປູກເຂົ້ານາປີໃຫ້ຫລາຍ, ສ່ວນລະດູແລ້ງກໍເນັ້ນການປູກພືດ ເສດຖະກິດທີ່ມີລາຄາສູງ. ນອກນັ້ນ, ຕ້ອງເອົາໃຈໃສ່ດ້ານ ປຸງແຕ່ງ, ສຸຂານາໄມ ແລະ ການ ຈໍລະຈອນລະຫວ່າງແຂວງຕໍ່ແຂວງ ແລະ ພາຍໃນແຕ່ລະແຂວງ; ສູ້ຊົນ ໃຫ້ມີຄັງແຮແນວພັນ ແລະ ສະບຽງ ອາຫານ ເພື່ອສາມາດຮັບມືໄດ້ຕໍ່ ການປ່ຽນແປງຕ່າງໆເປັນຕົ້ນໄພ ທໍາມະຊາດ ກໍຄື ການປ່ຽນແປງຂອງ ດິນຟ້າອາກາດ ແລະ ອື່ນໆ; ຍູ້ແຮງ ວຽກງານການສົ່ງເສີມການຜະລິດ ກະສິກໍາເປັນສິນຄ້າ ເພື່ອສະໜອງ ພາຍໃນ, ທົດແທນການນຳເຂົ້າ ແລະ ເພື່ອການສົ່ງອອກ ຊຶ່ງແມ່ນ ຄວາມຈໍາເປັນພາວະວິໄສ ແລະ ເປັນ ປັດໄຈການສ້າງລາຍຮັບໃໝ່ ໃຫ້ ປະເທດຊາດ ເພາະວ່າການຜະລິດ ກະສິກໍາເປັນປັດໄຈພື້ນຖານ ເພື່ອ ຂະຫຍາຍອຸດສາຫະກຳປຸງແຕ່ງ; ເອົາໃຈໃສ່ຄົ້ນຄວ້າເຮັດໃຫ້ຊາວ ກະສິກອນໄດ້ຫັນປ່ຽນວິທີການ ທ່ານ ນາງ ທຸມມາລີ ວົງພະຈັນ ປະທານຄະນະກຳມາທິການຍຸຕິທໍາ ສະພາແຫ່ງຊາດ, ປະທານຄະນະ ມິດຕະພາບລັດຖະສະພາ ລາວຍີ່ປຸ່ນ ແລະ ແຂກຖືເຊີນເຂົ້າຮ່ວມ. ໂອກາດນີ້, ທ່ານ ໂຄອິຊຶມິ ຊຶໂຕະມຸ ເອກອັກຄະລາຊະທູດຍີ່ປຸ່ນ ຜະລິດໄປສູ່ຄຸນນະພາບໃໝ່ ເພື່ອມີ ລາຍຮັບ ແລະ ຊີວິດການເປັນຢູ່ທີ່ດີ ຂຶ້ນ, ທຸກພາກສ່ວນຕ້ອງເພີ່ມຄວາມ ຮັບຜິດຊອບ ແລະ ເປັນເຈົ້າການ ປະສານສົບທົບກັນໃຫ້ກົມກຽວ ແລະ ແຂງແຮງແຕ່ຫົວທີ; ສ້າງ ໃຫ້ໄດ້ການຫັນປ່ຽນທີ່ແຂງແຮງ ແລະ ຕັ້ງໜ້າໄປສູ່ການຜະລິດຢ່າງ ມີແຜນການ, ມີຈຸດສຸມ, ມີຄາດໝາຍ ສູ້ຊົນ ແລະ ມີຕະຫລາດຮອງຮັບ ທີ່ໝັ້ນຄົງ, ຜະລິດກະສິກຳເປັນ ສິນຄ້າ ໃຫ້ໄດ້ມາດຕະຖານຕາມ ຄວາມຕ້ອງການຂອງຕະຫລາດ ພາຍໃນ ແລະ ຕ່າງປະເທດ ຕາມ ທ່າແຮງທີ່ໄດ້ປຽບຂອງແຕ່ລະ ເຂດແຄວ້ນ ຕິດພັນກັບການປຸງ ແຕ່ງ ເພື່ອສ້າງມູນຄ່າເພີ່ມ ແລະ ສ້າງຜະລິດຕະພັນລາວທີ່ມີເອກະລັກ ແລະ ມີມູນຄ່າ, ຍູ້ແຮງການເຈລະ ຈະເປີດຕະຫລາດ ໂດຍສະເພາະ ກັບປະເທດເພື່ອນມິດຍຸດທະສາດ, ປະເທດໃກ້ຄຽງໃຫ້ສາມາດສົ່ງ ສິນຄ້າທີ່ພວກເຮົາມີທ່າແຮງດ້ານ ກະສິກໍາສະອາດ, ສົດ, ປອດສານ ພິດ ລວມທັງມີການແປຮູບສ້າງມູນ ຄ່າເພີ່ມກັບທີ່ ແລະ ມີນະໂຍບາຍ ສົ່ງເສີມ-ດຶງດູດການລົງທຶນໃສ່ ວຽກງານດັ່ງກ່າວ. ຄຽງຄູ່ກັນນີ້, ຕ້ອງສ້າງໃຫ້ໄດ້ຄ່ານິຍົມໃນການ ບໍລິໂພກ ແລະ ຊົມໃຊ້ສິນຄ້າທີ່ຜະລິດ ໄດ້ຢູ່ພາຍໃນປະເທດທີ່ມີຄຸນນະພາບ ດີ, ລາຄາສົມເຫດສົມຜົນ ແລະ ສົ່ງເສີມການຜະລິດສິນຄ້າຮັບໃຊ້ ຂະແໜງການທ່ອງທ່ຽວໃຫ້ຫລາຍ ຂຶ້ນ. ເອົາໃຈໃສ່ການຈັດຕັ້ງການ ຜະລິດໃໝ່ທີ່ເຂັ້ມແຂງຕິດພັນກັບ ການນໍາໃຊ້ເຕັກໂນໂລຊີທັນສະໄໝ ໂດຍປັບປຸງກໍາລັງການຜະລິດທີ່ ຫລ້າຫລັງ, ກະແຈກກະຈາຍໄປ ສູ່ອຸດສາຫະກໍາ ແລະ ທັນສະໄໝ, ເປີດກວ້າງການຜະລິດ, ສ້າງເຂດ ຈຸດສຸມການຜະລິດສະເພາະ ເພື່ອ ຫັນໄປສູ່ການດໍາເນີນການຜະລິດ ແບບຕ່ອງໂສ້, ຄົບຊຸດ ແລະ ຮອບ ດ້ານ ເພື່ອເພີ່ມດ້ານປະລິມານ, ຮັບປະກັນດ້ານຄຸນນະພາບ, ຫລຸດ ຜ່ອນຕົ້ນທຶນ, ເພີ່ມປະສິດທິພາບ ການຜະລິດ ແລະ ຍົກສູງຄວາມ ອາດສາມາດແຂ່ງຂັນ; ຊຸກຍູ້ ສົ່ງເສີມການຈັດຕັ້ງການຜະລິດ ເປັນກຸ່ມ-ເປັນສະຫະກອນແບບໃໝ່, ຜະລິດເປັນຟາມຕິດພັນກັບການ ນໍາໃຊ້ເຕັກນິກວິທະຍາສາດ, ການ ຜະລິດຂະໜາດໃຫຍ່, ການຫັນເປັນ ທັນສະໄໝໃນຂົງເຂດກະສິກໍາໃຫ້ ນັບມື້ຂະຫຍາຍຕົວກວ້າງຂວາງ, ຮັບປະກັນໃນການບໍລິໂພກ ແລະ ການຊົມໃຊ້ພາຍໃນປະເທດ, ພ້ອມ ທັງສົ່ງເສີມພາກສ່ວນເສດຖະກິດ ຮ່ວມມືຂອງປະຊາຊົນໃຫ້ເປັນ ຮູບປະທໍາ, ສ້າງໃຫ້ເກີດມີບັນດາ ຫົວໜ່ວຍການຜະລິດ, ການບໍລິການ ພາຍໃຕ້ຮູບການສະຫະກອນ ຫລື ສະມາຄົມ, ກຸ່ມຜະລິດທຸລະກິດ ຕ່າງໆ ຫລື ວິສາຫະກິດຂະໜາດ ນ້ອຍ-ຂະໜາດກາງ ຢ່າງແຂງ ແຮງ; ເອົາໃຈໃສ່ຕໍ່ການຄຸ້ມຄອງ, ປົກປັກຮັກສາ ແລະ ນໍາໃຊ້ປ່າໄມ້, ໃນເງື່ອນໄຂການປ່ຽນແປງດິນຟ້າ ອາກາດເພື່ອປ້ອງກັນ ແລະ ຫລຸດ ຜ່ອນຜົນກະທົບຈາກບັນຫາໄພ ແລ້ງ, ໄພນໍ້າຖ້ວມທີ່ຮ້າຍແຮງ ແລະ ຮັບປະກັນແຫລ່ງນໍ້າທີ່ພຽງພໍຮັບ ໃຊ້ການຜະລິດກະສິກໍາຕ້ອງເຂັ້ມ ງວດໃນການຄຸ້ມຄອງປ່າໄມ້ ໃຫ້ໄປ ຕາມທິດສີຂຽວ ແລະ ຍືນຍົງ, ສູ້ຊົນ ເຮັດໃຫ້ອັດຕາປົກຫຸ້ມຂອງປ່າໄມ້ ບັນລຸໄດ້ຕາມແຜນການ (ກວມ 70%); ເອົາໃຈໃສ່ການຟື້ນຟູປ່າທີ່ ຊຸດໂຊມ ແລະ ການປູກຕົ້ນໄມ້ຢ່າງ ມີແຜນການ, ມີຈຸດສຸມ ເພື່ອບັນລຸ ຄາດໝາຍ ຫລື ລື່ນຄາດໝາຍ. ພ້ອມນີ້, ທ່ານນາຍົກລັດຖະມົນຕີ ຍັງເນັ້ນໃຫ້ເອົາໃຈໃສ່ວຽກງານຄຸ້ມ ຄອງ ແລະ ພັດທະນາທີ່ດິນຕ້ອງຜັນ ຂະຫຍາຍ ແລະ ຈັດຕັ້ງປະຕິບັດແຜນ ແມ່ບົດຈັດສັນທີ່ດິນແຫ່ງຊາດ, ແຜນ ຈັດສັນທີ່ດິນຂັ້ນທ້ອງຖິ່ນໃຫ້ສຳເລັດ ໃນຂອບເຂດທົ່ວປະເທດ ເພື່ອໃຊ້ ເປັນຂໍ້ມູນພື້ນຖານໃນການວາງ ແຜນພັດທະນາ ແລະ ສະຫງວນ ໄວ້, ທັງເພີ່ມທະວີວຽກງານຄຸ້ມຄອງ ແລະ ພັດທະນາທີ່ດິນໃນໄລຍະໃໝ່; ເອົາໃຈໃສ່ການອອກໃບຕາດິນ ແລະ ການຮັບຮູ້ສິດການນຳໃຊ້ທີ່ດິນ ຂອງປະຊາຊົນທີ່ອາໄສຢູ່ໃນ 3 ປະເພດປ່າ. ພ້ອມນັ້ນ, ກໍຕ້ອງເອົາ ໃຈໃສ່ແກ້ໄຂບັນຫາຫຍໍ້ທໍ້ຕ່າງໆທີ່ ຕິດພັນກັບທີ່ດິນເຊັ່ນ: ການຈັບຈອງ ຍາດແຍ່ງດິນ, ການອອກໃບຕາ ດິນຊໍ້າຊ້ອນ, ການໂອນກໍາມະສິດ ທີ່ດິນທີ່ບໍ່ຖືກຕ້ອງຕາມກົດໝາຍ, ການບຸກລຸກປ່າ ແລະ ຖາງປ່າຊະ ຊາຍ, ສິ່ງດັ່ງກ່າວນີ້ ຕ້ອງເອົາໃຈ ໃສ່ເປັນພິເສດ. ສ່ວນວຽກງານ ປົກປັກຮັກສາສິ່ງແວດລ້ອມຕ້ອງ ໄດ້ລົງເລິກ ແລະ ເປັນເຈົ້າການ ຊຸກຍູ້ຜັນຂະຫຍາຍຕາມທິດສີຂຽວ ແລະ ຍືນຍົງໃຫ້ເປັນຮູບປະທຳ ຫລາຍຂຶ້ນ ໂດຍອີງໃສ່ແຜນຄຸ້ມຄອງ ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມແບບຮອບດ້ານເປັນ ພື້ນຖານໃນການພັດທະນາ ໂດຍ ມີການຈັດສັນພື້ນທີ່, ການນຳໃຊ້ ຊັບພະຍາກອນທຳມະຊາດທີ່ມີປະ ສິດທິພາບ, ສົ່ງເສີມເຂດພື້ນທີ່ສີ ຂຽວ, ການຄຸ້ມຄອງສິ່ງເສດເຫລືອ; ເອົາໃຈໃສ່ວຽກການຄຸ້ມຄອງ, ບໍລິ ຫານການຈັດການນໍ້າ ແລະ ວຽກ ອຸຕຸນິຍົມອຸທົກກະສາດໃຫ້ເປັນ ເຈົ້າການປະສານສົມທົບກັບຂະ ແໜງການກ່ຽວຂ້ອງທັງຢູ່ສູນ ກາງ ແລະ ທ້ອງຖິ່ນ ລວມທັງພາກ ທຸລະກິດໃນການບໍລິຫານຈັດການ ນໍ້າແບບລວມສູນ ເພື່ອໃຫ້ສາມາດ ດຸ່ນດ່ຽງການສະໜອງນໍ້າຈາກ ບັນດາອ່າງເກັບນໍ້າຂອງບັນດາໂຄງ ການເຂື່ອນໄຟຟ້າ ແລະ ຊົນລະປະ ທານຮັບປະກັນບໍ່ໃຫ້ສົ່ງຜົນກະທົບ ຕໍ່ການດຳລົງຊີວິດຂອງປະຊາຊົນ; ເອົາໃຈໃສ່ສືບຕໍ່ຄົ້ນຄວ້າ, ສ້າງ ຕັ້ງຄະນະກໍາມະການຄຸ້ມຄອງນໍ້າ ແຫ່ງຊາດ; ສ້າງ ແລະ ປັບປຸງກົນໄກ ການປະສານງານການບໍລິຫານ ຈັດການນໍ້າ; ປັບປຸງຍຸດທະສາດ ການຄຸ້ມຄອງນໍ້າ; ຫັນປ່ຽນຮູບແບບ ການຄຸ້ມຄອງຊັບພະຍາກອນນໍ້າ ຈາກການແຍກຕາມຂະແໜງການ ມາສູ່ການບໍລິຫານຈັດການແບບ ລວມສູນຕາມພູມສັນຖານ ຫລື ການ ບໍລິຫານຈັດການນໍ້າແບບອ່າງຮັບ ນໍ້າ, ຍົກລະດັບຂີດຄວາມສາມາດ ໃນການຮັບປະກັນຄວາມປອດໄພ ທາງດ້ານນໍ້າ ໂດຍການຫັນປ່ຽນ ລະບົບການຄຸ້ມຄອງໄພພິບັດຈາກ ການແກ້ໄຂສຸກເສີນມາເປັນການ ເຝົ້າລະວັງ ແລະ ເຕືອນໄພລ່ວງໜ້າ ດ້ວຍເຕັກໂນໂລຊີທີ່ທັນສະໄໝ; ຍົກ ລະດັບມາດຕະການຄວບຄຸມມົນລະ ພິດທາງນໍ້າໃຫ້ມີຄວາມເຂັ້ມງວດ ແລະ ທັນສະໄໝ, ລິເລີ່ມ ແລະ ສ້າງ ຄວາມເຂັ້ມແຂງໃຫ້ແກ່ວຽກງານ ຄຸ້ມຄອງນໍ້າໃຕ້ດິນ ເພື່ອເປັນແຫລ່ງ ນໍ້າສຳຮອງຍຸດທະສາດໃນຍາມ ວິກິດໄພແຫ້ງແລ້ງ, ຄຸ້ມຄອງດິນ ບໍລິເວນນໍ້າໃຫ້ມີປະສິດທິຜົນ. ການ ພັດທະນາຊົນນະບົດ ແລະ ແກ້ໄຂ ຄວາມທຸກຍາກຕ້ອງຈັດເປັນບຸລິ ມະສິດໃນການແກ້ໄຂ ໂດຍຄົ້ນ ຄວ້າກຳນົດແຜນຍຸດທະສາດພັດທະ ນາຊົນນະບົດ ແລະ ແກ້ໄຂຄວາມ ທຸກຍາກຕິດພັນກັບການຈັດສັນ ພູມລໍາເນົາ, ອາຊີບຄົງທີ່ໃຫ້ປະຊາ ຊົນຕາມລະບຽບກົດໝາຍ ເພື່ອ ຫລຸດຜ່ອນບັນຫາປະຊາຊົນຍົກ ຍ້າຍຖິ່ນຖານທີ່ບໍ່ຖືກຕ້ອງ, ສຸມໃສ່ ແກ້ໄຂຢ່າງແຂງແຮງ, ມີຈຸດສຸມ, ມີໂຄງການຈະແຈ້ງ, ພ້ອມທັງສົ່ງ ເສີມໃຫ້ທຸກພາກສ່ວນໃນສັງຄົມ ປະກອບສ່ວນເຂົ້າໃນການພັດທະນາ ຊົນນະບົດ ແລະ ການແກ້ໄຂຄວາມ ທຸກຍາກ ໂດຍການດຶງດູດການ ລົງທຶນຈາກພາກເອກະຊົນ ເພື່ອສ້າງ ວຽກເຮັດງານທຳ ແລະ ສ້າງລາຍ ຮັບໃຫ້ປະຊາຊົນ, ຄຽງຄູ່ກັບການຈັດ ຕັ້ງປະຕິບັດວຽກງານການກໍ່ສ້າງ ຮາກຖານການເມືອງຕິດພັນກັບ ວຽກງານສາມສ້າງໃຫ້ເຂົ້າສູ່ລວງ ເລິກ ແລະ ເປັນຮູບປະທຳຫລາຍຂຶ້ນ. ຂ່າວ-ພາບ: ທູນທອງໃຈ ປະຈຳ ສປປ ລາວ ໄດ້ຍົກໃຫ້ເຫັນ ວ່າ ໃນວາລະທີ່ ສປປ ລາວ ໄດ້ ສະຫລອງວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ, ຍີ່ປຸ່ນ ແລະ ລາວ ກໍໄດ້ຮ່ວມກັນສະຫລອງ ຄົບຮອບ 70 ປີ ແຫ່ງການສ້າງ ຕັ້ງສາຍພົວພັນທາງການທູດ ຊຶ່ງ ສະແດງອອກຜ່ານສາຍພົວພັນສອງ ຝ່າຍທີ່ໄດ້ຖືກຍົກລະດັບຂຶ້ນເປັນຄູ່ ຮ່ວມຍຸດທະສາດຮອບດ້ານ. ພ້ອມ ນີ້, ທ່ານຍັງໄດ້ຕີລາຄາສູງຕໍ່ການໄປ ຢ້ຽມຢາມຍີ່ປຸ່ນຂອງທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ແລະ ຄະນະສະມາຄົມມິດຕະພາບ ລັດຖະສະພາ ລາວ-ຍີ່ປຸ່ນ, ລວມ ທັງການສະເດັດຢ້ຽມຢາມ ສປປ ລາວ ຂອງສົມເດັດເຈົ້າຍິງ ໄອໂກະ ແຫ່ງປະເທດຍີ່ປຸ່ນ ໃນປີຜ່ານມາ ຊຶ່ງ ທັງໝົດນີ້ລ້ວນແຕ່ໄດ້ປະກອບສ່ວນ ລົງເລິກຕໍ່ສາຍພົວພັນລະຫວ່າງ ປະຊາຊົນທັງສອງຊາດໃຫ້ແໜ້ນ ແຟ້ນຍິ່ງຂຶ້ນ. ທ່ານ ໂຄອິຊຶມິ ຊຶໂຕະມຸ ຍັງ ໄດ້ສະແດງຄວາມມຸ່ງໝັ້ນທີ່ຈະ ຮ່ວມມືຢ່າງໃກ້ຊິດກັບບັນດາການ ນໍາ ແລະ ຄູ່ຮ່ວມງານຂອງລາວໃນ ການເພີ່ມທະວີສາຍພົວພັນ ຍີ່ປຸ່ນລາວ ຮູບແບບໃໝ່ທີ່ຈະເສີມສ້າງ ການເປັນຄູ່ຮ່ວມຍຸດທະສາດຮອບ ດ້ານໃຫ້ເຂັ້ມແຂງຂຶ້ນ ໂດຍມີວິໄສ ທັດໄລຍະຍາວໃນອີກ 10-20 ປີ ຂ້າງໜ້າ ແລະ ຈະສືບຕໍ່ບູລະນະ ກໍ່ສ້າງສະໜາມກິລາເຈົ້າອານຸວົງ ພາຍໃຕ້ການສະໜັບສະໜູນຈາກ ຍີ່ປຸ່ນ ແລະ ອື່ນໆ. ພ້ອມກັນນີ້, ທ່ານ ນາງ ທຸມມາລີ ວົງພະຈັນ ກໍໄດ້ຕາງໜ້າແຂກທີ່ມາ ຮ່ວມງານອວຍພອນໃຫ້ແກ່ການ ເຕີບໃຫຍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ ຂອງສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນມີໝາກຜົນລະ ຫວ່າງ ລາວ ແລະ ຍີ່ປຸ່ນ. ຂ່າວ: ວຽງສະຫວັນ; ພາບ: ເກດສະໜາ ວາງນະໂຍບາຍ ແລະ ການຕິດ ຕາມ-ປະເມີນຜົນການພັດທະນາປະ ເທດ; ຊຸກຍູ້ການນຳໃຊ້ເຕັກໂນໂລ ຊີເຂົ້າໃນການສ້າງຖານຂໍ້ມູນໃຫຍ່ (Big Data) ແລະ ການເຊື່ອມໂຍງ ຖານຂໍ້ມູນລະຫວ່າງຂະແໜງການທ້ອງຖິ່ນ ໃຫ້ເປັນລະບົບດຽວກັນ; ໃຫ້ຄົ້ນຄວ້າ ແລະ ພັດທະນາປະເພດ ສະຖິຕິໃໝ່ ເປັນຕົ້ນແມ່ນສະຖິຕິ ສິ່ງແວດລ້ອມ, ສະຖິຕິຄວາມໝັ້ນ ຄົງ ແລະ ຖານຂໍ້ມູນທະບຽນຕ່າງໆ ທີ່ຕິດພັນກັບການຫັນເປັນທັນສະ ໄໝຂອງວຽກງານພາສີ-ອາກອນ; ເອົາໃຈໃສ່ສຶກສາອົບຮົມການ ເມືອງ-ແນວຄິດ ໃຫ້ພະນັກງານມີ ຄວາມຈົງຮັກພັກດີ, ມີຈັນຍາບັນ ໃນອາຊີບ ແລະ ຮັບປະກັນຄວາມ ໂປ່ງໃສຂອງຕົວເລກສະຖິຕິເພາະ ຂໍ້ມູນທີ່ຜິດພາດຈະນຳໄປສູ່ການ ຕັດສິນໃຈທີ່ຜິດທິດທາງ. ສຳລັບ ວຽກງານຈຸດສຸມແມ່ນເລັ່ງສະຫລຸບ ແລະ ເຜີຍແຜ່ຜົນການສຳຫລວດ ພົນລະເມືອງ ແລະ ທີ່ຢູ່ອາໄສ ຄັ້ງທີ V, ພ້ອມທັງກະກຽມດຳເນີນການ ສຳຫລວດເສດຖະກິດທົ່ວປະເທດ ຄັ້ງທີ IV ໃນປີ 2026 ໃຫ້ສຳເລັດ ຕາມແຜນການ. ຂ່າວ: ສົມຫວັງ; ພາບ: ເກດສະໜາ

02/03/2026 xtgmf]k; 3 0j k; c]t gsfdko gru j ,mt;u 7;k,lk,a d7u gxa oxb dczj o0v'xt-k-q o.o-kf [q orN o4ko]a f4tme,to6 o csj ' lxx ]k; K ໂດຍ: ຢ່າຕົ່ງ dkora fmtok 5 xu zj ko,k 16 j c0;'w-lq ,[6 o ,u s]kpfh ko0tspkp8q ; ໂດຍ: ຢ່າຕ່ົງ ໂດຍ: ວິເດັ່ນ ຂປລ. ທ່ານ ນາງ ເພັດສະໃໝ ໂພໄຊຍະວົງ ຄະນະປະຈໍາພັກ ແຂວງ, ຮອງປະທານຄະນະກໍາມະ ການປົກຄອງແຂວງໄຊສົມບູນ ໄດ້ ໃຫ້ສຳພາດຕໍ່ນັກຂ່າວທ້າຍອາທິດ ຜ່ານມານີ້ວ່າ: ພາຍໃຕ້ການນໍາພາ- ຊີ້ນໍາຂອງພັກ-ລັດ, ຄະນະພັກ, ອົງການປົກຄອງ, ສະພາປະຊາຊົນ ແຂວງ ໄດ້ສຸມທຸກຄວາມພະຍາ ຍາມນໍາພາ-ຊີ້ນໍາພັດທະນາແຂວງ ໄຊສົມບູນ ຢ່າງຮອບດ້ານ ໂດຍສະ ເພາະແມ່ນສຸມໃສ່ຜັນຂະຫຍາຍຈັດ ຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ, ແຜນພັດທະນາ ເສດຖະກິດ-ສັງຄົມແຫ່ງຊາດ 5 ປີຄັ້ງທີ , ມະຕິກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງໄຊສົມ ບູນ ຄັ້ງທີ 1 ແລະ ແຜນພັດທະນາ ເສດຖະກິດ-ສັງຄົມແຂວງໄຊສົມ ບູນ 5 ປີຄັ້ງທີ 2 (2021-2025). ໃນນີ້ ໄດ້ຖືເອົາການສຶກສາອົບຮົມ ເຕົ້າໂຮມຄວາມສາມັກຄີປອງດອງ ເປັນວຽກງານກົກ; ຖືເອົາວຽກ ງານຫັນລົງກໍ່ສ້າງຮາກຖານການ ເມືອງ, ພັດທະນາຊົນນະບົດ, ແກ້ໄຂ ຄວາມທຸກຍາກຂອງປະຊາຊົນຕິດ ພັນກັບວຽກງານປ້ອງກັນຊາດ- ປ້ອງກັນຄວາມສະຫງົບເປັນບັນ ຫາຕັດສິນ, ໄປພ້ອມກັບການພັດທະ ນາກໍ່ສ້າງພື້ນຖານໂຄງລ່າງທາງ ດ້ານເສດຖະກິດ-ສັງຄົມ ໂດຍສຸມ ໃສ່ຈັດຕັ້ງປະຕິບັດ 6 ເປົ້າໝາຍ ໃຫຍ່ໃນການພັດທະນາເສດຖະກິດສັງຄົມຕາມ 5 ທ່າແຮງເຊັ່ນ: (1) ທ່າແຮງດ້ານກະສິກໍາ; (2) ທ່າ ແຮງດ້ານການທ່ອງທ່ຽວ; (3)ທ່າ ແຮງດ້ານພະລັງງານເຂື່ອນໄຟຟ້າ ນໍ້າຕົກ; (4) ທ່າ ແຮງງານບໍ່ແຮ່, (5) ທ່າແຮງດ້ານການບໍລິການ ເຊື່ອມໂຍງ-ເຊື່ອມຈອດ. ນອກນັ້ນ ກໍໄດ້ສຸມໃສ່ປັບປຸງບູລະນະກົງຈັກ ການຈັດຕັ້ງ ແລະ ບຸກຄະລາກອນ ນັບແຕ່ຂັ້ນແຂວງລົງຮອດຂັ້ນເມືອງ ຂປລ. ຕາມການໃຫ້ຮູ້ຂອງທ່ານ ຄຳແບນແກ້ວ ນິສະຫວັນ ຮອງເລ ຂາພັກເມືອງ ຮອງປະທານຄະນະ ກໍາມະການເລືອກຕັ້ງຂັ້ນເມືອງໄຊ ເສດຖາ ແຂວງອັດຕະປື ໄດ້ໃຫ້ ສໍາພາດເມື່ອບໍ່ດົນມານີ້ວ່າ: ໃນບັ້ນ ເລືອກຕັ້ງສະມາຊິກສະພາແຫ່ງ ຊາດ (ສສຊ) ຊຸດທີ X ແລະ ສະມາ ຊິກສະພາປະຊາຊົນແຂວງ(ສສຂ) ຊຸດທີ V ຢູ່ເມືອງໄຊເສດຖາ ແຂວງ ອັດຕະປື ສາມາດຈັດຕັ້ງປະຕິບັດ ໄດ້ບັນລຸຜົນສໍາເລັດຕາມລະດັບ ຄາດໝາຍ 100%, ໂດຍຜົນສໍາ ເລັດດັ່ງກ່າວທາງຄະນະກໍາມະ ການເລືອກຕັ້ງຂັ້ນເມືອງ ໄດ້ຈັດຕັ້ງ ປະຕິບັດໄປຕາມ 4 ບາດກ້າວສໍາ ຄັນເປັນຕົ້ນ ທາງອົງການປົກຄອງ ເມືອງ ໄດ້ຈັດກອງປະຊຸມເພື່ອແບ່ງ ວຽກ, ແບ່ງຄວາມຮັບຜິດຊອບ ໃຫ້ຄົບຕາມໂຄງປະກອບ ໂດຍໄດ້ ແຕ່ງຕັ້ງຄະນະປະຈຳການ, ອະນຸ ກຳມະການຕ່າງໆຂັ້ນເມືອງ ແລະ ກຳນົດໜ່ວຍເລືອກຕັ້ງ ຢູ່ເມືອງ ໄຊເສດຖາ ມີທັງໝົດ 43 ໜ່ວຍ, ໄດ້ລົງເປີດບັ້ນດໍາເນີນຊີວິດການ ເມືອງ ແລະ ເຊື່ອມຊຶມນິຕິກຳຕ່າງໆ ແລະ ຊຸກຍູ້ຂະບວນການຕ່າງໆໃນ ທົ່ວເມືອງ ຢ່າງເປັນຂະບວນການ. ພ້ອມທັງເກັບກຳຂໍ້ມູນ ແລະ ລາຍ ງານດ້ານສະຖິຕິຜູ້ມີສິດປ່ອນບັດ ເລືອກຕັ້ງ ແຕ່ອາຍຸ 18 ປີຂຶ້ນໄປ ໃຫ້ຂັ້ນເທິງຮັບຊາບ, ການລົງໂຄ ສະນາຫາສຽງຮ່ວມກັບ ສສຊສສຂ ມີ 4 ຈຸດ ແລະ ການລົງໂຄສະ ນາຫາສຽງສະເພາະ ສສຂ ມີ 7 ຈຸດ ແລະ ບ້ານ, ລົງເຄື່ອນໄຫວ ຊຸກຍູ້ກໍາລັງ ປກຊ-ປກສ ກຸ່ມບ້ານ ແລະ ຂັ້ນບ້ານ ເຮັດໜ້າທີ່ປ້ອງກັນ ເວນຍາມ ເພື່ອຮັບປະກັນດ້ານຄວາມ ສະຫງົບຄວາມເປັນລະບຽບຮຽບ ຮ້ອຍໃຫ້ແກ່ບັ້ນເລືອກຕັ້ງຢ່າງເຂັ້ມ ງວດ, ການຈັດຕັ້ງປະຕິບັດຜັນຂະ ຫຍາຍວຽກງານ ປກຊ-ປກສ ໃຫ້ ເປັນຂອງປວງຊົນຮອບດ້ານ ເພື່ອ ຮັກສາຄວາມສະຫງົບປອດໄພໃນ ບັ້ນເລືອກຕັ້ງ, ເຕົ້າໂຮມປະຊາຊົນ ບັນດາເຜົ່າຜູ້ທີ່ມີສິດປ່ອນບັດເລືອກ ຕັ້ງ ໃນແຕ່ລະໜ່ວຍປ່ອນບັດເລືອກ ຕັ້ງ ເພື່ອເຊື່ອມຊຶມບັນດາເອກະສານ ທີ່ກ່ຽວຂ້ອງກັບການເລືອກຕັ້ງ ແລະ ການກຳນົດຄວາມພ້ອມຫລາຍ ດ້ານໃນການຈັດຕັ້ງປະຕິບັດ ບັນດາ ໜ້າວຽກຕ່າງໆ ເພື່ອໃຫ້ປະຊາຊົນ ມີສ່ວນຮ່ວມໃນການກະກຽມການ ປ່ອນບັດເລືອກຕັ້ງ, ການຈັດຕັ້ງປະ ຕິບັດ ໃນວັນທີ 22 ກຸມພາ 2026 ຄະນະພັກ-ຄະນະນໍາຂອງເມືອງ ກໍຄືຄະນະຊີ້ນໍາຂັ້ນເມືອງ ໄດ້ລົງເປີດ ພິທີ ແລະ ນໍາພາປະຊາຊົນບັນດາ ເຜົ່າ ຜູ້ທີ່ມີສິດປ່ອນບັດເລືອກຕັ້ງ ໃນທົ່ວເມືອງ ດໍາເນີນການປ່ອນບັດ ເລືອກຕັ້ງເອົາ ສສຊ ແລະ ສສຂ ຢ່າງເປັນທາງການ, ໂດຍແບ່ງ ອອກເປັນ 4 ຈຸດ ຄື: ຈຸດເຂດເທສະ ບານເມືອງ ຄື: ບ້ານຊ້າຍ, ບ້ານ ໂພໄຊ-ຝັ່ງແດງ ແລະ ຄັນມະກອງ. ພ້ອມດຽວກັນນັ້ນ, ໃນວັນດຽວກັນ ບັນດາໜ່ວຍເລືອກຕັ້ງໃນ 43 ໜ່ວຍ ທົ່ວເມືອງ ກໍໄດ້ດໍາເນີນການປ່ອນ ບັດຢ່າງພ້ອມພຽງ ແລະ ມີຜົນສໍາ ເລັດເປັນຢ່າງດີ. ທ່ານ ຄຳແບນແກ້ວ ນິສະຫວັນ ຍັງໄດ້ໃຫ້ຮູ້ຕື່ມອີກວ່າ: ໃນ 4 ຄາດ ໝາຍ ຂອງການເລືອກຕັ້ງ ທີ່ເມືອງ ໄຊເສດຖາ ຈັດຕັ້ງປະຕິບັດບັນລຸຜົນ ສໍາເລັດ ໄດ້100% ຄື: ສາມາດຢັ້ງ ຢືນໄດ້ວ່າຄວາມຖືກຕ້ອງຂອງປະ ຊາຊົນບັນດາເຜົ່າ ທີ່ມາໃຊ້ສິດປະ ຊາທິປະໄຕຂອງຕົນເອງໃນການ ປ່ອນບັດເລືອກຕັ້ງ ໃນທົ່ວເມືອງໄຊ ເສດຖາ ເຊິ່ງຜູ້ມີສິດປ່ອນບັດເລືອກ ຕັ້ງ ແຕ່ອາຍຸ 18 ປີຂຶ້ນໄປ ທົ່ວ ເມືອງໄຊເສດຖາ ມີ 22 ບ້ານ, ມີ ໜ່ວຍເລືອກຕັ້ງທັງໝົດ 43 ໜ່ວຍ, ມີໜ່ວຍຄົງທີ່ 3 ໜ່ວຍ, ມີໜ່ວຍ ເຄື່ອນທີ່ 4 ໜ່ວຍ, ໃນນີ້ ມີໜ່ວຍກຳ ລັງປະກອບອາວຸດ 3 ໜ່ວຍ (ກອງ ບັນຊາການທະຫານເມືອງ, ກອງ ບັນຊາການປກສ ເມືອງແລະໜ່ວຍ ກອງຮ້ອຍ 5 4 ບວກກັບກອງພັນ 7 2). ທົ່ວເມືອງມີພົນລະເມືອງ 43.651 ຄົນ, ຍິງ 21, 12, ຜູ້ ມີສິດປ່ອນບັດເລືອກຕັ້ງຕາມສໍາ ມະໂນ 26.830 ຄົນ, ຍິງ 13.203 ຄົນ, (ໄປໃຊ້ສິດຢູ່ຖິ່ນອື່ນ 28 ຄົນ), ຜູ້ມາໃຊ້ສິດປ່ອນບັດຕົວຈິງ 26.541 ຄົນ, ຍິງ 13.370 ຄົນ, ຈໍານວນຫີບບັດສະມາຊິກສະພາ ແຫ່ງຊາດ ຊຸດທີ X 3 ຫີບບັດ, ຈໍານວນຫີບບັດສະມາຊິກສະພາ ປະຊາຊົນແຂວງຊຸດທີ V 3 ຫີບ ບັດ, ຈໍານວນບັດລົງຄະແນນສຽງ ທີ່ໄດ້ຮັບໃນຫີບບັດສະມາຊິກສະ ພາແຫ່ງຊາດຊຸດທີ X ຈໍານວນ 26.541 ໃບ, ຈໍານວນບັດທີ່ຖືກ ຕ້ອງ 26.541 ໃບ, ບໍ່ຖືຕ້ອງ 0 ໃບ, ບັດລົງຄະແນນສຽງໃນຫີບບັດ ສະມາຊິກສະພາປະຊາຊົນແຂວງ ຊຸດທີ V ຈໍານວນ 26.541 ໃບ, ຈໍານວນບັດທີ່ຖືກຕ້ອງ 26.53 ໃບ, ບໍ່ຖືຕ້ອງພຽງແຕ່ 2 ໃບ, ການ ປ້ອນຂໍ້ມູນ ແລະ ນັບຄະແນນສຽງ ສະມາຊິກສະພາແຫ່ງຊາດຊຸດທີ X ແລະ ສະມາຊິກສະພາປະຊາຊົນ ແຂວງຊຸດທີ V ແມ່ນໃຊ້ລະບົບເອ ເລັກໂຕຣນິກ ອອນລາຍກັບສະພາ ແຫ່ງຊາດແລະການປ່ອນບັດເລືອກ ຕັ້ງສສຊ ຊຸດທີ X ແລະ ສສຂ ຊຸດ ທີ V ສາມາດຮັກສາໄດ້ຄວາມເປັນ ລະບຽບຮຽບຮ້ອຍ ແລະ ມີຄວາມ ສະຫງົບປອດໄພຮອບດ້ານ ບໍ່ມີ ບັນຫາຫຍັງເກີດຂຶ້ນ ນັບແຕ່ວັນເວ ລາເລີ່ມກະກຽມຈົນຮອດວັນປ່ອນ ບັດເລືອກຕັ້ງສໍາເລັດຮັບປະກັນໄດ້ 100%. g,n v'w-glf4k [a o]5 7kf\kp .o[A og]n vd8A ' ll- -5 fmu X c]t ll0 -5 fmu V ແລະ ບ້ານນັບມື້ເຕີບໃຫຍ່, ເຂັ້ມ ແຂງຂຶ້ນເປັນກ້າວໆ. ດ້ວຍການນໍາພາ-ຊີ້ນໍາຢ່າງຈົດ ຈໍ່ຄືດັ່ງກ່າວມາເຖິງປັດຈຸບັນແຂວງ ໄຊສົມບູນ ໄດ້ຮັບການພັດທະນາ ຢ່າງຮອບດ້ານ ແລະ ມີບາດລ້ຽວ ຫັນປ່ຽນໃໝ່ທີ່ຕັ້ງໜ້າ ທີ່ສະແດງ ອອກສາມາດແກ້ໄຂໄດ້ຄວາມບໍ່ສະ ຫງົບ ເຊິ່ງເປັນບັນຫາທີ່ສະສົມຍືດ ເຍື້ອຍາວນານມາຫລາຍປີ ສາມາດ ແກ້ຕົກ, ປະຊາຊົນໄດ້ເປັນເຈົ້າການ ປະກອບສ່ວນເຂົ້າໃນການພັດທະ ນາເສດຖະກິດ-ສັງຄົມຂອງແຂວງ, ເມືອງ, ບ້ານ; ເປັນເຈົ້າການເຂົ້າຮ່ວມ ວຽກງານ ປກຊ-ປກສ; ປັບປຸງປົວ ແປງຍົກລະດັບຊີວິດການເປັນຢູ່ ຂອງຕົນເອງໃຫ້ດີຂຶ້ນເທື່ອລະກ້າວ ດ້ວຍການທໍາການຜະລິດປູກຝັງ- ລ້ຽງສັດ, ຄ້າຂາຍ, ເຮັດການບໍລິ ການ ແລະ ອື່ນໆ. ເສດຖະກິດຂອງ ແຂວງຂະຫຍາຍຢ່າງຕໍ່ເນື່ອງ, ໝັ້ນ ທ່ຽງ, ລວມຍອດຜະລິດຕະພັນພາຍ ໃນຈີດີພີ ((D1) ໃນ 5 ປີຜ່ານມາ (2021-2025) ສະເລ່ຍຂະຫຍາຍ ຕົວໃນລະດັບ 7,6 %, ມີມູນຄ່າທັງ ໝົດ 13.237,67 ຕື້ກີບ, ສະເລ່ຍ ໃສ່ຫົວຄົນ ບັນລຸໄດ້ 28,48 ລ້ານ ກີບ/ຄົນ/ປີ ຫລື ເທົ່າກັບ 1.2 8 ໂດ ລາສະຫະລັດ. ໃນນັ້ນ, ຂະແໜງກະ ສິກໍາ ຂະຫຍາຍຕົວສະເລ່ຍ 5,46% ລວມມູນຄ່າທັງໝົດ 7.855,86 ຕື້ ກີບ ກວມເອົາ 5 ,34% ຂອງ ຈີດີພີ; ຂະແໜງອຸດສາຫະກໍາຂະ ຫຍາຍຕົວສະເລ່ຍ 11,66% ລວມ ມູນຄ່າທັງໝົດ 2.6 7,38 ຕື້ກີບ ກວມເອົາ 20,38% ຂອງຈີດີພີ; ຂະແໜງການບໍລິການຂະຫຍາຍ ຕົວສະເລ່ຍ 10,62% ລວມມູນຄ່າ ທັງໝົດ2.684,41 ຕື້ກີບ ກວມເອົາ 20,28% ຂອງ ຈີດີພີ. ການຈັດຕັ້ງ ປະຕິບັດໂຄງການລົງທຶນຂອງລັດ ມາຮອດປີ 2025 ແຂວງໄຊສົມບູນ ໄດ້ຮັບອະນຸມັດຈາກສະພາທັງໝົດ 170 ໂຄງການ ມູນຄ່າຕາມແຜນ ທັງໝົດ 4.256,54 ຕື້ກີບ; ໂຄງ ການລົງທຶນເອກະຊົນພາຍໃນ ແລະ ຕ່າງປະເທດ ລວມທັງຂັ້ນສູນກາງ ແລະ ແຂວງອະນຸຍາດທັງໝົດ 148 ໂຄງການ(ຂັ້ນສູນກາງຄຸ້ມຄອງ37 ໂຄງການມູນຄ່າ 2.617 ກວ່າຕື້ກີບ ແລະ3. 00ກວ່າລ້ານໂດລາສະຫະ ລັດ; ຂັ້ນແຂວງຄຸ້ມຄອງ 111 ໂຄງ ການ, ມູນຄ່າການລົງທຶນ 2.458 ຕື້ກວ່າກີບ ແລະ 800 ລ້ານກວ່າ ໂດລາສະຫະລັດ). ການຈັດເກັບ ລາຍຮັບເຂົ້າງົບປະມານ ແມ່ນເພີ່ມ ຂຶ້ນທຸກໆປີ ແລະ ສາມາດເກັບລາຍ ຮັບລື່ນແຜນ 5 ປີຊ້ອນ. ສະເພາະ ປີ 2025 ປະຕິບັດໄດ້ 2.441,73 ຕື້ກີບ, ເທົ່າກັບ 142,7 % ຂອງ ແຜນປີ; ການຄຸ້ມຄອງລາຍຈ່າຍ ໝົດປີປະຕິບັດໄດ້ 1.0 ,65 ຕື້ ກີບ, ເທົ່າກັບ ,52% ຂອງແຜນ ການດັບແກ້. ສຳລັບພື້ນຖານໂຄງລ່າງສໍາ ນັກງານ, ຫ້ອງການໄດ້ຮັບການ ປັບປຸງ-ກໍ່ສ້າງເພີ່ມຂຶ້ນ, ບັນດາເສັ້ນ ທາງໄດ້ຮັບການກໍ່ສ້າງ, ປັບປຸງຍົກ ລະດັບດີຂຶ້ນ, ແຕ່ລະບ້ານມີເສັ້ນ ທາງເຂົ້າເຖິງທຽວໄດ້ຕະຫລອດ ປີ; ການຜະລິດເປັນສິນຄ້າຂອງ ປະຊາຊົນ, ໄດ້ຮັບການສົ່ງເສີມຂະ ຫຍາຍຕົວຢ່າງກວ້າງຂວາງດີສົມ ຄວນ; ການສົ່ງເສີມອຸດສາຫະກຳ ປຸງແຕ່ງຂະໜາດນ້ອຍ, ຂະໜາດ ກາງໄດ້ເກີດຂຶ້ນຄື: ໂຮງງານຜະ ລິດເສັ້ນລ້ອນມັນສະຄູ, ໂຮງງານ ແປ້ງມັນຕົ້ນ, ໂຮງງານຜະລິດໄມ້ ປ່ອງ, ໂຮງງານປຸງແຕ່ງຄໍາເຄົ້າ, ອອກແບບເຕັກນິກໂຮງງານຫລອມ ເຫລັກ; ຄອບຄົວທຸກຍາກຂອງ ປະຊາຊົນໄດ້ຮັບການແກ້ໄຂຫລຸດ ລົງເທື່ອລະກ້າວ. ປັດຈຸບັນມີບ້ານ ພົ້ນທຸກໄດ້ 74 ບ້ານ, ກວມເອົາ 83,15% ຂອງຈໍານວນບ້ານທັງ ໝົດ, ຄອບຄົວພົ້ນທຸກມີ 13.550 ຄອບຄົວ, ກວມເອົາ 85, 1% ຂອງຈໍານວນຄອບຄົວທັງໝົດ, ມີ ບ້ານພັດທະນາທີ່ປະກາດແລ້ວ1 ບ້ານ, ກຽມປະກາດໃໝ່ 18 ບ້ານ, ສ້າງບ້ານໃຫຍ່ໃຫ້ກາຍເປັນສີສັນ ຕົວເມືອງນ້ອຍໃນ 3 ຈຸດຂອງ ແຂວງ ສາມາດບັນລຸໄດ້ 2 ກຸ່ມ. ໃນ ນີ້, ກຸ່ມບ້ານອອມ ເມືອງອະນຸວົງ ໄດ້ປະກາດແລ້ວ, ກຸ່ມບ້ານໂພນສະ ຫວາດ 516 ເມືອງລ້ອງຊານ ກໍາ ລັງກະກຽມປະກາດ. ນອກນັ້ນ, ບັນ ດາຂະແໜງການຕ່າງໆ ກໍໄດ້ເອົາ ໃຈໃສ່ຈັດຕັ້ງປະຕິບັດແຜນພັດທະ ນາຂອງຕົນຢ່າງແຂງແຮງ ແລະ ມີຜົນສໍາເລັດຕາມແຜນທີ່ວາງໄວ້. 9a fdy f9tde4k,{8v[ 3 ;a oxts;a flkf 16j ,l w-lq ,[6 o ຂປລ. ກົມສື່ມວນຊົນ ຄະນະ ໂຄສະນາອົບຮົມສູນກາງພັກ ຈັດ ກິດຈະກຳຖາມ-ຕອບ ຄວາມຮູ້ ຮອບຕົວກ່ຽວກັບ 3 ວັນປະຫວັດ ສາດ ໃຫ້ແກ່ນັກຮຽນ ມສ ໄຊສົມ ບູນ ໃນວັນທີ 26 ກຸມພາ 2026 ຢູ່ ປະຫວັດສາດ ເພື່ອເປັນການທົບ ທວນຫວນຄືນມູນເຊື້ອແຫ່ງການ ນໍາພາຕໍ່ສູ້ປົດປ່ອຍຊາດຢ່າງມີໄຊ ແລະ ຢັ້ງຢືນຄືນໝາກຜົນຕົວຈິງ ທີ່ພັກປະຊາຊົນປະຕິວັດລາວຍາດ ມາໄດ້ຕະຫລອດ ໄລຍະ 70 ປີ, ການປົກປັກຮັກສາ ແລະ ພັດທະນາ ປະເທດຊາດຕະຫລອດ 50 ປີ ແລະ ຜົນງານ, ຄຸນງາມຄວາມດີຂອງ ປະທານ ໄກສອນ ພົມວິຫານ ຜູ້ນໍາ ທີ່ແສນເຄົາລົບຮັກ ຂອງປະຊາຊົນ ລາວບັນດາເຜົ່າ ໃນໄລຍະການປະ ຕິວັດປົດປ່ອຍຊາດ, ໄລຍະປົກປັກ ຮັກສາ ແລະ ສ້າງສາພັດທະນາ ປະເທດຊາດ, ທັງເປັນການຍູ້ແຮງ ຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ. ການສະເຫລີມ ສະຫລອງ 3 ວັນປະຫວັດສາດໃນ ຂອບເຂດທົ່ວປະເທດ ໂດຍຕິດພັນ ກັບຂະບວນການກໍ່ສ້າງຮາກຖານ ການເມືອງ, ພັດທະນາຊົນນະບົດ, ແກ້ໄຂຄວາມທຸກຍາກ, ວຽກງານ ສາມສ້າງສາມາດເສີມຂະຫຍາຍ ບົດຮຽນຢ່າງມີປະສິດທິພາບ ແລະ ປະສິດທິຜົນສູງ. ພ້ອມນີ້, ຍັງເປັນການສະຫລຸບ ຕີລາຄາ ແລະ ປະເມີນຂະບວນການ ແຂ່ງຂັນຮັກຊາດ ແລະ ພັດທະນາ ໃນຂອບເຂດທົ່ວປະເທດ ເພື່ອຊອກ ໃຫ້ເຫັນຕົວແບບທີ່ດີເດັ່ນກ້າວໜ້າ, ບຸກຄົນ ແລະ ການຈັດຕັ້ງທີ່ໄດ້ປະ ກອບສ່ວນທາງດ້ານເຫື່ອແຮງ, ສະຕິປັນຍາ ແລະ ທາງດ້ານວັດຖຸ ທຶນຮອນ ໃຫ້ແກ່ພາລະກິດປົກປັກ ຮັກສາ ແລະ ສ້າງສາພັດທະນາປະ ເທດຊາດ. ຈາກນັ້ນ, ກໍໄດ້ດໍາເນີນກິດຈະ ກຳຖາມ-ຕອບກ່ຽວກັບ 3 ວັນປະ ຫວັດສາດ ແລະ ມອບຂອງຂວັນໃຫ້ ແກ່ນ້ອງນັກຮຽນ ຕື່ມອີກ. ພະແນກສຶກສາທິການ ແລະ ກິລາ ແຂວງໄຊສົມບູນ ນໍາໂດຍ ທ່ານ ນາງ ກອງບຸນ ສຸລິວົງ ຮອງຫົວໜ້າ ກົມສື່ມວນຊົນ, ມີຄູອາຈານ, ນ້ອງ ນັກຮຽນເຂົ້າຮ່ວມ. ທ່ານ ນາງ ກອງບຸນ ສຸລິວົງ ກໍໄດ້ກ່າວໂດຍຫຍໍ້ກ່ຽວກັບ 3 ວັນ

RkJQdWJsaXNoZXIy MTc3MTYxMQ==