ສສ ຫວຽດນາມ ກາຍເປັນສະມາຊິກ ອົງການພະລັງງານ ທົດແທນສາກົນ

17/12/2025 15:25
ຂປລ ສສ ຫວຽດນາມ ໄດ້ກາຍເປັນສະມາຊິກ ທາງການ ຂອງອົງການ ພະລັງງານ ທົດແທນສາກົນ (IRENA) ແຕ່ວັນທີ 7 ພະຈິກ, ພາຍຫລັງ ທີ່ສຳເລັດ ລະບຽບ ການຕ່າງໆ ຕາມຂໍ້ກຳນົດກົດລະບຽບ.

ຂປລ.ວິທະຍຸ ກະຈາຍສຽງ ຫວຽດນາມ, ສສ ຫວຽດນາມ ໄດ້ກາຍເປັນສະມາຊິກ ທາງການ ຂອງອົງການ ພະລັງງານ ທົດແທນສາກົນ (IRENA) ແຕ່ວັນທີ 7 ພະຈິກ, ພາຍຫລັງ ທີ່ສຳເລັດ ລະບຽບ ການຕ່າງໆ ຕາມຂໍ້ກຳນົດກົດລະບຽບ.ໂດຍມີ ທ່ານ ຫງວຽນຮວ່າງລອງ, ຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ ພ້ອມດ້ວຍ ຜູ້ຕາງໜ້າ IRENA ແລະ ພາກສ່ວນທີ່ ກ່ຽວຂ້ງຂົ້າ ຮ່ວມ.ຈາກ ນັ້ນ ຕາມທ່ານ ຫງວຽນຮວ່າງລອງ, ຮອງລັດຖະມົນຕີກະຊວງ ອຸດສາຫະກຳ ແລະ ການຄ້າ ຫວຽດນາມ ໄດ້ກ່າວນັ້ນວ່າ ສິ່ງດັ່ງກ່າວ ໄດ້ສ້າງຂີດໝາຍ ຕໍ່ບາດກ້າວເດີນ ສຳຄັນ ໃນວິວັດທະນາ ການເຊື່ອມ ໂຍງ ເຂົ້າກັບສາກົນ ຂອງຂະແໜງພະລັງງານ, ສ້າງເງື່ອນໄຂເພື່ອໃຫ້ ສສ ຫວຽດນາມ ເພີ່ມທະວີການແລກປ່ຽນນະໂຍບາຍ, ເຂົ້າເຖິງຖານຂໍ້ມູນ, ການວິເຄາະວິໄຈ ແລະ ໜູນຊ່ວຍ ທາງດ້ານ ເຕັກນິກ ແນໃສ່ຮັບໃຊ້ ວຽກງານວາງແຜນຜັງ, ພັດທະນາ ພະລັງງານທົດແທນ ແລະ ຫັນປ່ຽນ ພະລັງງານ ຕາມກຳນົດທິດ ທີ່ໄດ້ຮັບ ການອະນຸມັດຜ່ານ.ໃນຂະນະນັ້ນ, ຜູ້ຕາງໜ້າອົງການ IRENA ໄດ້ຢັ້ງ ຢືນວ່າ ອົງການນີ້ ຕີລາຄາສູງນະໂຍບາຍ ພັດທະນາ ພະລັງງານ, ໃນນັ້ນ ມີພະລັງງານທົດແທນຂອງ ສສ ຫວຽດນາມ ແລະ ເຊື່ອໝັ້ນວ່າ ເລື່ອງ ສສ ຫວຽດນາມ ເຂົ້າຮ່ວມ IRENA ຈະເປີດຫລາຍ ໂອກາດ ຮ່ວມມືທີ່ແທດຈິງ ໃນການໜູນຊ່ວຍນະໂຍບາຍ, ພັດທະນາໂຄງການ ແລະ ລະດົມແຫລ່ງກຳລັງ ໃຫ້ແກ່ ການຫັນປ່ຽນພະລັງງານ. IRENA ແມ່ນອົງການແຖວໜ້າໂລກ ໃນຂົງເຂດພະລັງງານ ທົດແທນ, ເຊິ່ງໄດ້ຮັບການສ້າງຕັ້ງຂຶ້ນໃນປີ 2009, ປັດຈຸບັນມີ 170 ປະເທດ ແລະ ສະຫະພາບ ເອີຣົບ ເປັນສະມາຊິກ./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL

ຂ່າວອື່ນໆ

ads
ads

Top