ຂປລ
ວິນຟາສ(VinFast), ເຄື່ອງໝາຍການຄ້າ ລົດເກັງຂອງ ສສ ຫວຽດນາມ ໄດ້ເປີດນຳໃຊ້ ໂຮງຈັກ ຜະລິດລົດເກັງ ໄຟຟ້າ ຢູ່ສູບັງ(Su bang),ຈາວາ(Java) ຕາເວັນຕົກ, ອິນໂດເນເຊຍ, ເຊິ່ງເປັນຂີດໝາຍບາດກ້າວສຳຄັນ ໃນຍຸດທະສາດ ບຸລະ ນະຄວາມສາມາດ ຜະລິດທົ່ວໂລກ ໃຫ້ສົມບູນແບບ ແລະ ໃຫ້ຄຳໝັ້ນສັນຍາຍາວນານ ກັບ ຕະຫລາດ ອິນໂດເນເຊຍ.

ຂປລ.ວິທະຍຸ ກະຈາຍສຽງ ຫວຽດນາມ,ເມື່ອບໍ່ດົນມານີ້, ວິນຟາສ(VinFast), ເຄື່ອງໝາຍການຄ້າ ລົດເກັງຂອງ ສສ ຫວຽດນາມ ໄດ້ເປີດນຳໃຊ້ ໂຮງຈັກ ຜະລິດລົດເກັງ ໄຟຟ້າຢູ່ສູບັງ(Su bang),ຈາວາ(Java) ຕາເວັນຕົກ, ອິນໂດເນເຊຍ, ເຊິ່ງເປັນຂີດໝາຍບາດກ້າວສຳຄັນ ໃນຍຸດທະສາດ ບຸລະນະ ຄວາມສາມາດ ຜະລິດທົ່ວໂລກ ໃຫ້ສົມບູນແບບ ແລະ ໃຫ້ຄຳໝັ້ນສັນຍາຍາວນານ ກັບ ຕະຫລາດ ອິນໂດເນເຊຍ. ໂຮງຈັກຜະລິດລົດເກັງໄຟຟ້າ VinFast ຢູ່ Suban ໄດ້ນຳເຂົ້າເຄື່ອນໄຫວ ພາຍຫລັງ ເວລາພຽງແຕ່ 17 ເດືອນ. ນີ້ແມ່ນໂຮງຈັກແຫ່ງທີ 4 ຂອງບໍລິສັດດັ່ງກ່າວ ທີ່ໄດ້ນຳເຂົ້າ ເຄື່ອນໄຫວໃນທົ່ວໂລກ, ທັງແມ່ນໂຮງຈັກທຳອິດຢູ່ ອິນໂດເນເຊຍ ແລະ ອາຊີຕາເວັນອອກສ່ຽງໃຕ້ (ຢູ່ນອກ ຫວຽດນາມ). ທ່ານ ຟ້າມແຊັງເຈົາ, ຜູ້ອຳນວຍການໃຫຍ່ VinFast ອາຊີ, ແບ່ງປັນວ່າ: “ການ ເປີດນຳໃຊ້ໂຮງຈັກຢູ່ Subang ແມ່ນມີຄວາມໝາຍຍຸດທະສາດທີ່ມີລັກສະນະທົ່ວໂລກຂອງ VinFast ເພາະວ່ານີ້ແມ່ນຕະຫຼາດສຳຄັນ. ອິນໂດເນເຊຍ ແມ່ນປະເທດມີປະຊາກອນຫຼາຍທີ່ສຸດໃນ ອາຊີ ຕາເວັນອອກ ສ່ຽງໃຕ້, ມີລະດັບການເຕີບໂຕສູງ, ດ້ວຍຄວາມມັກໃຫຍ່ໄຝ່ສູງ 8%. ລະດັບການເຕີບໂຕລົດໄຟຟ້າກໍສູງ, ສະນັ້ນ Vinfast ຕ້ອງຜັນຂະຫຍາຍ ການກໍ່ສ້າງໂຮງຈັກ ໃຫ້ສຳເລັດ ແລະ ປະຕິບັດຄຳໝັ້ນສັນຍາຂອງພວກຂ້າພະເຈົ້າ.” ເມື່ອກ່າວຄຳເຫັນທີ່ພິທີ, ທ່ານ Airlangga Hartarto ລັດຖະມົນຕີ ຜູ່ປະສານງານດ້ານເສດຖະກິດ ອິນໂດເນເຊຍ ໄດ້ເນັ້ນໜັກເຖິງ ຂອບຂະໜາດ ຂອງ ໂຄງການດັ່ງກ່າວ, VinFast ຈະກາຍເປັນໜຶ່ງ ໃນບັນດາແກ່ນສານສຳຄັນ, ປະກອສ່ວນນຳ Subang ກາຍເປັນສູນອຸດສາຫະກຳລົດໄຟຟ້າໃໝ່ ຂອງພາກພື້ນໃນໄລຍະ ຈະມາເຖິງ./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL