ຂປລ
ຈີນ-ມາເລເຊຍ ຮ່ວມມືກັນ ສ້າງໂຮງງານປຸງແຕ່ງແລະຜະລິດອາຫານບໍາລຸງສຸຂະພາບຮັງນົກແອ່ນ ຢູ່ເຂດອຸດສາຫະກຳຈີນ-ມາເລເຊ ຢູ່ໃນຊິ່ນໂຈ່ລ(Qinzhou) ເພື່ອປ້ອນເຂົ້າຕະຫລາດພາຍໃນ ແລະ ສົ່ງອອກ ເຊິ່ງໂຄງການອຸດສາຫະກໍານີ້ ແມ່ນມີຄວາມສໍາຄັນໃນການຊຸກຍູ້ ການຮ່ວມມື ດ້ານກຳລັງ ການຜະລິດຈີນ-ອາຊຽນແລະສາກົນ
ຂປລ, ອ້າງຕາມແຫລ່ງຂ່າວ ຊີເອັມຈີ, ຈີນ-ມາເລເຊຍ ຮ່ວມມືກັນ ສ້າງໂຮງງານປຸງແຕ່ງ ແລະຜະລິດອາຫານ ບໍາລຸງສຸຂະພາບຮັງນົກແອ່ນ ຢູ່ເຂດອຸດສາ ຫະກຳຈີນ-ມາເລເຊ ຢູ່ໃນຊິ່ນໂຈ່ລ(Qinzhou) ເພື່ອປ້ອນເຂົ້າ ຕະຫລາດພາຍໃນ ແລະ ສົ່ງອອກ ເຊິ່ງໂຄງການອຸດສາຫະກໍານີ້ ແມ່ນມີຄວາມສໍາຄັນ ໃນການຊຸກຍູ້ ການຮ່ວມມື ດ້ານກຳລັງ ການຜະ ລິດຈີນ-ອາຊຽນແລະສາກົນ, ການສຳຫລວດ ແລະ ປະຕິບັດຂໍ້ລິເລີ່ມ "ໜຶ່ງແລວໜຶ່ງເສັ້ນທາງ". ໃນຂະນະທີ່ ໂຮງງານອຸດສາຫະກໍາ ປຸງແຕ່ງດັ່ງກ່າວ ມີຄວາມສາມາດປຸງແຕ່ງຮັງນົກ ທໍາ ມະຊາດ ຈຳນວນ 500 ໂຕນຕໍ່ປີ ແລະ ສ້າງວຽກເຮັດງານທໍາ ໃຫ້ແກ່ປະຊາຊົນ ຈຳນວນ 7.000 ຄົນ.
ເມື່ອມໍ່ໆມານີ້, ຄະນະສື່ມວນຊົນ ຈາກຈີນ ,ອາຊຽນ ແລະ ບັນດາເຈົ້າໜ້າທີ່ກ່ຽວຂ້ອງ ໄດ້ເດີນທາງທັດສະນະສຶກສາແລະ ລົງເຄື່ອນໄຫວ ເກັບກໍາຂໍ້ມູນຂ່າວ ຢູ່ເຂດນິຄົມ ອຸດສາ ຫະກໍາຈີນ-ມາເລເຊຍ, ຊິ່ນໂຈ່ລ ເປັນບ່ອນຖານປຸງແຕ່ງ ແລະ ຜະລິດຮັງນົກແອ່ນອັນດັບຕົ້ນໆຂອງໂລກ. ນອກຈາກນີ້ ຍັງເປັນ "ໂຄງການສາທິດນະວັດຕະກໍາ" ຂອງ ໂຄງການຮ່ວມມື ລະບົບຕ່ອງໂສ້ອຸດສາຫະກຳ-ກະສິກຳຂ້າມຊາຍແດນ ຈີນ-ອາຊຽນ ແລະ ເປັນໜຶ່ງໃນບັນດາ ໂຄງການສາທິດການຄ້າເສລີເຂດກວາງຊີ.

ຕາມຂໍ້ມູນຂອງເຂດນິຄົມ ອຸດສາຫະກໍາຈີນ-ມາເລເຊຍ ໄດ້ລາຍງານໃຫ້ຮູ້ວ່າ: ພື້ນຖານການປຸງແຕ່ງ ແລະຜະລິດເປັນສິນຄ້າ ສໍາລັບຮັງນົກ ແມ່ນໂຄງ ການອຸດສາຫະກຳ ທີ່ສຳຄັນ ຂອງສວນອຸດສາ ຫະກຳຈີນ-ມາເລເຊຍ, ຊິ່ນໂຈ່ລ(Qinzhou)ໄດ້ປະກອບສ່ວນຊຸກຍູ້ ການຮ່ວມມື ດ້ານກຳລັງການຜະລິດ ລະຫວ່າງ ຈີນ-ອາຊຽນ ແລະ ສາກົນ. ນອກຈາກນີ້ ຍັງເປັນ "ໂຄງການສາທິດນະວັດຕະກໍາ" ຂອງ ໂຄງການຮ່ວມມື ລະບົບຕ່ອງໂສ້ ອຸດສາຫະກຳກະສິກຳ ຂ້າມຊາຍແດນຈີນ-ອາຊຽນ ແລະ ແມ່ນໜຶ່ງໃນບັນດາ ໂຄງການສາທິດ ການຄ້າເສລີ ເຂດກວາງຊີ. ພ້ອມດ້ວຍ ຫ້ອງທົດລອງ ທີ່ສຳຄັນແຫ່ງຊາດ ສຳລັບການ ທົດສອບ ຮັງນົກ ແລະ ໂພຊະນາການອາຫານD
ຄຽງຄູ່ກັນນັ້ນ ຍັງເປັນເວທີການພັດທະນາ ອຸດສາຫະກຳຮັງນົກ ແບບກຸ່ມທຳອິດຂອງຈີນ ທີ່ເຊື່ອມໂຍງເຂົ້າກັນເຊັ່ນ: ການນຳເຂົ້າຮັງນົກດິບທໍາມະຊາດ, ການປຸງແຕ່ງ, ການຄ້າ, ການຄົ້ນຄ້ວາ, ການພັດທະນາ ແລະ ການກວດກາ. ໂຄງການດັ່ງກ່າວ ໄດ້ຮັບຮອງເອົາຮູບແບບ “ການຂຶ້ນທະບຽນ ແລະ ການຍື່ນ ເອ ກະສານ ຢູ່ບ່ອນກຳເນີດ, ຂັ້ນຕອນການຂົນສົ່ງຄົບຊຸດ, ການກວດກາພາຍໃນ ແລະ ການກວດສອບແຫລ່ງກຳເນີດ ການປຸງແຕ່ງ”ເພື່ອສ້າງ 3 ໜ້າ ທີ່ອຸດສາຫະກຳໃຫຍ່ຄື: ການປຸງແຕ່ງຮັງນົກດິບ ທໍາມະຊາດ, ລະບົບຕ່ອງໂສ້ອຸດສາຫະກຳ ຮັງນົກ, ການນໍາເຂົ້າອາຫານ ແລະ ການປຸງແຕ່ງ.Guangxi ZhongmaJinguyan Biotechnology Co., Ltd. ແມ່ນບໍລິສັດຍ່ອຍຂອງ Guangxi Zhongma Qinzhou Industrial Park Investment Holding Group Co., Ltd. ເຊິ່ງບໍລິສັດນີ້ ເປັນເຈົ້າຂອງຍີ່ຫໍ້ເຊັ່ນ "ZhongmaJinguyan" ແລະເປັນລັດວິສາຫະກິດ ພາຍໃນປະເທດ ສໍາລັບປະສົມ ປະສານ ການປຸງແຕ່ງ, ການຜະລິດ, ແລະ ການຂາຍຮັງນົກດິບທີ່ນໍາເຂົ້າ.

ຜະລິດຕະພັນຮັງນົກ "ZhongmaJinguyan" ໄດ້ຮັບການຮັບຮອງເປັນ "ຜະລິດຕະພັນທີ່ມີຊື່ສຽງ, ພິເສດ, ແລະ ຄຸນນະພາບສູງຂອງຈີນ" ຢູ່ເຂດກວາງຊີ. ວັດຖຸດິບ ແມ່ນ ຄັດເລືອກ ຈາກຮັງນົກດິບຂອງມາເລເຊຍ ທີ່ມີຄຸນນະພາບສູງ. ນອກຈາກນີ້ ບໍລິສັດນີ້ ຍັງສຸມໃສ່ ການຜະລິດ ແບບທໍາມະຊາດ ທີ່ບໍລິສຸດ, ເຮັດດ້ວຍມື, ບໍ່ມີສານເຈືອປົນ, ບໍ່ມີກາວ, ແລະອື່ນໆ." ວັດຖຸດິບແມ່ນຂອງແທ້ ຈາກທໍາມະຊາດ, ນໍາເຂົ້າຢ່າງຖືກຕ້ອງ ຕາມກົດໝາຍ, ປຸງແຕ່ງ ຕາມມາດຕະຖານ, ຜະລິດຕະພັນມີຄຸນນະພາບສູງ, ປອດໄພແລະໄດ້ສຸຂະນາໄມ. ຈີນໄດ້ກາຍເປັນ ຕະຫລາດຜູ້ບໍລິໂພກ ຮັງນົກໃຫຍ່ທີ່ສຸດຂອງໂລກ, ດ້ວຍ ຍອດມູນຄ່າ ການບໍລິໂພກເຖິງ 62,3 ຕື້ຢວນ ໃນປີ 2023. ແຫລ່ງຜະລິດຮັງນົກຕົ້ນຕໍ ແມ່ນຢູ່ລຽບຕາມ ຝັ່ງທະເລ ຂອງ ບັນດາປະເທດ ອາຊີຕາເວັນອອກ ສຽງໃຕ້ (ອິນໂດເນເຊຍ ກວມເອົາປະມານ 80%, ມາເລເຊຍ 13% ແລະພາກພື້ນອື່ນໆ ປະມານ 7%). ຮັງນົກທີ່ນໍາເຂົ້າສ່ວນໃຫຍ່ ແມ່ນວັດຖຸດິບ ທໍາ ມະ ຊາດ ແລະຜ່ານການກວດກາ ຄວາມສະອາດ; ປະຈຸບັນ, ຈີນ ອະນຸຍາດໃຫ້ນຳເຂົ້າ ຮັງນົກດິບ ຈາກມາເລເຊຍ ແລະ ຫວຽດນາມເທົ່ານັ້ນ. /
KPL